Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຊ່ວຍເຫລືອແດ່
Anonymous

Date:
ຊ່ວຍເຫລືອແດ່


ລ່າມໄພ້ລ່າມເຂີຍເປັນເງີນ    ໝາຍຄວາມວ່າແນວໃດ?

 

 

ເຫັນໃນບົດບັນທືກສູ່ຂໍ



__________________
Anonymous

Date:

Anonymous wrote:

ລ່າມໄພ້ລ່າມເຂີຍເປັນເງີນ    ໝາຍຄວາມວ່າແນວໃດ?

 

 

ເຫັນໃນບົດບັນທືກສູ່ຂໍ


 ເຄີຍໄດ້ຍິນຄົນລາວເວົ້າບໍ່ ລ່າມງົວລ່າມຄວາຍໃສ່ຄອກ ກໍແປວ່າໝັດງົວໝັດຄວາຍໃສ່ຄອກ.

ກໍໝາຍຄວາມວ່າ ເອົາເງິນໄປໝັດໃພ້ໝັດເຂີຍ ຫຼືສັບທີ່ຮູ້ກັນທົ່ວໄປກໍແມ່ນການໄປສູ່ຂໍໝັ້ນໝາຍ

ຄູ່ບ່າວສາວນັ້ນລະ.

ແຕ່ຢ່າໄປຫລົງເຂົ້າໃຈໄປອີກທາງໜຶ່ງເດີ້ເພາະພາສາລາວມີສອງສັບທີ່ອອກສຽງຄ້າຍຄືກັນແຕ່ວາ

ສະກົດຕ່າງກັນດັ່ງນີ້:

- ລ່າມ = ໝັດຈ່ອງ ທາບທາມ ສູ່ຂໍ ໝັ້ນໝາຍ.

- ຫລ່າມ = ຜູ່ແປພາສາ.

 

ຂອງແຖມ:

ໄພ້ = ໄພ້ຄົນຫລີ້ນ

ໃພ້ = ລູກໃພ້ ຫລາຍໃພ້.

ພາສາລາວມີຫລາຍໆສັບທີ່ອອກສຽງຄືກັນແຕ່ສະກົດບໍ່ຄືກັນແລະມີຄວາມໝາຍແຕກຕ່າງກັນ

ດັ່ງນັ້ນຈົງລະວັງຢ່າສະກົດຜິດ.



__________________
Anonymous

Date:

ຂອບໃຈເດີ

ເວົ້າແລ້ວກໍ່ແມ່ນເງີນໄປສູ່ຂໍໝັ້ນໝາຍບໍ??

ເປັນຫຍັງບໍ່ເວົ້າຄ່າດອງ)))))

 

ຍັງມີຄຳຖາມໜຶ່ງຄື

ອາຫານການກິນມື້ແຕ່ງດອງ  : ດອງໃນ

ດອງໃນໝາຍວ່າແນວໃດ???

 



__________________
Anonymous

Date:

Anonymous wrote:

ຂອບໃຈເດີ

ເວົ້າແລ້ວກໍ່ແມ່ນເງີນໄປສູ່ຂໍໝັ້ນໝາຍບໍ??

ເປັນຫຍັງບໍ່ເວົ້າຄ່າດອງ)))))

 

ຍັງມີຄຳຖາມໜຶ່ງຄື

ອາຫານການກິນມື້ແຕ່ງດອງ  : ດອງໃນ

ດອງໃນໝາຍວ່າແນວໃດ???

 


 ປະເພນີລາວເຮົາມີຢູ່ 2 ດອງ ຄື: ດອງໃນ ແລະ ດອງນອກ.

ດອງໃນ ແມ່ນຈັດງານດອງຢູ່ບ້ານເຈົ້າສາວແລະເຈົ້າບ່າວແມ່ນຢູ່ເຮືອນນຳເຈົ້າສາວເລີຍ

ຫຼືເອີ້ນກັນອີກສັບໜຶ່ງທີ່ຄົນຮູ້ທົ່ວໄປວ່າ ດອງສູ່ ຫລື ເຂີຍສູ່ ນັ້ນເອງ.

(ດອງໃນສ່ວນຫລາຍແມ່ນເປັນປະເພນີພາກກາງນັບແຕ່ທາງວຽງຈັນລົງໄປຮອດສີທັນດອນ)

ດອງນອກ ແມ່ນຈັດງານດອງຢູ່ເຮືອນເຈົ້າສາວ ເມື່ອແລ້ວງານດອງແລ້ວກໍຍັງມີພິທີແຫ່ເຈົ້າສາວ

ໄປສົ່ງໃຫ້ເຈົ້າບ່າວຢູ່ເຮືອນເຈົ້າບ່າວ.

(ດອງນອກນີ້ສ່ວນຫລາຍແມ່ນເປັນປະເພນີທາງພາກເໜືອນັບແຕ່ວັງວຽງຂຶ້ນໄປຮອດຫົວພັນ)

 



__________________
Anonymous

Date:

ພຈ ຈະບໍ່ຂໍຫຍຸ້ງເລື່ອງໄວຍະກອນຢູ່ໃນນີ້ ເພາະເປັນພຽງການສົນທະນາກັນ

ຂໍມີຄຳເຫັນກ່ຽວກັບຄຳສັບທີ່ເຈົ້າຂອງກະທູ້ຕັ້ງຂື້ນຄື:

ລ່າມເຂີຍໃນເວລາສູ່ຂໍ, ບາງບ່ອນຍັງເວົ້າວ່າ: ລ່າມຂາເຂີຍ

ເຊີ່ງເປັນຄຳສັບທີ່ໃຊ້ມາແຕ່ບູຮານນະການຄວາມໝາຍກໍ່ຄື:

ຂໍ້ສັນຍາຜູກພັນຂໍ້ໜື່ງ ເພື່ອປ້ອງກັນການຕົວະຕົ້ມກັນ, ປະຖີ້ມກັນແບບບໍ່ມີ

ເຫດຜົນທີ່ຈຳເປັນ. ເພີ່ນຈະເອີ້ນເປັນຄ່າດອງ ແຕ່ບໍ່ໄດ້ມອບ (ບໍ່ໄດ້ຈ່າຍ)

ແຕ່ຖ້າຢູ່ກັນໄປແລ້ວຕ້ອງການຢ່າຮ້າງແບບບໍ່ສົມເຫດ ສົມຜົນ

ແທ່ນເີ່ນຈະຮຽກຄ່ານີ້ທັນທີ

 



__________________
Anonymous

Date:

ກູດຈ໊ອບwinkbiggrin



__________________
Anonymous

Date:

Anonymous wrote:
Anonymous wrote:

ຂອບໃຈເດີ

ເວົ້າແລ້ວກໍ່ແມ່ນເງີນໄປສູ່ຂໍໝັ້ນໝາຍບໍ??

ເປັນຫຍັງບໍ່ເວົ້າຄ່າດອງ)))))

 

ຍັງມີຄຳຖາມໜຶ່ງຄື

ອາຫານການກິນມື້ແຕ່ງດອງ  : ດອງໃນ

ດອງໃນໝາຍວ່າແນວໃດ???

 


 ປະເພນີລາວເຮົາມີຢູ່ 2 ດອງ ຄື: ດອງໃນ ແລະ ດອງນອກ.

ດອງໃນ ແມ່ນຈັດງານດອງຢູ່ບ້ານເຈົ້າສາວແລະເຈົ້າບ່າວແມ່ນຢູ່ເຮືອນນຳເຈົ້າສາວເລີຍ

ຫຼືເອີ້ນກັນອີກສັບໜຶ່ງທີ່ຄົນຮູ້ທົ່ວໄປວ່າ ດອງສູ່ ຫລື ເຂີຍສູ່ ນັ້ນເອງ.

(ດອງໃນສ່ວນຫລາຍແມ່ນເປັນປະເພນີພາກກາງນັບແຕ່ທາງວຽງຈັນລົງໄປຮອດສີທັນດອນ)

ດອງນອກ ແມ່ນຈັດງານດອງຢູ່ເຮືອນເຈົ້າສາວ ເມື່ອແລ້ວງານດອງແລ້ວກໍຍັງມີພິທີແຫ່ເຈົ້າສາວ

ໄປສົ່ງໃຫ້ເຈົ້າບ່າວຢູ່ເຮືອນເຈົ້າບ່າວ.

(ດອງນອກນີ້ສ່ວນຫລາຍແມ່ນເປັນປະເພນີທາງພາກເໜືອນັບແຕ່ວັງວຽງຂຶ້ນໄປຮອດຫົວພັນ)

 


 ຂອບໃຈທີ່ມາເລົ່າສູ່ຟັງເຮື່ອງ ດອງນອກດອງໃນ

ຂ້ອຍເຄີຍຮູ້ແຕ່ວ່າຊົນເຜົ່າລາວ ໄທແລະອີກຫຼາຍຊົນເຜົ່າໃນຕະກູນດຽວກັນ ມີປະເພນີເອົາເຂີຍເຂົ້າເຮືອນ

ຕ່າງກັບພວກຈີນ ຫວຽດທີ່ເອົາໃພ້ເຂົ້າເຮືອນ

ໜ້າສົນໃຈດີນໍເຮືອງປະເພນີນີ້ ມີຫຼາຍຢ່າງພວກເຮົາຍັງຕ້ອງສຶກສາຄົ້ນຄວ້າຕື່ມ

ຂອບໃຈ



__________________
Anonymous

Date:

Thank you very much.....................................for everyone to answer my question



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard