Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ການຕີກອງເພນ ແມ່ນບອກເຖິງຫຍັງ


Senior Member

Status: Offline
Posts: 428
Date:
ການຕີກອງເພນ ແມ່ນບອກເຖິງຫຍັງ




ຮຽບຮຽງໂດຍ: ພັນມະລີ

ຫລາຍຊົນເຜົ່າແຕ່ລະປະເທດໃນໂລກຕ່າງກໍ່ມີກອງ, ກອງແມ່ນເຄື່ອງດົນຕີປະເພດຫນຶ່ງມີ ຫລາຍຊະນິດ ແລະ ມີການນຳໃຊ້ທີ່ແຕກຕ່າງກັນ, ຢູ່ປະເທດລາວ ເຮົາກໍ່ມີກອງຫລາຍຊະນິດ ໃນນັ້ນ ມີຊະນິດຫນຶ່ງທີ່ມີຄວາມສຳຄັນທັງໃນດ້ານສັງຄົມ ແລະວັດທະນະທຳກໍ່ຄື"ກອງເພນ".
   ກອງເພນ ເຮົາສາມາດພົບເຫັນຕາມສະຖານທີ່ວັດວາອາຮາມຕ່າງໆ ກອງເພນ ແຂວນຢູ່ ກ້ອງລ່າງກຸຕິ ຫລື ແຂວນຢູ່ໃນທີ່ສະເພາະເຊິ່ງເອີ້ນວ່າ: "ຫໍກອງ" ກອງເຮັດຂຶ້ນຈາກໄມ້ທ່ອນ ຂະຫນາດໃຫຍ່ມີຫນ້າຕັດປະມານ 1 ແມັດ, ຍາວ 2 ແມັດ, ທາງໃນເຈາະຮູຊອດທະລຸຫາກັນ ທັງສອງດ້ານຫຸ້ມປາກທັງສອງດ້ານດ້ວຍແຜ່ນຫນັງຄວາຍ,ຫນັງງົວແຫ້ງ, ເຄັ່ງແຜ່ນຫນັງດ້ວຍ ຫນັງລິ້ວ (ເສັ້ນເຊືອກຫນັງແຫ້ງ).
   ທີ່ມາເອີ້ນວ່າ: "ກອງເພນ" ກໍ່ເພາະວ່າ ຕາມປົກກະຕິແລ້ວກອງຊະນິດນີ້ ຈະຖືກຕີໂດຍຄູ ບາ ຫລື ສາມະເນນ (ຈົວ) ເພື່ອບອກເວລາເພນ. ຄຳວ່າ: "ເພນ" ມາຈາກເພລາໃນພາສາບາ ລີ ແປວ່າ: "ເວລາ" ເມື່ອໄດ້ຍິນສຽງກອງເພນຊາວບ້ານຜູ້ສັດທາໃນພຸດທະສາສະຫນາ ກໍ່ນຳ ເຂົ້າປາອາຫານໄປຖວາຍແກ່ພະສົງສຳມະເນນ. ເຂົ້າງາຍຂອງພະສົງເອີ້ນວ່າ: "ສັນເຂົ້າເພນ".
   ການຕີກອງເພນ ເປັນກິດຈະວັດປະຈຳວັນອັນຫນຶ່ງຂອງພະສົງລາວ. ກອງຍັງໃຊ້ຕີຮ່ວມ ກັບຄ້ອງປະຈຳ ເພື່ອບອກເວລາໃຫ້ຮຸ່ງເຊົ້າ ແລະ ໃກ້ຄ່ຳໃນມື້ວັນສິນ 7-8 ຄ່ຳ ຫລື 14-15 ຄ່ຳທັງຂ້າງຂຶ້ນ ແລະຂ້າງແຮມ. ກອງຈະຖືກຕີໃນກໍລະນີພິເສດເຊັ່ນ: ຕີທ້ວງເມື່ອເກີດເຫດສຸກ ເສີນ (ໄຟ...) ຫລື ແມ່ນແຕ່ກໍລະນີພະສົງອົງໃດຫນຶ່ງ ປະພຶດຕົນຜິດວິໄນຂັ້ນຮ້າຍແຮງ (ຂັ້ນ ປະຣາຊຶກ).
   ນອກນີ້ ການຕີກອງ ຍັງເປັນສິ ລິມຸງຄຸນ ເພື່ອປ່າວເຕືອນຮຽກໂຮມ ປະຊຸມຊາວບ້ານໃນ ວັນ ສຳຄັນຕີໃນພິທີແຫ່ກອງບຸນແຫ່ວຽນທຽນ, ຕີ ສະຫລອງໄຊຊະນະ ຫລື ອະນຸໂມທະນາ ສາທຸການໃນເວລາ ໃຫ້ບຸນເຮັດທານລວມທັງຕີໃນການຕ້ອນຮັບ ແລະ ແຫ່ບຸກຄົນສຳຄັນເຂົ້າ ໃນພິທີການໃດຫນຶ່ງທີ່ຊົງກຽດນຳອີກ.
   ຈັງຫວະໃນການຕີ ແລະ ສຽງທີ່ດັງອອກໄປໃນແຕ່ລະກໍລະນີບໍ່ວ່າກໍລະນີໃດ ຊາວບ້ານຜູ້ ຄຸ້ນເຄີຍກໍ່ລ້ວນແຕ່ເຂົ້າໃຈດີ ອາດເປັນຈັງຫວະການຕີແບບທຳມະດາ. ສ່ວນວ່າຈັງຫວະຕີນັ້ນ ຍັງບໍ່ຮູ້ວ່າໃຜເປັນຜູ້ປະດິດຄິດຄົ້ນຈັງຫວະສຽງຂຶ້ນມາ ແລະ ນຳໃຊ້ມີມາຕັ້ງແຕ່ເມື່ອໃດ ຍັງບໍ່ມີ ຂໍ້ມູນມາຢັ້ງຢືນ.
   ຫາກເມື່ອສຶກສາກໍ່ຈະຮູ້ວ່າ ແຕ່ລະຈັງຫວະລ້ວນແຕ່ມີຄວາມແຕກຕ່າງຢ່າງເລິກເຊິ່ງ ແລະ ນີ້ ກໍ່ເປັນອີກເຫດຜົນຫນຶ່ງທີ່ບອກໃຫ້ຮູ້ວ່າ: ການຕີກອງແມ່ນຕີໄປຕາມຈັງຫວະແຫ່ງວິຖີຊີວິດ ສັງຄົມ ແລະ ຮີດຄອງປະເພນີອັນດີງາມທີ່ສືບສານ ມາແຕ່ອະດີດອັນຍາວນານ.


__________________
Anonymous

Date:

ດົນຕີ: ຄວນຂຽນ= ດົນຕຣີ
ຄູ ບາ : ຄວນຂຽນ=ຄູຣບາ
ພະສົງ: ຄວນຂຽນ=ພຣະສົງ


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard