Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ກະທູ້ຖາມຄວາມຄິດ
Anonymous

Date:
ກະທູ້ຖາມຄວາມຄິດ


ຄຳວ່າ

ນະຄອນຫລວງ ວຽງຈັນ (ສັບໃໝ່) ແຕ່ມັກເວົ້າຫຍໍ້ກັນ ຈົນລືມຄຳວ່າ ວຽງຈັນ

ກຳແພງນະຄອນວຽງຈັນ (ສັບເກົ່າ)

ເມືອງວຽງຈັນ (ສັບກອ່ນ)

ອັນໃດມວ່ນ ອັນໃດຖືກ 

ຄຳໃໝ່ ຄ້າຍຄືກັບແປມາຈາກ ພາສາໃດນຶ່ງ ເຊັ່ນ ນະຄອນຫລວງ ຮາໂນຍ

 

 



__________________
Anonymous

Date:

Anonymous wrote:

ຄຳວ່າ

ນະຄອນຫລວງ ວຽງຈັນ (ສັບໃໝ່) ແຕ່ມັກເວົ້າຫຍໍ້ກັນ ຈົນລືມຄຳວ່າ ວຽງຈັນ

ກຳແພງນະຄອນວຽງຈັນ (ສັບເກົ່າ)

ເມືອງວຽງຈັນ (ສັບກອ່ນ)

ອັນໃດມວ່ນ ອັນໃດຖືກ 

ຄຳໃໝ່ ຄ້າຍຄືກັບແປມາຈາກ ພາສາໃດນຶ່ງ ເຊັ່ນ ນະຄອນຫລວງ ຮາໂນຍ

 

 


 ເງີກງາກ!

ມັນບໍ່ໄດ້ແປມາຈາກໃສດອກ ເຂົາເອີ້ນຄືກັນໝົດທົ່ວໂລກ

ນະຄອນຫຼວງວໍຊິງຕັນດີຊີ

ນະຄອນຫຼວງປາຣີສ

ນະຄອນຫຼວງລອນດອນ

ນະຄອນຫຼວງປັກກິ່ງ

^

^

^

^

ນະຄອນຫຼວງວຽງຈັນ

 



__________________
Anonymous

Date:

ກ່ອນປີ 1975 ເຂົານິຍົມໃຊ້ ກຸງປາຣິສ, ກຸງໂຣມ, ກຸງວໍຊິງຕັນ, ກຸງໂຊນ, ກຸງ...

ນະຄອນກໍ່ແມ່ນເມືອງຫຼື city ເຊັ່ນ: ນະຄອນຊຽງໄຮ້, ນະຄອນເຊີແນວ, ...

ນະຄອນຫຼວງແມ່ນເມືອງໃຫຍ່(ທານີ)ຊຶ່ງກົງກັບ Capital ໃນພາສາອັງກິດ.

ກຳແພງນະຄອນແມ່ນກົງກັບຄຳວ່າ county ໃນພາສາອັງ ຊຶ່ງໝາຍເຖິງ

ຫຼາຍໆເມືອງຫຼືເທດສະບານນັ້ນເອງ.

ຢ່າດ່າແມ່ກັນເດີຖ້າຂ້ອຍເຂົາໃຈຜິດ ກະລຸນາທັກທ້ວງກັນດີໆໃຫ້ສົມກັບໂລກ

ຊ່າລືວ່າຄົນລາວມີຈິດໃຈອ່ອນໂຍນສຸພາບຮຽບຮ້ອຍ, ຂອບໃຈ.



__________________
Anonymous

Date:

Anonymous wrote:

ກ່ອນປີ 1975 ເຂົານິຍົມໃຊ້ ກຸງປາຣິສ, ກຸງໂຣມ, ກຸງວໍຊິງຕັນ, ກຸງໂຊນ, ກຸງ...

ນະຄອນກໍ່ແມ່ນເມືອງຫຼື city ເຊັ່ນ: ນະຄອນຊຽງໄຮ້, ນະຄອນເຊີແນວ, ...

ນະຄອນຫຼວງແມ່ນເມືອງໃຫຍ່(ທານີ)ຊຶ່ງກົງກັບ Capital ໃນພາສາອັງກິດ.

ກຳແພງນະຄອນແມ່ນກົງກັບຄຳວ່າ county ໃນພາສາອັງ ຊຶ່ງໝາຍເຖິງ

ຫຼາຍໆເມືອງຫຼືເທດສະບານນັ້ນເອງ.

ຢ່າດ່າແມ່ກັນເດີຖ້າຂ້ອຍເຂົາໃຈຜິດ ກະລຸນາທັກທ້ວງກັນດີໆໃຫ້ສົມກັບໂລກ

ຊ່າລືວ່າຄົນລາວມີຈິດໃຈອ່ອນໂຍນສຸພາບຮຽບຮ້ອຍ, ຂອບໃຈ.


 ມີແຕ່ໄທທີ່ເອີ້ນ ກຸງວຽງຈັນ ກ່ອນ 75 ມາຈົນເຖິງປີ2000 ກ່ວາໆນີ້ ຈຶ່ງປ່ຽນມາເອີ້ນແບບລາວວ່າ ນະຄອນຫຼວງວຽງຈັນ.

ແມ່ນແຕ່ຄົນລາວແທ້ໆຍັງບໍ່ເອີ້ນ ກຸງວຽງຈັນ ເລີຍ ເພາະ ກຸງ ສັບນີ້ບໍ່ແມ່ນພາສາລາວ.

ຄົນລາວເອີ້ນ ນະຄອນຫຼວງວຽງຈັນ ນີ້ມາແດ່ໃດໆ ບໍ່ແມ່ນຈັ່ງມາເອີ້ນຫຼັງ 75 ມານີ້, ສ່ວນຫລາຍແມ່ນຄົນນິຍົມ

ເອີ້ນ ນະຄອນວຽງຈັນ ຫຼາຍກ່ອນ ນະຄອນຫຼວງວຽງຈັນ.

ນະຄອນຫຼວງ = Capital City.

 

ກ່ອນ 75 ນັ້ນ ເພິ່ນເອີ້ນ ກຳແພງນະຄອນ ຊື່ໆເປັນທີ່ນິຍົມຂອງຄົນທົ່ວໆໄປເອີ້ນ. ທີ່ຈິງແລ້ວກໍ ກຳແພງນະຄອນ

ຫຼວງວຽງຈັນ ນັ້ນລະ, ເປັນຊື່ຍາວໂພດຄົນທັງຫຼາຍຈຶ່ງຫຍໍ້ລົງເອີ້ນພຽງ ກຳແພງນະຄອນ. ເວົ້າວ່າ ກຳແພງນະຄອນ

ກໍຮູ້ໂລດວ່າຢູ່ໃນ 4 ຕົວເມືອງໃນເທດສະບານນະຄອນຫຼວງວຽງຈັນ: ເມືອງໄຊຍະເສຖາ, ສີສັດຕະນາກ, ຈັນທະບູຣີ

ແລະ ສີໂຄດຕະບອງ ເທົ່ານີ້ໃນກ່ອນ 75. ກຳແພງນະຄອນ ໃຊ້ເອີ້ນໃນຕົວເມືອງໃຫຍ່ທົ່ວໆໄປເຊັ່ນ: ກຳແພງນະຄອນ

ຫຼວງພະບາງ, ໄຊຍະບູລີ, ສະຫວັນນະເຂດ, ຈຳປາສັກ, ຊຳເໜືອ ແລະ ອື່ນໆ......

ກຳແພງນະຄອນຫຼວງ = District Capital.

ກຳແພງນະຄອນ = District county.

 

ອັນທີ່ເພິ່ນເອີ້ນ ເທດສະບານ ນັ້ນໝາຍເຖິງໃນຕົວເມືອງແລະມີຄວາມໝາຍແບບດຽວກັນກັບພາສາອັງກິດ Township.

ນັ້ນເອງ. ເທດສະບານ ນີ້ໃຊ້ໄດ້ກັນທຸກໆຕົວເມືອງບໍ່ແມ່ນໃຊ້ສະເພາະແຕ່ເມືອງວຽງຈັນເທົ່ານັ້ນ ຕົວຢ່າງ: ເທດສະບານ

ເມືອງວຽງຈັນ, ຫຼວງພະບາງ, ຈຳປາສັກ, ຊຳເໜືອ, ວັງວຽງ, ໂພນໂຮງ, ຫາດຊາຍຟອງ.........



__________________
Anonymous

Date:

ບໍ່ແມ່ນສັ່ງສອນ...disbelief

to avoid error in writing (as much as possible)

click on "Show Preview" and read back what you typed in there...

(sometimes you find your mistake(s), sometimes you don't...)

this is my 2 kips biggrin

ຢາກດ່າ ກະເຊີນດ່າຕາມໃຈ...

(ບາງຄົນ ມື້ໃດບໍ່ໄດ້ດ່າ ມື້ນັ້ນ ກິນເຂົ້າບໍ່ແຊບ...)

ດ່າ ໃນອິນເຕີເນັດ ມັນກະຄືດ່າ ໃສ່ຫົວເຂົ່າໂຕເອງ...ຮິ ຮິ....

lol emoticon



__________________
Anonymous

Date:

ນະຄອນຫລວງວຽງຈັນ (Vientiane capital ອ່ານແລວ້ ສີເຂີນໆ)

 

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard