Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ພລັງງານໃນອະນາຄົດ
Anonymous

Date:
ພລັງງານໃນອະນາຄົດ


ລະ­ບົບ​ນີ້​ເຮົາ​ໃຫ້​ອາ​ເມ​ຣິ​ກາ​ຄອງ​ຄວາມ​ມັ່ງ​ຄັ່ງ​ເປັນ​ເສດ­ຖີ​ໂລກ​ຢູ່​ຫຼາຍ​ສິບ​ປີ ແລະ ມີ​ສິດ​ຊີ້​ຕີນ​ຊີ້​ມື​ໄປ​ຈັດ­ການ​ທຸກ​ບັນ­ຫາ​ໃນ​ໂລກ ຈົນ​ວ່າ​ມາ​ເຖິງ​ປາຍ​ສະ­ໄໝ ຈອດ ດັບ​ເບິນ​ຢູ ບຸ​ສ ເກີດ​ວິ​ກິດ​ໜີ້​ສິນ​ເກີນ​ເພ­ດານ​ລາມ​ປາມ​ມາ​ເຖິງ​ສະ­ໄໝ ໂອ​ບາ​ມາ ພີ້ ບັນ­ດາ​ປະ­ເທດ​ທີ່​ມີ​ເງິນ​ໂດ​ລາ​ໃນ​ກຳ­ມື​ຫຼາຍ​ໄປ​ຊື້​ພັນ­ທະ­ບັດ​ລັດ­ຖະ­ບານ​ອາ​ເມ​ຣິ​ກາ ຈິ່ງ​ເລີ່ມ​ກັງ­ວົນ ເພາະ​ອາ​ເມ​ຣິ​ກາ​ບໍ່​ມີ​ເງິນ​ໄປ​ໃຊ້​ໜີ້ ເກີດ​ບັນ­ຫາ Government shutdown ຈິ່ງ​ຮູ້​ທາດ​ແທ້​ຂອງ​ເຈົ້າ​ພໍ່​ທຶນ​ນິ­ຍົມ.

ເວົ້າ​ກວ້າງ​ໄປ​ເພື່ອ​ຢາກ​ໃຫ້​ຜູ້​ອ່ານ​ເຂົ້າ­ໃຈ​ວ່າ ເປັນ​ຫຍັງ​ການ​ພັດ­ທະ­ນາ​ພະ­ລັງ­ງານ​ຈາກ​ນ້ຳ​ຈິ່ງ​ບໍ່​ໄປ​ບໍ່​ມາ... ມັນ​ແມ່ນ​ຍ້ອນ​ການ​ຂັດ​ຜົນ​ປະ­ໂຫຍດ​ຂອງ​ເສດ­ຖີ​ນ້ຳ­ມັນ​ນັ້ນ​ເອງ ແຕ່​ກໍ່​ບໍ່​ໝາຍ​ຄວາມ​ວ່າ ຄວາມ​ຫວັງ​ຂອງ​ມະ­ນຸດ​ຈະ​ໝົດ​ສິ້ນ​ໄປ ຍັງ​ມີ​ການ​ຊຸກ­ຍູ້​ໃຫ້​ມີ​ການ​ພັດ­ທະ­ນາ​ພະ­ລັງ­ງານ​ນີ້​ຕໍ່​ໄປ ຫຼ້າ​ສຸດ​ແຫຼ່ງ​ຂ່າວ​ຕ່າງ­ປະ­ເທດ (ໜັງ­ສື­ພິມ ASTV) ຜູ້​ຈັດ­ການ​ຂອງ​ໄທ ວັນ​ທີ 23 ກັນ­ຍາ 2014) ອີງ​ຕາມ​ແຫຼ່ງ​ຂ່າວ​ຈາກ​ສຳ­ນັກ­ງານ Reuters ໃຫ້​ຮູ້​ວ່າ: ຈອນ​ດີ ຣັອກ​ກີ້ ເຟລ​ເລີ ມະ­ຫາ​ເສດ­ຖີ​ຂອງ​ກິດ­ຈະ­ການ​ນ້ຳ­ມັນ Standard oil ແລະ ອົງ­ການ​ກຸ­ສົນ ຕະ­ຫຼອດ​ຈົນ​ຜູ້​ຄອບ​ຄອງ​ຊັບ​ສິນ​ໄດ້​ອອກ​ມາ​ໃຫ້​ຄຳ​ໝັ້ນ​ສັນ­ຍາ​ຕໍ່​ກອງ​ປະ­ຊຸມ ສປຊ ວ່າ​ດ້ວຍ​ການ​ປ່ຽນ­ແປງ​ສະ­ພາບ​ອາ­ກາດ​ໂລ​ກວ່າ ເຂົາ​ຈະ​ຖອນ​ທຶນ​ຈາກ​ທຸ­ລະ​ກິດ​ນ້ຳ­ມັນ​ເຊື້ອ​ໄຟ​ຟອສ​ຊິດ ທັງ​ໝົດ​ມູນ​ຄ່າ 50 ພັນ​ລ້ານ​ໂດ​ລາ ໃນ​ໄລ­ຍະ​ເວ­ລາ 5 ປີ ມາ​ທຸ້ມ­ເທ​ໃສ່​ການ​ພັດ­ທະ­ນາ​ພະ­ລັງ­ງານ​ສະ­ອາດ​ຈາກ​ນ້ຳ ຈາກ​ແຫຼ່ງ​ຂ່າວ​ດັ່ງ­ກ່າວ ມັນ​ກາຍ​ເປັນ­ຄວາມ​ຫວັງ​ໃໝ່​ໃຫ້​ແກ່​ຊາວ​ໂລກ​ຂຶ້ນ​ມາ​ທັນ­ທີ ເພາະ​ມີ​ທາງ​ເລືອກ​ອີກ​ຊ່ອງ​ທາງ​ໃໝ່ ບໍ່​ແມ່ນ​ຈະ​ຂຶ້ນ​ກັບ​ພະ­ລັງ­ງານ​ຈາກ​ນ້ຳ­ມັນ​ແບບ​ຜູກ­ຂາດ​ຢ່າງ​ດຽວ ເວ­ລາ​ນັ້ນ​ບັນ­ດາ​ປະ­ເທດ​ເສດ­ຖີ​ນ້ຳ­ມັນ​ທັງ­ຫຼາຍ​ຄົງ​ຕ້ອງ​ປັບ­ປຸງ​ທ່າ​ທີ່​ຂອງ​ຕົນ​ໃໝ່​ໃນ​ເວ­ທີ​ໂລກ ເປັນ­ຕົ້ນ​ແມ່ນ​ການ​ຈັດ​ລະ­ບຽບ​ໂລກ​ໃໝ່.

*****************************************

ຂ່າວເທິງນີ້ ແມ່ນໄດ້ມາຈາກ Vientianemai.net ອີງຕາມຂ່າວດັ່ງກ່າວ ຜູ້ມີອຳນາດ ຍ້ອນນຳມັນກໍແມ່ນອາເມຣິກາ, ຜູ້ຊິອອກໜ້າພາໃຊ້ພລັງງານໃໝ່ກໍແມ່ນອາເມຣິກາ ອີກ, ເອີ......



__________________
Anonymous

Date:

ເຄີຍໄດ້ອ່ານຂ່າວຈາກເວັບໄຊນຶ່ງຊຶ່ງເວົ້າເຖິງ John D Rockefeller ຖອນເງິນຈາກການລົງທຶນ

ຂຸດຄົ້ນນ້ຳມັນຈຳນວນ 50 ພັນລ້ານໂດລາ ມາລົງທຶນໃນຂະແໜງພະລັງງານໃໝ່​ ພະລັງງານຈາກ

ແສງຕາເວັນ ແຕ່ບໍ່ເຄີຍໄດ້ຍິນວ່າລາວລົງທຶນໃນພະລັງງານນ້ຳສະອາດ.

http://theweek.com/article/index/268613/why-the-rockefellers-are-betting-on-renewable-energy



__________________
Anonymous

Date:

ควายเอีย



__________________
Anonymous

Date:

Anonymous wrote:

ควายเอีย


 ໜັງສືພິມວຽງຈັນໃໝ່ເປັນປາກກະບອກສຽງຂອງຣັຖບານຫຸ່ນແກວ

ສະນັ້ນ ເຂົາຈຶ່ງຣາຍງານຂ່າວອອກມາສະໜັບສະໜູນນະໂຍບາຍຂອງຣັຖ

ຊຶ່ງວ່າດ້ວຍການສ້າງປະເທດລາວໃຫ້ເປັນປະເທດໝໍ້ໄຟແຫ່ງອາຊີ.

ຖ້າຄົນຫູເບົາເຊື່ອງ່າຍວ່າ John D. Rockefeller ຖອນເງິນອອກມາລົງທຶນ

ໃນພະລັງງານນ້ຳ ກໍ່ສະແດງວ່າໃນອະນາຄົດປະເທດລາວຈະກາຍເປັນປະເທດ

ມະຫາອຳນາດນ້ຳຈືດເພາະມີເຂື່ອນໄຟຟ້າທີ່ສາມາດເກັບນ້ຳໄວ້ໃຊ້ໃນຂະແໜງ

ການກະສິກຳ ການປະມົງ ແລະການທ່ອງທ່ຽວ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard