Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຈຳປາສັກ ງາມຫລາຍ
Anonymous

Date:
ຈຳປາສັກ ງາມຫລາຍ

ຈັກໜອ່ຍ ທາງ 6ເລນ ຈາກ ຫລັກ 8 ຫາຫລັກ 8 ພອ້ມທັງຂົວເຊໂດນ ສຳເຣັດ ປາກເຊ ກາຍເປັນນະຄອນ ທີ່ງາມກວ່າວຽງຈັນຫລາຍ

ວັດພູ ກໍມີ ທາງໄປມາສະດວກ ການຈັດສັນດ້ານທອ່ງທຽ່ວກໍດີ

ນຳຕົກ ມີແຕ່ບອ່ນງາມໆ ຕາດສີດາ ຜາສວ້ມ ຕາດຟານ ຕາດເຍືອງ ຕາດອີຕູ້ ນັບບໍ່ຖວ້ນ 

ເລີດສຸດ ແມ່ນ ຄອນພະເພັງ ແບະຫລີ່ຜີ 

ງາມອີຫລີ

ເມືອຢາມເທະສຽ່ວ

__________________
Anonymous

Date:

10672260_948150081879490_3683063827920238833_n.jpg?oh=cadde8256fca2a0c6752c79e31f0ff14&oe=54B82C25&__gda__=1420480684_24a1a127ab347e0f2c149a6706b64c39

__________________
Anonymous

Date:

10177454_944592318901933_720471160161410966_n.jpg?oh=e4f21edb652f246f91b706ed6520f455&oe=54B9BD31&__gda__=1425130081_0c9fa8785e02f261beaf2c01e05c98ce

__________________
Anonymous

Date:

ເລື່ອງສ້າງສາ ພັດທະນາແມ່ນສີ່ງທີ່ດີ

ແຕ່ສີ່ງທີ່ຜິດພາດທີ່ສຸດຂອງການນຳພາກສ່ວນກ່ຽວຂ້ອງ

ແມ່ນການມ້າງຂົວເກົ່າຖີ້ມ ເປັນແນວຄິດແບບກືກໆ ສຸດໆ

__________________
Anonymous

Date:

ເຈົ້ານາຍຢູ່ ປາກເຊບໍ່ດື່ມເບັຍໃດ ທ່ານ

ຝາດຳ ເອົາ

ໄປເບິ່ງຢູ່ເຮືອນແພເດີ ຖ້າບໍເຊື່ອ

__________________
Anonymous

Date:

ປານໃດ ລຖບ    ວຽດນາມຈະເອົາອະນຸສະວະຣີ ຟາມວັນດົງ  ມາຕັ້ງຢູ່ເມືອງປາກເຊເຮົາ?

ຫາກເມືອງປາກເຊເຮົາສາມາດມີ ອະນຸສະວະຣີ ຟາມວັນດົງ ຫຼື ອະນຸສະວະຣີໂວ ວັນກຽບ ເມືອງປາກເຊເຮົາແຮງຈະມີສະເນ່

ເປັນເມືອງ ພິລາດອາດຫານໃນການ ປຕວ ຂັບໄລ່ຈັກກະພັດ.

__________________
Anonymous

Date:

Anonymous wrote:

ເລື່ອງສ້າງສາ ພັດທະນາແມ່ນສີ່ງທີ່ດີ

ແຕ່ສີ່ງທີ່ຜິດພາດທີ່ສຸດຂອງການນຳພາກສ່ວນກ່ຽວຂ້ອງ

ແມ່ນການມ້າງຂົວເກົ່າຖີ້ມ ເປັນແນວຄິດແບບກືກໆ ສຸດໆ

       ຕ້ອງມ້າງຖີ້ມເພາະມັນເປັນຂົວ ຮ່ອງຮອຍຂອງ  ຝັ່ຣງເສດ.ໃຫ້ເຮົາເອົາໄວ້ແຕ່ ຂອງວຽດນາມເທົ່ານັ້ນ.

      ຂໍສະເນີໃຫ້ ລຖບ ສປປລ ແລະ ລຖບ ວຽດນາມສ້າງ ອະນຸສະວະຣີທ່ານ ໂຮຈິມິນ ຢູ່ປາກເຊໄວໆ.

__________________

Senior Member

Status: Offline
Posts: 101
Date:

ตัวอย่างสะพานกรุงเทพ ที่ข้ามแม่น้ำเจ้าพระยาครับ

ยังคงมีสะพานเก่าแบบเปิดให้เรือแล่นผ่าน และสะพานใหม่ที่สูงมากๆ

Image.aspx?ID=2642434

926100011_01.jpg

id_57381_1.jpg

__________________
Anonymous

Date:

ງາມເເບບອີ່ຮ້າງຫັ້ນເເມ່ນຢູ່! biggrin

__________________
Anonymous

Date:

Anonymous wrote:

ງາມເເບບອີ່ຮ້າງຫັ້ນເເມ່ນຢູ່! biggrin

ບ້ານນອກເຂົ້າໃນເມືອງ ກໍວ່າງາມຫລາຍດັ່ງເຫດການສມັຍປີ 73 ຕອນມີຣັຖະບານປະສົມ ແລ້ວ ພະນັກງານ

ທະຫານ ຕຳຣວດ ແລະພົລະເຮືອນຂອງຝ່າຍແນວລາວຮັກຊາດທີ່ເຂົ້າມາປະຈຳການຢູ່ສອງນະຄອນເປັນກາງ

ກໍຄື ວຽງຈັນ ແລະຫຼວງພະບາງ, ຊຶ່ງສອງນະຄອນນີ້ເຮັດໃຫ້ສາຍຕາຂອງຄົນທີ່ມາແຕ່ເຂດປົດປ່ອຍຕ້ອງຕົກ

ສະເງີ້ແລະຕາເປີດຢ່າງບໍ່ຜັບວ່າສອງນະຄອນນີ້ງາມແລະສີວິລັຍທີ່ສຸດດັ່ງຫຼາຍໆພັນຄົນໄດ້ຂຽນຈົດໝາຍໄປສົ່ງ

ຂ່າວພໍ່ແມ່ຍາດພີ່ນ້ອງທີ່ຢູ່ທາງຊຳເໜືອແລະເຂດປົດປ່ອຍເກົ່າອື່ນໆດັ່ງນີ້:

- ອໍ້ເອີຍ ເອັມເອີຍ ຄັນວ່າອໍ້ເອັມຍັງບໍ່ທັນເຫັນວຽງຈັນແລະຫຼວງພະບາງເທື່ອນັ້ນ ກັນບໍ່ທັນຢາກໃຫ້ອໍ້ເອັມ

  ຕາຍເທື່ອ, ຢາກໃຫ້ອໍ້ກັບເອັມໄດ້ເຫັນວຽງຈັນແລະຫລວງພະບາງກ່ອນຈັ່ງຕາຍເພາະວ່າສອງນະຄອນນີ້ສ່າງ

  ງົດງາມ ຮຸ່ງເຮືອງເຫຼືອງເຫຼື້ອມປານເມືອງຟ້າເມືອງແຖນຂອງພະອິນ. ຖນົນຫົນທາງກໍປູຢາງ ຝົນຕົກມາກໍ

  ບໍ່ໄດ້ຖ່ອງຂີ້ຕົມຄືຊຳເໜືອບ້ານເຮົາ, ຣົດລາແລ່ນບໍ່ຂາດສາຍ ແຕ່ລະເຊົ້າລະແລງພວກລູກກໍພາກັນໄປນັ່ງຢູ່

  ຫົ່ມໄມ້ແຄມທາງເບິ່ງຣັດແລ່ນໄປມາຈົນຕາລາຍ. ຍາມກາງຄືນກໍແຈ້ງສວ່າງປານກາງເວັນ ຄົນວ່າເຜີບໍ່ທັນ

  ໄດ້ເຫັນວຽງຈັນແລະຫຼວງພະບາງກັນຢາກບອກເຫີ້ວ່າຢ່າຟ້າວຕາຍ ແລະຂ່າວເກີເອໍ໊ເຫີ້ເອັມຊາບວ່າດຽວນີລູກ

  ຂີ່ຣົດຖີບເປັນແລ້ວ.

ອັນນີ້ລະທີ່ຄົນລາວວ່າງາມຫຼາຍນັ້ນ ເພາະບໍ່ເຄີຍເຫັນບ່ອນເມືອງໃດຫຼືປະເທດໃດທີ່ຈເຣີນກ່ອນລາວຈັກເທື່ອໃນ

ຊີວິດ. ຂັ້ນວ່າວຽງຈັນນະຄອນຫຼວງຂອງປະເທດແທ້ໆຍັງທຽບເມືອງອຸດອນຂອງໄທບໍ່ໄດ້ ທັ່ງໆທີ່ອຸດອນກ່ອນ 75

ນັ້ນນ້ອຍແລະດ້ອຍພັທະນາກ່ອນວຽງຈັນ, ແຕ່ດຽວນີ້ທຽບອຸດອນບໍ່ຕິດເລີຍອັນວຽງຈັນນັ້ນ.

 ສະຫາຍນີ້ຢາກເວົ້າຫຍັງບໍ່ເຂົ້າໃຈນຳ, ປະກົດວ່າບໍ່ເຂົ້າປະເດັນເລີຍ

__________________
Anonymous

Date:

ເບິ່ງຕາມພູມມີປະເທດແລ້ວ ປາກເຊມີສັກກະຍາພາບທີ່ຈະພັດທະນາໃຫ້ຈະເຣີນໃດ້ງ່າຍທີ່ສຸດ

ປາກເຊເປັນສູນກາງຂອງລາວພາກໃຕ້

ແຂວງຈຳປາສັກມີເຂດຕິດຕໍ່ກັບປະເທດເພື່ອນບ້ານເຖິງສາມປະເທດ

ນອກຈາກທັມມະຊາດຫຼວງຫຼາຍທີ່ງາມໂດດເດັ່ນ

ແລະຮ່ອງຮອຍທາງວັດທະນະທັມອັນຍິ່ງໃຫຍ່

ທີ່ສາມາດພັດທະນາໃຫ້ເປັນສູນກາງການທ່ອງທ່ຽວໄດ້ແລ້ວ

ຈຳປາສັກຍັງອຸດົມສົມບູນດ້ວຍຊັບໃນດິນ ສິນໃນນ້ຳ

ເວົ້າງ່າຍ ໆ ຄືດິນງາມນ້ຳຫຼາຍ ອາກາດດີ

ເຊິ່ງເປັນປັດຈັຍສຳຄັນຂອງການກະເສດ

ປາກຊ່ອງສາມາດເຮັດໃຫ້ເປັນສູນກາງການກະເສດໃຫຍ່ທີ່ສຸດຂອງປະເທດໄດ້

ດັ່ງທີ່ເວົ້າ  ຈຳປາສັກຕິດເຂດກັບສາມປະເທດ

ປາກເຊຈຶ່ງເໝາະສົມທີ່ຈະເປັນສູນກາງການຄ້າຂອງພູມມີພາກນີ້ທີ່ສຸດ

ຂະເໝນສາມາດມາຊື້ສິນຄ້າຈີນ

ໄທຍສາມາດມາຊື້ສິນຄ້າຈີນ ຫວຽດນາມ

ຫວຽດນາມສາມາດມາຊີ້ສິນຄ້າ ຈີນ ໄທຍ

ແລະຊື້ສິນຄ້າທາງກະເສດຂອງລາວ

ແຕ່ລາວຕ້ອງຜະລິດສິນຄ້າກະເສດທີ່ລູກຄ້າຕ້ອງການ ບໍ່ແມ່ນປູກແຕ່ກົກຢາງ

ຖ້າທາງພາກຣັຖທ້ອງຖິ່ນສະຫຼາດ ສາຍຕາກວ້າງໄກທັນສມັຍ

ພັດທະນາບ້ານເມືອງດ້ວຍຄວາມຮອບຄອບ

ສົ່ງເສີມ ໃຫ້ຄວາມສະດວກກັບການລົງທຶນຂອງປະຊາຊົນ

ເສດຖະກິດຂອງແຂວງດີແລ້ວ 

ຢ່າລືມການພັດທະນາຖນົນຫົນທາງໃຫ້ຖືກຕ້ອງທັນສມັຍ

ການຂຍາຍເມືອງປາກເຊຕ້ອງຮອບຄອບໃຊ້ຄົນມີຄວາມຮູ້ທາງຜັງເມືອງ

ປາກເຊໄດ້ປຽບວຽງຈັນທີເມືອງຍັງອາຍຸນ້ອຍ ເມືອງຍັງບໍ່ແອອັດ

ການຂຍາຍຖນົນເຮັດໄດ້ງ່າຍ

ແຕ່ຣະວັງ ຖ້າສ້າງທາງໃໝ່ໃຫ້ເຮັດກວ້າງໆໄວ້ ສີ່ຊ່ອງທາງຂື້ນໄປ

ຕຶກຮາມບ້ານຊ່ອງທີ່ຈະປຸກຂື້ນໃໝ່ໃຫ້ຖືກຕ້ອງຕາມກົດບັງຄັບຜັງເມືອງ

ຖ້າປາກເຊເຮັດໄດ້ອີ່ຫຼີ່  ຮັບຮອງອີກຊາວປີປາກເຊຕ້ອງຈະເຣີນກວ່າວຽງຈັນແນ່ນອນ

__________________
Anonymous

Date:

Anonymous wrote:

ເລື່ອງສ້າງສາ ພັດທະນາແມ່ນສີ່ງທີ່ດີ

ແຕ່ສີ່ງທີ່ຜິດພາດທີ່ສຸດຂອງການນຳພາກສ່ວນກ່ຽວຂ້ອງ

ແມ່ນການມ້າງຂົວເກົ່າຖີ້ມ ເປັນແນວຄິດແບບກືກໆ ສຸດໆ

 ເວົ້າມາແລ້ວໄດ້ແຕ່ເສົ້າສຸດ ໆ ເສັຽດາຍສຸດປຽບປະມານ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard