Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ທ່ານກຳລັງດ່າຕົວເອງ
Anonymous

Date:
ທ່ານກຳລັງດ່າຕົວເອງ


 

https://www.facebook.com/video.php?v=549370665129340&set=vb.100001692354950&type=2&theater

 

1. ເວົ້າເຖິງຈຸດອອ່ນຂອງຕົວເອງ

2. ເວົ້າສາເຫດ ພັດເປັນຍອ້ນຕົວເອງ

 

ສະຫລຸບ ບໍ່ມີວິທີແກ້ໃຂ ແລະ ຫາທາງອອກບໍ່ໄດ້  



__________________
Anonymous

Date:

Anonymous wrote:

 

https://www.facebook.com/video.php?v=549370665129340&set=vb.100001692354950&type=2&theater

 

1. ເວົ້າເຖິງຈຸດອອ່ນຂອງຕົວເອງ

2. ເວົ້າສາເຫດ ພັດເປັນຍອ້ນຕົວເອງ

 

ສະຫລຸບ ບໍ່ມີວິທີແກ້ໃຂ ແລະ ຫາທາງອອກບໍ່ໄດ້  


 ??

ຄົນເວົ້າເຖິງຈຸດອ່ອນຂອງໂຕເອງ ຄືຄົນຮູ້ວ່າໂຕເອງຍັງບໍ່ດີພໍ

ເຂັາກ້າອອກມາຊີ້ແຈງແລະຍອມຮັບເອງຕໍ່ໜ້າຄົນອື່ນ

ເຂົາຍ່ອມກຳລັງພະຍາຍາມແກ້ໄຂສິ່ງທີ່ຜິດພາດນັ້ນ

ແກ້ກໍ່ພະຍາຍາມແກ້ຢູ່ແລ້ວ

ທີ່ເອົາມາເວົ້າກໍ່ເພື່ອຊີ້ຈຸດນັ້ນໃຫ້ຫຼາຍຄົນເອົາໄປຊ່ອຍແກ້ຕາມໜ້າທີ່ໃຜມັນອີກເທື່ອ

 

 

ຖາມອີຫຼີ  ເຈົ້າມັກ ເຈົ້າຢາກໃຫ້ເຂົາເວົ້າຍ້ອງຍໍແຕ່ໂຕເອງ ?

ມັກໃຫ້ເຂົາປິດບັງຂີ້ພື້ນໂຕເອງ?

ມັກຟັງແຕ່ ມື້ນີ້ເຮົາສ້າງນາຍຄູມີຄຸນນະພາບໄດ້ແລ້ວສາມຄົນ

ປູກຕົ້ນໄມ້ຢູ່ໜ້າໂຮງຮຽນແລ້ວສອງຕົ້ນ

ມັກຈັ່ງຊັ້ນແມ່ນບໍ່

ຖ້າມີຄົນຕິວ່າບໍ່ດີບ່ອນນັ້ນບ່ອນນີ້

ກໍ່ມີແຕ່ຖຽງແກ້ໂຕແທນການແກ້ໄຂ ມັກຈັ່ງຊັ້ນແມ່ນບໍ່

 

 

 

 

 



__________________
Anonymous

Date:

ແມ່ນແລວ້ເພິ່ນຮູ້ເຖິງຈຸດອອ່ນຂອງຕົວເອງ ແລະກໍຮູ້ເຖິງສາເຫດຂອງມັນ

ແຕ່ເປັນຫຍັງ ເພິ່ນຈຶ່ງປະປອ່ຍມາເປັນເວລາ ສິບສິບປີ 

ເປັນຫຍັງ ບໍ່ແກ້ໃຂ ບໍ່ປັບປຸງ ບໍ່ປຽ່ນແປງ 

ສີປະໃຫ້ ເປື່ອຍແລ້ວ ຊັ້ນບໍ



__________________
Anonymous

Date:

Anonymous wrote:

ແມ່ນແລວ້ເພິ່ນຮູ້ເຖິງຈຸດອອ່ນຂອງຕົວເອງ ແລະກໍຮູ້ເຖິງສາເຫດຂອງມັນ

ແຕ່ເປັນຫຍັງ ເພິ່ນຈຶ່ງປະປອ່ຍມາເປັນເວລາ ສິບສິບປີ 

ເປັນຫຍັງ ບໍ່ແກ້ໃຂ ບໍ່ປັບປຸງ ບໍ່ປຽ່ນແປງ 

ສີປະໃຫ້ ເປື່ອຍແລ້ວ ຊັ້ນບໍ


 ຂ້ອຍບໍ່ຮູ້ວ່າເພິ່ນຜູ້ເວົ້ານີ້ແມ່ນໃຜ ມີໜ້າທີ່ໃດ

ເພິ່ນມີເວລາເຂົ້າຮ່ວມຜິດຊອບບ້ານເມືອງດົນປານໃດແລ້ວ

 

ການປ່ຽນແປງຫຼືປັບປຸງແກ້ໄຂປັນຫາບ້ານເມືອງ ບາງເທື່ອບໍ່ແມ່ນຈະແກ້ໄຂຜູ້ດຽວໄດ້ງ່າຍ ໆ

ເບິ່ງແຕ່ທ່ານບຸບຜາວັນອະດີດນາຍົກລາວ

ໄດ້ເປັນເຖິງນາຍົກຖ້າຄົນອື່ນບໍ່ເຫັນນຳກໍ່ເຮັດຫຍັງບໍ່ໄດ້

ເພິ່ນກໍ່ເຄີຍເວົ້າປັນຫາຕ່າງ ໆ ໃນສະພາໃນລັກສະນະນີ້

ເພິ່ນເວົ້າເຮັດຫຍັງໃຫ້ຍືດຍາວ  ຄືບໍ່ແກ້ໂລດ

 

ນີ້ແຫຼະຄົນ  ເວົ້າຈີ້ຈຸດປັນຫາໃຫ້ທຸກຄົນຟັງ ກໍ່ຫາວ່າ ບລາ ບລາ ບລາ

ຄັນບໍ່ເວົ້າ ກໍ່ດ່າວ່າໂງ່ ບໍ່ຮູ້ຈັກຂີ້ໝາຫຍັງ

ຄົນນໍຄົນ  ແຮ່ງຄົນແຮ່ງແຫຼວ

 



__________________
Anonymous

Date:

ປະເທດລາວ ແມ່ນຍັງຢູ່ໃນລະບອບນະໂຍບາຍ

ຢາກໄດ້ລົດໄດ້ເຮືອນກໍນະໂຍບາຍ

ຢາກໄດ້ໂກຕາໄມ້ກໍນະໂຍບາຍ

ບໍ່ຢາກເສັຍພາສີ ກໍຂໍນະໂຍບາຍ

ຢາກເສັງໄດ້ກໍນະໂຍບາຍ

ແຕ່ ພອ້ມກັບນະໂຍບາຍ ແມ່ນຕອ້ງມີເງິນກອ້ງໂຕະໄປພອ້ມ

ປະເພນີ ທີ່ ປະຖິ້ມຍາກ 

ແຕ່ກໍປຽ່ນໄດ້ ໃຊ້ກົດເຫລັກ ເວລາສອບເສັງເອົາໃບປະກາດ ເຮັດໃຫ້ຄືເວລາຮັບໃບປະກາດດີບໍ

ໃຫ້ມີຄະນະສອບເສັງເປັນ 10 ມີນັກສຶກສາໄປຟັງເປັນ 100

ຖ້າປອ້ງກັນບໍ່ໄດ້ ກໍຈົບ ເລີຍ ບໍ່ຕອ້ງໃຫ້ໃບປະກາດ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard