Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຄົນລາວຫຼາຍຄົນ ບໍ່ເຂົ້າໃຈ ວັນວາເລັນທາຍ !

Senior Member

Status: Offline
Posts: 428
Date:
ຄົນລາວຫຼາຍຄົນ ບໍ່ເຂົ້າໃຈ ວັນວາເລັນທາຍ !

   ເຖິງວ່າວັນທີ 14 ກຸມພາ(ວັນວາເລນທາຍ)ໄດ້ຜ່ານພົ້ນໄປແລ້ວ ກໍ່ຕາມແຕ່ກໍ່ມີຫລາຍໆສຽງ ທີ່ໂຕ້ຖຽງກັນ ວ່າວັນວາເລນທາຍ ມີຄວາມຫມາຍແນວໃດເປັນຫຍັງ ຈິ່ງສຳຄັນແທ້ສຳລັບໄວ ຫນຸ່ມ ແລະ ມັນກ່ຽວຂ້ອງກັບຮີດຄອງປະເພນີຂອງລາວແນວໃດບໍ່? ດັ່ງນັ້ນ ຜູ້ຂຽນຂໍສະເຫນີ ເອກະສານບາງຕອນທີ່ກ່ຽວຂ້ອງກັບວັນວາເລນທາຍ.

   ຕາມຄຳພີໃບເບີນໄດ້ລະບຸໂດຍສັງເຂບວ່າ: ໃນສະໄຫມພຸດທະສັກກະຫລາດ 250 ກວ່າປີ ຢູ່ກຸງໂຣມ ເຊິ່ງມີກະສັດອົງຫນຶ່ງປົກຄອງ ແລະ ເຈົ້າກະສັດອົງນີ້ໄດ້ປະກາດຫ້າມ ບໍ່ໃຫ້ມີການ ແຕ່ງດອງແບບຮີດຄອງ ເພາະພວກເຂົາຄິດວ່າ ການແຕ່ງດອງ ແມ່ນການດຶງເອົາພວກຜູ້ຊາຍ ໃຫ້ຢູ່ນຳຄອບຄົວ ແລະ ເປັນເຫດເຮັດໃຫ້ບໍ່ມີຜູ້ຊາຍໄປເປັນທະຫານຮັບໃຊ້ຊາດ ດັ່ງນັ້ນ ຈິ່ງມີ ນັກບຸນກຸ່ມຫນຶ່ງ ລຸກຮື້ຂຶ້ນຕໍ່ຕ້ານນຳພາ ໂດຍນັກບຸນວາເລນທາຍ ເຊິ່ງແມ່ນຜູ້ທີ່ເຊື່ອຖືພະເຈົ້າ ທາງສາສະຫນາຄຣິສຕຽນນັ້ນເອງ ເພິ່ນໄດ້ມີການນຳພາປວງຊົນກຸ່ມຫນຶ່ງ ປະກາດຂ່າວ ພ້ອມ ແຈກຢາຍໃບປິວຢູ່ທີ່ກຸງໂຣມ ເຊິ່ງມີເນື້ອໃນຄັດຄ້ານຄືນວ່າ: ການແຕ່ງງານ ແມ່ນການຂໍພອນ ຈາກພະເຈົ້າ ແລະ ພະເຈົ້າກໍ່ຈະປະທານພອນ ໃຫ້ມີລູກເກີດມາທີ່ເຕັມໄປດ້ວຍຄວາມຮູ້ຄວາມ ສາມາດດ້ວຍເຫດນັ້ນ ເຈົ້າກະສັດຈິ່ງສັ່ງໃຫ້ທະຫານຕິດຕາມນຳຈັບ ນັກບຸນວາເລນທາຍ ແລະ ກັກຂັງສຸດທ້າຍວາເລນທາຍກໍ່ເສຍຊີວິດໃນວັນທີ 14 ກຸມພາ ເຖິງວ່ານັກບຸນວາເລນທາຍເສຍ ຊີວິດໄປແລ້ວກໍ່ຕາມ ແຕ່ກໍ່ຍັງມີບັນດານັກບຸນຄົນອື່ນສືບຕໍ່ນຳພາການລຸກຮື້ຂຶ້ນ ຕະຫລອດຈົນ ສາມາດຍາດໄດ້ໄຊຊະນະຕໍ່ຈາກນັ້ນເພິ່ນກໍ່ໄດ້ມີການລຶບລ້າງກົດຫມາຍ ແລະຮີດຄອງອັນເກົ່າ ແລະ ຍົກເອົາວັນເສຍຊີວິດຂອງນັກບຸນ ວາເລນທາຍ ເປັນວັນບູຊາພະເຈົ້າຄຣິສຕຽນ ໂດຍທີ່ ພວກເຂົາຈະນຳເອົາດອກໄມ້ມາມອບໃຫ້ພໍ່ແມ່ ແລະຜູອາວຸໂສ ເພື່ອຂໍພອນແກ່ພະຜູ້ເປັນເຈົ້າ.

   ສະນັ້ນ ວັນທີ 14 ກຸມພາ ຫລາຍຄົນຈິ່ງຄິດຖືວ່າເປັນວັນແຫ່ງຄວາມຮັກແຕ່ວັນດັ່ງກ່າວນີ້ ແລະ ມັນບໍ່ໄດ້ກ່ຽວຂ້ອງກັບຮີດຄອງຂອງ ລາວ ແຕ່ຢ່າງໃດວັນວາເລນທາຍ ກໍ່ແມ່ນວັນບູຊາ ພະເຈົ້າຂອງຜູ້ຖືສາສະຫນາຄຣິສຕຽນ, ສ່ວນຊາດລາວ ທີ່ຖືສາສະຫນາພຸດແມ່ນເຄົາລົບນັບຖື ພະສົງອົງຄະເຈົ້າສ່ວນວາເລນທາຍກໍ່ແມ່ນຊື່ຂອງຄົນແຕ່ຫາກເປັນພາສາອັງກິດວ່າ Day and of the love ມັນບໍ່ໄດ້ຫມາຍເຖິງວ່າໃຫ້ຄົນເຮົາປະພຶດປະຕິບັດ ຫລື ເຊື່ອຖືວ່າເປັນວັນແຫ່ງ ຄວາມຮັກ.

   ເມື່ອມີຄົນເວົ້າອອກມາດັ່ງນີ້ແລ້ວ ຄົນລາວເຮົາໂດຍສະເພາະໄວຫນຸ່ມບ່າວສາວ ກໍ່ຄວນຄຳ ນຶງຄິດກ່ອນທີ່ຈະໄປປະພຶດປະຕິບັດ ຫລືຖືເອົາວັນດັ່ງກ່າວໄປເປັນກິດຈະກຳທາງທີ່ດີຄວນພາ ກັນຫັນມາຖືວັນສຳຄັນຂອງຊາດ ແຂ່ງຂັນກັນສ້າງຜົນປະໂຫຍດໃຫ້ທັງຊາດທັງຕົນເອງວັນວາ ເລນທາຍ ເຖິງວ່າມັນຈະຜ່ານພົ້ນໄປແລ້ວກໍ່ຕາມລາວຄວນເລືອກ ນັບຖືອັນໃດທີ່ເຫັນວ່າບໍ່ຖືກ ຕ້ອງສອດຄ່ອງກັບຮີດຄອງ ບໍ່ແມ່ນວັນສຳຄັນຂອງຊາດ ແລະ ສາກົນແລ້ວ ກໍ່ບໍ່ຄວນພາກັນຖື ຫມັ້ນ ເກີນໄປລາວເຮົາມີຮີດຄອງປະເພນີຂອງລາວຄວນສົ່ງເສີມ ວັດທະນະທຳອັນດີເລີດຂອງ ຮີດຄອງປະເພນີຂອງລາວຈະດີກວ່າ.

້Source: ecom

__________________
Anonymous

Date:

samakomlao wrote:

EDTOTO.

Date:

99261794_6f28e213d7_o.jpg

__________________
EDTOTO.

Date:

3241281207_86015d5c56_z.jpg?zz=1

__________________
EDTOTO.

Date:

2259707131_dbca5ecc00_z.jpg

__________________
Anonymous

Date:

©ó¥ñ¤Àìó¨êóĩɺȾ­¡È¼¸¡ñ®¸ñ­¸¾Àì­ê¾¨

¹¾¨¦ö¤Ã¦ÁìÉ¸ì½ Âº¡¾©ÎɾÀºö¾´¾Ã¹ÉºÈ¾­ºõ¡À© ó confuse ¦øÉÅ confuse ¥½À¯ñ­¡¿ìñ¤Ã¥Ã¹É yawn

´ñ¡¹ì¾¨

¢º®Ã¥À©ó

¥¾¡: ŸÉ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard