Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ພິທີວາງສີລາລືກກໍ່ສ້າງທາງຣົດໄຟຈີນ-ລາວ


Senior Member

Status: Offline
Posts: 397
Date:
ພິທີວາງສີລາລືກກໍ່ສ້າງທາງຣົດໄຟຈີນ-ລາວ


ພິທີວາງສີລາລືກກໍ່ສ້າງທາງຣົດໄຟຈີນ-ລາວ

ໂດຍທ່ານປະທານປະເທດລາວ - ທ່ານຈູມມະລີ

ໃຊຍະສອນ ໃນວັນທີ 2 ທັນວາ ກົງກັບວັນສ້າງ

ຕັ້ງ ສປປລ ທີ່ນະຄອນວຽງຈັນ

ກົດທີ່ນີ້ເພື່ອອ່ານລາຍລະອຽດເພີ້ມເຕີມ



-- Edited by Kenno on Thursday 3rd of December 2015 11:48:19 AM

__________________


Veteran Member

Status: Offline
Posts: 32
Date:

ສິລາເຣິກ  ຫລື  ສຶລາເລີກສ໌

ສິລາ ແປວ່າ ຫິນ 

ເຣິກ ຫລື ເລີກສ໌  ແປວ່າ ເວລາ ຍາມ ໂອກາດ  ເຊັ່ນ ເຣິກງາມຍາມດີ 

ເຣິກດີ  ເຣິກຮ້າຍ

ວາງສິລາເຣິກ  ແມ່ນການວາງແຜ່ນ(ກ້ອນ)ຫິນທີ່ຈົດວັນ ເດືອນ ປີ ແລະເຫດການຂອງການນັ້ນເພື່ອເປັນຫຼັກຖານຕໍ່ໄປ

ສິລາເຣິກເປັນທໍ່ການຈົດບັນທຶກຂອງເວລາ  ສິລາເຣິກບໍ່ແມ່ນຂອງສັກສິດ

ຄົນສ່ວນຫລາຍຈະເຂົ້າໃຈວ່າສິລາເຣິກແມ່ນກ້ອນຫິນສັກສິດທີ່ຕ້ອງກາບນົບບູຊາ

ນັ້ນແມ່ນບໍ່ຖືກຕ້ອງ  ເພາະການກໍ່ສ້າງຕ່າງໆສ່ວນຫລາຍເຂົາຈະວາງ

ຫລືຝັງສິລາເຣິກກັນເກືອບທົ່ວໂລກ  ຝຣັ່ງກະເຮັດຄືກັນ

ຄົນລາວຈະເຂົ້າໃຈແລະສັບສົນວາງສິລາເລີກກັບການຝັງເສົາຫລັກເມືອງ

ພິທີຝັງ ຕັ້ງເສົາຫລັກເມືອງຕາມແບບູຮານແມ່ນພິທີສິຣິມົງຄົນ

ຄົນບູຮານເພິ່ນຈະເອົາຄົນເປັນໆຝັງໄວ້ໃຕ້ຫລຸມຫລັກເມືອງນັ້ນພ້ອມ

ສີ(ສິ)ລາລຶກ  ຄຶດວ່າຄົນຂຽນເຂົ້າໃຈແມ່ນມາຈາກ ສິລາຈາລຶກ(?)

ຖ້າຈະຂຽນ ສິລາຈາລຶກກໍ່ຂຽນສິລາຈາລຶກ  ບໍ່ແມ່ນ ສິລາລຶກ

ຈະຂຽນສິລາເລີກ ກໍ່ຂຽນສິລາເລີກ  

ສີລາລຶກ  ລຶກຫຍັງ ຄືຊິບໍ່ມີໃຜເວົ້າວ່າ ລຶກງາມຍາມດີ ດອກຕິນໍ  



__________________


Senior Member

Status: Offline
Posts: 397
Date:

ສະບາຍດີ ທ່ານພູຄຳ

ຂອບໃຈທີ່ອະບາຍສັບພາສາລາວເຮົາ

ຢາກໃຫ້ທ່ານເບີ່ງປ້າຍຂ້າງລຸ່ມທີ່່ທາງ

ການລາວຂຽນອອກມາ ຂອບໃຈ

1202N-Laos-rail_article_main_image.jpg



-- Edited by Kenno on Saturday 5th of December 2015 04:42:51 AM



-- Edited by Kenno on Saturday 5th of December 2015 04:48:11 AM

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard