Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ປີ້ງໄກ່ ເຊໂນ vs ປີ້ງໄກ່ນາປົ່ງ
Anonymous

Date:
ປີ້ງໄກ່ ເຊໂນ vs ປີ້ງໄກ່ນາປົ່ງ


ຢູ່ເຊໂນ ປິ້ງໄກ່ ລາດ ແທ້ ເພາະໂຕນອ້ຍ ຫອມມັນ ແລະກໍເຫັນແມ່ຄ້າຂົນລົງຈາກລົດມາຂາຍເປັນປະຈຳ

ສ່ວນຢູ່ ນາປົງ ໂຕໃຫຍ່ດີ ແຕ່ລົດຊາດຄືບໍ່ ປານໃດ

ແມ່ນຫລືບໍ່? 



__________________
Anonymous

Date:

ແຊບທັງສອງບ່ອນ...

foodhawkerslaos-04.jpg

ແຕ່ ຂ້ຽມັກຫຼາຍ ແມ່ນ ປີ້ງໄກ່ ເຊບັ້ງຫຽງ...

538875_397341983635634_770226493_n.jpg?oh=9e3a0b5b9796728d69d84aa1af91eb5b&oe=54ADE264&__gda__=1422088666_cf1afa352ee3b93de04b446030d7277e

 



__________________
Anonymous

Date:

ປີ້ງໄກ່ ສີຫອມ ທັງແຊບ ທັງແພງ



__________________
Anonymous

Date:

ແຖວເມືອງສະຫວັນແຕ່ກ່ອນປິ້ງໄກ່ເຊໂນນັ້ນບໍ່ມີໃຜຮູ້ດອກ

ຄຶດວ່າຫາກໍ່ມີຊື່ສຽງສິບ ຊາວປີມານີ້

ເພາະແຕ່ກ່ອນເຊໂນບໍ່ແມ່ນຊຸມທາງ ຫຼືທາງຜ່ານຄືທຸກມື້ນີ້

ພໍເປັນທາງຜ່ານ ແມ່ຄ້າຈຶ່ງພາກັນໜື້ງເຂົ້າປີ້ງໄກ່ມາຂາຍໃຫ້ແກ່ຄົນເດີນທາງ

 

ແຕ່ກ່ອນປີ້ງໄກ່ຫຼັກສາມສິບຫ້າແມ່ນດັງຂອງແຂວງສະຫວັນ

ເວົ້າອີຫຼີແລ້ວ ປີ້ງໄກ່ຢູ່ໃສກະຄືກັນນັ້ນລະ

ຄວາມແຊບຕ່າງກັນກໍ່ຕາມຝີມືຂອງແຕ່ລະຄົນ

ປີ້ງໄກ່ເຊໂນ ຫຼືໄກ່ນາປົງບໍ່ໄດ້ມີສູດຕາຍໂຕຂອງເມືອງວ່າຕ້ອງເຮັດຈັ່ງຊີ້ ໆ

ປີ້ງໄກ່ເຊໂນຂອງແມ່ຄ້າຫ້າຄົນ ຣົສຊາດໄກ່ຂອງຫ້າຄົນກໍ່ບໍ່ຄືກັນ

 

ແຕ່ເປັນຫຍັງມັນຈຶ່ງດັງ

ມັນດັງເພາະຄົນເດີນທາງເກືອບທຸກຄົນຕ້ອງຖືກຫຸ້ມຂາຍ

ແລະໄດ້ກິນຍາມຫິວຕອນເດີນທາງ

ເຂົ້າໜຽວປິ້ງໄກ່ເປັນອາຫານກິນງ່າຍໃນການເດີນທາງ

ລອງແມ່ຄ້າທຸກຄົນເຊົາປີ້ງໄກ່ຂາຍ ແລ້ວຫັນມາປີ້ງແຕ່ໝູຂາຍເບິ່ງດຸ

ຂ້ອຍວ່າປີ້ງໝູເຊໂນກໍ່ຕ້ອງດັງຄືກັນ ແລ້ວຄົນກໍ່ລືມປີ້ງໄກ່

ເພາະຄົນເດີນທາງເຫັນແຕ່ໄມ້ປີ້ງໝູຢູ່ເຕັມໜ້າ ຈຶ່ງຕ້ອງກິນແຕ່ປີ້ງໝູ

 

 

 

 

 

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard