Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ພວກເຮົາຄົນລາວຄຶດແນວໃດຕໍ່ຂ່າວນີ້
Anonymous

Date:
ພວກເຮົາຄົນລາວຄຶດແນວໃດຕໍ່ຂ່າວນີ້


ຈາກໜັງສືພິມວຽງຈັນໄໝ່.

ມອບ-ຮັບໜ້າທີ່ຫົວໜ້າກົມພົວພັນຄົນເຊື້ອຊາດລາວ

ເພື່ອ​ແນໃສ່​ໃຫ້​ການຈັດຕັ້ງປະຕິບັດ​ວຽກ​ງານ​ ໃຫ້​ມີ​ຄວາມສອດຄ່ອງ ແລະ ຕອບ​ສະໜອງໄດ້ ​ໜ້າທີ່​ການເມືອງ​ໄລຍະ​ໃໝ່ ວັນ​ທີ 13 ຕຸລາ 2014 ຢູ່​ທີ່​ກະຊວງ​ການ​ຕ່າງປະເທດ ໄດ້​ມີ​ພິທີມອບ-ຮັບ​ໜ້າທີ່​ຫົວໜ້າ​ກົມ​ພົວພັນ​ຄົນ​ເຊື້ອ​ຊາດ​ລາວ​ຢູ່​ຕ່າງ​ປະເທດ ລະຫວ່າງ​ທ່ານ ທວນ ວໍລະສານ (ຜູ້​ເກົ່າ) ທີ່​ອອກ​ພັກຜ່ອນຮັບ​ເບ້ຍ​ບຳນານ​ຕາມ​ລະບຽບການ​ຂອງ​ຂັ້ນ​ເທິງ ແລະ ທ່ານ ສຸວັນ​ນາ ຜຸຍ​ຍະ​ວົງ (ຜູ້​ໃໝ່) ໃຫ້ກຽດ​ເຂົ້າ​ຮ່ວມ​ພິທີ​ໂດຍ​ທ່ານ ທອງ​ລຸນ ສີ​ສຸ​ລິດ ຮອງ​ນາຍົກ​ລັດຖະ​ມົນຕີ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະເທດ ພ້ອມດ້ວຍ​ບັນດາ​ລັດຖະມົນຕີ​ຊ່ວຍ​ວ່າການ ຫົວໜ້າ​ກົມ ຫ້ອງການ ແລະ ພະນັກງານ-ວິຊາ​ການກ່ຽວຂ້ອງ.

ໂອກາດ​ດັ່ງກ່າວ ທ່ານ​ລັດ​ຖະມົນຕີ​ວ່າການ ກະຊວງ​ການ​ຕ່າງປະເທດ ໄດ້​ສະແດງ​ຄວາມ​ຍ້ອງຍໍ-ຊົມເຊີຍ​ຕໍ່​ຜົນສຳເລັດ​ອັນ​ຍິ່ງໃຫຍ່ ​ທີ່​ທ່ານ​ຫົວໜ້າ​ກົມ​ຜູ້​ເກົ່າຍາດ​ມາ​ໄດ້ ຕະຫຼອດ​ໄລຍະ​ຊຸມ​ປີຜ່ານ​ມາ ເຊິ່ງ​ໄດ້​ເຮັດ​ໃຫ້​ວຽກ​ງານການ​ພົວພັນ​ຄົນ​ເຊື້ອ​ຊາດ​ລາວ​ຢູ່ຕ່າງປະເທດ ​ມີ​ຄວາມ​ເຕີບ​ໃຫຍ່ຂະຫຍາຍຕົວ​ເປັນ​ກ້າວໆ ເປັນຕົ້ນແມ່ນ ການ​ຄຸ້ມ​ຄອງ-ຊ່ວຍເຫຼືອແກ້​ບັນຫາ​ຕ່າງໆ​ທີ່​ເກີດ​ຂຶ້ນ​ກັບຄົນ​ເຊື້ອ​ຊາດ​ລາວ​ຢູ່​ຕ່າງ​ແດນ ແລະ ວຽກ​ງານ​ການ​ເສີມ​ສ້າງຄວາມ​ສາມັກຄີ​ປອງ​ດອງ ພ້ອມນີ້ ທ່ານ​ຍັງ​ໄດ້​ຮຽກຮ້ອງ​ໃຫ້​ຫົວໜ້າ​ກົມ​ຜູ້​ໃໝ່ ສືບຕໍ່​ປະຕິບັດ​ໜ້າທີ່​ອັນ​ສຳຄັນ ແລະ ມີ​ກຽດ​ຄັ້ງ​ນີ້ ໃຫ້​ເອົາໃຈໃສ່​ໂຄສະນາ​ປຸກ​ລະດົມ​ໃຫ້​ພີ່ນ້ອງ​ເຊື້ອ​ຊາດ​ລາວ ​ໄດ້ຮັບ​ຮູ້-ເຂົ້າໃຈ​ເລິກເຊິ່ງ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ ແລະ ລັດຖະບານ ເພື່ອ​ສ້າງ​ໃຫ້​ເຂົາເຈົ້າ​ກັບ​ຄືນ​ມາ​ຢ້ຽມຢາມ ແລະ ຊອກ​ຊ່ອງ​ທາງ​ເຮັດ​ທຸລະ​ກິດ​ລົງທຶນ ເພື່ອ​ຊ່ວຍ​ກັນ​ພັດທະນາ​ປະເທດ​ຊາດ​ໃຫ້​ຈະເລີນ​ຮຸ່ງ​ເຮື່ອງ​ຍິ່ງຂຶ້ນ​ຕື່ມ​ອີກ.

 



__________________
Anonymous

Date:

**ໄດ້​ສະແດງ​ຄວາມ​ຍ້ອງຍໍ-ຊົມເຊີຍ​ຕໍ່​ຜົນສຳເລັດ​ອັນ​ຍິ່ງໃຫຍ່ ​ທີ່​ທ່ານ​ຫົວໜ້າ​ກົມ​ຜູ້​ເກົ່າຍາດ​ມາ​ໄດ້ ຕະຫຼອດ​ໄລຍະ​ຊຸມ​ປີຜ່ານ​ມາ**

 

ຈັ່ງແມ່ນເວົ້າຄືແກວນໍ  ຍາດມາໄດ້  ໄລຍະຊຸມປີ



__________________
Anonymous

Date:

Anonymous wrote:

**ໄດ້​ສະແດງ​ຄວາມ​ຍ້ອງຍໍ-ຊົມເຊີຍ​ຕໍ່​ຜົນສຳເລັດ​ອັນ​ຍິ່ງໃຫຍ່ ​ທີ່​ທ່ານ​ຫົວໜ້າ​ກົມ​ຜູ້​ເກົ່າຍາດ​ມາ​ໄດ້ ຕະຫຼອດ​ໄລຍະ​ຊຸມ​ປີຜ່ານ​ມາ**

 

ຈັ່ງແມ່ນເວົ້າຄືແກວນໍ  ຍາດມາໄດ້  ໄລຍະຊຸມປີ


    ເຈົ້າຄືເວົ້າຖືກແທ້ພໍ່ອາວ. ຄໍາວ່າຍາດ ມັນເປັນ ສັບ ໄຊ້ໃນສັງຄົມໝາ. ໝາ ຫຼື ສັດເດັຽຣະສານຈໍາພວກອື່ນໆ ມີແຕ່ຍາດແຍ່ງ ຂົບແຫ້ນ ຊິງດີຊິງເດັ່ນ  ກັດກັນກິນໃຫ້ຕາຍໄປຂ້າງຫຶ່ນງ.ສັບນີ້ແມ່ນຖືກຢູ່ໃນສັງຄົມການເປັນຢູ່ຂອງຊາດລາວ ໂດຍສະເພາະສັງຄົມການເປັນຢູ່ຂອງຊາດລາວປັຈຸບັນໃດ້

ກາຍເປັນສັງຄົມໝາ..100%.ສະແຕກໝາຫລາຍ ແຮງເປັນວໍ້ນໍ້າລາຍເຫັ່ຽ ຫາກັດ ແຕ່ໝູ່ຄື ໝາລາວລີງສອງສາມຕົວໃນທີ່ນີ້.



__________________
Anonymous

Date:

ເຈົ້າ​ຄື​ເວົ້າ​ຖືກ​ແທ້​ພໍ່​ອາວ​ຄົນ​ຈຳ​ພວກນີ້​ມັນ​ຊິ​ແຕກ​ໝາຫຼາຍ

ທຸກ​ສິ່ງ​ທຸກ​ຢ່າງ​ມັນ​ກາຍ​ເປັນ​ລະ​ບົບ​ໝາ​ໃປ​ແລ້ວ​ມັນ​ກິນ​ຄື​ໝາ

ຢູ່​ຄື​ໝາ​ສີ້​ຫີ​ໝາ​ພໍ່​ອາວ​ເອີຍ​ເຈົ້າ​ເວົ້າ​ມາ​ຂ​ອ້ຍ​ຄິດ​ວ່າ​ຄັກຫຼາຍ



__________________
Anonymous

Date:

ມາເບິ່ງຜູ້ຊະນະການປະກວດ Miss Pakse

1388984165.jpg

ນາງ ລິນ​ດາ ຈັນ­ທະ​ພິມ ອາ­ຍຸ 18 ປີ ຈາກ​ຫ້ອງ­ການ​ສະ­ຫະ­ພັນ​ແມ່­ຍິງເມືອງ​ປາກ​ເຊແຂວງ​ຈຳປາ​ສັກສົ່ງ​ເຂົ້າ​ປະ​ກວດສາ­ມາດ​ຍາດ​ໄດ້​ອັນ​ດັບ 1 ໃນ​ງານ​ປ



__________________
Anonymous

Date:

ອົງການ ສະພາບ ແວດລ້ອມ Global Witness ຕໍານິ ສະພາ ຄຸ້ມຄອງ ປ່າໄມ້ ສາກົລ ໃນ ວັນທີ 10 ກັນຍາ 2014 ວ່າໄປ ຍ້ອງຍໍ ບໍຣິສັດ ຢາງພາຣາ ວຽດນາມ ທີ່ເຄີຍຖືກ ຕິຕຽນ ວ່າໄດ້ ຍາດແຍ່ງ ເອົາດິນ ຈາກ ຊາວບ້ານ ຢູ່ ກັມພູຊາ ແລະ ຢູ່ລາວ.



__________________
Anonymous

Date:

ເອົ່າ ຍາດກັນດ່າສູ.ດ່າດ່າດ່າ ໂອຍບໍ່ແມ່ນ. ສູ້ສູ້ສູ້55555555



__________________
Anonymous

Date:

ເຊີນມາທຽ່ວບຸນທາດຫລວງນຳກັນເດີ

ປີນີ້ເຂົ້າໃໝ່ ປາມັນອຸດົມສົມບູນຫລາຍ

ປີ້ງໄກ່ ເຂົ້າຫລາມຍັງຄືເກົ່າ

ມື້ສຸດທ້າຍຄື ຕົ້ມໄກ່ລາດ ເຂົ້າໜື້ງຮອ້ນໆເດີ

ຮັກແພງທຸກຄົນ



__________________
Anonymous

Date:

ເພີ່ນເປັນຫ່ວງ ເປັນໄຍນຳຄົນເຊື້ອຊາດຕົນເອງ

ມັນກໍ່ດີແລ້ວເດ່, ຄວນຂອບໃຈເພີ່ນ ຊົມເຊີຍເພີ່ນ

ທີ່ເອົາໃຈໃສ່ດູແລ ເບີ່ງແຍງ ຄອຍໃຫ້ການຊ່ວຍເຫລືອ

 

 



__________________
Anonymous

Date:

Anonymous wrote:

ເພີ່ນເປັນຫ່ວງ ເປັນໄຍນຳຄົນເຊື້ອຊາດຕົນເອງ

ມັນກໍ່ດີແລ້ວເດ່, ຄວນຂອບໃຈເພີ່ນ ຊົມເຊີຍເພີ່ນ

ທີ່ເອົາໃຈໃສ່ດູແລ ເບີ່ງແຍງ ຄອຍໃຫ້ການຊ່ວຍເຫລືອ

 

 


get two bird with one stone , Lao govt wear the mask behind

their purpose is to look for Lao oversea who still have idea against

toward communist  regime



__________________
Anonymous

Date:

ອ່ານແລ້ວກໍ່ດີໃຈນຳເນື້ອໃນກໍ່ຄືຄວາມເປັນຫ່ວງເປັນໃຍຂອງ ພັກ-ລັດ ຕໍ່ຄົນເຊື້ອຊາດລາວ,

ເຖິງຂັ້ນມີການສ້າງຕັ້ງກົມພົວພັນຄົນເຊື້ອຊາດລາວທີ່ສັງກັດໃນກະຊວງການຕ່າງປະເທດ.

ຕາມທີ່ເຂົ້າໃຈສ່ວນໂຕແມ່ນເພິ່ນໝາຍເຖິງຄົນລາວທີ່ຖືສັນຊາດຕ່າງປະເທດນັ້ນຕິ.

ການທີ່ເພິ່ນຊ່ວຍເຫຼືອແກ້​ບັນຫາ​ຕ່າງໆ​ທີ່​ເກີດ​ຂຶ້ນ​ກັບຄົນ​ເຊື້ອ​ຊາດ​ລາວ​ຢູ່​ຕ່າງ​ແດນນັ້ນຄົງ

ບໍ່ໝາຍເຖິງຄົນລາວທີ່ຖືປາສປອດລາວທີ່ມາເຮັດວຽກທາງການ ຫຼື ປະກອບທຸລະກິດຢູ່ຕ່າງ

ແດນແມ່ນ ຫຼື ບໍ່?.ຖ້າເປັນຄືວ່າກໍ່ດີໃຈ ແລະ ຊົມເຊີຍໃນນໍ້າໃຈຮັກເຊື້ອແພງຊາດຂອງພັກ-ລັດ.

ແຕ່ໃນທາງທີ່ດີແລ້ວຢາກໃຫ້ເພິ່ນຊ່ວຍຄົນເຊື້ອຊາດລາວທີ່ກັບໄປເຮັດວຽກ,ເຮັດການກໍ່ຄືການ

ໄປປະກອບທຸລະກິດສ່ວນຕົວທີ່ປະເທດລາວດ້ວຍຈິດໃຈຢາກມີສ່ວນໃນການສ້າງສາພັດທະນາ

ປະເທດພາຍໄຕ້ຈິດສຳນຶກຂອງຄວາມເປັນລາວນັ້ນຄືກັນກັບຄົນລາວ ແລະ ເຊື້ອສາຍຂອງຕົນ

ແທ້ໆເພາະເພິ່ນມີສິດມີອຳນາດໃນກັບມືຢ່າງເຕັມປ່ຽມໃນບ້ານເມືອງຕົນເອງດີກວ່າຈະມາຄຶດ

ຊ່ວຍເຫຼືອຢູ່ຕ່າງແດນເພາະສິດອຳນາດຂອງເພິ່ນອາດຢູ່ໃນຂີດຈຳກັດ.ແລະໃນກໍລະນີນີ້ຄົນລາວ

ໃນຕ່າງແດນຄົງແກ້ໄດ້ເອງດີກວ່າເພາະຄຸ້ນເຄີຍດີກັບສັງຄົມ ແລະ ລະບຽບການຂອງບ້ານເຂົາ

ທີ່ພວກຕົນອາໃສ.

ຕໍ່ວຽກງານການເສີມສ້າງຄວາມສາມັກຄີປອງດອງນັ້ນຄົງບໍ່ເປັນເລື່ອງຍາກ ແລະ ເຫຼືອວິໃສ

ທີ່ຈະເຮັດບໍ່ໄດ້ລະຫວ່າງຄົນທີ່ມີພາສາເວົ້າອັນດຽວກັນພຽງແຕ່ຂໍໃຫ້ມີຄວາມຈິງໃຈຕໍ່ກັນແທ້

ກໍ່ຄືນະໂຍບາຍ ຫຼື ການເວົ້າກັບການກະທຳຕ້ອງກົງກັນ.ຕ້ອງມີການພົບປະກັນໃນວົງກວ້າງ

ລະຫວ່າງຜູ້ຕ່າງໜ້າທາງການຂອງລາວກັບປະຊາຄົມຄົນເຊື້ອຊາດລາວຢູ່ຕ່າງແດນເພື່ອພ້ອມ

ກັນປຶກສາຫາລື,ຮັບຟັງຄວາມເຫັນຂອງກັນ ແລະ ກັນ ບົນຫຼັກການເພື່ອຜົນປະໂຫຍດຮວມ

ຂອງຊາດ.ບໍ່ແມ່ນພຽງແຕ່ຈະມາພົບກັບສະມາຄົມລາວທີ່ຢູ່ພາຍໄຕ້ອຸປະຖັມ ຫຼື ໄກ້ສິດກັບ

ສະຖານທູດລາວເທົ່ານັ້ນຊຶ່ງເປັນສະມາຄົມທີ່ບໍ່ຖືໄດ້ວ່າເປັນຜູ້ຕ່າງໜ້າປະຊາຄົມລາວໄດ້.

ເຫດຜົນຄືວ່າຫຼາຍປີຜ່ານມາແລ້ວທີ່ທາງການລາວອາໃສສະມາຄົມດັ່ງກ່າວເພື່ອບັນລຸນະໂຍ

ບາຍປຸກລະດົມພີ້ນ້ອງເຊື້ອຊາດລາວ,ກໍ່ໄດ້ແຕ່ຄົນທີ່ເປັນຫົວຈັກຂອງສະມາຄົມນັ້ນເທົ່ານັ້ນ.

ແມ່ນແຕ່ສະມາຊິກປາຍແຖວທີ່ເປັນຈຳນວນຫຼາຍຍັງບໍ່ສາມາດດຶງດູດເຂົາໄດ້ຕາມນະໂຍບາຍ

ດັ່ງກ່າວຍ້ອນວ່າເຂົາບໍ່ໄດ້ມີໂອກາດອອກ,ຝາກຄວາມເຫັນ ກໍ່ຄືບໍ່ມີການປະຊຸມເອົາມະຕິກັນ

ດ້ານຄວາມຕ້ອງການເພື່ອສະເນີໄປຍັງທາງການລາວເພື່ອເຮັດແນວໃດໃຫ້ໄດ້ຄວາມປອງດອງ

ດັ່ງກ່າວ.ການທີ່ຈະມີຄວາມປອງດອງເກີດຂື້ນໄດ້ລະຫວ່າງສອງຄົນ ຫຼື ສອງກຸມຄົນ,ສຳຄັນຕ້ອງ

ແມ່ນແນວຄິດຕ້ອງຖືກ ຫຼື ພໍໃຈກັນທັງສອງຝ່າຍ.

ຊ່ອງທາງທີ່ຈະດຶງດູດໃຫ້ຄົນເຊື້ອຊາດລາວກັບໄປຢາມບ້ານ ແລະ ຊອກຮູ້ຊ່ອງທາງເພື່ອຈະເຮັດ

ທຸລະກິດນັ້ນ,ສິ່ງສຳຄັນແມ່ນຮັບປະກັນຄວາມປອດໄພ ແກ່ຊີວິດ ແລະ ຊັບສິນຂອງພວກເຂົາ.

ມີນະໂຍບາຍ ແລະ ການປະຕິບັດທີ່ຊັດເຈນ,ໄວ້ໃຈໄດ້,ໃຫ້ຄວາມສະດວກຢ່າງເປັນທຳຕໍ່ເຂົາ.



__________________
Anonymous

Date:

ພົວພັນໄດ້ແຕ່ພວກລາວລິງຫັ້ນລະ ຜູ່ທີ່ເຄີຍຖືກຕົ້ມຕົວະ
ມາຄັ້ງນຶ່ງແລ້ວຄົງບໍ່ໂງ່ກົ້ມໜ້າໄປໃຫ້ມັນຕົວະເປັນຄັ້ງທີສອງ
ດອກເດີ.
ຖ້າຢາກໃຫ້ຄົນເຊື້ອສາຍລາວໃນຕ່າງປະເທດຫອບຄວາມຮູ້
ຫອບຊັບໄປພັດທະນາບ້ານເມືອງກໍ່ຕ້ອງປະຕິຮູບນະໂຍບາຍ
ການເມືອງໃຫ້ມັນສອດຄ່ອງກັບຈິດໃຈຂອງຊາວໂລກ ຖ້າຍັງ
ຫົ່ມຜ້າກາຄ້ອນເກາະກ່ຽວຢູ່ແບບນີ້ ຈ້າງກໍ່ບໍ່ມີໃຜເອົາຊິວິດ
ໄປສ່ຽງດອກທ່ານເອີຍ !

__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard