Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເປັນຕາໜ້າອາຍທີ່ສຸດ.........
Anonymous

Date:
ເປັນຕາໜ້າອາຍທີ່ສຸດ.........


ນາຍົກທອງສິງທຳມະວົງຢ້ຽມຢາມປະຊາຊົນທີ່ຖືກໄພນ້ຳຖ້ວມແຂວງຫລວງພະບາງເມື່ອສອງສາມອາທິດ

ທີ່ຜ່ານມາໄດ້ນຳເຄື່ອງບັນເທົາທຸກເພື່ອຢ້ຽວຢາຜູ້ປະສົບໄພດ້ວຍ ໝີ່ ມາມາ 3 ຫໍ່ ແລະເຂົ້າ 1 ກິໂລ ຕໍ່ຄົນ,

ຈັ່ງແມ່ນເປັນຕາອາຍຊາວໂລກເຂົາ. ສ່ວນເງິນແລະເຄື່ອງອຸບປະໂພກບໍລິໂພກຕົກເປັນເງິນຫລາຍສິບລ້ານ

ໂດລາທີ່ອົງການນາໆຊາດສົ່ງໃຫ້ໄປບັນເທົາທຸກປະຊາຊົນລາວທີ່ຖືກໄພນ້ຳຖ້ວມແມ່ນຖືກພາຍຸແລະນ້ຳຖ້ວມ

ຜັດໄຫລໄປຕາມກະແສນ້ຳ (ນ້ຳມືຂອງຄົນສໍ້ໂກງ) ໝົດເລີຍ.

ໜ້າສົງສານປະຊາຊົນທີ່ຖືກໄພນ້ຳຖ້ວມທີ່ລໍຄອຍການຊ່ອຍເຫຼືອຈາກລັດຖະບານແຈ່ໄດ້ພຽງ ໝີ່ ມາມາ 3 ຫໍ່

ແລະເຂົ້າສານໜຽວ 1 ກິໂລ ເທົ່ານັ້ນຕໍ່ຄົນ ກິນຄາບດຽວກໍບໍ່ພໍຈັ່ງແມ່ນທຸກ.



__________________
Anonymous

Date:

ເພິ່ນຊ່ອຍບັນເທົາຊື່ໆ ສ່ວນການຊ່ອຍເຫຼືອແທ້ໆແມ່ນການປຸກສ້າງບ່ອນພັກອາໃສ

ແລະປົວແປງທີ່ທຳກິນໃຫ້ພໍ່ແມ່ພີ່ນ້ອງປະຊາຊົນ ໄປອ່ານເບິ່ງຢູ່ເຟສບຸກຂອງນາຍົກ

ເດີຖ້າຢາກຮູ້ລາຍລະອຽດ.



__________________
Anonymous

Date:

Anonymous wrote:

ເພິ່ນຊ່ອຍບັນເທົາຊື່ໆ ສ່ວນການຊ່ອຍເຫຼືອແທ້ໆແມ່ນການປຸກສ້າງບ່ອນພັກອາໃສ

ແລະປົວແປງທີ່ທຳກິນໃຫ້ພໍ່ແມ່ພີ່ນ້ອງປະຊາຊົນ ໄປອ່ານເບິ່ງຢູ່ເຟສບຸກຂອງນາຍົກ

ເດີຖ້າຢາກຮູ້ລາຍລະອຽດ.


 ຖ້າເປັນຄືເພິ່ນກ່າວອອກມານັ້ນກໍດີ ແລະຂໍໃຫ້ເພິ່ນເຮັດແທ້ທຳຈິງຢ່າຫຼອກໃຫ້ປະຊາຊົນ

ຜູ່ເດືອດຮ້ອນພາກັນຄອຍເກີ້. ພີ່ນ້ອງຂ້ອຍກໍຫຼາຍຄອບຄົວທີ່ປະສົບພັຍນ້ຳຖ້ວມໃນຄັ້ງນີ້

ຢູ່ທີ່ເມືອງນານແຂວງຫຼວງພະບາງ. ນ້ຳລົງແລະແຫ້ງສູ່ປົກະຕິມາໄດ້ເດືອນກວ່າແລ້ວ ຍັງ

ບໍ່ເຫັນສິ່ງຂອງໃດໆທີ່ເພິ່ນປະກາດວ່າຈະມາຊ່ວຍ, ຂັ້ນວ່າຖນົນຂາດຫລາຍຕ່ອນກໍຍັງບໍ່ທັນ

ເຫັນທາງການໂຍທາລົງມາສ້ອມແປງເລີຍ ແລະບ້ານເຮືອນປະຊາຊົນທີ່ຖືກນ້ຳຜັດໄຫຼໄປນັ້ນ

ກໍປະຊາຊົນຊ່ວຍເຫຼືອກັນເອງປຸກຂຶ້ນໂດຍທຶນຂອງເຈົ້າຂອງເຮືອນແລະໄທບ້ານບາງສ່ວນມາ

ຊ່ອຍ. ຂ້ອຍກໍໄດ້ສົ່ງເງິນຈຳນວນໜຶ່ງຕາມມີຕາມເກີດໄປໃຫ້ພີ່ນ້ອງຂ້ອຍຊື້ໄມ້ແລະສັງກະສີ

ປຸກເຮືອນພໍມີທີ່ບັງແດດບັງຝົນ ແລະກໍໜັກຫລາຍເຕີບເພາະມີຕັ້ງ 5 ຄອບຄົວທີ່ປະຖິ້ມກັນ

ບໍ່ໄດ້.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard