Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ກະສັດໄທທຸກໆ ຣ ພາກັນປົກປິດແລະປີ້ນປະຫວັດສາດ.


Senior Member

Status: Offline
Posts: 243
Date:
ກະສັດໄທທຸກໆ ຣ ພາກັນປົກປິດແລະປີ້ນປະຫວັດສາດ.


ກະສັດໄທປີ້ນປະຫວັດສາດ ຂຽນດີເອົາໂຕເອງທຸກໆຢ່າງເພື່ອອຳພາງປະຊາຊົນໄທແລະ

ຊາວໂລກທີ່ໄຮ້ການສຶກສາ. ຢາກໃຫ້ຄົນໄທທີ່ເຄີຍຕໍ່ວ່າຕໍ່ຂານວ່າພາສາໄທເກີດກ່ອນ

ພາສາລາວ ( ເວົ້າສະເພາະ ຕົວອັກສອນຂອງລາວແລະໄທ ) ໃຫ້ເຂົ້າມາຟັງຄລິບນີ້ແລ້ວ

ຈະຮູ້ວ່າແມ່ນໄທຫຼືລາວກັນແທ້ທີ່ຜະຫລິດຕົວອັກສອນຂຶ້ນກ່ອນກັນ. ໃຫ້ຟັງຄລິບນີ້ໃນ

ເວລາ 12.30 ຂຶ້ນໄປຮອດ 13.08 ຈະໄດ້ຍິນຄົນໄທທີ່ຢູ່ຕ່າງປະເທດແສກະສັດໄທທີ່ອຳພາງ

ປະຫວັດສາດຂອງການກຳເນີດ ຕົວອັກສອນໄທທີ່ກ່າຍແລະດັດແປງມາຈາກຕົວອັກສອນ

ລາວ ແລະ ຂະເໝນ ແລ້ວມາຂຽນປະຫວັດສາດຕົນເອງວ່າຕົວອັສອນໄທເກີດກ່ອນລາວ. ຄົນ

ໄທທີ່ຢູ່ໃນປະເທດໄທສ່ວນຫລາຍທີ່ມີການສຶກສາແມ່ນຮູ້ວ່າໄທບໍ່ມີຕົວອັກສອນທີ່ເປັນຂອງ

ຕົນເອງຫຼືນັກປາດອັກສອນສາດຂອງສະຫຍາມຫຼືໄທເປັນຜູ້ປະດິດຂຶ້ນມາ ແຕ່ບໍ່ມີສິດເວົ້າອອກ

ມາໄດ້ເພາະຕ້ອງໂທດ 112.  ມີແຕ່ຄົນໄທຢູ່ຕ່າງປະເທດເທົ່ານັ້ນທີ່ແສປະຫວັດຄວາມເປັນມາຂອງ

ອັກສອນໄທໄດ້.

 

ເຊີນຮັບຟັງໄດ້ໃນນາທີທີ່ 12.30 ຂຶ້ນໄປ



__________________


Senior Member

Status: Offline
Posts: 243
Date:
RE: ກະສັດໄທທຸກໆ ຣ ພາກັນປົກປິດແລະປີ້ນປະຫວັດສາດ.


James Bond 007 wrote:

 

ເຊີນຮັບຟັງໄດ້ໃນນາທີທີ່ 12.30 ຂຶ້ນໄປ


 ຕາມປວັດສາດຄົນລາວທີ່ຖືກສຍາມຕ້ອນໄປເປັນຂ້າທາດໄດ້ກ່າວສືບຕໍ່ກັນມາວ່າສຍາມໄດ້ທຳລາຍຈູດເຜົາປວັດສາດທີ່ຄົນລາວ

ຂຽນໄວ້ໝົດສິ້ນ, ເພື່ອເປັນການສກັດກັ້ນບໍ່ໃຫ້ຄົນລາວທີ່ເກີດໃໝ່ໃຫຍ່ລຸນຂຶ້ນມາຮູ້ຈັກປວັດຂອງຄົນເອງວ່າອະດີດແມ່ນເປັນຄົນ

ລາວ. ຂ້າພະເຈົ້າຈະນຳເອົາແຕ່ປວັດຂອງຜະເດັດການສັກດີນາສຍາມທຳລາຍພາສາແລະອັກສອນລາວມາໃຫ້ທ່ານອ່ານກ່ອນໃນຄັ້ງ

ນີ້, ເຊື່ອແນ່ວ່າຕ້ອງມີຄົນຖາມຂ້າພະເຈົ້າວ່າເອົາຂໍ້ມູນນີ້ມາແຕ່ໃສ? ກ່ອນຈະເຂົ້າເຣື່ອງ ຜູ່ຂຽນຂໍຕອບຄຳຖາມທີ່ກ່າວມາຊ່ວງໜ້າ

ນີ້ວ່າໄດ້ຂໍ້ມູນມາຈາກມສ? ໄດ້ມາຈາກການບອກເລົ່າຂອງຄົນລາວສືບຕໍ່ກັນມາ ເພາະຄົນລາວບໍ່ສາມາດຂຽນປວັດໄວ້ໄດ້ ທັງຜູ່ຂຽນ

ແລະປຶ້ມປວັດ (ເປັນປຶ້ມໃບລານ) ແມ່ນຖືກສັງຫານແລະຈູດເຜົາໄປພ້ອມກັນດ້ວຍນ້ຳມືຂອງສມູນໝາຮັບໃຊ້ຜະເດັດການສຍາມ

ໃນຍຸກນັ້ນ. ເມື່ອເຫັນເຫດການເກີດຂຶ້ນແບບນັ້ນ ຄົນລາວຈຶ່ງປ່ຽນການຂຽນປວັດສາດແບບເປັນຄຳພີໃບລານມາຂຽນຝັງໃສ່ສມອງ

ຂອງຄົນແທນ ກໍຄືເລົ່າສູ່ກັນຟັງແລ້ວເກັບກຳໄວ້ທີ່ສມອງຂອງຄົນແທນເຈັ້ຍສາຫຼືໃບລານ.

ພາຍຫຼັງຜະເດັດການສັກດີນາສຍາມໄດ້ປະດິດອັກສອນໄທຂຶ້ນມາສຳເຣັດແລ້ວ ໂດຍການກ່າຍຫຼືກອປປີມາຈາກອັກສອນລາວ ແລະ

ຂເມນ ພວກມັນກໍສັ່ງການອອກມາບໍ່ໃຫ້ຄົນລາວເປີດສອນພາສາລາວໃຫ້ລູກຫລານ ແມ່ນໃຜຝືນຄຳສັ່ງແມ່ນມີໂທດປະຫານຢ່າງ

ດຽວ ແລ້ວພວກເຂົາກໍນຳເອົາພາສາແລະອັກສອນສຍາມທີ່ພວກເຂົາກ່າຍມາຈາກອັສອນລາວແລະຂເມນນັ້ນມາສອນແທນ. ໃນຍຸກ

ນັ້ນຍັງບໍ່ມີໂຮງຮຽນ ຍັງໃຊ້ວັດເປັນໂຮງຮຽນແລະຄຣູສອນກໍເປັນເນນແລະຄຣູບາ. ເຖິງວ່າຜະເດັດການສັກດີນາສຍາມຈະອອກຄຳສັ່ງ

ຫ້າມສິດສອນພາສາລາວໃຫ້ເດັກເຍົາວະຊົນລາວກໍຕາມ ຄົນລາວທີ່ຕົກຢູ່ພາຍໃຕ້ການປົກຄອງຂອງຜະເດັດການສັກດີນາສຍາມກໍບໍ່

ຢຸດຢັ້ງລັກເປີດໂຮງຮຽນລາວຂຶ້ນເປັນທາງລັບ ແຕ່ກໍບໍ່ລິດລອດສາຍຕາຂອງພວກໝາຮັບໃຊ້ຜະເດັດການສັກດີນາສຍາມ ພວກເຂົາ

ກໍສົ່ງທະຫານມາປາບປາມ. ມີຄຣູບາ ແລະ ເນນ ຫລາຍໆຮູບທີ່ເປັນຄຣູສອນພາສາລາວຖືກຕັດຄໍປະຫານຊີວິດ, ມີວັດຫລາຍໆແຫ່ງ

ທີ່ເປັນສະຖານທີ່ສິດສອນພາສາລາວໃຫ້ຄົນລາວຖືກຈູດເຜົາເປັນເຖົາຖ່ານ, ມີພໍ່ແມ່ຂອງຄົນລາວຫລາຍພັນຄົນຖືກສັງຫານຍ້ອນສິດ

ສອນພາສາລາວໃຫ້ລູກຫລານຂອງຕົນເອງ. ນີ້ຄືປວັດຄວາມຫ່ຽມໂຫດຫຼືໂຫດຫ່ຽມຂອງຜະເດັດການສັກດີນາສຍາມໃນຍຸກນັ້ນທີ່ມີ

ຕໍ່ພີ່ນ້ອງຄົນລາວທີ່ພວກມັນກວາດຕ້ອນໄປເປັນຂ້າທາດຂອງພວກມັນ.

ຕາມປວັດສາດທີ່ຂຽນໄວ້ ອັກສອນລາວ ຫຼື ພາສາລາວແມ່ນເກີດກ່ອນສາຍມ ຫຼື ໄທ 6 ຮ້ອຍປີ ແລະ ອັກສອນລາວແມ່ນເກີດລຸນ

ພວກຂອມຫຼືຂເມນ 4 ຮ້ອຍປີ. ພາສາໄທຫຼືສຍາມບໍ່ມີປວັດສາດຂຽນເປັນລາຍລັກອັກສອນໄວ້ວ່າເກີດຂຶ້ນປີໃດ ເພາະເປັນການປົກ

ປິດແລະປ່ຽນແປງແປປີ້ນຂອງສັກດີນາສຍາມແລະໄທ. ເມື່ອເຂົາເປັນຜູ່ຊະນະເຂົາຍ່ອມຂຽນປວັດສາດເອົາດີໃສ່ເຂົາເອງແລະເອົາຊົ່ວ

ໃຫ້ຜູ່ປະລາໄຊ. ທີ່ຈິງແລ້ວ ລ້ານຊ້າງ ແລະ ຂເມນ ແມ່ເປັນອານາຈັກທີ່ຮຸ່ງເຮືອງສີວິໄລກ່ອນສຍາມໃນຍຸກທີ່ເປັນອານາຈັກ ຊື່ງເຮົາຈະ

ເຫັນໄດ້ໃນສມັຍຣາຊະການຂອງພຣະເຈົ້າ ສຸຣິຍະວົງສາ.

ຂໍຖາມຄົນໄທແດ່ວ່າ ໄທ ຫຼື ສຍາມ ໄດ້ຂຽນປວັດສາດທີ່ສຍາມຕົກເປັນຫົວເມືອງຂຶ້ນຂອງພະມ້າແລ້ວນຳມາສອນໃຫ້ເຍົາວະຊົນໄທ

ຢູ່ໃນຖຮງຮຽນບໍ່?  ໄດ້ຍິນແຕ່ພາກັນອອກມາສິດສອນກັນວ່າ ປະເທດໄທບໍ່ເຄີຍເປັນຫົວເມືອງຂຶ້ນຂອງໃຜເທົ່ານັ້ນ.



__________________


Senior Member

Status: Offline
Posts: 243
Date:

ຄົນລາວອິສານຫລາຍໆແສນຄົນທີ່ເສັຍຊີວິດໄປນັບແຕ່ປີ 1980 ລົງໄປແມ່ນບໍ່ມີບັດປະຊາຊົນໄທ, ບໍ່ມີສັນຊາດໄທຫຼືສຍາມທັ່ງໆ

ທີ່ຕົ້ນຕະກຸນຂອງເຂົາເຈົ້າໄດ້ຖືກສາຍາມກວາດຕ້ອນໄປແຕ່ປາງເຈົ້າອານຸວົງເສັຍໄຊພຸ້ນ, ຈະດ້ວຍເຫດຜົນອັນໃດກໍບໍ່ມີໃຜຢັ້ງຢືນ

ໄດ້; ໜຶ່ງໃນນັ້ນກໍມີພໍ່ຕູ້ຫລືພໍ່ຂອງພໍ່ຂ້າພະເຈົ້າຮ່ວມຢູ່ໃນຄົນລາວອິສານໃນຈຳນວນນັ້ນ.    ຕາມປວັດຄອບຄົວຂ້າພະເຈົ້າແມ່ນ

ເປັນຊົນຊາດພວນຊຽງຂວາງ, ຫລືເມືອງພວນຊື່ໃນອະດີດທີ່ມີເຈົ້ນນ້ອຍເມືອງພວນເປັນກະບົດຫັກຫລັງເຈົ້າອານຸວົງສົ່ງໃຫ້ສຍາມ,

ຄອບຄົວຕະກູນຂ້າພະເຈົ້າໄດ້ຖືກສຍາມກວາດຕ້ອນໄປເປັນທາດເຮັດໄຮ່ເຮັດນາປູກເຂົ້າພືກພັນມັນແປ້ງຕ່າງໆໃຫ້ກະສັດສຍາມ. ຢູ່

ຕໍ່ມາກໍໂຕນໜີອອກຈາກການເປັນຂ້າທາດຮັບໃຊ້ຄອບຄົວກະສັດແລະຂຸນນາງສຍາມມາລີ້ຊ່ອນຢູ່ກາງປ່າກາງດົງຊຶ່ງປັຈຸບັນກໍແມ່ນ

ຈັງຫວັດມະຫາສາລະຄາມນີ້ເອງ. ພໍ່ແມ່ຂອງປູ່ທວດຂອງປູ່ທວດຂ້າພະເຈົ້າໄດ້ລີ້ຢູ່ກາງປ່າເປັນເວລານານເຖິງແປດປີຈຶ່ງໄດ້ເຂົ້າມາຢູ່

ຮ່ວມບ້ານກັບຄົນລາວຕາມບ້ານຕາມສະນຳຕ່າງໆແລະກໍຍ້າຍຖິ່ນຖານແລະທີ່ທຳມາຫາກິນໄປແຕ່ລະຣະດູການໄປເລື້ອຍໆເພື່ອຫລີກ

ການຕິດຕາມຈັບກຸມຂອງລູກແຫຼ້ງໝາຮັບໃຊ້ຂອງກະສັດຜະເດັດການສຍາມ ແລະຄອບຄົວກໍແຕກໜໍ່ອອກແນວມາຫລາຍຊີວິດ

ຈົນມາເຖິງພໍ່ຕູ້ພໍ່ຂອງພໍ່ຂ້າພະເຈົ້າຈຶ່ງສາມາດຕັ້ງຖິ່ນຖານເປັນຫລັກເປັນແຫລ່ງເໝືອນຄົນອື່ນໆ ແຕ່ກໍຍັງໄດ້ໄປອອກແຮງງານ

ເພື່ອທົບແທນການເສັຍຊ່ວຍໃຫ້ກະສັດສຍາມເປັນບາງຄັ້ງບາງຄາວເພາະບໍ່ມີເງິນບໍ່ມີຄຳເຂົ້າປາອາຫານເປັນຂອງເສັຍຊ່ວຍ. ພໍ່ຕູ້

ຂ້າພະເຈົ້າເສັຍຊີວິດໃນປີ 1978 ຮວມອາຍຸໄດ້ 97ປີ ເພິ່ນຕາຍໄປໂດຍປັສະຈາກການເປັນສັນຊາດໄທ ຈະວ່າແຕ່ສັນຊາດເລີຍ ແມ້

ແຕ່ບັດຈຳຕົວປະຊາຊົນໄທກໍຍັງບໍ່ມີ ຈະດ້ວຍເຫດຜົນອັນໃດລູກຫລານຂອງເພິ່ນກໍບໍ່ຊາບນຳ. ພໍ່ຂ້າພະເຈົ້າເຄີຍເລົ່າສູ່ຟັງວ່າ ພໍ່ຕູ້

ຂ້າພະເຈົ້າເຄີຍໄປເຮັດບັດປະຊາຊົນຫລາຍເທື່ອແຕ່ທາງການໄທບໍ່ຍອມເຮັດໃຫ້ ອັນນີ້ພໍ່ຂ້ອຍກໍໄດ້ຍິນຈາກການບອກເລົ່າຂອງແມ່ຕູ້

ເພິ່ນ, ສ່ວນພໍ່ຂ້ອຍໝີອອກຈາກອິສານໄປສ້າງຄອບຄົວຢູ່ວຽງຈັນແຕ່ອາຍຸເພິ່ນໄດ້ 20ປີ ໃນປີ 1938 ແລະໄດ້ສ້າງຄອບຄົວກັບແມ່

ຂ້າພະເຈົ້າໃນປີດຽວກັນ ແລະເພິ່ນທັງສອງໄດ້ເສັຍຊີວິດຢູ່ບົນຜືນແຜ່ນດິນເກີດຂອງຕົ້ນຕະກູນຂອງພວກຂ້າພະເຈົ້າໃນປີ 1970

ແລະແມ່ເພິ່ນເສັຍໃນປີ 1ໍ973. ຂ້າພະເຈົ້າຍັງມີຍາດພີ່ນ້ອງທີ່ແຈກຢາຍກັນຢູ່ທີ່ ຈັງຫວັດ 101, ມະຫາສາລະຄາມ, ກາລະສິນ ແລະ

ຂອນແກ່ນເປັນຈຳນວນມາກ.



__________________


Senior Member

Status: Offline
Posts: 243
Date:

ພໍ່ແມ່ຂອງຂ້າພະເຈົ້າບໍ່ມີທ່ານໃດອາຍຸຮອດ 60ປີ ເພິ່ນກໍລາໂລກນີ້ໄປ ພໍ່ເປັນນາຍທະຫານຊັ້ນ ພັນເອກ ຜູ້ບັງຄັບ

ກອງພັນທະຫານຣາບທີ 17B ແລະເສັຍຊີວິດຢູ່ສນາມຣົບເຂດເມືອງສຸຍແຂວງຊຽງຂວາງໃນປີ 1970 ແລະສາມປີ

ຕໍ່ມາແມ່ກໍຕອມໃຈຕາຍໄປກັບພໍ່. ພວກຂ້າພະເຈົ້າມີອ້າຍນ້ອງນຳກັນ 6 ຄົນ, ຊາຍສາມ ຍິງສາມ ທຸກຄົນແມ່ນເກີດ

ຢູ່ປະເທດລາວໝົດ ແຕ່ພາກັນແຕກແຍກອອກຈາກກັນພາຍຫຼັງແມ່ເພິ່ນເສັຍຊີວິດໄປໃນປີ 1973 ແລະເປັນປີລາວ

ໂຮມລາວທີ່ມີລາວແດງ ຄມນ ຫລັ່ງໄຫລເຂົ້າມາວຽງຈັນ.   ສະພາບການບ້ານເມືອງບໍ່ເປັນໜ້າໄວ້ວາງໃຈອ້າຍເອື້ອຍ

4 ຄົນໄດ້ພາກັນເຂົ້າໄປຫາຍາດພີ່ນ້ອງທີ່ ຈັງຫວັດ 101 ແລະຕັ້ງຖານລຳເນົາຢູ່ທີ່ປະເທກໄທນັບແຕ່ປີນັ້ນມາຈົນເຖິງ

ທຸກວັນນີ້. ຂ້າພະເຈົ້າເປັນລູກຄົນສຸທ້ອງ ແລະຍັງເປັນນັກສຶກສາຢູ່ໃນຣະຍະນັ້ນຈຶ່ງບໍ່ໄດ້ຕິດຕາມພວກອ້າຍເອື້ອຍໄປ

ປະເທດໄທນຳເພິ່ນ, ຢູ່ກັບເອື້ອຍທີ່ເພິ່ນມີຄອບຄົວແລ້ວ ແລະພາກັນຢູ່ເຮືອນພໍ່ແມ່ສ້າງໄວ້ໃຫ້ນັ້ນ. ເຫດຜົນທີ່ຂ້າພະ

ເຈົ້າບໍ່ຢາກໜີອອກຈາກວຽງຈັນໃນເວລານັ້ນ ເພາະເສັຍດາຍການສຶກສາຊຶ່ງກຳຮຽນຢູ່ສະຖາບັນກົດໝາຍແຫ່ງຊາດ

ທີ່ມີຊື່ທີ່ທຸກຄົນຮູ້ກັນວ່າ ອຽກດາ (IRDA). ໃນຣະຍະປີ 73 ເຖິງ75 ນັ້ນຂ້າພະເຈົ້າໃຊ້ເວລາຄົ້ນຄ້ວາເຖິງປວັດພາສາ

ແລະການກຳເນີດຂອງຕົວອັກສອນລາວ, ເຄີຍໄປທີ່ຫໍສມຸດບາງກອກສອງສາມເທື່ອແຕ່ກໍບໍ່ໄດ້ຜົນ ເພາະບໍ່ຄົ້ນພົບ

ສິ່ງທີ່ຕົນເອງຕ້ອງການຢາກຮູ້. ເຄີຍເຂົ້າພົບມະຫາ ສີລາ ວິຣະວົງ ເພື່ອຊັກຖາມກ່ຽວກັບປວັດຂອງການກຳເນີດຂອງ

ອັກສອນລາວ ເພິ່ນກໍບອກໃຫ້ໄປຊອກຄົ້ນຄ້ວາຢູ່ ພະນົມເປັນ ປະເທດກຳພູຊາ ຫຼື ປາຣີສ ປະເທດຝຣັ່ງເສສ ອາດຈະມີ

ເພາະສຍາມບໍ່ໄດ້ທຳລາຍປວັດສາດຂອງຂເມນດັ່ງທີ່ພວກເຂົາໄດ້ກະທຳຕໍ່ລາວລ້ານຊ້າງ.

 

ນັກປວັດສາດຫຼືພົງສາວະດານລາວເຮົາໃນສັຕວັດທີ 13 ເຖິງ 17 ໄດ້ຂຽນພົງສາວະດານອານາຈັກລ້ານຊ້າງທຸກໆຢ່າງ

ຂຶ້ນ ແລະກໍໄດ້ກັບມ້ຽນໄວ້ຕາມຣາຊະວັງ ຕາມວັດວາອາຮາມຢ່າງຫລວງຫລາຍເພື່ອເກັບໄວ້ເປັນມູນມໍຣະດົກໃຫ້ແກ່ຄົນ

ລ້ານຊ້າງໄດ້ຮັບຮຽນແລະຮັບຮູ້ປວັດສາດຂອງບັນພະບຸຣຸດຂອງຊາດຕົນເອງ, ແຕ່ໜ້າເສັຍດາຍເມື່ອອານາຈັກລ້ານຊ້າງ

ໄດ້ຕົກເປັນຫົວເມືອງຂຶ້ນຂອງສຍາມກໍຖືກສັກດີນາຜະເດັດການສຍາມມາຍຶດເກັບໄປເຜົາຖີ້ມຈົນໝົດຈົນກ້ຽງຢ່າງບໍ່ມີ

ຫຍັງເຫຼືອ, ສິ່ງທີ່ເຫຼືອກໍມີພຽງການເກັບກຳຈາກຄວາມບອກເລົ່າສືບທອດຕໍ່ໆກັນມາເທົ່ານັ້ນ.

ເມື່ອ 3 ປີກ່ອນມີກະທູ້ນຶ່ງທີ່ໂພສລົງເວັບບອດຂອງພາສາລາວສາມະຄົມລາວກ່ຽວກັບກະທູ້ວ່າ: ພາສາລາວ ແລະ ພາສາໄທ

ແມ່ນພາສາໃດເກີດກ່ອນກັນ? ຂ້າພະເຈົ້າກໍໄດ້ເຂົ້າປະກອບສ່ວນອອກຄຳເຫັນຫຼືຕອບກະທູ້ນັ້ນແບບຕຣົງໄປຕຣົງມາ ວ່າ

ບໍ່ມີໃຜຮູ້ແນ່ນອນວ່າແມ່ນໃຜເກີດກ່ອນກັນແທ້ ເພາະບໍມີນັກປວັດສາດທາງພາສາຂອງສອງຊາດນີ້ຂຽນອອກມາຕຣົງກັນ

ແຕ່ຂ້າພະເຈົ້າເຊື່ອແນ່ວ່າ ອັກສອນລາວເກີດກ່ອນອັກສອນໄທຫຼືສຍາມ ຊຶ່ງເຫັນຂໍ້ມູນຈາກການຄົ້ນພົບແທ່ນຫີນຫລາຍໆ

ຈຸດພາຍໃນປະເທດລາວແລະອິສານປະເທດໄທທີ່ຄົນຊູຮານໄດ້ສລັກຕົວອັກສອນເປັນອັກສອນລາວແລະຂອມໄວ້ໃນແທ່ນຫີນ

ນັ້ນ ແລະ ຫີນບາງແທ່ງມີອາຍຸສລັກໄວ້ປີໃດທີ່ຄົນສລັກຕົວອັກສອນນັ້ນໄວ້ ກໍສະແດງໃຫ້ເຫັນວ່າການກຳເນີດຂອງອັກສອນ

ລາວແມ່ນບໍ່ຕ່ຳກ່ວາ 800ປີ ຫາ 1000ປີ ຜ່ານມາ.  ມີຫລາຍໆຄົນທັງຄົນໄທຄົນລາວຕ່າງກໍເຂົ້າມາດ່າປະນາມຂ້າພະເຈົ້າ

ວ່າເອົາເຣື່ອງບໍ່ມີຫລັກຖານມາເວົ້າມາກ່າວ. ບາງຄົນ ທັງໄທ ແລະລາວ ກໍອອກມາວ່າ ລາວເປັນຜູ່ກ່າຍຫຼື ກອປປີ ອັກສອນ

ໄທເພາະປະທດໄທເປັນປະເທດຈເຣີນກ່ອນລາວ. ຖ້າສຍາມມີຄວາມຈເຣີນກ່ອນລ້ານຊ້າງໃນຍຸກນັ້ນ ສຍາມຄົງຈະບໍ່ເປັນໂຈນ

ມາປຸ້ນເອົາສັບສົມບັດຂອງລາວແລະເຜົາທຳລາຍວຽງຈັນດອກ ກໍຍ້ອນເຂົາດ້ອຍແລະຫລ້າຫລັງກ່ອນລ້ານຊ້າງເຂົາຈຶ່ງມາປຸ້ນ

ແລະທຳລາຍເມືອງຫຼວງຂອງລາວລ້ານຊ້າງເພາະຄວາມອິດສາບັງບຽດ.

 



__________________


Senior Member

Status: Offline
Posts: 243
Date:

ພາສາລາວແລະຕົວອັກສອນລາວແສນງົດງາມທີ່ສຸດແລະກໍໄດ້ດັດແປງຮູບຮ່າງຂອງຕົວອັກສອນມາຕາມວິວັທະນາການ

ຂອງກາລເວລາການຂຍາຍຕົວແລະຄວາມຈເຣີນຂອງສັງຄົມມະນຸສມານຳຍຸກນຳສມັຍ   ຊຶ່ງປວັດສາດກໍໄດ້ຈາຣຶກໄວ້ວ່າ

ພາສາລາວແລະໝວດໝູ່ອັກສອນລາວແມ່ນກຳເນີດຂຶ້ນມາກ່ອນລາວເຮົາຈະອົພະຍົບໜີອອກຈາຕີເບດມາຕັ້ງຫຼັກແຫຼ່ງ

ໃໝ່ຢູ່ ຢູນານ ຫຼື ສິບສອງປັນນາ ກ່ອນຍ້າຍລົງມາເຖິງໜອງແສ ເມືອງຊວາ ແລະ ທີ່ສຸດກໍ ອານາຈັກລ້ານຊ້າງ.

ຄົນເຊື້ອສາຍລາວໄດ້ແຍກຍ້າຍແຕກກັນໄປທຸກທຸກແດນ ແລະກໍໄດ້ນຳເອົາອັກສອນລາວຕິດຕົວໄປນຳເພື່ອສິດສອນລູກ

ຫຼານຫຼືເຍົາວະຊົນທີ່ເກີດໃໝ່ໃຫຍ່ລຸນໃຫ້ຮຽນຮູ້ພາສາປະຈຳເຊື້ອຊາດຂອງຕົນເອງ. ສ່ວນພວກທີ່ຈຶ້ງຢູ່ທີ່ ຢູນານ ແລະທີ່

ຮູ້ກັນວ່າສິບສອງປັນນານັ້ນພວກເຂົາຍັງຮັກສາໄວ້ໄດ້ເທົ່າທຸກມື້ນີ້, ພາສາແລະອັກສອນລາວເຫຼົ່ານັ້ນບໍໄດ້ພັທະນາແລະ

ປ່ຽນແປງຈາກກົກເຄົ້າແລະຮາກຖານເກົ່າຂອງມັນ ແຕ່ກໍຍັງຮັກສາໄວ້ເຊິ່ງຄວາມເປັນພາສາແລະອັກສອນເຄົ້າຂອງລາວ

ເຮົາໄວ້ເຕັມແບບ. ຍັງມີຊົນເຊື້ອຊາດລາວທີ່ແຕກໄປຢູ່ພະມ້າທີ່ອານາຈັກຊານຕຸງກໍໄດ້ນຳເອົາພາສາແລະອັກສອນລາວໄປ

ນຳເໝືອນກັນ ແຕ່ຖືກອິດທິພົນຂອງພະມ້າບັງຄັບຈຶ່ງໄດ້ປ່ຽນແປງໄປຈາກເຄົ້າເດີມຂອງມັນຈົນເກືອບເຖິງ 75 ເປີເຊັນ

ດັ່ງນັ້ນອັກສອນລາວຂອງຊົນຊາດ ລາວຊານຕຸງ ຈຶ່ງມີອັກສອນພະມ້າເຂົ້າມາປະປົນຢູ່ນຳ. ຍັງມີລາວອີກກຸ່ມໜຶ່ງຊື່ງເປັນ

ກຸ່ມໃຫຍ່ກ່ອນໝູ່ທີ່ມາຕັ້ງອານາຈັກຂຶ້ນທີ່ມີຊື່ວ່າ ລ້ານຊ້າງ ຊຶ່ງມີປະຊາກອນຫລາຍສິບລ້ານຄົນ, ດ້ວຍຄວາມຈເຣີນຮຸ່ງເຮືອງ

ທາງດ້ານວັທະນະທັມແລະສາສນາ ພາສາແລະອັກສອນລາວຈຶ່ງໄດ້ປັບປຸງແລະປ່ຽນແປງມາຕາມຍຸກຕາມສມັຍ ແລະທີ່

ສຸດກໍພາສາລາວທຸກວັນນີ້. ແຕ່ໜ້າເສັຍດາຍອານາຈັດລ້ານຊ້າງທີ່ເຄຍຈເຣີນຮຸ່ງເຮືອງຮອບດ້ານໃນອະດີດ ຈຶ່ງຕົກຢູ່ໃນ

ເປົ້າສາຍຕາຂອງໂຈນສລັດກະສັດສາຍາມທີ່ດ້ອຍກ່ອນ ໄດ້ເປັ້ງເລັງລໍຄອຍຈັງຫວະແລະຊອກຫາທຸກວິຸຖີທາງເພື່ອຈະປຸ້ນສະ

ດົມເອົາອນາຈັກລ້ານຊ້າງໄປເປັນຂອງເຂົາ ແລະ ໃນທີ່ສຸດກະສັດອານາຈັກລ້ານຊ້າງກໍແຕກແຍກອອກເປັນສີ່ຝ່າຍດັ່ງເຊັ່ນ:

ຈຳປາສັກ- ວຽງຈັນ- ເມືອງພວນ ແລະ ຫລວງພະບາງ ຕາມແຜນການຂອງກະສັດໂຈນສລັດສາຍາມທີ່ວາງແຜນເອົາໄວ້

ແລະແລ້ວບ້ານຊ້າງກໍພັງພິນາດແລະຕົກເປັນທາດແລະຫົວເມືອງຂຶ້ນຂອງສຍາມ ຈົນເສັຍທັງຜືນແຜ່ນດິນ ແລະປະຊາ

ກອນຫລາຍສິບລ້ານຄົນ.

ເປັນໜ້າເສັຍດາຍຄົນລາວອິສານທີ່ມີພົລະເມືອງເຄິ່ງນຶ່ງຂອງປະຊາກອນປະເທດໄທທີ່ຖືກສຍາມກົດດັນດີດກັ້ນແລະຂັດ

ຂວາງການໃຊ້ ສິດສອນ ແລະ ຮ່ຳຮຽນພາສາລາວ ຖ້າໃຜຝືນແມ່ຄໍຂາດໂລດ. ດັ່ງນັ້ນຈຶ່ງເປັນເຫດໃຫ້ຄົນໄທອິສານບໍ່ມີພາ

ສາແລະອັກສອນເປັນຂອງຕົນເອງທັ່ງໆທີ່ເປັນຊົນຊາດທີ່ມີປະຊາກອນຫລາຍກ່ອນໝູ່ຂອງປະຊາກອນທຸກໆຂົນຊາດຊົນ

ເຜົ່າໃນປະເທດໄທ.  ພວກຊົນຊາດຈີນ, ຂເມນ, ມາເບ, ແລະ ພະມ້າ ທີ່ອາສັຍແລະເປັນພົລະເມືອງສັນຊາດໄທມາພ້ອມໆ

ກັນກັບໄທອິສານ ຕ່າງກໍມີຕົວອັກສອນເປັນສັນຍາລັກຂອງຊົນຊາດຕົນເອງ ແມ້ກະທັ່ງ ເຜົ່າໄຕລາວຈຽງໃໝ່ (ຊຽງໃໝ່)

ຍັງມີອັກສອນລາວປະຈຳເຊື້ອຊາດຂອງເຂົາທີ່ເອີ້ນກັນວ່າ ພາສາກຳເມືອງ (ຄຳເມືອງ) ທີ່ເຄີຍໃຊ້ຮ່ວມກັນກັບລາວຈຽງທອງ

(ຊຽງທອງ) ຫລືຫຼວງພະບາງມາກ່ອນແຕ່ປາງບູຮານະກາລ.  ເດຊະບຸນທີ່ຝຣັ່ງເຂົ້າມາ ໄດ້ສົ່ງຜົນໃຫ້ປະເທດລາວຍັງມີຊື່

ແລະປະເທດຮ່ວມກັບປະເທດຕ່າງໆຢູ່ໃນແຜນທີ່ໂລກ ເພາະກ່ອນຝຣັ່ງເຂົ້າມາເຂດນ້ຳດິນແດນຂອງສຍາມໄປກວມເອົາ

ຮອດດຽນບຽນຟູລົງໄປຮອດອັຕະປືສາຣະວັນຈົນຮອດຊຽງແຕງກະແຈະທີ່ເປັນດິນແດນລ້ານຊ້າງໃນເມືອ່ກ່ອນ. ກໍນັບວ່າ

ລາວເຮົາຍັງມີນັກອັກສອນສາດ ຫຼື ອັກສອນບັນດິດພາກັນຟື້ນຟູຮັກສາພາສາແລະອັກສອນລາວເຮົາໄວ້ໄດ້ສ່ວນນຶ່ງທີ່ຍັງ

ຫຼົງເຫຼືອຈາກອຳນາດຂອງໂຈນກະສັດສຍາມທີ່ກວາດລ້າງເອົາໄປເຜົາໄຟຖິ້ມນັ້ນມາສືບຕໍ່ສິດສອນຄົນລາວເຮົາໃຫ້ສືບຖອດ

ຕໍ່ກັນມາເຖິງເທົ່າທຸກວນນີ້. ແລະຂໍຂອບໃຈມື້ລາງທ່ານອາຈານມະຫາ ສີລາ ວິຣະວົງ ຊຶ່ງເປັນລູກລາວເມືອງຮ້ອຍເອັດ ປະ

ເທດໄທ ທີ່ທົນເຫັນສຍາມທຳລາຍພາສາແລະອັກສອນລາວທີ່ເປັນມູນມໍຣະດົກຕົກທອດກັນມາແຕ່ປາງປູ່ຍ່າຕາຍາຍຂອງ

ເພິ່ນແຕ່ດອນເພິ່ນຍັງເຍົາ ຈຶ່ງຕັດສິນໃຈໜີອອກຈາກອຳນາດສຍາມເຂົ້າມາຢູ່ທີ່ວຽງຈັນເພື່ອມາພາກັນຟື້ນຟູດັດແປງ

ພາສາແລະອັກສອນລາວເພື່ອຄົນລາວ.



__________________


Veteran Member

Status: Offline
Posts: 32
Date:

ເປັນກະທູ້ທີ່ໜ້າສົນໃຈຫຼາຍ  ແຕ່ມີຂໍ້ຂ້ອງໃຈຢູ່ໜ້ອຍໜຶ່ງ

ຂ້າພະເຈົ້າຢາກຮູ້ວ່າຍາລຸງຕອນນີ້ອາຍູທໍ່ໃດແລ້ວ ? ໃຫ້ທວາຍ ຄືຊິເກີນຫົກສິບແລ້ວ

ຕອນນີ້ຍາລຸງຢູ່ໃສ  ຕ່າງປະເທດຫຼືຍັງຢູ່ລາວ ?

ທ່ານມີສາຍພັນເຄືອຍາຕກັບທ່ານມະຫາສີລາຫຼືບໍ່ ?

ຂໍເສັຽມາຣະຍາດຖາມຜູ້ໃຫຍ່ແນ່ຈັກໜ້ອຍ  ແຕ່ໃຫ້ຄຶດສາວ່າລຸງກັບຫຼານຄຸຍກັນນໍ

ຂໍຂອບໃຈ

 

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard