Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ກົດຫມາຍໃຫມ່ ຫ້າມແຕ່ງດອງກ່ອນ 18 !


Senior Member

Status: Offline
Posts: 428
Date:
ກົດຫມາຍໃຫມ່ ຫ້າມແຕ່ງດອງກ່ອນ 18 !


ພາຍຫລັງຮ່າງກົດຫມາຍ ວ່າດ້ວຍຄອບຄົວ ຖືກນຳສະເຫນີເພື່ອປັບປຸງຄືນໃຫມ່ໃນວັນທີ 22 ກໍລະກົດຜ່ານມາ ໄດ້ສ້າງຄວາມສົນໃຈແກ່ ບັນດາສະມາຊິກສະພາແຫ່ງຊາດ ລວມທັງສື່ ມວນຊົນໃນຫລາຍຈຸດຕົ້ນຕໍແມ່ນບັນຫາທີ່ມັກເກີດຂຶ້ນທຸກມື້ນີ້ ເຊັ່ນ: ຫນຸ່ມ-ສາວບໍ່ທັນເຖິງອາຍຸ ກະສຽນ 18ປີ ແຕ່ມີຈຸດປະສົງຢາກແຕ່ງດອງ ເຊິ່ງຂັດກັບລະບຽບກົດຫມາຍ, ປາກົດການຢ່າ ຮ້າງຂອງຄອບຄົວຜົວ-ເມຍຕ່າງໆ.
   ໃນຕອນເຊົ້າວັນທີ 24 ກໍລະກົດ 2008 ທ່ານດາວອນ ຫວ່າງວິຈິດ ຫົວຫນ້າອະນຸກຳມະ ການກົດຫມາຍ ວ່າດ້ວຍຄອບຄົວ ໄດ້ຖະແຫລງຕໍ່ສື່ມວນຊົນ ວ່າ: ກົດຫມາຍຄອບຄົວສະບັບ ປັບປຸງໃຫມ່ນີ້ ໄດ້ກຳນົດຂາດຕົວວ່າ ພົນລະເມືອງລາວທຸກຄົນ ທີ່ຈະສ້າງຄອບຄົວຕ້ອງມີອາຍຸ 18 ປີຂຶ້ນໄປ ຈິ່ງອະນຸຍາດໃຫ້ແຕ່ງດອງໄດ້ ບໍ່ມີຍົກເວັ້ນກໍລະນີພິເສດຄື ສະບັບເກົ່າອີກ ຢາກ ຮຽກຮ້ອງໃຫ້ທຸກຄົນ ເອົາໃຈໃສ່ບັນຫານີ້ເປັນພິເສດເພາະຜູ້ຄົ້ນຄວ້າຮ່າງກົດຫມາຍດັ່ງກ່າວໄດ້ ຫລິງເຫັນຜົນສະທ້ອນຂອງຜູ້ທີ່ແຕ່ງກ່ອນອາຍຸ 18 ປີລູກທີ່ເກີດມາຈະບໍ່ສົມບູນດ້ານສຸຂະພາບ ຄວາມຈິງແລ້ວ ຖ້າອີງໃສ່ມາດຖານແທ້ ຕ້ອງໃຫ້ສູງກວ່ານັ້ນ ແຕ່ເນື່ອງຈາກວ່າຢູ່ບ້ານເຮົາພົນ ລະເມືອງຍັງ ມີຫນ້ອຍອີກຢ່າງຫນຶ່ງຢູ່ບາງທ້ອງຖິ່ນພັດມັກແຕ່ງດອງໄວ ລັດຖະບານ ຈິ່ງອະນຸ ຍາດໃຫ້. ຈິ່ງຢາກໃຫ້ຜູ້ເປັນພໍ່ແມ່ຂອງຄູ່ບ່າວ-ສາວເອົາໃຈໃສ່ສຶກສາອົບຮົມລູກຂອງຕົນໃຫ້ຫັນ ມາປະຕິບັດກົດຫມາຍຢ່າງຖືກຕ້ອງ ແລະ ຄູ່ບ່າວ-ສາວເອງກໍ່ຕ້ອງສຳນຶກ ເຖິງຊີວິດຂອງຄອບ ຄົວ ແລະ ອະນາຄົດຂອງລູກໃຫ້ສົມເຫດສົມຜົນ.
   ສຳລັບການເກີດມີປາກົດການຢ່າຮ້າງຂອງຄູ່ຜົວ-ເມຍ ກົດຫມາຍສະບັບນີ້ ອະນຸຍາດໃຫ້ຄູ່ ຜົວ-ເມຍ ທີ່ເຕັມໃຈຢ່າຮ້າງທັງສອງຝ່າຍໄປເຊັນຢ່າຮ້າງຢູ່ຕາມຫ້ອງການບ້ານທີ່ຕົນເອງສັງກັດ ຢູ່ເທົ່ານັ້ນ, ອີກກໍລະນີຫນຶ່ງແມ່ນອະນຸຍາດໃຫ້ຄູ່ຜົວ-ເມຍ ທີ່ເປັນຜົວ ຫລື ເມຍ ໄປບວດເກີນ ກວ່າ 3 ປີ ໂດຍບໍ່ໄດ້ຮັບຄວາມເຫັນດີຈາກອີກຝ່າຍຫນຶ່ງແລ້ວລັກ ໄປບວດເລີຍນັ້ນກົດຫມາຍ ອະນຸຍາດໃຫ້ຜູ້ທີ່ຢູ່ເຮືອນຂຽນຄຳຮ້ອງຂໍຢ່າຮ້າງໄດ້ ແຕ່ກົດຫມາຍຈະບໍ່ອະນຸຍາດໃຫ້ບຸກຄົນໃດ ຫນຶ່ງຊື້ຮ້າງຈາກຜົວ ຫລື ເມຍເດັດຂາດ ເພາະມັນຈະເປັນຊ່ອງຫວ່າງເຮັດໃຫ້ຄົນມີເງິນຫາໂອ ກາດທຳລາຍຈິດໃຈ ຫລືອະນາຄົດຂອງຄົນອື່ນໂດຍເຈຕະນາ. ສ່ວນວ່າຄູ່ຜົວ-ເມຍທີ່ມີຝ່າຍໃດ ຫນຶ່ງ ເປັນບ້າເສຍຈິດພະຍາດຕິດແປດ ແລ້ວມີອີກຝ່າຍຫນຶ່ງມາຂໍຢ່າຮ້າງຍ້ອນບໍ່ຢາກໃຫ້ເປັນ ຄູ່ຄອງຕໍ່ໄປ ສານຈະບໍ່ມີສິດເຊັນຢ່າຮ້າງໃຫ້ຕາບໃດທີ່ບໍ່ທັນໄດ້ຮັບການຢັ້ງຢືນຈາກແພດວ່າບຸກ ຄົນດັ່ງກ່າວເປັນພະຍາດຊະນິດໃດ, ປົວໄດ້ ຫລືບໍ່? ຖ້າຍັງປົວໄດ້ແມ່ນບໍ່ອະນຸຍາດໃຫ້ຢ່າຮ້າງ ໂດຍເດັດຂາດ ກໍລະນີວ່າເປັນພະຍາດທີ່ປົວບໍ່ໄດ້ແລ້ວຈະເຊັນຢ່າຮ້າງໄດ້ແຕ່ຕ້ອງໄດ້ເບິ່ງຕາມ ກໍລະນີ ຖ້າມີຜູ້ລ້ຽງດູບຸກຄົນທີ່ເປັນພະຍາດເຫລົ່ານັ້ນກ່ອນ ເພື່ອປ້ອງກັນຫາກບຸກຄົນ ດັ່ງກ່າວ ກໍ່ຄວາມເສຍຫາຍຂຶ້ນມາໃຫ້ມີຜູ້ຮັບຜິດແທນຄືນ.
   ທ່ານ ດາວອນ ກ່າວຕື່ມວ່າ: ກົດຫມາຍສະບັບນີ້, ຕາມການສະເຫນີຄຳຄິດຄຳເຫັນຂອງຜູ້ ແທນແລ້ວ ຄາດວ່າຈະໄດ້ມີການດັດແປງປະມານ 20 ມາດຕາ. ພິເສດສຸດ ການປັບປຸງຄັ້ງນີ້ ແມ່ນທາງພາກສ່ວນກ່ຽວຂ້ອງລວມທັງຜູ້ແທນປະຊາຊົນ ໄດ້ຕົກລົງກັນເອົາວັນທີ 24 ທັນວາ ຂອງທຸກໆປີເປັນວັນຄອບຄົວ, ສະນັ້ນ ທຸກປີຮອດວັນດັ່ງກ່າວ ແມ່ນອະນຸຍາດໃຫ້ບັນດາຄອບ ຄົວພົນລະເມືອງລາວ ສະເຫລີມສະຫລອງ ສະແດງຄວາມຮັກແພງຕໍ່ກັນລະຫວ່າງ ພໍ່ແມ່ລູກ. ຄາດວ່າວັນສຳຄັນດັ່ງກ່າວ ຈະໄດ້ໂຄສະນາໃຫ້ປະຊາຊົນຮັບຮູ້ໄດ້ຢ່າງກວ້າງຂວາງພາຍຫລັງ ໄດ້ຮັບການຮັບຮອງປະກາດນຳໃຊ້ຄືນໃຫມ່.

ecom


__________________
Anonymous

Date:

what ever!!

__________________
Anonymous

Date:

ຖືກຕ້ອງເໝາະສົມຫລາຍກົດໝາຍນີ້ ແຕ່ຖ້າເພິ່ນມີກົດໝາຍອອກມາຫ້າມບໍ່ໃຫ້ຮ່ວມເພດກັນກ່ອນອາຍຸ18 ຂ້ອຍຄືຊິຄາງເຫລືອງຕາຍແນ້ເລີຍ !

__________________
Anonymous

Date:

Anonymous wrote:

ຖືກຕ້ອງເໝາະສົມຫລາຍກົດໝາຍນີ້ ແຕ່ຖ້າເພິ່ນມີກົດໝາຍອອກມາຫ້າມບໍ່ໃຫ້ຮ່ວມເພດກັນກ່ອນອາຍຸ18 ຂ້ອຍຄືຊິຄາງເຫລືອງຕາຍແນ້ເລີຍ !




ໃຈໂຫດແທ້



__________________
Anonymous

Date:

AR-GNOO THAIR BOR SUMKHANH.
HAOW PIENH AR-GNOO BOR DAI
TAIR WAR HAOW PIENH TOL LERK
DAI MAIN BOR?  LEO HAOW CHAR
MAR WORRY HETH GNANG!!!!!!!

We can't change the real age, but we
can change the numbers. I married
 a 16 yers old girl from Laos, but her
age in her paperworks showed she's
40 years old.

Money talk.........


__________________
Anonymous

Date:

Anonymous wrote:

AR-GNOO THAIR BOR SUMKHANH.
HAOW PIENH AR-GNOO BOR DAI
TAIR WAR HAOW PIENH TOL LERK
DAI MAIN BOR?  LEO HAOW CHAR
MAR WORRY HETH GNANG!!!!!!!

We can't change the real age, but we
can change the numbers. I married
a 16 yers old girl from Laos, but her
age in her paperworks showed she's
40 years old.

Money talk.........




I hoped she doesn't looked 40, cus that would be pretty suck for 16 yrs old girl to look 40 also.

For me! I'm 42 yrs old female, but most people said I looked 20!wink



__________________
Anonymous

Date:

Anonymous wrote:

 

Anonymous wrote:

AR-GNOO THAIR BOR SUMKHANH.
HAOW PIENH AR-GNOO BOR DAI
TAIR WAR HAOW PIENH TOL LERK
DAI MAIN BOR?  LEO HAOW CHAR
MAR WORRY HETH GNANG!!!!!!!

We can't change the real age, but we
can change the numbers. I married
a 16 yers old girl from Laos, but her
age in her paperworks showed she's
40 years old.

Money talk.........




I hoped she doesn't looked 40, cus that would be pretty suck for 16 yrs old girl to look 40 also.

For me! I'm 42 yrs old female, but most people said I looked 20!wink

 



I believed you that you're 40 but most people said you look 20.
One of my friend she's about mid 40 but she looks too sexy and
younger than her real age. Most people in town and her co-workers
in the Bank where she's working are always saying she added more
numbers on her age to reduce working terms to get early retirement
benefits. now she looks mid 20.

My wife doesn't look 40, now she's 20. I married her last 4 years from
my home town Phone Savanh, Xieng Khuang. She's still look teen to me
and she's very good housewife. She's my bab..........bee.

 



__________________
Anonymous

Date:

Anonymous wrote:

 

Anonymous wrote:

 

Anonymous wrote:

AR-GNOO THAIR BOR SUMKHANH.
HAOW PIENH AR-GNOO BOR DAI
TAIR WAR HAOW PIENH TOL LERK
DAI MAIN BOR?  LEO HAOW CHAR
MAR WORRY HETH GNANG!!!!!!!

We can't change the real age, but we
can change the numbers. I married
a 16 yers old girl from Laos, but her
age in her paperworks showed she's
40 years old.

Money talk.........




I hoped she doesn't looked 40, cus that would be pretty suck for 16 yrs old girl to look 40 also.

For me! I'm 42 yrs old female, but most people said I looked 20!wink

 



I believed you that you're 40 but most people said you look 20.
One of my friend she's about mid 40 but she looks too sexy and
younger than her real age. Most people in town and her co-workers
in the Bank where she's working are always saying she added more
numbers on her age to reduce working terms to get early retirement
benefits. now she looks mid 20.

My wife doesn't look 40, now she's 20. I married her last 4 years from
my home town Phone Savanh, Xieng Khuang. She's still look teen to me
and she's very good housewife. She's my bab..........bee.

 

 



42 is my real age, anyways I better end this now before your lovely wife got this all wrong, well what ever you do keep on loving your wife! believe me the divorce rate don't need to get higher than this, only the stocks right?

 



__________________
Anonymous

Date:

ຖ້າເພິ່ນມີກົດໝາຍຫ້າມບໍ່ໃຫ້ຄົນອາຍຸຕ່ຳກ່ວາ18ປະສົມພັນ ບ້ານພັກຕານຄູ່ຄົງຫລົ້ມລະລາຍ.

__________________
Anonymous

Date:

ຖ້າຫາກວ່າ18 ປີຊິເຂົ້າແຕ່ງດອງໄດ້ຢູ່ບໍ່?



__________________
Anonymous

Date:

Anonymous wrote:

 

ຖ້າຫາກວ່າ18 ປີຊິເຂົ້າແຕ່ງດອງໄດ້ຢູ່ບໍ່?

 




ອ້າວ!ຖ້າກົນຫມາຍຫ້າມບໍ່ໃຫ້ແຕ່ງດອງກ່ອນ18ປີແລ້ວເຈົ້າຂຶດວ່າມັນຫມາຍຄວາມວ່າຈັ່ງໃດຊັ້ນນ່າ?confuse

ໃຫ້ລອງເອົາມາຂຶດຂັກໆເບິ່ງດຸ?

__________________
Anonymous

Date:

Anonymous wrote:

 

Anonymous wrote:

 

ຖ້າຫາກວ່າ18 ປີຊິເຂົ້າແຕ່ງດອງໄດ້ຢູ່ບໍ່?

 




ອ້າວ!ຖ້າກົນຫມາຍຫ້າມບໍ່ໃຫ້ແຕ່ງດອງກ່ອນ18ປີແລ້ວເຈົ້າຂຶດວ່າມັນຫມາຍຄວາມວ່າຈັ່ງໃດຊັ້ນນ່າ?confuse

ໃຫ້ລອງເອົາມາຂຶດຂັກໆເບິ່ງດຸ?

 



ແລະຖ້ານ້ອຍແກ່ລະແຕ່ງດອງໄດ້ຢູ່ບໍ່?

 



__________________
Anonymous

Date:

Anonymous wrote:

 

Anonymous wrote:

 

Anonymous wrote:

 

ຖ້າຫາກວ່າ18 ປີຊິເຂົ້າແຕ່ງດອງໄດ້ຢູ່ບໍ່?

 




ອ້າວ!ຖ້າກົນຫມາຍຫ້າມບໍ່ໃຫ້ແຕ່ງດອງກ່ອນ18ປີແລ້ວເຈົ້າຂຶດວ່າມັນຫມາຍຄວາມວ່າຈັ່ງໃດຊັ້ນນ່າ?confuse

ໃຫ້ລອງເອົາມາຂຶດຂັກໆເບິ່ງດຸ?

 



ແລະຖ້ານ້ອຍແກ່ລະແຕ່ງດອງໄດ້ຢູ່ບໍ່?

 

 



ເດັກນອ້ຍອັນນີ້ມັນຖາມຫຍັງວ້າ? ບໍ່ເຂົ້າໃຈດອກເດີ້!ລອງຂຽນຄຳຖາມໃຫ່ມເບິ່ງເດີ້.

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard