Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເກີດແລ້ວພະຍາດຕີນເປື່ອຍຈາກບັນຫານ້ຳຖ້ວມ
Anonymous

Date:
ເກີດແລ້ວພະຍາດຕີນເປື່ອຍຈາກບັນຫານ້ຳຖ້ວມ




ປະຈຸບັນ ມີຫລາຍພື້ນທີ່ໃນທົ່ວປະເທດເກີດໄພນ້ຳຖ້ວມ ສົ່ງຜົນເສຍຫາຍຢ່າງໃຫຍ່ຫລວງ ຕໍ່ການດຳລົງຊີວິດຂອງພໍ່ແມ່ປະຊາຊົນ ພຽງບໍ່ພໍເທົ່າໃດວັນພະຍາດຕີນເປື່ອຍກໍ່ໄດ້ລະບາດຂຶ້ນ ມີປະຊາຊົນຫລາຍຄົນທີ່ເປັນພະຍາດຕີນເປື່ອຍ ຂາດຢາຮັກສາປະໄວ້ຕາມມີຕາມເກີດຈົນບໍ່ສາ ມາດເຄື່ອນໄຫວໄດ້.
   ພະຍາດດັ່ງກ່າວ ເກີດຂຶ້ນຍ້ອນບັນຫານ້ຳເປື້ອນ, ນ້ຳຄັນ ແລະ ສາເຫດອື່ນໆເຊິ່ງເຮັດໃຫ້ ຜູ້ທີ່ລົງນ້ຳເຄື່ອນໄຫວໄປ-ມາຕາມຈິ່ງເກີດຄັນຕາມຫວ່າງຕີນ, ດິ້ວຕີນ ແລະ ບໍລິເວນຕີນ.
   ທ່ານ ບຸນທອງ ພົມມະຈັນ ເຈົ້າເມືອງໆໄຊທານີກ່າວວ່າ: ປະຈຸບັນ ພະຍາດຕີນເປື່ອຍກຳ ລັງລະບາດໃສ່ຄົນທີ່ຢູ່ໃນພື້ນທີ່ນ້ຳຖ້ວມຫລາຍເມືອງເຊັ່ນ:ເມືອງໄຊທານີ,ເມືອງປາກງື່ມ, ເມືອງ ວຽງຄຳ, ເມືອງໂພນໂຮງ, ເມືອງທຸລະຄົມ, ເມືອງຫີນເຫີບ,ເມືອງກາສີ, ເມືອງວັງວຽງ, ເມືອງ ແກ້ວອຸດົມ ແລະ ເມືອງອື່ນໆ ອີກທີ່ຖືກນ້ຳຖ້ວມ ແລະ ພະຍາດດັ່ງກ່າວ ລະບາດແຮງແມ່ນຢູ່ ເຂດເມືອງໄຊທານີ ຄາດວ່າມີຜູ້ທີ່ຕີນເປື່ອຍແລ້ວປະມານ 500 ກວ່າຄົນ.
   ພ້ອມດຽວກັນນີ້ ທ່ານເຈົ້າເມືອງເມືອງໄຊທານີ ຍັງໄດ້ຮຽກຮ້ອງເຖິງຫນ່ວຍງານທີ່ກ່ຽວຂ້ອງ ຊ່ວຍສົມທົບທຶນ, ວັດຖຸປັດໄຈຊ່ວຍເຫລືອບຸກຄົນດັ່ງກ່າວໃນຫລາຍກຸ່ມບ້ານທີ່ກຳລັງຕ້ອງການ ນ້ຳດື່ມ, ຢາປົວພະຍາດ ແລະວຽກງານສຸຂະອະນາໄມຕ່າງໆເຊິ່ງຜູ້ທີ່ປະສົບໄພໃນເຂດນ້ຳຖ້ວມ ກຳລັງຄອງຄອຍຄວາມຊ່ວຍເຫລືອເພື່ອບັນເທົາທຸກຢູ່.
   ສະນັ້ນ ເພື່ອເປັນການຮັກສາສຸຂະອະນາໄມສາມສະອາດທີ່ 23 ກຸ່ມບ້ານຢູ່ເມືອງໄຊທານີ ກຳລັງຂາດນ້ຳດື່ມທີ່ສະອາດ, ຂາດສະຖານທີ່ພັກເຊົາ ແລະ ສິ່ງຈຳເປັນແມ່ນຢາປົວພະຍາດ ເປັນຕົ້ນແມ່ນພະຍາດຕີນເປື່ອຍ, ພະຍາດໄຂ້ຫວັດ ແລະ ອື່ນໆອີກ.

ecom


__________________
629

Date:

ເປັນຕາອີ່ດູຕົນພີ່ນ້ອງບ້ານເຮົາເນາະ, ເຂົ້າຂອງເຄື່ອງໃຊ້ເສຍຫາຍຍັງບໍ່ແລ້ວ ຍັງຖືກພະຍາດຕິດຕໍ່ຄຸກຄາມອີກ. ສາທຸ ! ເຈົ້າຖິ່ນເຈົ້າຖານຈົ່ງໄປດົນບັນດານໃຈຜູ່ເພິ່ນມີເງິນຝາກທະນາຄານໝ້າເກົ໊າຈົ່ງໄດ້ໄປຖອນເງິນມາບໍລິຈາກຜູ່ປະສົບໄພດ້ວຍເຖີ້ນ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard