Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຈະ​ສ້າງ​ອະນຸສາວະລີ ຜູ້ນຳ ອີກ 6 ທ່ານ
Anonymous

Date:
ຈະ​ສ້າງ​ອະນຸສາວະລີ ຜູ້ນຳ ອີກ 6 ທ່ານ


ຄະນະຮັບຜິດຊອບພິພິທະພັນ ໄກສອນ ພົມວິຫານ ກຽມເປີດປະ ຫວັດສາດຫນ້າໃຫມ່ໃຫ້ບັນດາທ່ານ ຜູ້ນຳປະຕິວັດລາວລຸ້ນທຳອິດເພີ່ມ ອີກ 6 ທ່ານ ຄື:1. ທ່ານ ພູມີ ວົງວິຈິດ, 2.ທ່ານ ສີສົມພອນ ລໍວັນໄຊ,3. ທ່ານ ພູນ ສີປະເສີດ 4. ທ່ານ ສີທົນ ກົມມະ ດຳ,5.ທ່ານ ໄຟດ່າງ ລໍເບັຍຢາວ, 6. ທ່ານ ຕູ້ຢາ ໄຊຈູ.

ເພື່ອປະຕິບັດຫນ້າທີ່ ການເມືອງ ໃຫ້ຜົນສຳເລັດຕາມມະຕິຕົກລົງຂອງ ກົມການເມືອງສູນກາງພັກສະບັບ ເລກທີ 37/ກມສພ ລັງວັນທີ 19/6/2002ວ່າດ້ວຍການຫລໍ່ຮູບ ບັນດາ ທ່ານກົມການເມືອງທີ່ເສຍຊິວິດ ແລ້ວ ແລະ ປະຕິ ບັດຄຳສັ່ງແນະນຳ ຂອງຫ້ອງວ່າ ການສູນກາງພັກສະ ບັບເລກທີ 194/ ຫສພ ລົງວັນທີ 2/4/2008 ກ່ຽວກັບໂຄງການກໍ່ສ້າງ ອະນຸສາວະລີ ເພື່ອສະຖິດຮູບຫລໍ່ ບັນດາທ່ານຜູ້ນຳປະຕິວັດລຸ້ນທຳອິດ ໃຫ້ປະກົດຜົນເປັນຈິງ, ຄະນະຮັບ ຜິດຊອບພິພິທະພັນໄກສອນ ພົມວິ ຫານ ກຳລັງຮ່ວມມືກັບສູນວິຈິດສິນ ແລະ ການລົງທຶນພັດທະນາວັດທະ ນະທຳ ແຫ່ງ ສສ. ຫວຽດນາມ ທີ່ ຂຶ້ນກັບບໍລິສັດອິນແຕກແຊກໂກດຳ ເນີນໂຄງການກໍ່ສ້າງອະນຸສາວະລີ ບັນດາທ່ານ ຜູ້ນຳປະຕິວັດລາວດັ່ງ ກ່າວ ເພື່ອສະຖິດໄວ້ຢູ່ແຕ່ລະເຂດ ແຂວງຂອງແຕ່ລະທ່ານເພື່ອໃຫ້ນັກ ຮຽນຮູ້ປັນຍາຊົນຄົນລຸ້ນຫລັງດັ່ງ ພວກເຮົາເຈົ້າຂ້ອຍໄດ້ເຄົາລົບ, ນັບ ຖື ຕໍ່ບຸນຄຸນອັນລົ້ນເຫລືອ ແລະ ຜົນ ງານທີ່ໂດດເດັ່ນຂອງພວກເພິ່ນ ແລະ ເພື່ອໃຫ້ອະນຸສາວະລີ ກໍ່ຄືຮູບ ຫລໍ່ບັນດາທ່ານຜູ້ນຳທີ່ຈະສ້າງຂຶ້ນ ນັ້ນໄດ້ມີຄວາມຫມາຍຕິດພັນກັບ ປະຫວັດສາດຕົວຈິງ ທີ່ແຕ່ລະທ່ານ ໄດ້ນຳພາພາລະກິດປະຕິວັດ, ສ້າງ ຊື່ສຽງ ແລະ ພາລະບົດບາດໃນອະ ດີດ, ສ່ອງແສງໃຫ້ສັງຄົມເຫັນທາດ ແທ້ຄຸນສົມບັດ ສິນທຳປະຕິວັດຂອງ ພວກເພິ່ນເພື່ອຈະໄດ້ສຶກສາ, ຮຽນຮູ້ ເອົາເປັນແບບຢ່າງເຂົ້າສູ່ການດຳ ລົງຊີວິດຈິງ ແລະ ເຄື່ອນໄຫວພາ ລະກິດປະຕິວັດ ໃນສັງຄົມປະຈຸບັນ ແລະ ອະນາຄົດ; ຕໍ່ບັນຫາດັ່ງກ່າວ ກ່າວທາງກົມການເມືອງສູນກາງ ພັກໄດ້ຕົກລົງເຫັນດີເປັນເອກະພາບ ຈະສ້າງຮູບຫລໍ່ບັນດາທ່ານຜູ້ນຳ ນັ້ນໄປແຕ່ລະທ່ານ 2 ທ່ານໂດຍອີງ ຕາມການເວລາທີ່ມີຄວາມຫມາຍ ປະຫວັດສາດຂອງແຕ່ລະຄົນ, ປະຈຸ ບັນເພິ່ນໄດ້ຕົກລົງເຫັນດີສ້າງຮູບ ຫລໍ່ ທ່ານ ພູມີ ວົງວິຈິດ ແລະ ທ່ານ ຕູ້ຢາ ໄຊຈູ ສາກ່ອນ; ທັງນີ້ກໍໍ່ເພື່ອຮີບ ຮ້ອນສ້າງອະນຸສາວະລີໃຫ້ທັນສະ ຫຼອງວັນເກີດຄົບຮອບ 100 ປີ ຂອງ ທ່ານ ພູມີ ວົງວິຈິດ 6/4/1909-6/4/2009 ຊຶ່ງມີຈຸດທີ່ຕັ້ງເຫັນດີເປັນເອກະ ພາບຈະສ້າງຢູ່ດອນກາງ 3 ແຍກ ທາງເຂົ້າ ເມືອງແປກ ທາງ ທິດຕາ ເວັນຕົກ ແຂວງຊຽງຂວາງ ແລະ ທ່ານ ຕູ້ຢາ ໄຊຈູ ຄົບຮອບ 50 ປີ ວັນ ອົງອາດກ້າຫານຂອງທ່ານ ທີ່ໄດ້ນຳ ພາກອງພັນທີ 2 ຂອງຝ່າຍປະເທດ ລາວພ້ອມດ້ວຍປະຊາຊົນລາວ 80 ຄອບຄົວຜ່າວົງປິດລ້ອມຂອງສັດ ຕູທີ່ທົ່ງໄຫຫີນ ໃນວັນທີ 18/5/1959. ເມື່ອສູ່ຖານ ທີ່ຫມັ້ນໄດ້ຢ່າງປອດໄພ ຊຶ່ງຈຸດທີ່ ຕັ້ງເຫັນ ດີເປັນເອກະພາບ ຈະສ້າງອະນຸສາວະລີຂອງ ທ່ານ ຕູ້ຢາ ໄຊຈູ ຢູ່ຕໍ່ຫນ້າປະຕູໂຂງກອງ ພັນໃຫຍ່ 702 ທີ່ ຊຽງຂວາງ, ສ່ວນ ທ່ານ ໄຟດ່າງ ລໍເບັຍຢາວ ກໍມີແຜນ ຈະສ້າງ ຢູ່ແຂວງຊຽງ ຂວາງຄືກັນ ຊຶ່ງເຫັນ ດີເປັນເອກະພາບຈຸດທີ່ ຕັ້ງແລ້ວ ຢູ່ໂຮງສີເກົ່າທາງຂຶ້ນຄ້ອຍ ນ້ຳຣົວະ ທີ່ແຂວງຊຽງຂວາງ, ສຳ ລັບທ່ານຜູ້ນຳອື່ນໆ ທີ່ຢູ່ໃນແຜນ ແລ້ວນັ້ນກໍ່ ໄດ້ມີແຈ້ງການແນະນຳ ໃຫ້ການຈັດຕັ້ງທ້ອງຖິ່ນຂອງແຕ່ ລະທ່ານທີ່ກ່ຽວຂ້ອງທາບທາມ ຫາງສຽງມະຫາຊົນ, ນຳເຖົ້າແກ່ ແນວໂຮມ ກ່ຽວກັບຈຸດທີ່ຕັ້ງອະນຸ ສາວະລີຂອງແຕ່ລະທ່ານແລ້ວ ຄາດວ່າປີຕໍ່ໆ ໄປຈະລົງມືປະຕິບັດ ເຫມືອນກັນ./.


__________________
Anonymous

Date:

ຢ່າລືມສ້າງອານຸສາວະຣີ ຍາພໍ່ກະດວດ  ຂຸນບູລົມ ເຈົ້າອານຸ  ແລະອື່ນໆອີກ 

__________________
Anonymous

Date:

ເອົາເງິນໄປໃຊ້ແນວອື່ນ ຈະດີກວ່າ

__________________
Anonymous

Date:

nothing to do????????????????? phoak naew lao na darn!!!!!!!!!

__________________
Anonymous

Date:

Anonymous wrote:

ເອົາເງິນໄປໃຊ້ແນວອື່ນ ຈະດີກວ່າ





ຄະນະຮັບຜິດຊອບພິພິທະພັນໂຕະແຕກມີເງິນເຫລືອຖົງແລ້ວ ການສ້າງສາດ້ານອື່ນສາກົນຈະຊ່ອຍເຫລືອດອກ.

__________________
Anonymous

Date:

how about luong Suphanouvong!!! he is not importand?

__________________
Anonymous

Date:

Anonymous wrote:

how about luong Suphanouvong!!! he is not importand?





ເພິ່ນມີຮູບປັ້ນຫລໍ່ຢູ່ຫລວງພະບາງແລ້ວ ບໍ່ແມ່ນຫວາ?


__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard