Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຕະຫລາດເຊົ້າ ປີໃດ
Anonymous

Date:
ຕະຫລາດເຊົ້າ ປີໃດ


watermark.php?YXR0YWNobWVudHMvZGF5XzEzMDExNi8xMzAxMTYxMDE0MjA0YjRlY2E2NTNlMzM4NS5qcGcudGh1bWIuanBn

ໃຜເດົາຖືກຊິລຽ້ງເບຍລາວ



__________________
Anonymous

Date:

Anonymous wrote:

watermark.php?YXR0YWNobWVudHMvZGF5XzEzMDExNi8xMzAxMTYxMDE0MjA0YjRlY2E2NTNlMzM4NS5qcGcudGh1bWIuanBn

ໃຜເດົາຖືກຊິລຽ້ງເບຍລາວ


 ສັງເກດເບິ່ງ Body style ຂອງຣົຖໃຫຍ່ຈອດເປັນແຖວຢູ່ນັ້ນ ແລະຣົຖຈັກຍິງສາວຂັບຂີ່ຢູ່ນັ້ນ ຂ້ອຍເຊື່ອວ່າ

ຈະຢູ່ໃນຣະຫວ່າງປີ 1971 ຫາ 1973 ນີ້ລະ. ຕຶກຫ້ອງແຖວທີ່ເຫັນນີ້ກໍແມ່ນຕຶກທີ່ຢູ່ຕິດຂ້າງກັບກະຊວງມະງຫາດໄທ.



__________________
Anonymous

Date:

ພາບຖ່າຍປີໃດບໍ່ຮູ້ໄດ້ ແຕ່ຕະຫລາດເຊົ້າໃຫມ່ປຸກບໍ່ແລ້ວເປັນຈັກເທື່ອ ໃຜຮູ້ແດ່ເພິ່ນຊິແກ້ໄຂແນວໃດ ຄ້າງຄາມາໄດ້ຫລາຍປີແລ້ວ



__________________
Anonymous

Date:

ເຈັກ ແກວມີຫລາຍກວ່າດຽວນີ້ອີກເນາະ

ຮອນດາ50 ມີປີໃດ ກໍປີນັ້ນລະ (1970 )

 



__________________
Anonymous

Date:

Anonymous wrote:

ເຈັກ ແກວມີຫລາຍກວ່າດຽວນີ້ອີກເນາະ

ຮອນດາ50 ມີປີໃດ ກໍປີນັ້ນລະ (1970 )

 


 Honda 50cc ຂອງພໍ່ຕູ້ຂ້ອຍປີ 1960 ແຕ່ຕະຫລາດເຊົ້າປຸກບໍ່ທັນແລ້ວແບບສົມບູນ

ໃນປີນັ້ນ ແລະລົດໃຫຍ່ທີ່ເຫັນຈອດຢູ່ນັ້ນກໍເປັນລົດ Made and Model 70's ທັງນັ້ນ.

ຂ້ອຍຄິດວ່າພາບນີ້ອາດເປັນປີ 1972-1974.



__________________


Guru

Status: Offline
Posts: 695
Date:

ສະໃໝຊ່ວງນັ້ນມີຮອນດາຫ້າສິບປານມີວີໂກ!

__________________

 187557797.jpg

Anonymous

Date:

cheerball wrote:

ສະໃໝຊ່ວງນັ້ນມີຮອນດາຫ້າສິບປານມີວີໂກ!


 ຈັ່ງແມ່ນເວົ້າໂພດເວົ້າເຫຼືອນໍ

ເຮືອນຂ້ອຍກະບໍ່ໄດ້ຮັ່ງດອກ ແຕ່ມີສາມຄັນເດີ

ຕອນເປັນສາວນ້ອຍອາຍຸສິບສີ່ສິບຫ້າ

ຂ້ອຍເຄີຍຂີ່ຮອນດ້າໄປຕຳນາຍທະຫານຂີ່ຣົຖຖີບຈົນຕົກຮ່ອງແຄມຕະຫຼາດເມືອງສະຫວັນມາແລ້ວ

ຍາທ່ານເພິ່ນບືນຂື້ນມາຈາກນ້ຳຂີ້ສີກຕົນໂຕດຳປື້ເໝັນຫຶ່ງ ແລ້ວມາຊີ້ໜ້າດ່າຂ້ອຍຈະເອົາເຮື່ອງ

ພວກຜູ້ໃຫຍ່ເຫັນເຫດການເປັນຊາວກວ່າຄົນເຂົ້າມາຫຸ້ມແລ້ວຖຽງດ່າແທນຂ້ອຍ

ເພາະຂ້ອຍຂີ່ທາງຊື່ບໍ່ຜິດ ແຕ່ເພິ່ນຢູ່ໆກະຂີ່ຊິມາຕັດໜ້າ(ໃຜຢູ່ເມືອງສະຫວັນຄົງຄຶດອອກແຈມຸມຕະຫຼາດທິດຕະເວັນຕົກສຽງເໜືອ ທີ່ເປັນຮ້ານຂາຍນ້ຳກ້ອນຫັ້ນ)

ພໍເຫັນຄົນຫຸ້ມແລະບໍ່ມີໃຜເຂົ້າຂ້າງໂຕ ອາດຍາຕົກຮ່ອງກະເລີຍກົ້ມໜ້າຈູງຣົຖຖີບໜີອີສາວນ້ອຍຮອນດ້າ 555

 

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard