Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເຫດສະຫຍອງຂວັນ ຂົ່ມຂືນແລ້ວຂ້າ !!!

Senior Member

Status: Offline
Posts: 428
Date:
ເຫດສະຫຍອງຂວັນ ຂົ່ມຂືນແລ້ວຂ້າ !!!

ຄະດີຮ່ວມຫົວກັນຂົ່ມຂືນສຳເລົາແລ້ວຂ້າ ໄດ້ແກ່ຍາວຜ່ານການຕັດສິນຈິ່ງຮູ້ໄດ້ວ່າ ແມ່ນບັນ ຫາຄວາມຮັກເມື່ອຄົນຮັກຈະແຕ່ງດອງກັບຄົນຮັກໃຫມ່ ຢ່າງບໍ່ມີອາໄລອາວອນໃນທີ່ສຸດກໍ່ຊອກ ຫາທຸກວິທີທາງເອົາຊະນະໃຈ ໂດຍບໍ່ຄິດຢ່າງຖີ່ຖ້ວນຕໍ່ການກະທຳຂອງຕົນວ່າ ຜົນໄດ້ຮັບອອກ ມາເປັນຄືແນວໃດ.

   ເຫດສະຫຍອງຂວັນເກີດຂຶ້ນແຕ່ວັນທີ 17 ກັນຍາ 2004 ຢູ່ບ້ານໃຫມ່ນາສັກເມືອງຊະນະ ຄາມ ແຂວງວຽງຈັນ ເຖິງເຫດການກະທຳພົ້ນໄປຫລາຍປີແລ້ວກໍ່ຕາມ ເລື່ອງ ສະຫຍອງຂວັນ ເຫລົ່ານີ້ ຍັງຕິດຕາ ແລະ ຕຳໃຈຜູ້ຄົນມາຕະຫລອດ, ຜູ້ຕ້ອງຫາພວກນີ້ແມ່ນ ທ້າວ ຕິດ ອາຍຸ 35 ປີອາຊີບເຮັດນາ, ທ້າວ ສອນເພັດ ອາຍຸ 18 ປີ, ອາຊີບ ເຮັດນາ, ທ້າວວິລຸດ ອາຍຸ 14 ປີ ອາຊີບເຮັດນາ, ທ້າວ ສົມຈິດ ອາຍຸ 14 ອາຊີບເຮັດນາບ້ານ ແລະ ເມືອງດຽວກັນ ໄດ້ຂົ່ມ ຂືນທຳສຳເລົານາງ ແພງ ອາຍຸ 19 ປີ ອາຊີບເຮັດນາຢູ່ບ້ານນາສັກ ເມືອງຊະນະຄາມ.
 
ຕາມ ການສືບສວນ-ສອບສວນຂອງເຈົ້າຫນ້າທີ່ຕຳຫລວດ ພວກກ່ຽວທັງ 4 ຄົນ ຮັບສາລະພາບວ່າ: ໄດ້ກະກຽມວາງແຜນ ແລະຕິດຕາມ ນາງ ແພງ ມາຕະຫລອດ, ຫລັງຈາກ ນາງ ແພງ ຄອບ ເລີກກັບທ້າວ ສອນເພັດ ແລະ ຈະແຕ່ງດອງກັບຄົນຮັກໃຫມ່ຍ້ອນຄວາມຄຽດແຄ້ນ ແລະເສຍ ໃຈຫລາຍບວກໃສ່ກັບຄວາມຮັກໃນໄລຍະຜ່ານມາ ທີ່ທ້າວ ຕິດຫລົງ ຮັກນາງ ແພງ ຂ້າງດຽວ ມາກ່ອນແຕ່ນາງ ແພງ ບໍ່ຮັກຕອບເລີຍໄດ້ຊັກຊວນຫມູ່ຊື່ ທ້າວ ສອນເພັດ ມາລົມນາງ ແພງ ຈົນເຮັດໃຫ້ນາງແພງ ມັກຮັກກັບທ້າວ ສອນເພັດ ໄລຍະຫນຶ່ງນາງ ແພງ ພັດມີແຟນໃຫມ່ອີກ ຍ້ອນຄວາມຄຽດແຄ້ນແຫນ້ນໃຈດັ່ງກ່າວ ພວກກ່ຽວຈິ່ງໄດ້ວາງແຜນເຕົ້າໂຮມພັກພວກ ທີ່ບອກ ໄດ້ໃຊ້ຟັງ. ພາຍຫລັງທີ່ເຕົ້າໂຮມເອົາພັກພວກໄດ້ແລ້ວ ມາຮອດວັນທີ 16 ກັນຍາ 2004 ເວ ລາ 20:00 ໂມງກາງຄືນພວກກ່ຽວໄດ້ມາຕິດຕາມການໄປ-ມາຂອງນາງແພງ ເວລານັ້ນພວກ ກ່ຽວໄດ້ຍິນນາງ ແພງ ຊັກຊວນເອົາເອື້ອຍໄປເອົາຟືນມາດັງ, ແຕ່ເອື້ອຍຂອງ ນາງ ແພງ ໄດ້ ຕອບນ້ອງວ່າ: ກູບໍ່ໄປ ໃຫ້ມຶງໄປຜູ້ດຽວສາ, ຕົກມາຮອດວັນທີ 17 ກັນຍາ 2004 ນາງ ແພງ ໄດ້ໄປເອົາຟືນຄົນດຽວພໍໄດ້ໂອກາດເວລາ 6:00 ໂມງເຊົ້າ ທ້າວຕິດ ຜູ້ຫລົງຮັກຂ້າງດຽວຂອງ ນາງ ແພງ ໄດ້ໄປຊວນເອົາທ້າວ ສອນເພັດ ຜູ້ທີ່ຕົນພາໄປລົມກັບ ນາງ ແພງ, ທ້າວ ວິລຸດ ແລະທ້າວ ສົມຈິດ ອອກຕາມຫລັງນາງ ແພງ ເມື່ອໄປຮອດແຄມເຮືອນຂອງນາງ ແພງ ພວກ ກ່ຽວໄດ້ລີ້ຢູ່ກ້ອງກົກບົກ ພໍດີເຫັນ ນາງ ແພງ ລົງເຮືອນໄປເອົາຟືນຢູ່ປ່າເລົ່າ. ຈາກນັ້ນ ພວກ ກ່ຽວກໍ່ໄດ້ໄປ ເມື່ອໄປຮອດປ່າກໍ່ໄດ້ເຫັນນາງ ແພງ. ທ້າວ ຕິດ ໄດ້ບອກໃຫ້ທ້າວ ສົມຈິດ ໄປ ຈອບເບິ່ງໃຫ້ແນ່ໃຈວ່າແມ່ນ ນາງ ແພງ ແທ້ບໍ, ລາວມາ ກັບໃຜ ເມື່ອທ້າວ ຕິດ ໄປເຫັນວ່າ ນາງ ແພງ ແລ້ວຈິ່ງພ້ອມກັນລົງມືປະຕິບັດຕາມແຜນທີ່ວາງໄວ້ມາກ່ອນຫນ້າແລ້ວທຳການຂົ່ມ ຂືນທຳສຳເລົານາງຈົນສຳເລັດ ຈາກນັ້ນ ທ້າວ ຕິດ ກໍ່ໄດ້ຈົກເອົາມີດທີ່ກະກຽມມາແທງໃສ່ທ້ອງ ຂອງນາງ ແພງ ຫລາຍເທື່ອແລ້ວເອົາມີດຍື່ນໃຫ້ພັກພວກອີກແທງໃສ່ທ້ອງຂອງນາງ ເຮັດໃຫ້ ນາງສະຫລົບແລ້ວພວກກ່ຽວຄິດວ່ານາງຕາຍແລ້ວ ຈິ່ງພາ ກັນຫນີໄປ ຈາກນັ້ນນາງ ແພງ ຜູ້ ຖືກເຄາະຮ້າຍຟື້ນບ້າເລືອດ ແລ່ນມາຕາຍຢູ່ເຮືອນ ພໍມາຮອດເຮືອນນາງ ແພງ ກໍ່ກັ້ນໃຈຕາຍ ຢ່າງບໍ່ໄດ້ສັ່ງໃຜ ຍ້ອນຄວາມເຈັບປວດທໍລະມານ ອົດທົນຕໍ່ຄວາມເຈັບບໍ່ໄດ້ ແລະ 4 ຄົນ ໄດ້ ຖືກຈັບໃນເວລາຕໍ່ມາການດຳເນີນຄະດີຂອງເຈົ້າຫນ້າທີ່ແມ່ນໃຊ້ເວລາ 6 ເດືອນ ກັບ 19 ວັນ ຈິ່ງສຳເລັດ ແລະຈະແຈ້ງຕົກມາຮອດວັນທີ 5 ເມສາ 2005 ທາງເຈົ້າຫນ້າທີ່ຕຳຫລວດແຂວງ ຈິ່ງລວບລວມສຳເນົາຄະດີ ສົ່ງໃຫ້ໄອຍະການແຂວງສືບຕໍ່ດຳເນີນຕາມຂັ້ນຕອນກົດຫມາຍ ມາ ຮອດວັນທີ 27 ຕຸລາ 2005 ໄອຍະການແຂວງ ຈິ່ງໄດ້ຖະແຫລງຕໍ່ສານປະຊາຊົນແຂວງວຽງ ຈັນ ຕັດສິນລົງໂທດຈຳເລີຍທັງ 4 ຄົນຕາມການຄົ້ນຄວ້າລາຍຄະດີຢ່າງລະອຽດ ແລະຖີ່ຖ້ວນ ແລ້ວຕັດສິນຈຳເລີຍຜູ້ທີ 1 ຕັດສິນທ້າວ ຕິດ ໃຫ້ຈຳຄຸກ 20 ປີ ໃຊ້ແທນຄ່າເສຍຫາຍ 15.10 5.000 ກີບ ແລະ ປັບໃຫມ 20.000.000 ກີບ. 2 ຕັດສິນລົງໂທດ ທ້າວ ສອນເພັດ ຈຳຄຸກ 18 ປີ ໃຊ້ແທນຄ່າເສຍຫາຍ 15.105.000 ກີບ,ເສຍຄ່າປັບໃຫມ 18.000.000 ກີບ, ສ່ວນ ທ້າວ ວິລຸດ ແລະ ທ້າວ ສົມຈິດ ຈຳເລີຍຜູ້ທີ 3 ແລະ 4 ອາຍຸທັງ ສອງຄົນພຽງແຕ່ 14 ປີ. ນີ້ແຫລະເພິ່ນວ່າ: ໂມໂຫພາໂຕຕົກຕຳ, ກ່ອນຈະທຳຫຍັງເຮັດຫຍັງລົງໄປຄວນຄຳນຶງເຖິງ ບັນ ຫາທີ່ຈະຕາມມາພາຍຫລັງ ບໍ່ດັ່ງນັ້ນ ຜົນກໍ່ອາດເປັນດັ່ງ 4 ຫນຸ່ມນີ້ ຜູ້ເສຍໃຈ, ເສຍເງິນ, ຄຳ ແມ່ນພໍ່ແມ່ ແລະ ພີ່ນ້ອງທ່ານເອີຍ.

source: ecom

-- Edited by samakomlao at 13:56, 2008-05-21

__________________
Anonymous

Date:

ໂຫດ ຫ້ຽມ ອຳມະຫິດຫລາຍ. ຂ້າຄົນຕາຍທັງຄົນຖືກຄຸກແຕ່18ປີ ຖືວ່າອະຍຸຕິທັມແກ່ຜູ່ເຄາະຮ້າຍເກີນໄປ !

__________________
Anonymous

Date:

ໂທດເບົາເກີນເຫດຖ້າທຽບກັບຄວາມຜິດຂ້າຄົນໂດຍເຈດຕະນາ
ມີການວາງແຜນໄວ້ລ່ວງໜ້າ
ຂ້ອຍໄດ້ກິ່ນບໍ່ຄ່ອຍດີກັບຄຳຕັດສິນຄະດີນີ້

__________________
Anonymous

Date:

ດີແລ້ວໄດ້ເທົ່ານີ້  ນ້ອງຊາຍຂ້ອຍຖືກຍົວະຈາກໝູ່ ໄປຊື້ລົດໄໝ່ ຫຼືຈະວ່າ ເອົາເງີນໄປນຳເພື່ອຮັບເອົາລົດມາເລີຍຢູ່
ເຂດເຄື່ອນນ້ຳງຶ່ມ ສູດທ້າຍເຂົາກໍ່ຂ້າເອົາແຕ່ເງີນລ້າໆ ເຮັດຫັຍງບໍ່ໄດ້ ເພາະບໍ່ມີພິຍານnonono

__________________
Anonymous

Date:

Anonymous wrote:

ດີແລ້ວໄດ້ເທົ່ານີ້  ນ້ອງຊາຍຂ້ອຍຖືກຍົວະຈາກໝູ່ ໄປຊື້ລົດໄໝ່ ຫຼືຈະວ່າ ເອົາເງີນໄປນຳເພື່ອຮັບເອົາລົດມາເລີຍຢູ່

ເຂດເຄື່ອນນ້ຳງຶ່ມ ສູດທ້າຍເຂົາກໍ່ຂ້າເອົາແຕ່ເງີນລ້າໆ ເຮັດຫັຍງບໍ່ໄດ້ ເພາະບໍ່ມີພິຍານnonono

ເຈົ້າກະຊ່າງເວົ້າອອກມາໄດ້ ເງິນກັບຊີວິດຄົນມັນຕ່າງກັນເນີ: ເງິນສາມາດຫາໃໝ່ໄດ້ ສ່ວນຊີວິດເດ໋ຊຸບຂຶ້ນມາໃໝ່ໄດ້ເບາະ? ຢູ່ຕ່າງປະເທດຫັ້ນນະ ຄະດີຂົ່ມຂືນຈະຖືກລົງໂທດໜັກທີ່ສຸດຢ່າງນ້ອຍກະຕ້ອງຕິດຄຸກ20ປີ ອັນນີ້ຂົ່ມຂືນແລ້ວຍັງຂ້າອີກ ສົມຄວນຖືກປະຫານຫລືບໍ່ຊັ້ນກໍ່ຕິດຄຸກຕະລອດຊີວິດ. ຣະບົບຍຸຕິທັມຂອງຣັຖບານລາວອາຈະບໍ່ຍຸຕິທັມແລ້ວເດີ ຖ້າເປັນແບບນີ້ !!!!

ແມ່ນແລ້ວ ຄົນຮັ່ງບໍ່ມີສິດເຂົ້າຄູກ ຄົນທູກບໍ່ມີສິດເຂົ້າໂຮງໝໍ. ອີກຢ່າງນື່ງຄູກຢູ່ເມືອງລາວ ກໍ່ເທົ່າກັບໂທດ

ປະຫານຊີວິດທາງເປັນຢູ່ແລ້ວ, ຖ້າບໍ່ຕາຍ ກໍ່ລ້ຽງໄມ້ໂຕເໝືອນຄົນໄທເວົ້າ  ດີທີ່ສູດ ພວກເລົ່ານີ້ຕ້ອງສົ່ງເຂົ້າມາ

ຄູກສາມເຄ້ຢູ່ວຽງຈັນເດີ  ໂອຍອດຊີວິດ!!!

__________________
Anonymous

Date:

Anonymous wrote:

Anonymous wrote:

ດີແລ້ວໄດ້ເທົ່ານີ້  ນ້ອງຊາຍຂ້ອຍຖືກຍົວະຈາກໝູ່ ໄປຊື້ລົດໄໝ່ ຫຼືຈະວ່າ ເອົາເງີນໄປນຳເພື່ອຮັບເອົາລົດມາເລີຍຢູ່

ເຂດເຄື່ອນນ້ຳງຶ່ມ ສູດທ້າຍເຂົາກໍ່ຂ້າເອົາແຕ່ເງີນລ້າໆ ເຮັດຫັຍງບໍ່ໄດ້ ເພາະບໍ່ມີພິຍານnonono

ເຈົ້າກະຊ່າງເວົ້າອອກມາໄດ້ ເງິນກັບຊີວິດຄົນມັນຕ່າງກັນເນີ: ເງິນສາມາດຫາໃໝ່ໄດ້ ສ່ວນຊີວິດເດ໋ຊຸບຂຶ້ນມາໃໝ່ໄດ້ເບາະ? ຢູ່ຕ່າງປະເທດຫັ້ນນະ ຄະດີຂົ່ມຂືນຈະຖືກລົງໂທດໜັກທີ່ສຸດຢ່າງນ້ອຍກະຕ້ອງຕິດຄຸກ20ປີ ອັນນີ້ຂົ່ມຂືນແລ້ວຍັງຂ້າອີກ ສົມຄວນຖືກປະຫານຫລືບໍ່ຊັ້ນກໍ່ຕິດຄຸກຕະລອດຊີວິດ. ຣະບົບຍຸຕິທັມຂອງຣັຖບານລາວອາຈະບໍ່ຍຸຕິທັມແລ້ວເດີ ຖ້າເປັນແບບນີ້ !!!!

Rape & murder case is life sentense behind " HONG KONG" in USA,
some State sentense to die.

They should get life sentense for this crime.
Laos PDR law sentense to die only politic crimes.
 
__________________
Anonymous

Date:

ດຽວນີ້ມີແຕ່ຂ່າວການຂົ່ມຂືນ, ສອງປີກ່ອນກະມີຂ່າວອອກໜັງສືພິມວຽງຈັນໃໝ່ວ່າພໍ່ໃຈມານຂົ່ມຂືນລູກສາວອາຍຸ13ປີ ແລະຢູ່ແຂວງຜົ້ງສາລີກໍ່ມີຕູ້ໜຶ່ງຂົ່ມຂືນຫລານສາວອາຍຸ10ປີ ໃຜຢາກຮູ້ລາຍລະອຽດກໍ່ເຂົ້າໄປອ່ານເອົາເນີ.
http://punlao.com/spngieng/diary/4744/

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard