Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລະວັງ !!!
Anonymous

Date:
ລະວັງ !!!


ລະວັງ ເຜີຕົວເມື່ອໃດ ກິນແຫນງພາຍຫລັງ

   ປະຈຸບັນສະພາບການປຸ້ນ ຈີ້ຊີງຊັບ, ດຶງກະເປົ໋າຕະຫລອດຮອດການຂີ້ລັກງັດເງະແມ່ນຍັງ ແຜ່ຫລາຍຢູ່ໃນສັງຄົມບ້ານເຮົາສ່ວນຫລາຍ ແມ່ນມັກເກີດຂຶ້ນໃນຍາມກາງຄືນ ໂດຍສະເພາະ ມັກເກີດຂຶ້ນກັບແມ່ຍິງທີ່ເຜີໃຈໃຊ້ກະເປົ໋າ ພາຍໃສ່ບ່າຫລອກລໍ້ສາຍຕາຂອງຄົນບໍ່ດີໃຫ້ລົງມືກະ ທຳ ເຖິງວ່າຜ່ານມາປາກົດການຄົນຮ້າຍດຶງກະເປົ໋າໄດ້ເກີດຂຶ້ນເລື້ອຍໆ ເຊິ່ງປະຊາຊົນບາງຄົນ ກໍ່ເຄີຍໄດ້ຍິນຈົນຄຸ້ນຫູ ແຕ່ເຖິງປານນັ້ນຍັງມີຫລາຍຄົນທີ່ຖືເບົາຕໍ່ກັບບັນຫານີ້ ຍົກເວັ້ນກໍລະນີ ຜູ້ຖືກແລ້ວຈິ່ງຮູ້ ສ່ວນຜູ້ທີ່ບໍ່ທັນພົບພໍ້ກັບເຫດການດັ່ງກ່າວ ແມ່ນບໍ່ຄິດໃສ່ໃຈເລີຍ.

   ດັ່ງຕົວຢ່າງເຫດການທີ່ເກີດຂຶ້ນໃນຕອນກາງຄືນຂອງວັນທີ 20 ສິງຫາ 2008 ເວລາ 23 ໂມງມີຜູ້ເຫັນເຫດການຄົນຫນຶ່ງເລົ່າສູ່ຟັງວ່າ: ໃນຂະນະທີ່ຕົນກຳລັງຂີ່ລົດຖີບມາ ແຕ່ຍາມຮອບ ເດິກ (11 ໂມງກາງຄືນ) ເພື່ອຈະກັບດົງໂດກບ່ອນພັກເຊົາ. ພໍດີພົບແມ່ຍິງໄວກາງຄົນຢືນ ຢູ່ ແຄມທາງຂອບເຂດບ້ານສີວິໄລ, ເມືອງໄຊເສດຖາ, ນະຄອນຫລວງ, ໃນມືຂອງລາວຖືກະເປົ໋າ ເງິນອາດຈະແມ່ນໄດ້ມາຈາກການຄ້າຂາຍ. ທັນໃດນັ້ນກໍ່ມີຜູ້ຊາຍສອງຄົນຂີ່ລົດຈັກຊ້ອນກັນມາ ແຕ່ທາງໂຮງຫມໍ 150 ຕຽງ. ພໍເມື່ອມາຮອດຕໍ່ຫນ້າແມ່ຍິງຄົນນັ້ນ, ຜູ້ຊາຍຜູ້້ຊ້ອນລົດກໍ່ຟ້າວ ເດ່ມືໄປດຶງເອົາກະເປົ໋າເງິນຈາກແມ່ຍິງຄົນນັ້ນທັນທີແລ້ວພາກັນຂັບລົດຫນີໄປ ສ່ວນຜູ້ຖືກເສຍ ຫາຍໄດ້ແຕ່ຮ້ອງໂວຍວາຍ ເພື່ອຂໍຄວາມຊ່ວຍເຫລືອ. ແຕ່ກໍ່ສຸດວິໄສ ເພາະບໍ່ສາມາດຊ່ວຍໄດ້ ທັງບໍ່ຮູ້ວ່າພວກຄົນຮ້າຍຈະຂັບລົດໄປທາງໃດ, ພ້ອມກັນນີ້ ຍັງມີເຫດການຫນຶ່ງອີກທີ່ເກີດ ຂຶ້ນ ໃນຄືນຕໍ່ມາຂອບເຂດໂຮງຫມໍ 150 ຕຽງ. ໃນຂະນະທີ່ມີຍິງຄົນຫນຶ່ງນັ່ງເຊືອບຫລັບຢູ່ເທິງ ລະ ບຽງຂອງໂຮງຫມໍເພາະໄປຢາມຄົນເຈັບ ໂດຍວາງກະເປົ໋າເງິນໄວ້ຢູ່ເທິງຕັກຕົນເອງພໍຮູ້ເມື່ອຂຶ້ນ ມາກໍ່ພົບລາງຮ້າຍ ເພາະກະເປົ໋າເງິນນັ້ນ ໄດ້ເສຍໄປໂດຍບໍ່ຮູ້ສາເຫດ ແລະ ກໍລະນີທີສາມກໍ່ມີ ແມ່ຍິງຄົນຫນຶ່ງ ທີ່ຂີ່ລົດຈັກເຂົ້າມາເຂດເສັ້ນທາງດົງໂດກ, ຍິງຄົນນັ້ນ ເອົາກະເປົ໋າພາຍໃສ່ບ່າ ໂດຍໃຊ້ເສື້ອແຂນຍາວປົກໄວ້, ລັກສະນະນຸ່ງເສື້ອແຂນຍາວປົກແຕ່ດ້ານຫນ້າ, ກໍ່ພໍດີມີຜູ້ຊາຍ ສອງຄົນຂັບລົດມາດຶງກະເປົ໋າ ແຕ່ໂຊກດີເພາະຄາແຂນເສື້ອຈິ່ງບໍ່ ສາມາດຍາດເອົາກະເປົ໋າໄປ ໄດ້ ແຕ່ການກະທຳຂອງຄົນຮ້າຍເຮັດໃຫ້ຍິງຄົນນັ້ນເສຍຫລັກແລ້ວພາລົດລົ້ມບາດ ເຈັບຫລາຍ ສົມຄວນສ່ວນຄົນຮ້າຍໄດ້ເອົາຕົວຫລົບຫນີໄປ.

   ນອກຈາກສາມເຫດການທີ່ກ່າວ ມາຂ້າງເທິງນີ້ ຍັງມີອີກຫລາຍກໍລະນີທີ່ຄົນບໍ່ດີໄດ້ໃຊ້ທຸກ ວິທີທາງເພື່ອຊີງຊັບຈາກບຸກຄົນທີ່ອ່ອນແອໂດຍສະເພາະກໍ່ແມ່ນເພດຍິງ ທາງທີ່ດີມີເງິນບໍ່ຄວນ ເອົາໄວ້ໃນກະເປົ໋າອາດຈະຊຸກເຊື່ອງໄວ້ໃນຖົງໂສ້ງຖົງເສື້ອກໍ່ໄດ້ຫລື ຖ້າຈຳເປັນໃຊ້ກະເປົ໋າພາຍ ກໍ່ຄວນປົກປິດໄວ້ເປັນຢ່າງດີ. ພ້ອມກັນນີ້ ບຸກຄົນໃດກໍ່ຕາມທີ່ໄປນອນ ຢາມຄົນເຈັບຢູ່ໂຮງຫມໍ ຫລື ສາທາລະນະກໍ່ຄວນມີສະຕິລະວັງຕົວ. ທຸກຄັ້ງບໍ່ແມ່ນວ່າຕົນເອງມີເງິນຄຳຕິດຕົວຢາກໄປ ນັ່ງນອນຢູ່ໃສກໍ່ໄດ້ ຫລືເຮັດແບບສະບາຍເກີນໄປກໍ່ບໍ່ດີເພາະທ່ານບໍ່ຮູ້ດອກວ່າກຸ່ມນັກເລງ ອັນ ທະພານນັ້ນມັນມີຢູ່ທຸກແຫ່ງຫົນ. ບາງທີຄົນຫນ້າຈົບຕາດີເປັນໂຈນກໍ່ຍັງມີທາງທີ່ດີແລ້ວ ຄວນ ລະວັງໄວ້ຢ່າງຮອບຄອບດີກວ່າຈະປ່ອຍໃຫ້ຄວາມກິນແຫນງແຄງໃຈຕາມພາຍຫລັງ.

Ecom



__________________
Anonymous

Date:

ງິນມາຕະຫລອດ ການດຶງກະເປົາຄົນທຽວທາງ ຂອງພວກເສດເດນ ສັງຄົມ
ໂຈນບໍ່ພໍຕຳແຈ່ວ ຕຳຫລວດເຮັດຫຍັງບໍ່ໄດ້ ກິນເງິນຫລວງເສຍລ້າໆ
ຕຳຫລວດຊອກ ເກັບເງິນນຳແຕ່ ຜູ້ບໍ່ໃສ່ຫມວກກັນນ໋ອກ ຫນ້າເວດທະນາcry

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard