Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໄດ້ແລ້ວ ນາງສັງຂານເມືອງຫາດຊາຍຟອງ !!!


Senior Member

Status: Offline
Posts: 428
Date:
ໄດ້ແລ້ວ ນາງສັງຂານເມືອງຫາດຊາຍຟອງ !!!




ການປະກວດນາງສັງຂານ ຂອງເມືອງຫາດຊາຍຟອງ ກໍ່ໄດ້ສຳເລັດເປັນທີ່ຮຽບຮ້ອຍໃນຄືນ ວັນທີ 6ເມສາ 2008 ຜ່ານມາທີ່ສວນວັດທະນະທຳແຫ່ງຊາດຜູ້ທີ່ໄດ້ຮັບຕຳແຫນ່ງອັນດັບຫນຶ່ງ ໄປຄອງໄດ້ ແກ່ນາງ ອຸດາໄລ ວິໄລພົງສາ (ຕຸງ) ເປັນນັກສຶກສາຈາກວິທະຍາ ໄລລາວທ໋ອບ ປີ 1 ໃນສາຂາພາສາອັງກິດອາຍຸ 17 ປີ ບ້ານດົງໂພສີເມືອງຫາດຊາຍຟອງ ນະຄອນຫລວງ ວຽງຈັນ ດ້ວຍຄະແນນລວມ 155 ຄະແນນ.

   ຜ່າການຄັດເລືອກຕົວແທນຂອງແຕ່ລະບ້ານມີຜູ້ເຂົ້າປະກວດທັງຫມົດ 15 ນ້ອງນາງສາວ. ການປະກວດຄັດເລືອກຮອບທີ 1 ຈັດຂຶ້ນວັນທີ 5 ເມສາ ເລືອກເອົາ 7 ນ້ອງ ແລະຮອບຕັດ ເຊືອກຈັດຂຶ້ນໃນວັນທີ 6 ເມສາ ທັງ 7 ນ້ອງນາງສາວກ່ອນຈະຂຶ້ນປະກວດໃນຮອບຕັດເຊືອກ ພວກເຂົາ ໄດ້ເຮັດກິດຈະກຳຮ່ວມກັນຄືການຮຽນຍ່າການວາງຕົວ... ໂດຍສະເພາະ ຄວາມສາ ມາດທີ່ໃຊ້ໃນການປະກວດຄັ້ງນີ້ຄື ການຕອບຄຳຖາມ ແລະຜູ້ທີ່ຕອບຄຳຖາມໄດ້ຢ່າງລ່ຽນໄຫລ ບໍ່ມີຂ້ອງມີຄາໄດ້ແກ່ ນາງ ອຸດາໄລ ວິໄລພົງສາ ຈາກຄຳຖາມທີ່ວ່າ "ມໍລະດົກໂລກຂອງລາວ ເຮົາມີຈັກແຫ່ງຄືແຫ່ງໃດແດ່? ຕຸງ ໄດ້ຕອບວ່າ:

   "ປະເທດລາວມີມໍລະດົກໂລກ 2 ແຫ່ງ ຄືຫນຶ່ງເມືອງຫລວງພະບາງ, ສອງວັດພູຈຳປາສັກ ນອກຈາກຈະເປັນມໍລະດົກໂລກແລ້ວທັງ 2ແຫ່ງຍັງເປັນສະຖານທີ່ທ່ອງທ່ຽວທີ່ສຳຄັນຂອງລາວ ເຮົາເປັນແຫລ່ງທ່ອງທ່ຽວທີ່ສວຍສົດງົດງາມມີແຂກບ້ານແຂກເມືອງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດເຂົ້າມາຢ້ຽມຢາມທ່ຽວຊົມຢ່າງບໍ່ຂາດສາຍ."

   ຫລັງຈາກປະກາດຜູ້ໄດ້ຮັບຕຳແຫນ່ງອັນດັບຫນຶ່ງກໍ່ຄື: ນາງອຸດາໄລ ວິໄລພົງສາ ໄດ້ກ່າວ ວ່ານ້ອງຮູ້ສຶກດີໃຈຫລາຍທີ່ໄດ້ຮັບຕຳແຫນ່ງນີ້ ເປັນເວທີການປະກວດຄັ້ງທຳອິດ ຂອງນ້ອງຜົນ ທີ່ໄດ້ຮັບຈາກການປະກວດຄັ້ງນີ້ 1 ແມ່ນໄດ້ປະສົບການເຮັດໃຫ້ນ້ອງ ກ້າເວົ້າກ້າສະແດງອອກ ເທິງເວທີຫລາຍຂຶ້ນ, 2 ໄດ້ຮູ້ຈັກຫມູ່ໃຫມ່, 3 ສອນໃຫ້ນ້ອງຮູ້ຈັກການວາງຕົວ ການຍ່າງທີ່ຖືວິ ທີຈາກການສອນຂອງຄູສິລະປະກອງທັບຂອບໃຈນຳຄອບຄົວທີ່ໃຫ້ການສະຫນັບ ສະຫນູນຕະ ຫລອດມາ ໂດຍສະເພາະແມ່ທີ່ຄອຍດູແລເອົາໃຈໃສ່ເບິ່ງແຍງສະເຫມີມາ.

   ສຳລັບເງິນລາງວັນທີ່ນ້ອງໄດ້ຮັບເປັນເງິນສົດ 1 ລ້ານກີບນັ້ນ ແມ່ນຈະເອົາມາເປັນທຶນໃນ ການສຶກສາ. ຫນ້າທີ່ຂອງນາງສັງຂານທີ່ຈະໄດ້ປະຕິບັດໃນວັນທີ 13 ເມສາຈະມີການແຫ່ນາງ ສັງຂານທັງ 7 ນ້ອງນາງສາວ ຜູ້ທີ່ໄດ້ອັນດັບຫນຶ່ງ ຈະໄດ້ຂີ່ຊ້າງນາງສັງຂານທັງ 7 ຈະຂີ່ສັດ ຕ່າງກັນ ໂດຍຈະເລີ່ມແຫ່ໄປຕາມທາງຫລວງແຕ່ສວນວັດທະນະທຳລົງໄປຫາວັດຊຽງຄວນ.

Source: ecom


__________________
Anonymous

Date:

ນາງສັງຂານປີນີ້ຫຍັງວ່າຊິຂີ່ຊ້າງ ກະດຽວຂີ່ຄຸດບໍ່ແມ່ນຫວາ



__________________


Senior Member

Status: Offline
Posts: 428
Date:

ສົງໃສນາງສັງຂານຫຼົງຍຸກ

__________________
Anonymous

Date:

ສົງໄສຄຸດແປງບໍ່ເປັນ



__________________


Senior Member

Status: Offline
Posts: 428
Date:

ຖ້າມີການແຫ່ນາງສັງຂານຢູ່ທົ່ວທຸກແຂ່ງໃນປະເທດລາວ ຄົງຊິຄັກ

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard