Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ມ້າງເຄືອຂ່າຍຄ້າຢາເສບຕິດ
Anonymous

Date:
ມ້າງເຄືອຂ່າຍຄ້າຢາເສບຕິດ


ມ້າງເຄືອຂ່າຍຄ້າຢາເສບຕິດລາຍໃຫຍ່ຢູ່ນະຄອນຫລວງວຽງຈັນ

 


 
yaseptid.jpg
       ພາຍຫລັງເຈົ້າໜ້າທີ່ໄດ້ຕິດຕາມການເຄື່ອນໄຫວຂອງເປົ້າໝາຍເຄືອຂ່າຍຄ້າ ຂາຍເສບຕິດລາຍໃຫຍ່ຢູ່ນະຄອນຫລວງ ແລະ ໄດ້ຮັບຮູ້ຂໍ້ມູນຫລັກຖານພຽງພໍ ແລະ ຕໍ່ມາໃນຕອນເຊົ້າວັນທີ 5 ຕຸລານີ້, ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານຢາເສບ ຕິດ, ຈຶ່ງໄດ້ນຳກຳລັງປິດລ້ອມເຮືອນເປົ້າໝາຍຫລັງໜຶ່ງຢູ່ບ້ານຕານມີໄຊ, ເມືອງໄຊ ທານີ, ນະຄອນຫລວງ ວຽງຈັນ ແລະ ສາມາດຈັບ ຜູ້ຕ້ອງຫາໄດ້ຄື ທ້າວ ບຸນສະຫລີ ອາຍຸ 40 ປີ, ນາງ ກິ່ງຄຳ ອາຍຸ 41 ປີທັງສອງເປັນຄູ່ຜົວເມຍກັນ ແລະ ເປັນເຈົ້າຂອງ ເຮືອນຢູ່ບ້ານສະຫລອງໄຊ ເມືອງຂວາ ແຂວງຜົ່ງສາລີ ທ້າວ ຕຸ້ຍ ອາຍຸ 27 ປີ, ນາງ ແພງ ອາຍຸ 30 ປີຢູ່ ບ້ານຕານມີໄຊ ເມືອງ ໄຊທານີ ແລະ ນາງ ຍົກ ອາຍຸ 35 ປີຢູ່ບ້ານ ນາສ້ຽວ ເມືອງນາຊາຍທອງ ນະຄອນຫລວງວຽງຈັນ. ພ້ອມ ຂອງກາງຢາບ້າ 924

ພັນເມັດ, ຜົງແປ້ງສ່ວນປະສົມຜະລິດຢາ ເສບຕິດ 35 ກິໂລ, ນອກນັ້ນຍັງ ມີລົດໃຫຍ່ເລັກຊັດ, ແຄມຣີ, ຟໍຈູນ ເນີ, ວີໂກ້ ແລະ ຮຸນໄດ ພ້ອມ ດ້ວຍເງິນ 86 ລ້ານກວ່າກີບ, 259 ພັນບາດ, ຄຳຮູບປະພັນໜຶ່ງ ກວ່າກິໂລ, ປື້ມບັນຊີທະນາຄານ 17 ເຫລັ້ມ, ໃບຕາດິນ 17 ໃບ, ປືນສັ້ນໜຶ່ງກະບອກ ແລະ ໂທລະສັບມືຖື 5 ໜ່ວຍ.

    ທ້າວ ບຸນສະຫລີ ຮັບສາ ລະພາບຕໍ່ເຈົ້າໜ້າທີ່ວ່າ: ຢາເສບຕິດທັງໝົດເປັນຂອງຕົນເອງແທ້ໂດຍໄດ້ຊື້ນຳຂະບວນການຄ້າ ຢາເສບຕິດຢູ່ເຂດຊຽງຮຸ່ງ ສປ ຈີນ ເມື່ອເດືອນກໍລະກົດ 2014 ເພື່ອມາຂາຍໃຫ້ລູກຄ້າຢູ່ລາວ, ແນວໃດກໍຕາມ, ເຈົ້າໜ້າ ທີ່ຍັງຈະດຳເນີນການສືບສວນສອບສວນຢ່າງລະອຽດໃນຄະດີຢາເສບຕິດລາຍໃຫຍ່ຄັ້ງນີ້ເພື່ອຂະຫຍາຍຜົນຫາເຄືອຂ່າຍຮ່ວມຂະ ບວນການມາດຳເນີນຄະດີຕາມລະບຽບກົດໝາຍ.


__________________
Anonymous

Date:

ຂອບໃຈທີ່ເອົາຂ່າວມາໃຫ້ອ່ານ



__________________
Anonymous

Date:

 

 

THE TAIL OR THE HEAD ARRESTED?

 



__________________
Anonymous

Date:

ຢູ່ເມືອງລາວດຽວນີ້

ຖ້າເຫັນເຮືອນໃຫ່ຍ ງາມໆ

99% ແມ່ນໂລດ ວ່າເຈົ້າຂອງ ໄດ້ເງິນ

ມາແຕ່ທາງໃດສ້າງເຮືອນ? ຈາກການຄ້າຂາຍຢາເສບຕິດ...

ແລະການຄ້າໄມ້ເຖື່ອນ...

 

 

 

 



__________________
Anonymous

Date:

That is what happen when you dont pay police enough



__________________
Anonymous

Date:

Anonymous wrote:

That is what happen when you dont pay police enough


 strongly agree 



__________________
Anonymous

Date:

The police is also belong to the Gang 

Both police and Gang were arrested

However

Police was released 

 

Who are the gang why nobody can mention it here

including the corrupt 

 

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard