Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເກີດເຫດ ລູກຂ້າພໍ່ ທີ່ວຽງຈັນ !

Senior Member

Status: Offline
Posts: 428
Date:
ເກີດເຫດ ລູກຂ້າພໍ່ ທີ່ວຽງຈັນ !

ການດື່ມເຫລົ້າຫລາຍເກີນໄປຈະພາໃຫ້ຕົກເປັນທາດຂອງມັນຈົນເຮັດໃຫ້ເກີດຜົນເສຍຫາຍ ຕາມມາຫລາຍຢ່າງ.

   ດັ່ງຄະດີຄາດຕະກຳທຳຮ້າຍຮ່າງກາຍ (ຈົນເສຍຊີວິດ) ຜູ້ຕ້ອງຫາຊື່ ທ້າວສຳລານ ກູມພາ ລັງສີ, ອາຍຸ 30 ປີ, ອາຊີບກຳມະກອນ, ສັນຊາດລາວ, ບ້ານພະໄຊ, ຫນ່ວຍ 12 ເມືອງສີ ສັດຕະນາກນະຄອນຫລວງວຽງຈັນນີ້ເອງ. ຜ່ານມາຜູ້ກ່ຽວເຄີຍຕ້ອງໂທດມາແລ້ວ 4 ຄັ້ງ, ເມື່ອ ມາຮອດວັນທີ 24 ມີນາ 2008, ເວລາ 12:00 ໂມງ ກາງເວັນ ທ້າວສຳລານ ເລີກຈາກວຽກ ແລ້ວກໍ່ດື່ມເບຍນຳຫມູ່, ຫມົດ 6ແກ້ວ ຈິ່ງກັບມາເຮືອນ ໂດຍມີຫມູ່ມາສົ່ງແຖມຍັງຊື້ເບຍມາຕື່ມ 3 ແກ້ວ ແລະເຫລົ້າຂາວ 1 ລິດອີກ ໂດຍມີ 3 ຄົນ ດື່ມນຳກັນຕໍ່ຈົນຮອດ 18:00 ໂມງ ຈິ່ງ ເລີກລາກັນ ແລະຫມູ່ກໍ່ກັບ. ສ່ວນທ້າວສຳລານພັດຍ່າງອອກຕໍ່ຈິ່ງໄປພົບຫມູ່ອີກ 2 ຄົນ ພວມ ນັ່ງດື່ມເບຍຢູ່ຮ້ານແຫ່ງຫນຶ່ງຂ້າງໄຟແດງທາດຂາວ ແລະ ຜູ້ກ່ຽວກໍ່ໄປດື່ມນຳຫມູ່ ອີກຈົນຮອດ 24:00 ໂມງ ເດິກທ່ຽງຄືນ ຈິ່ງກັບເມື່ອເຮືອນ, ເມື່ອຂຶ້ນໄປຊັ້ນສອງກໍ່ພົບກັບພໍ່ ແລະແມ່ນອນ ຢູ່, ສ່ວນນ້ອງຊາຍແມ່ນບໍ່ຢູ່ເຮືອນ. ທ້າວສຳລານກຽມຈະເປີດໂທລະພາບເບິ່ງເວລານັ້ນຜູ້ເປັນ ພໍ່ຄື: ທ້າວ ຫູມພັນ ໄດ້ຈົ່ມຕິຕຽນລູກ ວ່າ: "ລູກເປັນນັກເລງມັກຕີກັນ". ສ່ວນທ້າວສຳລານກໍ່ ປາກກ້າຕອບພໍ່ວ່າ: "ຖ້າຕີກັນ ແມ່ນພໍ່ບໍ່ສູ້ເຮົາດອກ, ບໍ່ເຊື່ອມາງັດກ້າມ ກັນເບິ່ງ!" ພໍເວົ້າສຸດ ຄວາມຜູ້ເປັນພໍ່ກໍ່ໂມໂຫແລ້ວລຸກຂຶ້ນ ມາຕີລູກບາດຫນຶ່ງ, ຈາກນັ້ນຕ່າງຄົນຕ່າງ ກໍ່ໂດດປ້ຳກັນ ແລ້ວລົ້ມນອນລົງກັບພື້ນ, ສ່ວນທ້າວສຳລານຜູ້ເປັນລູກແນມເຫັນແກ້ວເບຍເປົ່າຢູ່ໃກ້ຫັ້ນກໍ່ເລີຍ ຄວ້າເອົາຂຶ້ນມາຟາດໃສ່ຫົວຂອງພໍ່ຈົນແກ້ວເບຍແຕກຊະ ແລ້ວ ຈັບແກວ່ງໄປ-ມາເຮັດໃຫ້ເສດ ແກ້ວໄປບາດຄໍຂອງຜູ້ເປັນພໍ່ ແລະ ເສຍຊີວິດໃນທີ່ສຸດ. ການກະທຳດັ່ງກ່າວລ້ວນແຕ່ຜິດຕໍ່ລະ ບຽບກົດຫມາຍ ຈິ່ງເຫັນສົມຄວນຕ້ອງໄດ້ຮັບໂທດ. ປະຈຸບັນນີ້ ທາງເຈົ້າຫນ້າທີ່ເມືອງສີສັດຕະ ນາກກໍ່ໄດ້ຈັບກຸມຜູ້ກໍ່ໂທດ ເພື່ອມາດຳເນີນຄະດີຕາມກົດຫມາຍບ້ານເມືອງ.

   ສາເຫດການທຳຮ້າຍຮ່າງກາຍຈົນເຖິງແກ່ຊີວິດໃນຄັ້ງນີ້ ແມ່ນຕ່າງຄົນຕ່າງກໍ່ມີອາການມຶນ ເມົາ. ຜ່ານມາຜູ້ເປັນພໍ່ກໍ່ໄດ້ດື່ມເຫລົ້າເມົາເປັນປະຈຳ ແລະ ມັກຈົ່ມວ່າໃຫ້ລູກແຕ່ລະຄົນ ແລະ ເຄີຍຜິດຖຽງກັນກັບທ້າວ ສຳລານເປັນປະຈຳ, ແຕ່ບໍ່ຮ້າຍ ແຮງ. ຢ່າງໃດກໍ່ຕາມການທີ່ມີກໍລະ ນີລູກຂ້າພໍ່ນີ້ຖືວ່າຈັດເຂົ້າໃນປະເພດລູກທໍລະພີໄຮ້ບຸນຄຸນ, ອະກະຕັນຍູ, ຂະຫນາດພໍ່ຂອງຕົນ ເອງຍັງລົງມືຂ້າໄດ້ລົງຄໍ, ເຖິງຈະເຈຕະນາ ຫລື ບໍ່ເຈຕະນາມັນກໍ່ຜິດຢູ່ດີ. ທຸກຄົນໄດ້ຮັບຮູ້ນຳ ກັນແລ້ວກໍ່ຄວນຄຳນຶງເຖິງ ຜົນຮ້າຍຂອງການດື່ມເຫລົ້າເມົາສຸລາ, ສິ່ງສຳຄັນຄວນດື່ມໃຫ້ເປັນ, ຢ່າປ່ອຍໃຫ້ເຫລົ້າເປັນສິ່ງສ້າງບັນຫາ ເພາະຜົນຕາມມາໃນບັ້ນທ້າຍ ກໍ່ຄືຄວາມກິນແຫນງແຄງ ໃຈນັ້ນເອງ.

Source: ecom

__________________
Anonymous

Date:

ໂຫດຫລາຍ.

__________________
Anonymous

Date:

ຍ້ອນສັງຄົມເຮົັນິຍົມນຳແຕ່ກິນເຫຼົ້າຈົນຕິດປ້າຍໂກຊະນາຢູ່ທຸກຫົນທຸກແຈໃນປະເທດລາວ.ປະກົດວ່າລາວເຮົາເປັນ
ສັງທີ່ມົວເມົາຫຼາຍ,ບໍ່ວ່າຈະຢູ່ໃນປະເທດຫຼືນອກປະເທດກໍ່ຄືກັນເມິດ. ຄັນຄົນລາວໃດ້ພົບພໍ້ກັນຕ້ອງພາກັນດຶກ
ເຫຼົ້າໂລດ,ຫາກວ່າພາກັນກິນຈົນກວ່າລີ້ນແງຫຼືຈົນຮາກແຕ່ກຈັ່ງຄ່ອຍວ່າອີ່ມ.

__________________
Anonymous

Date:

Anonymous wrote:

ໂທດບຸກຄົນຫລາຍກ່ວາ, ສັງຄົມລາວເປັນສັງຄົມທີ່ດີແລະສະຫງົບ ແຕ່ບາງບຸກຄົນຫັ້ນບໍ່ດີເຫັນແກ່ຄວາມມືນເມົາເປັນໃຫຍ່. ຖ້າຂ້າຄົນຕາຍດ້ວຍຄວາມເຈດຕະນາແບບນີ້ ຕ້ອງຖືກລົງໂທດສະຖານໃດ໋?

__________________
Anonymous

Date:

ໂທດແບບນີ້ຕ້ອງຖືກຄຸກຂີ້ໄກ່ຢ່າງໜ້ອຍຊາວຫ້າປີພຸ້ນລະມັນຈັ່ງຊິສົມນໍ້າສົມຕ່ອນ

__________________
Anonymous

Date:

Anonymous wrote:

Anonymous wrote:

ຍ້ອນສັງຄົມເຮົັນິຍົມນຳແຕ່ກິນເຫຼົ້າຈົນຕິດປ້າຍໂກຊະນາຢູ່ທຸກຫົນທຸກແຈໃນປະເທດລາວ.ປະກົດວ່າລາວເຮົາເປັນ
ສັງທີ່ມົວເມົາຫຼາຍ,ບໍ່ວ່າຈະຢູ່ໃນປະເທດຫຼືນອກປະເທດກໍ່ຄືກັນເມິດ. ຄັນຄົນລາວໃດ້ພົບພໍ້ກັນຕ້ອງພາກັນດຶກ
ເຫຼົ້າໂລດ,ຫາກວ່າພາກັນກິນຈົນກວ່າລີ້ນແງຫຼືຈົນຮາກແຕ່ກຈັ່ງຄ່ອຍວ່າອີ່ມ.

ໂທດບຸກຄົນຫລາຍກ່ວາ, ສັງຄົມລາວເປັນສັງຄົມທີ່ດີແລະສະຫງົບ ແຕ່ບາງບຸກຄົນຫັ້ນບໍ່ດີເຫັນແກ່ຄວາມມືນເມົາເປັນໃຫຍ່. ຖ້າຂ້າຄົນຕາຍດ້ວຍຄວາມເຈດຕະນາແບບນີ້ ຕ້ອງຖືກລົງໂທດສະຖານໃດ໋?

ຂ້ຽວປະຕິເສັດອັດຫູອັດຕາກ່ຽວບັນຫານີ້ລົງໄປພີ່ນ້ອງທີ່ຮັກແພງເອີຍ, ອີ່ກບໍ່ດົນບໍ່ນານມັນກໍ່ຈະ
ກາຍເກີ້ດເປັນໂລ້ກລະບາດທີ່ຮ້າຍແຮງຢູ່ໃນສັງຄົມລາວເຮົາເທົ່ານັ້ນ

__________________
Anonymous

Date:

ຍ້ອນນຳ້ເມົາເປັນເຫດນໍ, ເຫລົ້າ ແລະ ເບຽ ຫາຊື້ໃດ້ງ່າຍ ຍ່າງໄປນຳທາງ ບໍ່ກາຍ ສິບແມັດ ກໍ່ເຫັນ ຮ້ານ ເບຽ ໜື່ງຮ້ານ.
- ຜູ້ກິນ ເມົາ(ຕາຍ)
- ຜູ້ຂາຍໄດ້ເງີນ (ສະບາຍ )

ສະນັ້ນ, ຜູ້ກິນ ຄວນຄິດຊັ່ງຊາ ຜົນດີ ແລະ ຜົນເສຽ.

__________________
Anonymous

Date:

ຄົນລາວມັກກິນເຫລ້າ ບາງຄົນກິນສູ່ມື້ ບໍ່ມີເງິນກໍບົງກິນ ແທນທິ່ຈະຫາເງິນລ້ຽງຄອບຄົວແລະປະຫຍັດທ້ອນຫອມເງິນ
ຄຳ

__________________
Anonymous

Date:

ເຫຼົ້າແລະການພະນັນ ສຳລັບຂ້າພະເຈົ້າ ເອີ້ນວ່າ ພະຍາດຟ່າຝຶນ ຍິ່ງຫ້າມຍິ່ງຝຶນ ດີແທ້ ປ່ອຍເຂົາຕາມລຳພັງ ແລ້ວ
ຄົນພະຍາດພວກນີ້ ກໍຈະກາຍເປັນແບບຢ່າງຫຼືຫຼັກຖານຂອງພະຍາດນີ້ເພື່ອເປັນຄະຕິເຕືອນໃຈໃຫ້ແກ່ບຸກຄົນທີ່ດີທີ່
ຈະລົງມືເລີ້ມ ຈະໂທດສັງຄົມ ຈະໂທດລັດຖະບານ ຈະໂທດຜູ້ອຶ່ນບໍ່ໄດ້ດອກ ທຸກຢ່າງເປັນການຕັດສິນໃຈເລືອກ
ເສັ້ນທາງກັບບ້ານເກົ່າຂອງບຸກຄົນເອງ

ເຫັນແຕ່ຢູ່ໃນປະເທດລາວທີ່ບໍ່ມີກົດຫມາຍເປັນຂໍ່ບັງຄັ່ບເພື່ອຫ້າມບໍ່ໃຫ້ເດັກຫຼືນຸ່ມທີ່ບໍ່ທັນ
ເຖິງກະສຽນດື່ມເບັຽຫຼືເຫຼົາ. ເພາະບ່ອນຄ້າຂາຍລາງບ່ອນຍັງໃຊ້ເດັກນ້ອຍຖືກ່ວດ
ເຫຼົ່າເບັຽມາເສີບລູກຄ້າຫຼືຢູ່ຕາມບ້ານຕາມຊ່ອງຜູ້ໃຫ່ຽມັກໃຊ້ເດັກນ້ອຍເອົາເຫຼົ້າຫຼືເບັຽມາໃຫ້.ທາງທີ່ດີແທ່ເຮົາ
ຄວນລີ່ກເວັ້ນການໃຊ້ເດັກໃນທຳນອງນີ້ເພາະມັນຈະເປັນການສົ່ງເສີມເດັກໄປທາງບໍ່ດີ.

__________________
Anonymous

Date:

ລັດຖະບານຄວນກວດກາຄືນໃໝ່ໃນການໂຄສະນາເຄື່ອງດື່ມຂອງເມົາ, ຊາວໜຸ່ມບາງຄົນຢາກເປັນຈິງໃຈ ເລີກການເຄື່ອງແບບບໍ່ທັນແກ້ກະຍ່າງເຂົ້າຮ້ານເບຍໂລດ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard