Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ປະເທດລາວ ປະສົບປັນຫາ ໂມງຢາງຢືດ
Anonymous

Date:
ປະເທດລາວ ປະສົບປັນຫາ ໂມງຢາງຢືດ




ໂດຍ: ວ່າງ ໄຊສົມບູນ

   ເມື່ອກ່າວເຖິງບັນຫາໂມງ ຫລືອຸປະກອນທີ່ໃຊ້ບອກເວລາໃນສະໄຫມສູ່ມື້ນີ້ ຮູ້ສຶກວ່າທັນສະ ໄຫມຫລາຍ ແລະເງື່ອນໄຂທີ່ຈະນຳໃຊ້ໂມງກໍ່ມີຢ່າງຫລວງຫລາຍເຊັ່ນ: ມີຢູ່ຕາມລົດຍົນທຸກຊະ ນິດ, ມີໂມງຢູ່ໂທລະສັບມືຖືທຸກຮຸ່ນທຸກຍີ່ຫໍ້, ໂມງທີ່ຫ້ອຍຢູ່ຝາເຮືອນ ແລະໂມງສຳລັບໃສ່ແຂນ ກໍ່ມີຫລາຍສີສັນສວຍງາມມີທັງລາຄາຖືກ, ລາຄາແພງ, ແຕ່ການປະຕິບັດໂມງເວລາເຮັດວຽກ ງານຊ້ຳພັດເກີດມີບັນຫາໂມງຍືດ, ໂມງຍາວ, ໂມງຫນ້າໃຫຍ່, ຫນ້ານ້ອຍຕ່າງໆນາໆ.

   ຈາກບັນຫາທີ່ໄດ້ຍົກມານັ້ນທ່ານ ວົງຈັນ ພະນັກງານລັດຢູ່ກະຊວງໂຍທາທິການ ແລະຂົນ ສົ່ງນະຄອນຫລວງວຽງຈັນໃຫ້ທັດສະນະວ່າ: ບັນຫາໂມງຍືດໂມງຍາວນັ້ນມັກປາກົດເຫັນຫຼາຍ ກວ່າຫມູ່ແມ່ນເວລາປະຊຸມ ແລະ ຮອງລົງມາແມ່ນໂມງເຂົ້າການ-ເລີກການ ເພາະການໄປ-ມາ ຂອງພະນັກງານໃນສັງຄົມເຮົາ ສ່ວນໃຫຍ່ຍັງປະຕິບັດໂມງ ເວລາບໍ່ໄດ້ຕາມນັດຫມາຍ, ການ ລວມປະຊຸມຕ່າງໆມີຫລາຍໆຄັ້ງທີ່ເສຍເວລາໄປລ້າໆເພື່ອລໍຖ້າກັນຈິ່ງກາຍເປັນບັນຫາໂມງຍືດ ໂມງຍາວ.

   ສ່ວນນາງສາລະນີ ແພງຈັນ ລັດຖະກອນຢູ່ເມືອງໄຊທານີ ນະຄອນຫລວງວຽງຈັນ ກໍ່ເວົ້າ ວ່າ:ໃນທັດສະນະສ່ວນຕົວເຫັນວ່າເລື່ອງໂມງຍືດ-ໂມງຍາວນີ້, ຖ້າສົມທຽບໃສ່ 30 ປີຄືນຫລັງ ກັບປະຈຸບັນ ແມ່ນແຕກຕ່າງກັນຫລາຍ, ແຕ່ກ່ອນຊາວບ້ານໃຊ້ໂມງດ້ວຍການຈື່ຈຳ ຫລື ດ້ວຍ ການກຳນົດໂມງເວລາຕາມປາກົດການທຳມະຊາດເຊັ່ນ: ໄກ່ຂັນກົກຫມາຍເຖິງຕອນທ່ຽງຄືນ, ໄລຍະນີ້ ໄກ່ຈະຂັນໃນໄລຍະສັ້ນແລ້ວກໍ່ເຊົາ, ແຕ່ກ່ອນທ້ອງຟ້າຈະໄຂມ່ານແຈ້ງໄກ່ຈະສົ່ງສຽງ ຂັນຕໍ່ເນື່ອງ ເນືອງນັນຈົນຕາເວັນຂຶ້ນ ເຊິ່ງເປັນເວລາທີ່ຊາວບ້ານຈະຕ້ອງລຸກຫນຶ້ງເຂົ້າເປົ່າໄຟ, ເກືອເປັດ-ເກືອໄກ່ ແລະ ຟ້າວໄປວຽກແຕ່ເຊົ້າໆ. ເຖິງຕອນທ່ຽງມາບາງບ້ານຢູ່ໃກ້ວັດກໍ່ຖືເອົາ ສຽງກອງເພນເປັນເວລາທ່ຽງເວັນ. ເມື່ອຈົວນ້ອຍຕີກອງແລງ ຈະຖືເອົາເປັນເວລາຄ້ອຍຄ່ຳລົງ ແລງ, ຖ້າເປັນມື້ຝົນຕົກລິນອາກາດມືດມົວ ບໍ່ເຫັນຕາເວັນບາງທ້ອງຖິ່ນເພິ່ນຈະສັງເກດເບິ່ງໃບ ຫມາກຂາມ ຖ້າວ່າຮອດຍາມຄ່ຳໃ ບຫມາກຂາມຈະຫຸບເຂົ້າກັນ ຄ້າຍຄືວ່າມັນຫ່ຽວແປລົງອັນ ຫມາຍວ່າໃກ້ຈະຄ່ຳແລ້ວຄວນພາລູກກັບຢ້າວກັບເຮືອນ, ອີກກໍລະນີຫນຶ່ງໃນບາງທ້ອງຖິ່ນເມື່ອ ແມງງວ່າງຮ້ອງກໍ່ຖືວ່າເປັນເວລາຕອນຄ່ຳເຕືອນໃຫ້ກັບບ້ານກັບເຮືອນ ແລະຍັງມີກໍລະນີອື່ນໆ ອີກ. ໃນຍຸກເຕັກໂນໂລຊີທີ່ທັນສະໄຫມນີ້ ມີໂມງໃຊ້ເກືອບ ວ່າຫມົດທຸກຄົນ ແຕ່ການປະຕິບັດ ພັດມີຈຳນວນບໍ່ຫນ້ອຍທີ່ເຮັດໃຫ້ເວລາ ອັນມີຄຸນຄ່າເສຍໄປລ້າໆ, ນາງກໍ່ ຍົກໃຫ້ເຫັນອີກວ່າ ເຫດຜົນຫລັກກໍ່ຄືຜູ້ນັດເວລາກັບຜູ້ຮ່ວມງານບໍ່ມີຄວາມຮັບຜິດຊອບ ແລະ ບໍ່ເຄັ່ງຄັດ, ບາງຄົນ ນັດເຮັດວຽກຕອນ 14 ໂມງ ແຕ່ຮອດໂມງນັດແລ້ວຜູ້ນັດຍັງບໍ່ມາປາກົດຫນ້າ, ຜູ້ຖືກນັດລໍ້ຖ້າ ຈົນກາຍເຖິງ 2030 ນາທີກໍ່ມີ, ຈາກຈຸດນີ້ເອງ ເມື່ອເຂົ້າສູ່ການປະຕິບັດໂມງເວລາຈິ່ງບໍ່ເຂັ້ມ ງວດ,ພະນັກງານບາງຄົນມັກນິຍົມນັດເວລາເຮັດວຽກຕາມແບບ "ຂ້າມເຫນືອເພື່ອຕົກໃຕ້" (ນັດ ເວລາເຜື່ອໄວ້), ເພື່ອຜູ້ມາຊ້າເພື່ອຜູ້ມາໄວ, ນັດເຜື່ອເປັນຊົ່ວໂມງ ຫລື ເຄິ່ງຊົ່ວໂມງຈົນ ກາຍ ເປັນການນັດບໍ່ມີຄວາມສັກສິດ, ເທື່ອນີ້ຜູ້ນີ້ຊ້າເທື່ອຫນ້າກໍ່ມີຜູ້ຊ້າຕື່ມແລ້ວ ກາຍເປັນເລື່ອງໂມງ ຢາງຍືດໄປໃນຕົວເລີຍ.

   ການປະຕິບັດໂມງເວລາທີ່ບໍ່ມີຄວາມສັກສິດ, ບໍ່ເຄົາລົບເວລາ ແລະແກ່ຍືດແກ່ຍາວມັກພົບ ເຫັນຢູ່ຫລາຍບ່ອນພາໃຫ້ຟູມເຟືອຍເວລາຂະຫນາດ. ສະນັ້ນ ທຸກຄົນຄວນມີສະຕິສູງຕໍ່ການປະ ຕິບັດໂມງເວລາ ເພື່ອເຮັດໃຫ້ປະສິດທິຜົນຂອງວຽກງານດີຂຶ້ນກວ່າເກົ່າ.


__________________
Anonymous

Date:

ໂມງບໍ່ຢືດແມ່ນເວລາເຊີນມາງານລ້ຽງສັງສັນຈະເຫັນວ່າຄົນລາວເຮົາມາກ່ອນເວລາທຸກຄົນເລີຍ, ຈົ່ງຮັກສາມູນເຊື້ອດີໆນີ້ໄວ້ເດີ ຊົມເຊີຍ.

__________________
Anonymous

Date:

Anonymous wrote:

ໂມງບໍ່ຢືດແມ່ນເວລາເຊີນມາງານລ້ຽງສັງສັນຈະເຫັນວ່າຄົນລາວເຮົາມາກ່ອນເວລາທຸກຄົນເລີຍ, ຈົ່ງຮັກສາມູນເຊື້ອດີໆນີ້ໄວ້ເດີ ຊົມເຊີຍ.




 =======================================================

ເຫັນໃຈ ໝົດທຸກຄົນນັ້ນແຫຼະ  ບາງທີຫົວໜ້າບໍເປັນແບບຢ່າງທີດີ  ບາງທີ ການສັນຈອນບໍສະດວກ

ແຕ່ຕ້ອງເບີງຫຼາຍ ໆ ຢ່າງປະກອບ ຜູ້ກຽວມີເຈຕະນາແນວໃດແທ້  ໆ

ຖ້າເປັນຕ່າງປະເທສ  ປະເທສອຸດສາຫະກຳ  3 ຄັ້ງກໍໃຫ້ອອກການ  ອອກຈາກສະມາຊີກ, ຖ້າຂາດມີເຫດຜົນ ຕ້ອງໂທບອກລວງໜ້າ

ຖ້າເປັນໄຂ້ຕ້ອງມີ ໃບຢົັ້ງຢືນຈາກໝໍ ເວລາເປັນເງີນ ຊົວໂມງລະ  8 ໂດລາ ຢ່າງນ້ອຍ, ເຮັດຫຍັງເອົາເວລາເປັນເກນ ຄິດເປັນຊົວໂມງ

ບ້ານເຮົາເຮັດວຽກກີນເງີນເດືອນ ມະນຸດເງີນເດືອນ ເຖີງເດືອນ ໄດ້ເງີນໂລດ ຂາດກໍໄດ້ ມາຊ້າກໍໄດ້

ບ້ານເຮົາຍັງບໍມີບົດລົງໂທດ ກຽວກັບ ຂາດປະຊຸມ ຂາດການ ຫຼືມາຊ້າ 

         ສາເຫດບ້ານເຮົາບໍຮິຫານງານ ແບບ ລັດຖະບານເກົາ ບໍພັທນາ  , ແບບຍືດຍຸນ, ແບບໃຫ້ພໍໄປໄດ້

ປະເທສອຸດສາຫະກຳ  ສ່ວນຫຼາຍບໍຮິຫານ ແບບເອກຊົນ, ແບບແຂງຂັນ, ແບບມີເປົ້າໝາຍ ຍອດການຜະລີດ ເຮັດວຽກ 24 ຊົວໂມງ ໝົດມື້  , ແບ່ງເປັນ shift ເປັນ ກະ ມື້ໜືງມີ 3 ກະ ,ເຮັດໂອເວີທາມ ໄດ້ເງີນຫຼາຍ ໄດ້ເງີນເພີມ, ຜູ້ເປັນຄົນງານມີຄວາມກະຕື ຣືລົ້ນ  ຢາກມີວຽກ ຢາກເຮັດວຽກ ຢາກໄດ້ເງີນເພີມຂືນ,
         ຜູ້ໃດ ຂັດຂວາງຄວາມຂະເລີນ  ເຂົາໃຫ້ແກ້ໄຂ  ມີໃບວໍນີງ 3 ເທືອ  ໃຫ້ອອກ  ນັບແຕ່  ແມແນເຈີ  ຊຸບເປີວາຍ ລົງມາ
ທີຊາບມາ ບາງທີເຂົາໃຫ້ ສຶກສາເພີມ ຫຼັກສູດໃໝ່ ໆ ຄົນທີບໍເກັງ ຄົນທີຢູ່ນານ ໆ ຄົນທີມີເງີນເດືອນຫຼາຍ ໆ  ແຕ່ຄວາມສາມາດຕຳ່
ທາງໂຮງງານ ທາງບໍຮິສັດ ຢາກ ປະຍັດເງີນ ວ່າຊັ້ນ  ຈັກມັນແມ່ນບໍ ຂ່າວບໍແນ່ນອນ

         ເວົ້າເລືອງໂມງ  ບາງປະເທສເຂົາໝູນໄປໜ້າ ໜ້າຮ້ອນ  ,  ໝູນຖອຍຫຼັງ ໜ້າໜາວ 1 ຊົ້ວໂມງ ຂະນ້ອຍບໍຊາບເຫຕຜົລຂອງເຂົາ ແລະ ບໍຮູ້ລະອຽດເຮືອງນີ້  ໃຜມີຄວາມຮູ້ ກໍມາແບ່ງປັນຂະນ້ອຍແດ່
========================================================



__________________
Anonymous

Date:

ມີເຫດຜົນຫລາຍຢ່າງທີ່ເພິ່ນຫັນເຂັມໂມງໄປໜ້າໜຶ່ງຊົ່ວໂມງໃນຍາມຮ້ອນແລະຫັນກັບຫລັງໜຶ່ງຊົ່ວໂມງໃນຍາມໜາວ, ສະເພາະຢູ່ສະຫະຣັດອາເມຣິກາແມ່່ນ:
1. ເພີ້ມຈະນວນຄົນອອກໄປລົງຄະແນນສຽງ(Increased voter turnout)
2. ເຮັດໃຫ້ການໄປຂໍເນົ້າໜົມປອດໄພ(Safer Trick -or- treaters)
3. ຫລຸດຜ່ອນອຸບັດເຫດໃນທ້ອງຖະໜົນ(fewer traffic accidents)
4. ຫລຸດຜ່ອນຄະດີອາດສະຍາກຳ(Fewer violent crimes)
5. ປະຢັດພະລັງງານ(Energy conservation)
6. ຄົນສ່ວນຫລາຍເຫັນດີເຫັນພ້ອມ(People like it)

ສົນໃຈຢາກຮູ້ຕື່ມ ຂໍເຊີນກົດລິ້ງລຸ່ມນີ້:
http://www.webexhibits.org/daylightsaving/b.html

__________________
Anonymous

Date:

ຄວາມສູພາບ ແລະ ນິຍົມໄຊ້ກັນເປັນປະຈຳແມ່ນ: ບໍ່ເປັນຫັຍງ!!! no

__________________
Anonymous

Date:

ຄົນຢູ່ໃນປະເທດທີ່ພັດທະນາແລ້ວເຂົາເຊື່ອວ່າໂມງຄືເງິນຄຳ Time is money. ມື້ໃດ່ໂມງລາວບໍ່ຢືດ ມື້ນັ້ນເມືອງລາວຊິເປັນເຈົ້າໂລກ.

__________________
Anonymous

Date:

Mong  lao marn yeuith mar tank tair muong mee mong me nalika
mar sai phun leo. bor war laborb kao hleu laborb mai marn kar sai
mong yang yeuith kheu kanr thunk narn.

Khon lao goes work late, but go party may be 1 or 2 hours ahead,
that's normal for lao people.

Enjoy with your [ mong yang yeuith ] der phee nong sao lao.

__________________
ຄົນໃຕ້

Date:

ເຫນື່ອງໃນໂອກາດປີໃຫມ່ລາວປີ 2553 ທີ່ຈະມາເຖິງນີ້ກ່ອນອື່ນ ຄົນໃຕ້ຂໍອ່ວຍແດ່ທ່ານ Web Master ຂອງສສະມະຄົມລາວ ແລະບັນດາທ່ານທຸກໆທັງພາຍໃນແລະຕ່າງປະເທດຈົ່ງມີຄວາມສຸກສົມຫວັງ
ໃນສິ່ງທີ່ຕົນປາດຖະຫນາທຸກປະການ.
ມາເວົ້າເລື້ອງໂມງຢືດນີ້ມັນເປັນພະຍາດຊຳເຣື້ອມາແຕ່ບູຮານນະການເຖິງປະຈຸບັນຕົວອາວ.ຖືວ່າເປັນກຳມະພັນກໍແລ້ວກັນ ບາງທ່ານມາການສວຍພັດກັບໄວ.ຫຼືບາງທ່ານກໍມາຈອບໆມອງໆແລ້ວກໍປົບຫນີ ອັນນີ້ກໍແມ່ນການໂກງອີກແບບ
ຫນຶ່ງໂດຍການສວຍໃຊ້ເວລາຂອງລາດຊະການໄປຫາລາຍໃດ້ຢ່າງອື່ນ. ບາງຫ້ອງການມາເຮັດການແລ້ວພັດພາກັນຕີບູນຫມົດມື້.ບໍ່ເຮັດຮອດວຽກກໍມີ.ປະກົດການນີ້ລັດຖະບານເພີ່ນເອີ້ນວ່າ
ປະກົດການຫຍໍ້ທໍ້ອີກແບບຫນຶ່ງ.ຖ້າວ່ານັດປະຊຸມ 08:00 ໂມງ ເພີ່ນພັດມາ 09:30ໂມງ ແລະຕອນແລງກໍມະຫັບມະ
ຫາຍຫນີຈ້ອຍ. ຖ້າພະນັກງານເຮົາເປັນແນວນີ້ເຮັດແນວໃດປະເທດຊາດຊິຈະເລີນ. ຜູ້ຂ້າມີແຕ່ຂໍວອນພາກສ່ວນກ່ຽວຂ້ອງ
ຈົ່ງເອົາໃຈໃສ່ກ່ຽວກັບບັນຫາດັ່ງກ່າວນີ້. ຖ້າພະນັກງານຄົນໃດມີພຶດຕິກຳແບບນີ້ຕ້ອງມີການຕັກເຕືອນ. ຖ້າບໍ່ຟັງແທ້ໆກໍ
ຕ້ອງໃຊ້ມາດຕະການເດັດຂາດ.ຄື່ Get Fire

__________________
Anonymous

Date:

ຄົນໃຕ້ wrote:

ເຫນື່ອງໃນໂອກາດປີໃຫມ່ລາວປີ 2553 ທີ່ຈະມາເຖິງນີ້ກ່ອນອື່ນ ຄົນໃຕ້ຂໍອ່ວຍແດ່ທ່ານ Web Master ຂອງສສະມະຄົມລາວ ແລະບັນດາທ່ານທຸກໆທັງພາຍໃນແລະຕ່າງປະເທດຈົ່ງມີຄວາມສຸກສົມຫວັງ
ໃນສິ່ງທີ່ຕົນປາດຖະຫນາທຸກປະການ.
ມາເວົ້າເລື້ອງໂມງຢືດນີ້ມັນເປັນພະຍາດຊຳເຣື້ອມາແຕ່ບູຮານນະການເຖິງປະຈຸບັນຕົວອາວ.ຖືວ່າເປັນກຳມະພັນກໍແລ້ວກັນ ບາງທ່ານມາການສວຍພັດກັບໄວ.ຫຼືບາງທ່ານກໍມາຈອບໆມອງໆແລ້ວກໍປົບຫນີ ອັນນີ້ກໍແມ່ນການໂກງອີກແບບ
ຫນຶ່ງໂດຍການສວຍໃຊ້ເວລາຂອງລາດຊະການໄປຫາລາຍໃດ້ຢ່າງອື່ນ. ບາງຫ້ອງການມາເຮັດການແລ້ວພັດພາກັນຕີບູນຫມົດມື້.ບໍ່ເຮັດຮອດວຽກກໍມີ.ປະກົດການນີ້ລັດຖະບານເພີ່ນເອີ້ນວ່າ
ປະກົດການຫຍໍ້ທໍ້ອີກແບບຫນຶ່ງ.ຖ້າວ່ານັດປະຊຸມ 08:00 ໂມງ ເພີ່ນພັດມາ 09:30ໂມງ ແລະຕອນແລງກໍມະຫັບມະ
ຫາຍຫນີຈ້ອຍ. ຖ້າພະນັກງານເຮົາເປັນແນວນີ້ເຮັດແນວໃດປະເທດຊາດຊິຈະເລີນ. ຜູ້ຂ້າມີແຕ່ຂໍວອນພາກສ່ວນກ່ຽວຂ້ອງ
ຈົ່ງເອົາໃຈໃສ່ກ່ຽວກັບບັນຫາດັ່ງກ່າວນີ້. ຖ້າພະນັກງານຄົນໃດມີພຶດຕິກຳແບບນີ້ຕ້ອງມີການຕັກເຕືອນ. ຖ້າບໍ່ຟັງແທ້ໆກໍ
ຕ້ອງໃຊ້ມາດຕະການເດັດຂາດ.ຄື່ Get Fire





ທ່ານເອີຍ ເພິ່ນເສັ້ນກ໊ວຍຈັ້ບຊິໄປfireເພິ່ນໄດ້ແນວໃດ໋ນໍ ຂະນາດຕຳນິສົ່ງຂ່າວເພິ່ນຊື່ໆເຮົາກະຍັງຊິໄດ້ພາຍຖົງໜີແລ້ວ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard