Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ສະພາຮັບຮອງແລ້ວກົດໝາຍຕ້ານ ແລະ ສະກັດກັ້ນການຟອກເງິນ
Anonymous

Date:
ສະພາຮັບຮອງແລ້ວກົດໝາຍຕ້ານ ແລະ ສະກັດກັ້ນການຟອກເງິນ

ໃນ​ຊຸມ​ປີ​ມາ​ນີ້​ຫນ່ວຍ​ງານ​ຂໍ້​ມູນ​ຕ້ານ​ການ​ຟອກ​ເງິນ​ສາມາດ​ ກວດ​ເຫັນ​ການ­ເຄື່ອນ­ໄຫວ​ທຸ­ລະ​ກຳ​ທີ່​ສົງ­ໄສ​ເປັນ​ການຟອກ​ເງິນ 1 ຮ້ອຍ​ກວ່າ​ກໍ­ລະ­ນີ​ຢູ່​ທະ­ນາ­ຄານ​ທຸ­ລະ​ກິດຈາກ​ສະພາບ​ດັ່ງ­ກ່າວ​ໃນ 4 ປີ​ກ່ອນ​ໜ້າ​ນີ້ອົງ­ການ​ຕ້ານ​ການ​ຟອກເງິນ​ສາ­ກົນ​ຈັດ​ລາວ​ເຂົ້າ​ບັນ­ຊີ​ສີ​ ເທົາ ແນວ­ໃດ​ກໍ​ດີ​ວານ​ນີ້​ຜູ້ແທນ​ປະ­ຊາ­ຊົນ​ໄດ້​ລົງ​ຄະ­ແນນ​ສຽງ​ຮັບ­ຮອງ​ແລ້ວ​ ຮ່າງ​ກົດໝາຍ​ຕ້ານ​ຂະ​ບວນ​ການ​ນີ້​ໂດຍ​ສະ­ເພາະ.

ອ່ານຕໍ່ທີ່ >>>

http://lao-dd.com/forum.php?mod=viewthread&tid=560

__________________
Anonymous

Date:
RE: ສະພາຮັບຮອງແລ້ວກົດໝາຍຕ້ານ ແລະ ສະກັດກັ້ນການຟອກເງິນ

ດີໃຈນຳຜູ່ທີ່ໄດ້ກາຍເປັນມະຫາເສດຖີໄປແລ້ວ ສຳລັບຜູ່ທີ່ຍັງບໍ່ທັນເປັນ

ກໍ່ຂ້ຽວເຮັດ ຖ້າເພິ່ນປະກາດໃຊ້ກົດໝາຍນີ້ແລ້ວຈະບໍ່ໄດ້ເປັນ.

__________________
Anonymous

Date:

Foreign company or foreigners who lives in Laos are using Laos as a money laundering for a long time. But, PDR government just don't know it...

__________________
Anonymous

Date:

Anonymous wrote:

Foreign company or foreigners who lives in Laos are using Laos as a money laundering for a long time. But, PDR government just don't know it...

 ເພິ່ນສະຫຼາດສ່ອງໃສຮອບດ້ານ, ເພິ່ນກິນນຳເຂົາຈົນທ້ອງຊິແຕກທຸກຄົນແລ້ວ

ຈຶ່ງທຳທ່າກະເຕີກກະຕາກເພື່ອຍືນອຳນາດໄປເຖິງວິນາທີສຸດທ້າຍ.

 ຍ້ອນຕ່າງປະເທດເຂົາທ້ວງ ກະຈຳເປັນຕ້ອງໄດ້ສະແດງບົດບາດໃຫ້ຄື

ສ່ວນຈະມີກົດຫມາຍ ຫລື ບໍ່ມີນັ້ນ ມັນບໍ່ມີຜົນຫຍັງດອກສຳລັບພວກເພີ່ນ

ຢູ່ເຫນືອກົດຫມາຍຢູ່ແລ້ວ, ແຕ່ລະວັງຕາສີ ຕາສາ ຢ່າໄປເຮັດຄືເພີ່ນເດີ

ຕາຍຖີ້ມແທ້ໄດ໋

__________________
Anonymous

Date:

ທັງຕ່າງປະເທດ ທັງລາວ ກໍຟອກນຳກັນຫັ້ນລະ

ບໍ່ຊັ້ນຊີມີຄົນຮັ່ງໄວວາປານນີ້ບໍ

ເຮືອນຫລັງໃດ ກໍໃຫຍ່ກວ່າວັງ

ລົດຄັນໃດ ລາຄາເປັນ ແສນສອງແສນ

__________________
Anonymous

Date:

ຊົນຊັ້ນປົກຄອງອອກຮ່າງກົດໝາຍເພື່ອປະຕິບັດກັບຊົນຊັ້ນທີ່ຖືກປົກຄອງ.

ກົດໝາຍຫຼາຍໝວດ ຫຼາຍມາດຕາທີ່ຖືກສັ່ງໃຫ້ປະຕິບັດແຕ່ປະຕິບັດບໍ່ໄດ້

ມາດຕະຖານດຽວ.

__________________
Anonymous

Date:

Anonymous wrote:

ຊົນຊັ້ນປົກຄອງອອກຮ່າງກົດໝາຍເພື່ອປະຕິບັດກັບຊົນຊັ້ນທີ່ຖືກປົກຄອງ.

ກົດໝາຍຫຼາຍໝວດ ຫຼາຍມາດຕາທີ່ຖືກສັ່ງໃຫ້ປະຕິບັດແຕ່ປະຕິບັດບໍ່ໄດ້

ມາດຕະຖານດຽວ.

 ຊົນຊັ້ນຜູ້ປົກຄອງອອກກົດຫມາຍກະຕ້ອງອອກເພື່ອຮັກສາອຳນາດ ແລະສະກັດກັ້ນຕ້ານອຳນາດ ຂອງປະຊາຊົນ ເພື່ອທີຈະກວດສອບກວດກາ ຕຳວິຈານທັກທວງທ້ວງຕິງ ຖ້າປະຊາຊົນມີເສລີ ຕ້ອງສາມາດຕຳນິສົງຂ່າວ ວິພາກວິຈານໄດ້ຢ່າງກົງໄປກົງມາ ປະຊາຊົນເດືອດຮ້ອນ ຕ້ອງແກ້ໄຂທ່ວງທັນເຫດການ, ຖ້າຜູ້ນຳຫລືຂ້າລັດຖະການໂກງຕ້ອງກ້າຈັບກຸມຄຸມຂັງລົງໂທດ ປະຫານຊີວິດ, ກົດຫມາຍບ້າຫຍັງ ໂກງພັນລ້ານຈັ່ງປະຫານຊິວິດ.

ຄັນຈິງໃຈແທ້ໆໂກງຫ້າລ້ານກີບກະປະຫານຖິ້ມ ບ້ານເມືອງບໍ່ອືດແຕ່ຄົນມີຄວາມຮູ້ຄົນທີ່ພ້ອມເຮັດເພື່ອຊາດບ້ານເມືອງ. ແລະອີກຢ່າງກົດຫມາຍ ກ່ຽວກັບການຕຳນິວິຈານ ເພີ່ນວ່າຖ້າຫາເລື່ອງໃຫ້ບໍມີມູນຄວາມຈິງຈ່ອງຈຳໂດຍບໍໄດ້ຮັບການຕັດສິນ ຈາກສານກົດຫມາຍເຂົ້າຂ້າງຜູ້ນຳໂພດ.  

ຄັນພວກເພີ່ນຈິງຈັງແທ້ໆ ອອກກົດຫມາຍ ໃຫ້ພາກປະຊາຊົນຕຳນິວິຈານໄດ້ຢ່າງເສລີ ແລະສາມາດສອບຖາມໄດ້ ຮ້ອງຟ້ອງໄດ້. ຄິດວ່າ ເຮັດເພື່ອຮັດກຸມໃນການຮັກສາອຳນາດ. 

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard