Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຍຸກນໍ້າມັນແພງ ສາຍການບິນລາວປັບກົນລະຍຸດ
Anonymous

Date:
ຍຸກນໍ້າມັນແພງ ສາຍການບິນລາວປັບກົນລະຍຸດ




ລາຄານ້ຳມັນທີ່ສູງຂຶ້ນ ແລະມີທ່າທີທີ່ຈະສູງຂຶ້ນໄປເລື້ອຍໆນັ້ນ ໄດ້ສົ່ງຜົນກະທົບຕໍ່ທຸກຄົນ ແລະ ເກືອບທຸກຫົວຫນ່ວຍທຸລະກິດ ໂດຍສະເພາະແມ່ນ ການຂົນສົ່ງໂດຍສານບໍ່ວ່າ ຈະເປັນ ໂດຍສານທາງບົກ ຫລື ທາງອາກາດ; ຕໍ່ກັບທຸລະກິດສາຍການບິນຍິ່ງເຮັດໃຫ້ຕົ້ນທຶນການຜະ ລິດເພີ່ມຂຶ້ນລາຍຮັບພັດຫລຸດລົງ ເນື່ອງຈາກຜູ້ໂດຍສານບໍ່ເດີນທາງ ຫລືເດີນທາງດ້ວຍວິທີອື່ນ ທີ່ປະຢັດກວ່າເຮັດໃຫ້ບາງສາຍການບິນລົ້ມລະລາຍ ແລະປັບແຜນການໃຫມ່ເຊັ່ນ: ຫລຸດຜ່ອນ ຖ້ຽວບິນ ແລະ ປະຕິບັດມາດຕາການອື່ນໆ.
   ທ່ານ ລາດາ ສູນທອນ ຫົວຫນ້າພະແນກການຄ້າຂອງບໍລິສັດການບິນລາວກ່າວຕໍ່ນັກຂ່າວ ພວກເຮົາວ່າ: ຈາກສະພາບເສດຖະກິດໃນປະຈຸບັນ ໂດຍສະເພາະເລື່ອງລາຄານ້ຳມັນທີ່ສູງຂຶ້ນ ນັ້ນເຮັດໃຫ້ພວກເຮົາຕ້ອງນຳໃຊ້ກົນລະຍຸດ ຫລື ມາດຕາການຕ່າງໆ ເພື່ອຮອງຮັບກັບສະພາບ ການດັ່ງກ່າວເປັນຕົ້ນການຍົກເລີກ ຫລື ຫລຸດຜ່ອນຖ້ຽວບິນ, ປັບລາຄາ ແລະມາດຕາການສົ່ງ ເສີມການຂາຍຕ່າງໆ.
   ຈາກສະພາບເສດຖະກິດໃນປະຈຸບັນທີ່ຄ່າໃຊ້ຈ່າຍເພີ່ມຂຶ້ນທຸກຄົນຕ້ອງ ໄດ້ປະຢັດແນ່ນອນ ກຳລັງການຊື້ ກໍ່ຈະຫລຸດລົງຜູ້ປະກອບການເອງກໍ່ຕ້ອງປັບຕົວ; ມາຮອດປະຈຸບັນ ບໍລິສັດການ ບິນລາວໄດ້ຍົກເລີກຖ້ຽວບິນໄປແລ້ວ 15ຖ້ຽວບິນ. ນັບແຕ່ເດືອນ 6ເປັນຕົ້ນມາເຖິງທ້າຍເດືອນ 10 ໄດ້ລຶບລ້າງຖ້ຽວບິນ ຫລວງພະບາງ-ປາກເຊ-ສຽມຣຽບ ເຊິ່ງປົກກະຕິຈະມີອາທິດຫນຶ່ງ 4 ຖ້ຽວຍົກເວັ້ນກໍລະນີທີ່ມີ່ລູກຄ້າຈອງຖ້ຽວບິນລ່ວງຫນ້າແລ້ວ.
   ຖ້ຽວບິນວຽງຈັນ-ຫລວງພະບາງ ຈາກເມື່ອກ່ອນທີ່ເຄີຍບິນວັນລະ 3 ຖ້ຽວຫລຸດລົງມາເປັນ 2 ຖ້ຽວບິນ ເຊິ່ງເມື່ອກ່ອນຖ້ຽວບິນວຽງຈັນ-ຫລວງພະບາງ ເຖິງຈະຢູ່ໃນລະດູຝົນກໍ່ຕາມ ແຕ່ກໍ່ ມີຜູ້ໂດຍສານເຕັມ ຫລືເຖິງຂັ້ນເຫລືອ ແຕ່ໃນປະຈຸບັນ 2 ຖ້ຽວຕໍ່ວັນກໍ່ຍັງໄດ້ຫຍໍ້ໃສ່ກັນມາເປັນ ພຽງ 1 ຖ້ຽວໃນວັນໃດທີ່ບໍ່ມີຜູ້ໂດຍສານ, ທ່ານ ລາດາ ສູນທອນ ກ່າວ.
   ທ່ານລາດາ ສູນທອນກ່າວຕື່ມອີກວ່າ: ນອກຈາກມາດຕາການຫລຸດຖ້ຽວບິນລົງແລ້ວພວກ ເຮົາຍັງ ຕ້ອງໄດ້ມີການປັບລາຄາຂຶ້ນຕື່ມເຊັ່ນ: ປັບຄ່ານ້ຳມັນ YQ ເສັ້ນທາງຕ່າງປະເທດຈາກ 20 ໂດລາສະຫະລັດ ມາເປັນ 25 ໂດລາສະຫະລັດ ເຊິ່ງໄດ້ເລີ່ມປະຕິບັດແຕ່ວັນທີ 01/06/ 2008, ສຳລັບເສັ້ນທາງພາຍໃນປະເທດຈາກ 5ໂດລາສະຫະລັດມາເປັນ 8 ໂດລາສະຫະລັດ ເຊິ່ງຈະເລີ່ມປະຕິບັດແຕ່ວັນທີ 01/9/2008.ໃນວັນທີ 01/05/2008 ຜ່ານມາໄດ້ມີການປັບຂຶ້ນ ລາຄາປີ້ເຮືອບິນເສັ້ນທາງພາຍໃນປະເທດ 15%.
   ເພື່ອເປັນການສົ່ງເສີມໃຫ້ຜູ້ໂດຍ ສານ ສາຍການບິນທາງການບິນ ລາວຍັງໃຊ້ກົນລະຍຸດ ສົ່ງເສີມກາ ຂາຍໂດຍການເຮັດ ແພັກເກັດຈ໌ທົວ (package tour) , ຂາຍໃນລາຄາພິເສດ (promotion Fare) ແລະນະໂຍບາຍພິເສດໃຫ້ແກ່ຜູ້ໂດຍສານເຊັ່ນ: ຊື້ຫນຶ່ງແຖມຫນຶ່ງ ເພື່ອ ກະຕຸ້ນການເດີນທາງ.
   ທ່ານ ລາດາ ສູນທອນ ຍອມຮັບວ່າລາຍໄດ້ໂດຍລວມຂອງບໍລິສັດແມ່ນໄດ້ຮັບຜົນກະທົບ, ແຕ່ຜົນປະກອບການຂອງສອງປີຜ່ານມາ ແມ່ນເປັນທີ່ຫນ້າພໍໃຈ ເຊັ່ນ: ໃນປີ 2006 ມີຜູ້ໂດຍ ສານ 275.000ເທື່ອຄົນ, ໃນປີ 2007 ມີຜູ້ໂດຍສານ 322.000 ເທື່ອຄົນ ແລະໃນປີ 2008 ຕັ້ງເປົ້າໃຫ້ມີການເພີ່ມຂຶ້ນຈາກຕົວເລກເດີມ ອີກ 30% ເຖິງຈະປະສົບກັບບັນຫາລາຄານ້ຳມັນ ທີ່ສູງຂຶ້ນ ແຕ່ກໍ່ຈະພະຍາຍາມເຮັດໃຫ້ໄດ້ຕາມເປົ້າຫມາຍ. ນອກຈາກນີ້ ເພື່ອຮອງຮັບການຂະ ຫຍາຍຕົວຂອງເຂດເສດຖະກິດພິເສດ ແລະ ການທ່ອງທ່ຽວຂອງແຂວງສະຫວັນນະເຂດ ບໍລິ ສັດການບິນລາວ ຈະໄດ້ເປີດຄືນຖ້ຽວບິນວຽງຈັນ-ສະຫວັນນະເຂດອາທິດຫນຶ່ງ 3 ຖ້ຽວໃນວັນ ທີ 15/8/2008 ນີ້; ໃນວັນທີ 22/10/2008 ຈະເປີດຖ້ຽວບິນສະຫວັນນະເຂດ-ບາງກອກຕື່ມ ອີກອາທິດຫນຶ່ງ 3 ຖ້ຽວ.

ecom


__________________


Veteran Member

Status: Offline
Posts: 78
Date:

ຮອດລິດລະໜື່ນກີບແລ້ວບໍ? ບ້ານຂ້ອຍນໍ້າມັນກາຫອຍ $3.75/gal ແລ້ວ ຖ້າຂຶ້ນຫລາຍກ່ວານີ້ກະຊິໄດ້ປ່ຽນໄປໃຊ້ນໍ້າມັນກາເຕົ່າອີກລະ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard