Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເຫດຜົນຫຍັງຈຶ່ງເລືອກເອົາບຶງທາດຫຼວງ ?


Senior Member

Status: Offline
Posts: 428
Date:
ເຫດຜົນຫຍັງຈຶ່ງເລືອກເອົາບຶງທາດຫຼວງ ?


ຍ້ອນມີຄົນຈຳນວນຫນຶ່ງບໍ່ທັນເຂົ້າໃຈແຈ້ງເທື່ອວ່າ: ເປັນຫຍັງຈຶ່ງມາເລືອກເອົາບຶງທາດຫລວງເປັນຈຸດໃນການ
ພັດທະນາແບບກວມລວມ ຫລື ໂຄງການສ້າງຕົວເມືອງໃຫມ່ (ບຶງທາດຫລວງ) ຢູ່ນະຄອນຫລວງວຽງຈັນ ແລະ ກໍມີຫຼາຍ ຄຳຖາມຕາມມາ ເປັນຕົ້ນແມ່ນ ເປັນຫຍັງບໍ່ເລືອກເອົາບ່ອນອື່ນທີ່ບໍ່ມີຜົນກະທົບ ຫລື ພົບຄວາມຫຍຸ້ງຍາກ?...

ກ່ຽວກັບບັນຫານີ້ ພັກ-ລັດຖະບານລາວ ໄດ້ອະທິບາຍໄວ້ໃນເອກະສານທີ່ເປັນລາຍລັກອັກສອນວ່າ: ການຄັດ
ເລືອກທີ່ຕັ້ງຂອງໂຄງການ ແມ່ນບັນຫາທີ່ມີຄວາມສຳຄັນຫຼາຍສຳລັບໂຄງການ ເຊິ່ງຄະນະວິຊາການຝ່າຍລາວເຮົາ ກໍໄດ້ ເຂົ້າຮ່ວມປຶກສາຫາລື ແລະ ສຶກສາກັບວິຊາການຝ່າຍຈີນ ກ່ຽວກັບຄວາມອາດສາມາດ ເປັນໄປໄດ້ໃນພື້ນທີ່ຕ່າງໆ ເພື່ອກຳນົດໃຫ້ເປັນຈຸດຕັ້ງ ຂອງໂຄງການ ໃນເບື້ອງຕົ້ນແມ່ນແນໃສ່ກຳນົດເອົາພື້ນທີ່ດິນຢູ່ເຂດຫຼັກ 18 (ດົງບ້ານໄຊ) ເມືອງໄຊທານີ
ນະຄອນຫຼວງວຽງຈັນ ຊຶ່ງຢູ່ຕິດກັບສະຫນາມກິລາຊີເກມທີ່ພວມກໍ່ສ້າງຢູ່ໃນປັດຈຸບັນນີ້ ເພື່ອມອບໃຫ້ບໍລິສັດຮ່ວມທຶນລາວ-
ຈີນ ພັດທະນາ ໃນຂະນະດຽວກັນນີ້ ຄະນະວິຊາການຂອງຝ່າຍຈີນ ກໍໄດ້ດຳເນີນການສຳຫຼວດເກັບກຳຂໍ້ມູນ ແລະ ສຶກສາ
ເບິ່ງພື້ນທີ່ດິນບ່ອນອື່ນໆຢູ່ເຂດເທດສະບານນະຄອນຫລວງວຽງຈັນ ອີກ 3 ຈຸດ ຄື: ເຂດບຶງທາດຫລວງ ເຂດປ່າສະຫງວນ ດົງໂພສີ ແລະ ເຂດທິດຕາເວັນອອກຂອງຫົວເດີ່ນຍົນ (ບ້ານຫນອງປີງ).

ຜ່ານການສຶກສາ ແລະ ວິເຄາະຢ່າງລະອຽດຖີ່ຖ້ວນ ທາງດ້ານເສດຖະສາດ ພູມສັນຖານ ອຸທົກກະສາດ ແລະ
ອື່ນໆ ບວກກັບບົດຮຽນໃນການສ້າງຕົວເມືອງໃຫມ່ຂອງຫຼາຍໆປະເທດຢູ່ໃນໂລກໃນໄລຍະຜ່ານມາ ໂດຍສະເພາະບົດຮຽນ ຂອງ ສປ ຈີນ ຮ່ວມມືກັບປະເທດສິງກະໂປ ສ້າງເຂດນິຄົມອຸດສາຫະກຳຊູໂຈ ຢູ່ແຂວງຈຽງຊູ ຢູ່ ສ.ສ ຫວຽດນາມ ກໍມີບໍລິສັດ ລົງທຶນຂອງໄຕ້ຫວັນ ຮ່ວມມືກັບຫວຽດນາມ ສ້າງຕົວເມືອງໃຫມ່ຟູມີຫົງ ຢູ່ທາງທິດໃຕ້ ຊຶ່ງຫ່າງຈາກໃຈກາງຂອງນະຄອນ
ໂຮ່ຈິມິນ ປະມານ 7 ກິໂລແມັດ ແລະ ອື່ນໆ ຜູ້ຊ່ຽວຊານຂອງຈີນ ແລະ ສິງກະໂປ ຈຶ່ງໃຫ້ທັດສະນະ ແລະ ມີຄຳເຫັນຢ່າງມີ ວິທະຍາສາດວ່າ "ໂຄງການສ້າງ ຫລື ພັດທະນາຕົວເມືອງໃຫມ່ ຈະປະສົບຜົນສຳເລັດ ຫລື ຫລົ້ມເຫລວນັ້ນ ບັນຫາສຳຄັນ ຕົ້ນຕໍທີ່ເປັນປັດໄຈຕັດສິນ ແມ່ນການກຳນົດທີ່ຕັ້ງຂອງໂຄງການ" ສະນັ້ນ ຕໍ່ກັບການຈະກຳນົດເອົາພື້ນທີ່ດິນຢູ່ເຂດຫລັກ 18 ເປັນຈຸດທີ່ຕັ້ງຂອງໂຄງການ ຈຶ່ງເຫັນວ່າບໍ່ເຫມາະສົມ ເພາະເຂດດັ່ງກ່າວນັ້ນຫ່າງໄກຈາກໃຈກາງຕົວເມືອງເກົ່າຫຼາຍ ເກີນໄປ ຖ້າທຽບໃສ່ສະພາບການຂະຫຍາຍຕົວ ຂອງຕົວເມືອງຢູ່ນະຄອນຫລວງວຽງຈັນ ໃນປັດຈຸບັນ ອີກດ້ານຫນຶ່ງ ຖ້າສົມ ທຽບກັບຕົວເມືອງໃຫມ່ ຟູມີຫຶງ ຂອງ ສ.ສ ຫວຽດນາມ ທີ່ປະສົບຜົນສຳເລັດມາແລ້ວກໍເຫັນວ່າຕົວເມືອງດັ່ງກ່າວແມ່ນຢູ່ໃກ້
ກັບຕົວເມືອງເກົ່າຂອງນະຄອນໂຮ່ຈິມິນ ຊຶ່ງມີທ່າແຮງທາງດ້ານການຕະຫລາດສູງ ແລະ ອື່ນໆ.

ສະນັ້ນ ອີງໃສ່ນະໂຍບາຍແຫ່ງຊາດ ກ່ຽວກັບການພັດທະນາອົງການນຳຂັ້ນສູງສຸດຂອງພັກ ແລະ ລັດຖະບານ
ເຮົາ ຈຶ່ງໄດ້ຕົກລົງຢ່າງເປັນທາງການໃນການກຳນົດເອົາພື້ນທີ່ເຂດບຶງທາດຫລວງ ເປັນຈຸດທີ່ຕັ້ງຂອງໂຄງການພັດທະນາ ແບບກວມລວມ ຕາມແຈ້ງການຂອງຫ້ອງວ່າການສູນກາງພັກ ສະບັບເລກທີ 512/ຫສພ ລົງວັນທີ 13 ກັນຍາ 2007 ແລະ ແຈ້ງການຂອງຄະນະເລຂາທິການລັດຖະບານ ສະບັບເລກທີ 1509/ຄລບ ລົງວັນທີ 20 ກັນຍາ 2007 ເນື້ອທີ່ເຂດແດນ ຂອງໂຄງການດັ່ງກ່າວ ຕາມການຄາດຄະເນເບື້ອງຕົ້ນ ແມ່ນແບ່ງອອກເປັນ 2 ສ່ວນ ເຊິ່ງຄວບຄຸມພື້ນທີ່ທັງຫມົດປະມານ
16,4 ຕາຕະລາງກິໂລແມັດ (ຫລື 1,640 ເຮັກຕາ) ໃນນີ້ປະມານ 1.000 ເຮັກຕາ ມີແຜນການນຳໃຊ້ເຂົ້າໃນການສ້າງຕົວ ເມືອງໃຫມ່ ສ່ວນອີກ 640 ເຮັກຕາ ຈະນຳໃຊ້ເຂົ້າໃນການສ້າງພື້ນຖານໂຄງລ່າງ ແລະ ສິ່ງສາທາລະນະປະໂຫຍດ ເຊັ່ນ:
ສວນສາທາລະນະ ເສັ້ນທາງສາຍຫລັກ ຫນອງນ້ຳ (ບຶງທາດຫລວງ) ຮ່ອງລະບາຍນ້ຳແມ່ ແລະ ອື່ນໆ ຕາມການອອກແບບ.

ວຽງຈັນໃຫມ່

__________________
ຄົນທາດລົ້ມ

Date:

[size=5pt]ໃຜມີຂ່າວຄືບໜ້າຊ່ອຍເວົ້າສູ່ຟັງແດ່[/size]

__________________
Anonymous

Date:

ທ່ານ ໄປຢູ່ທາງໄດ ບໍ່ມີໂຄງການບຶງທາດຫລວງ
ຄືທ່ານເປັນຫ່ວງເປັນໃຍດອກ ຂ້ອງໃຈແນວໃດໄປ
ຖາມຍາເອື້ອຽວຽງໄຊ ( RFA ) ເດີ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard