Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລາວຕັ້ງເປົ້າ ເປັນອັນດັບ1ຂອງໂລກ ຜະລິດbioethanol !!!
Anonymous

Date:
ລາວຕັ້ງເປົ້າ ເປັນອັນດັບ1ຂອງໂລກ ຜະລິດbioethanol !!!

ຄວາມຫວັງທີ່ລາວຄາດໄວ້ວ່າຈະເປັນປະເທດຜະລິດນ້ຳມັນຂຽວ(ຊີວະພາບ) ນຳຫນ້າໂລກ ໃນປີ 2020 ໃກ້ຈະເປັນຈິງ ເມື່ອໂຄງການກໍ່ສ້າງໂຮງງານຜະລິດນ້ຳມັນຊີວະພາບທີ່ ແຂວງ ວຽງຈັນ ໄດ້ເລື່ອນການກໍ່ສ້າງແບບບໍ່ມີກຳນົດກາຍເປັນມາຮູບປະທຳຫລາຍຂຶ້ນ ລວມທັງ ໂຄງ ການປູກຫມາກເຍົາຈຳນວນ 100.000 ເຮັກຕາຂອງ 2ແຂວງພາກກາງ ແລະໃຕ້. ພາຍຫລັງ ໂຄງການໄດ້ເຊັນບົດບັນທຶກ ຄວາມເຂົ້າໃຈກັບລັດຖະບານລາວ ແລະ ຈະເລີ່ມຜະລິດພາຍໃນ 2009-2010 ພ້ອມ ເພີ່ມທຶນຈຳນວນຈາກ 40 ລ້ານ ມາເປັນ 70 ລ້ານໂດລາສະຫະລັດ.

   ກ່ອນນັ້ນ ກຸ່ມບໍລິສັດໂຄລາວ ແລະບໍລິສັດໄບໂອເອັນເນີຈີ ຈຳກັດມີແຜນຈະສ້າງໂຮງງານ ຜະລິດນ້ຳມັນຊີວະພາບ ທີ່ບ້ານຈິງເມືອງໂພນໂຮງແຂວງວຽງຈັນໄດ້ຖືກເລື່ອນໂຄງການກໍ່ສ້າງ ອອກແບບບໍ່ເປັນທາງການ ແລະ ແຜນການປູກຫມາກເຍົາ ຈຳນວນ 50.000 ເຮັກຕາ ກວມ ເອົາ 9 ເມືອງແຂວງວຽງຈັນ ແລະອີກ 50.000 ເຮັກຕາ ທີ່ແຂວງຈຳປາສັກ. ບັດນີ້ໂຄງການ ດັ່ງກ່າວເລີ່ມຈະເປັນຮູບປະທຳຫລາຍຂຶ້ນ ເມື່ອສອງບໍລິສັດດັ່ງກ່າວໄດ້ ເຊັນບົດບັນທຶກຄວາມ ເຂົ້າໃຈກັບລັດຖະບານລາວ ເມື່ອວັນທີ 18 ມິຖຸນາຜ່ານມາ ທີ່ນະຄອນຫລວງວຽງຈັນ.

   ຕາມຕົວເລກການລົງທຶນໃນເບື້ອງຕົ້ນຂອງໂຄງການດັ່ງກ່າວ ຈະໃຊ້ກ້ອນເງິນ 40 ລ້ານ ກວ່າໂດລາສະຫະລັດ ອາດຈະເພີ່ມຂຶ້ນມາເປັນ 70 ລ້ານ ໂດລາສະຫະລັດ, ຄາດວ່າຈະເລີ່ມ ນຳໃຊ້ໄດ້ລະຫວ່າງປີ 2009-2010. ທ່ານ ໂຮວອນຊອຍປະທານບໍລິສັດໂຄລາວກ່າວ. ຢ່າງ ໃດກໍ່ດີການລາຍງານດັ່ງກ່າວບໍ່ໄດ້ລະບຸເຖິງລາຍລະອຽດ ກ່ຽວກັບການກຳນົດການກໍ່ສ້າງໂຮງ ງານດັ່ງກ່າວ ເປັນທີ່ຊັດເຈນ.

   ເຖິງຢ່າງໃດກໍ່ຕາມກ່ອນຫນ້ານັ້ນ ທ່ານ ດຣ. ຄຳຂັນ ນະພາວົງ ປະທານບໍລິສັດໂຄລາວ ເຄີຍໃຫ້ສຳພາດກັບນັກຂ່າວເສດຖະກິດ-ສັງຄົມວ່າ: ຖ້າຫາກໂຄງການດັ່ງກ່າວສຳເລັດລາວຈະ ເປັນປະເທດ ທີ່ສາມາດຜະລິດນ້ຳມັນໄບໂອດີເຊລໄດ້ຫລາຍ ແລະ ຈະກາຍເປັນອັນດັບຫນຶ່ງ ຂອງໂລກ. ເນື່ອງຈາກກຸ່ມບໍລິສັດໂຄລາວມີເນື້ອທີ່ປູກຫມາກເຍົາທັງຫມົດ 1ແສນເຮັກຕາ ໃນ ແຂວງພາກກາງ ແລະ ພາກໃຕ້, ຄາດວ່າຈະມີກຳລັງການຜະລິດ ທັງຫມົດ 100.000 ຫາ 150.000 ໂຕນຕໍ່ປີ ໂດຍຈະມີຕະຫລາດເບື້ອງຕົ້ນທີ່ລາວ ແລະ ສ ເກົາຫລີ.

   ເຊັ່ນດຽວກັນກັບທ່ານ ຄຳ ຊະນະແຕ້ມ ຮອງຫົວຫນ້າກົມສົ່ງເສີມກະສິກຳ ແລະປ່າໄມ້ໄດ້ ໃຫ້ທັດສະນະວ່າ: ອາດເປັນໄປໄດ້ໃນປີ2020 ທີ່ລາວເຮົາຈະເປັນປະເທດນຳຫນ້າໃນການຜະ ລິດນ້ຳມັນຊີວະພາບ (Biofuel) ໂດຍແບ່ງອອກເປັນ 2 ປະເພດຄື: ປະເພດທີ 1 ນ້ຳມັນໄບ ໂອດີເຊລ(ຕະກູນນ້ຳມັນກາຊວນ)ທີ່ມາຈາກຫມາກເຍົາ, ປາມ, ຫມາກພ້າວ, ຖົ່ວ, ແກ່ນດອກ ຕາເວັນ, ນ້ຳມັນທີ່ໃຊ້ແລ້ວ, ໄຂມັນສັດ ແລະປະເພດ 2 ນ້ຳມັນແອນຕານອລ (Bioethanol) ທີ່ມາຈາກອ້ອຍ, ມັນຕົ້ນ, ເຂົ້າ, ສາລີ. ນອກຈາກກຸ່ມບໍລິສັດໂຄລາວ ຍັງມີບໍລິສັດປະທຸມພອນ ໂພຣສ໌ເປິຣິຕິການກະເສດ, ສະມາຄົມສົ່ງເສີມການຜະລິດປອດສານພິດ, ບໍລິສັດວາຍແອນພີ ກະເສດ, ບໍລິສັດພັນປີກຣຸບ.

ຫລ້າສຸດຫວ່າງບໍ່ດົນມານີ້ ບໍລິສັດພັດທະນາລາວພັດທະນາປູກປາມ ແລະ ອຸດສາຫະກຳ ນ້ຳມັນປາມຄົບວົງຈອນ ທີ່ມີຈຸດປະສົງຢາກມາພັດທະນາປາມເພື່ອປຸງແຕ່ງນ້ຳມັນ ພືດເປັນອາ ຫານຂອງຄົນ ແລະນ້ຳມັນຊີວະພາບ. ບໍລິສັດດັ່ງກ່າວຈະເປັນສາຂາປູກປາມໃນລາວ ໂດຍຈະ ເລີ່ມໃນປີ 2009 ຫາ 2018 ໂດຍຈະເລີ່ມຈາກນະຄອນຫລວງວຽງຈັນ, ແຂວງວຽງຈັນ ແລະ ແຂວງອັດຕະປື. ຕາມຕົວເລກແຜນການເບື້ອງຕົ້ນ ບໍລິສັດດັ່ງກ່າວ ຈະປູກແຂວງລະ 10 ພັນ ເຮັກຕາ, ຄາດວ່າຈະສາມາດຜະລິດນ້ຳມັນຊີວະພາບໄດ້ 80ໂຕນຕໍ່ວັນ. ບໍ່ສະເພາະແຕ່ບໍລິສັດ ພັດທະນາປູກປາມ ແລະ ອຸດສາຫະກຳນ້ຳມັນປາມຄົບວົງຈອນເທົ່ານັ້ນທີ່ຈະປູກໃນລາວ ຍັງມີ ບໍລິສັດຍັກໃຫຍ່ຢ່າງທີ່ຊີພີປະເທດໄທ ກໍ່ໄດ້ສົນໃຈປູກປາມໃນລາວເຊັ່ນດຽວກັນ. ໂດຍມີແຜນ ຈະປູກທັງພາຍໃນ ແລະ ຕ່າງປະເທດໄດ້ 500.000 ໄລ່.

   ຈາກການລົງທຶນຄືດັ່ງກ່າວເປັນທີ່ຈັບຕາເບິ່ງຕໍ່ໄປວ່າ ປະເທດລາວຈະເປັນປະເທດນຳຫນ້າ ໃນການຜະລິດນ້ຳມັນຊີວະພາບໄດ້ຈິງ ຫລືບໍ່? ເນື່ອງຈາກຫລາຍປະເທດໃນໂລກກໍ່ໄດ້ສົ່ງເສີມ ໃຫ້ມີການປູກພືດຊະນິດດັ່ງກ່າວ ເຊັ່ນດຽວກັນ ເພື່ອຫລຸດຜ່ອນການນຳເຂົ້ານ້ຳມັນເປັນຕົ້ນ: ສ ອາເມລິກາ ມີອັດຕາສ່ວນຊົມໃຊ້ເຖິງ 20%, ຝຣັ່ງ 30%, ເຢຍລະມັນ 100% ແລະ ອີຕາລີ 100% (ອີງຕາມຂໍ້ມູນກອງປະຊຸມປະເມີນຜົນການພັດທະນາ ພະລັງງານທົດແທນຊົນນະບົດ ເມື່ອທ້າຍປີ 2007 ຜ່ານມາ ທີ່ໂຮງແຮມໂນໂວເທລ ນະຄອນຫລວງວຽງຈັນ).
   ຕາມແຜນການເບື້ອງຕົ້ນທີ່ຈະນຳໃຊ້ນ້ຳມັນຊີວະພາບໃຫ້ໄດ້ເປັນທາງການເຊັ່ນ: ປີ 2010 ຈະນຳໃຊ້ນ້ຳມັນຊີວະພາບ B2, ປີ 2012 ຈະນຳໃຊ້ B5, ປີ 2015 ຈະນຳໃຊ້ B10 ແລະ ປີ 2020 ຈະ ນຳໃຊ້ B15. ເຖິງຢ່າງໃດກໍ່ດີໂຄງການປູກພືດໄບໂອດີເຊລ ຢູ່ໃນລາວ ສ່ວນ ຫລວງຫລາຍຍັງຢູ່ໃນຂັ້ນຕອນການຊອກຫາທີ່ດິນສຳລັບປູກ, ການດຳເນີນປູກໄປແລ້ວແຕ່ຍັງ ບໍ່ທັນໄລຍະເກັບກູ້ເພື່ອມາຜະລິດ ແລະ ຫລາຍບໍລິສັດສົນໃຈມາລົງທຶນໃນລາວ, ຫລ້າສຸດບໍລິ ສັດຈາກໄທ ໄດ້ສົນໃຈລົງທຶນປູກຫມາກເຍົາໃນແຂວງຫລວງພະບາງ ຈຳນວນຫລາຍພັນເຮັກ ຕາ (ອີງຕາມການລາຍງານ ກົມປູກຝັງຂອງພະແນກກະສິກຳ ແລະ ປ່າໄມ້ແຂວງຫລວງພະ ບາງ).

   ນັບແຕ່ປີ2006 ເປັນຕົ້ນມາລັດຖະບານລາວໄດ້ມີນະໂຍບາຍສົ່ງເສີມປູກຫມາກເຍົາ, ປາມ ແລະ ອື່ນໆ ເພື່ອຜະລິດເປັນນ້ຳມັນຊີວະພາບຫລຸດການນຳເຂົ້າພາຍຫລັງລັດຖະບານແຫ່ງ ສ ປປ ລາວ ໄດ້ມີຄຳສັ່ງວ່າດ້ວຍການປະຢັດນ້ຳມັນເຊື້ອໄຟສະບັບເລກທີ 09/ນຍ ລົງວັນທີ 25 ພຶດສະພາ ເມື່ອປີ 2006 ຜ່ານມາ.

__________________
Anonymous

Date:
RE: ລາວຕັ້ງເປົ້າ ເປັນອັນດັບ1ຂອງໂລກ ຜະລິດbioethanol !!!

ໃຜມີຂ່າວຄືບໜ້າ ຊ່ອຍມາເວົ້າສູ່ຟັງແດ່, ຂອບໃຈ.

__________________
Anonymous

Date:

Anonymous wrote:

Is it the new liquor for thai consumer?

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard