Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ກ້ານກ້ຳ ຄືກັນກັບ ຫອມລາບ ບໍ່
Anonymous

Date:
ກ້ານກ້ຳ ຄືກັນກັບ ຫອມລາບ ບໍ່

ແມ່ນໃຜຮູ້ແດ່

__________________
Anonymous

Date:

ຂ້ອຍເປັນຄົນສະຫວັນບໍ່ເຄີຍຮູ້ວ່າຜັກກ້ານກ້ຳແມ່ນຜັກຫຍັງ

ອາດຈະເປັນຜັກທີ່ຄົນພາກອື່ນເອີ້ນກັນ  ເຮັດໃຫ້ຢາກຮູ້ວ່າໜ້າຕາຜັກເປັນແນວໃດ

ສ່ວນຫອມລາບກະຄືກັນ  ໜ້າຕາເປັນຈັ່ງໃດ

ເພາະບ້ານຂ້ອຍຜັກໃສ່ລາບມີຫຼາຍຜັກ ເຊັ່ນ ຜັກຫອມປ້ອມ(ໄທຍເອີ້ນຜັກຊີ)

ຜັກຫອມຫໍ້ຫຼືຜັກຫອມໜາມຫຼືຫອມແປ (ໄທຍເອີ້ນ ຜັກໃບເລື່ອຍ) 

ຜັກເສີມ ຜັກບົ່ວ

ຕົກລົງຫອມລາບທີ່ເຈົ້າເອີ້ນມັນຄືຜັກຫຍັງ ມີຮູບໃຫ້ເບິ່ງບໍ່

__________________
Anonymous

Date:

Anonymous wrote:

 ຜັກ ກ້ານກ່ຳ ບໍ່ແມ່ນ ຜັກ ກ້ານກ້ຳ ຜູ້ຕັ້ງກະທູ້ນີ້ອາດພິມຜິດ ແທນທີ່ຕ້ອງແມ່ນ ກ່ຳ ບໍ່ແມ່ນ ກ້ຳ.

ຜັກ ກ້ານກ່ຳ ແມ່ນໄທເມືອງຫຼວງພະບາງແລະພາກເໜືອບາງເຂດເອີ້ນ ພາສາອັງກິດວ່າ Mink ນັ້ນເອງ,

ທາງວຽງຈັນເອີ້ນຜັກຊະນິດນີ້ວ່າ ຜັກຫອມລາບ ແລະທີ່ຮູ້ທົ່ວເມືອງລາວແມ່ນ ຜັກຫອມໃບມົນ.

ຜັກຫອມໃບມົນຫຼືກ້ານກ່ຳນີ້ຖ້າເຮັດລາບຊອຍຫຼືກ້ອຍປາຫຼືຊີ້ນແມ່ນຂາດບໍ່ໄດ້ ເພາະລົດຊາດຈະບໍ່ສົມບູນແບບຂອງຄວາມ

ເປັນລາບແລະກ້ອຍ. ສ່ວນຜັກຫອມປ້ອມ, ຜັກແພວ, ຜັກບົ່ວ, ຫົວຂ່າ, ສີໄຄ, ໃບຂີ້ຫູດ, ຜັກໜາມ(ຫອມແປ້ນ)

ທີ່ເອົາມາຄົນເຂົ້າລາບຫຼືກ້ອຍນັ້ນເອີ້ວ່າຜັກເສີມ. ມັນກໍຂຶ້ນກັບແຕ່ລະເຂດແຕ່ລະທ້ອງຖິ່ນເອີ້ນ ມັນບໍ່ຄືກັນ ທົ່ວປະເທດດອກ.

 Mint ບໍ່ແມ່ນ Mink

Mint-leaves-2007.jpg

__________________
Anonymous

Date:

ການຂຽນພາສາ

ຄັ່ນຂຽນຜິດ

ສາມາດເຮັດໃຫ້ຜູ້ອ່ານ ເຂົ້າໃຈຜິດ

ໂຕຢ່າງ:  ຂຽນວ່າ ສັ່ງຊື້ຜັກກ້ານຫຳ ແທນທີ່ຈະຂຽນ

"ສັ່ງຊື້ ຜັກ ກ້ານ ກ່ຳ" ຈັກສອງມັດ

ຖາມຕະລາດໃດ ກ່າບໍ່ມີໃຜຮູ້ຈັກ "ຜັກກ້ານຫຳ" ສອງແກ່ນ

 ຄັນ ບໍ່ແມ່ນ ຄັ່ນ

ກ່ອນສອນຜູ້ອື່ນຫັດເບິ່ງໂຕເອງກ່ອນ

__________________

Senior Member

Status: Offline
Posts: 183
Date:

Anonymous wrote:

ຂ້ອຍເປັນຄົນສະຫວັນບໍ່ເຄີຍຮູ້ວ່າຜັກກ້ານກ້ຳແມ່ນຜັກຫຍັງ

ອາດຈະເປັນຜັກທີ່ຄົນພາກອື່ນເອີ້ນກັນ  ເຮັດໃຫ້ຢາກຮູ້ວ່າໜ້າຕາຜັກເປັນແນວໃດ

ສ່ວນຫອມລາບກະຄືກັນ  ໜ້າຕາເປັນຈັ່ງໃດ

ເພາະບ້ານຂ້ອຍຜັກໃສ່ລາບມີຫຼາຍຜັກ ເຊັ່ນ ຜັກຫອມປ້ອມ(ໄທຍເອີ້ນຜັກຊີ)

ຜັກຫອມຫໍ້ຫຼືຜັກຫອມໜາມຫຼືຫອມແປ (ໄທຍເອີ້ນ ຜັກໃບເລື່ອຍ) 

ຜັກເສີມ ຜັກບົ່ວ

ຕົກລົງຫອມລາບທີ່ເຈົ້າເອີ້ນມັນຄືຜັກຫຍັງ ມີຮູບໃຫ້ເບິ່ງບໍ່

 ຜັກຫອມລາບ ຢູ່ສະຫວັນບ້ານເຮົາເອີ້ນວ່າ ຜັກເສີມ ເດີທ່ານ

__________________
Anonymous

Date:

Anonymous wrote:

 ຜັກ ກ້ານກ່ຳ ບໍ່ແມ່ນ ຜັກ ກ້ານກ້ຳ ຜູ້ຕັ້ງກະທູ້ນີ້ອາດພິມຜິດ ແທນທີ່ຕ້ອງແມ່ນ ກ່ຳ ບໍ່ແມ່ນ ກ້ຳ.

ຜັກ ກ້ານກ່ຳ ແມ່ນໄທເມືອງຫຼວງພະບາງແລະພາກເໜືອບາງເຂດເອີ້ນ ພາສາອັງກິດວ່າ Mink ນັ້ນເອງ,

ທາງວຽງຈັນເອີ້ນຜັກຊະນິດນີ້ວ່າ ຜັກຫອມລາບ ແລະທີ່ຮູ້ທົ່ວເມືອງລາວແມ່ນ ຜັກຫອມໃບມົນ.

ຜັກຫອມໃບມົນຫຼືກ້ານກ່ຳນີ້ຖ້າເຮັດລາບຊອຍຫຼືກ້ອຍປາຫຼືຊີ້ນແມ່ນຂາດບໍ່ໄດ້ ເພາະລົດຊາດຈະບໍ່ສົມບູນແບບຂອງຄວາມ

ເປັນລາບແລະກ້ອຍ. ສ່ວນຜັກຫອມປ້ອມ, ຜັກແພວ, ຜັກບົ່ວ, ຫົວຂ່າ, ສີໄຄ, ໃບຂີ້ຫູດ, ຜັກໜາມ(ຫອມແປ້ນ)

ທີ່ເອົາມາຄົນເຂົ້າລາບຫຼືກ້ອຍນັ້ນເອີ້ວ່າຜັກເສີມ. ມັນກໍຂຶ້ນກັບແຕ່ລະເຂດແຕ່ລະທ້ອງຖິ່ນເອີ້ນ ມັນບໍ່ຄືກັນ ທົ່ວປະເທດດອກ.

 Mint ບໍ່ແມ່ນ Mink

Mint-leaves-2007.jpg

 ຜັກຫອມໜາມ ຫຼໍີ ຜັກຫອມຫໍ້(in English it's called culantro)ກໍ່ຈະເປັນລັກຊະນະເເບບນີ້ເດີ້ພວກເຈົ້າ

culantro1.jpg
shopping?q=tbn:ANd9GcRrjB6CG5V-3C5hx7v59-BDTI0VapYQCdICcP3hkRWce9-0x_2m7m_HZKCNgyw&usqp=CAE
 
ຜັກຫອມເເປ້ນ ຫຼໍີ ຜັກເເປ້ນ(in English it's called garlic chives
leaves or garlic chives)
ຢູ່ທາງວຽງຈັນພອກຂ້ອຍພາກັນເອີ້ນພວກຜັກຫອມຕ່າງໆລວມທັງຂ່າເເລະຫົວສີໄຄສຳລັບໃຊ່ລາບເເລະກ້ອຍເເມ່ນເອີ້ນກັນວ່າຜັກບົ່ວຫົວຫອມ.
ສ່ວນລາບຊອຍເອົາເເມ່ນເພິ່ນເອີ້ນກັນວ່າລາບດິບຫໍີລາບເສໍີອເພາະວ່າມັນຍັງດິບໆເເດງໆຊໍ່າກັນກັບຊີ້ນຫຼໍີເນໍີ້ອທີ່ໂຕເສໍີອກິນຫັ້ນລະ! biggrin
 
P1000264s.jpg
 
ລາບດິບ(ລາບເສໍີອ)
 
__________________
Anonymous

Date:

ທາງແຂວງສະຫວັນບ້ານຂ້ອຍເອີ້ນຊື່ຜັກຕ່າງໆມີດັ່ງນີ້

ຜັກຫອມຫໍ້ ຫຼື ຜັກຫອມໜາມ ຫຼື ຜັກຫອມແປ %E0%B8%9C%E0%B8%B1%E0%B8%81%E0%B8%8A%E0%B8%B5%E0%B8%9D%E0%B8%A3%E0%B8%B1%E0%B9%88%E0%B8%87.jpg

ຜັກແປ້ນ image091.jpg

ດອກຜັກແປ້ນ %E0%B8%9C%E0%B8%B1%E0%B8%81%E0%B8%81%E0%B8%B8%E0%B8%A2%E0%B8%8A%E0%B9%88%E0%B8%B2%E0%B8%A2.jpg

ຜັກເສີມ saranalc7.jpg

ຜັກຫອມປ້ອມ  Coriander-1.jpg

ຜັກບັວລະພາ ຫຼື ໂຫຣະພາ  horapha1.jpg

ຜັກບົ່ວ  vg_green_onion.png

6ea7b35e28a3212484a615085d6870fd6b5edaac_400x295_q75.jpeg

ຜັກຕິ້ວ  03.jpg

ຜັກກະໂດນ  biodiversity-167439-3.jpg

ຜັກສະເມັກ ຫຼື ຜັກເມັກ  pak_mek.jpg

ຜັກຂະ  Climbing-Wattle-1.jpg

ຜັກອີ່ເລີດ  Wildbetal-Leafbush-1.jpg

ຜັກອີ່ຕູ່  mm.jpg

ຜັກສ້ຽນ  %E0%B8%9C%E0%B8%B1%E0%B8%81%E0%B9%80%E0%B8%AA%E0%B8%B5%E0%B9%89%E0%B8%A2%E0%B8%99.jpg20120703082357.jpg

ຍັງມີອີກຫຼາຍຜັກ  ໂປດຕິດຕາມພາກຕໍ່ໄປ

__________________
Anonymous

Date:

ຜັກກ້ານກ່ຳແລະຜັກຫອມລາບທີ່ທ່ານຖາມມານີ້ມັນແມ່ນອັນດຽວກັນ!

ເພາະຜັກຫອມລາບ(ກ້ານກ່ຳ)ນີ້ມີຫຼາຍຊະນິດທີ່ສຸດ, ຕາມການຢັ້ງຢືນຂອງ                                                                  Wikipedia  http://de.wikipedia.org/wiki/Minzen ວ່າ: ຫອມຕະກຸນນີ້ແມ່ນມີຢູ່ສ່ວນຫຼາຍເກີດຢູ່ທາງ

ຟາກເຄິ່ງໜ່ວຍໂລກເບື້ອງເໜືອແລະມີເຖິງ20ຫາ30ຊະນິດ(ພັນ)ທີ່ແຕກຕ່າງກັນໄປ.

ສ່ວນຫອມນີ້ຈະມີສີເປັນກ້ານກ່ຳຫຼືບໍ່ກ້ານກ່ຳນັ້ນກໍ່ພຽງແຕ່ເປັນຊະນິດຫຼືພັນຂອງມັນເທົ່ານັ້ນ

ເໝືອນດັ່ງຜັກອີ່ຕູ່(ນາງຕູ່)ໃນບ້ານເຮົາຫຼືວ່າ:

ເຊັ່ນໃນຕະກຸນຂອງໝາກເຂືອ ພວກເຮົາກໍ່ຈະເຫັນວ່າມັນມີຫຼາກຫຼາຍແຕກຕ່າງກັນໄປ!

ຂໍເຊີນຊວນທ່ານເຈົ້າຂອງກະທູ້ເຂົ້າໄປເບິ່ງເຜີ່ມເຕີມຕາມ ລິ້ງສ໌ ທີ່ໃຫ້ມາເທິງນີ້!

ດ້ວຍຄວາມຮັກແພງ.

__________________
Anonymous

Date:

Anonymous wrote:

ທາງແຂວງສະຫວັນບ້ານຂ້ອຍເອີ້ນຊື່ຜັກຕ່າງໆມີດັ່ງນີ້                           ທາງແຂວງຫົວພັນບ້ານເຮົາເອີ້ນດັ່ງນີ້ເນີ:

ຜັກຫອມຫໍ້ ຫຼື ຜັກຫອມໜາມ ຫຼື ຜັກຫອມແປ %E0%B8%9C%E0%B8%B1%E0%B8%81%E0%B8%8A%E0%B8%B5%E0%B8%9D%E0%B8%A3%E0%B8%B1%E0%B9%88%E0%B8%87.jpg ຜັກຈີແປ້ນໄທ

ຜັກແປ້ນ image091.jpgຜັກທຽມປ່າ

ດອກຜັກແປ້ນ %E0%B8%9C%E0%B8%B1%E0%B8%81%E0%B8%81%E0%B8%B8%E0%B8%A2%E0%B8%8A%E0%B9%88%E0%B8%B2%E0%B8%A2.jpgຜັກບົ່ວປ່າ

ຜັກເສີມ saranalc7.jpgຜັກຫອມປ້ອມ

ຜັກຫອມປ້ອມ  Coriander-1.jpgຜັກຊີໄທ

ຜັກບັວລະພາ ຫຼື ໂຫຣະພາ  horapha1.jpgຜັກບົວລະພາ ເອີ້ນຄືກັນເນີ້

ຜັກບົ່ວ  vg_green_onion.pngຜັບບົ່ວ  ເອີ້ນຄືກັນເນີ້

6ea7b35e28a3212484a615085d6870fd6b5edaac_400x295_q75.jpeg

ຜັກຕິ້ວ  03.jpgເບີຕິ້ວ  ຕ່າງແຕ່ເອີ້ນເບີ (ໃບ) ບໍ່ເອີ້ນຜັກເພາະເປັນໃບໄມ້

ຜັກກະໂດນ  biodiversity-167439-3.jpgເບີກະໂລນ (ບໍ່ແມ່ນພາສາວຽດເນີ້)

ຜັກສະເມັກ ຫຼື ຜັກເມັກ  pak_mek.jpgເບີສະເໝືອດ

ຜັກຂະ  Climbing-Wattle-1.jpgຜັກເໝົ່າ

ຜັກອີ່ເລີດ  Wildbetal-Leafbush-1.jpgຜັກເລີດ (ບໍ່ມີ ອີ່ ບໍ່ມີ ນາງ)

ຜັກອີ່ຕູ່  mm.jpgຜັກແລງລັກ

ຜັກສ້ຽນ  %E0%B8%9C%E0%B8%B1%E0%B8%81%E0%B9%80%E0%B8%AA%E0%B8%B5%E0%B9%89%E0%B8%A2%E0%B8%99.jpg20120703082357.jpgທາງຫົວພັນບໍ່ມີຜັກສ້ຽນ

ຍັງມີອີກຫຼາຍຜັກ  ໂປດຕິດຕາມພາກຕໍ່ໄປ

__________________
Anonymous

Date:

ຄັນ

ໂຕຢ່າງ:   ຄັນຂີ້ກາກ ເກົາຂີ້ຫິດ [ ຄັນ = itchy ]

ຄັ່ນ

ໂຕຢ່າງ:

ຄຶດຮອດຜູ້ສາວ:

" ຄັ່ນ ບໍ່ໄດ້ເຫັນໜ້າ ເຫັນແຕ່ຕາ ກ່າພໍຢູ່

" ຄັ່ນ ໄດ້ເຫັນເສື້ອ ພາດຢູ່ແຈ

" ຄັ່ນ ໄດ້ເຫັນແພ ພາດຢູ່ຮົ້ວ

ໄດ້ຍິນສຽງຫົວ ຢູ່ບ້ານ ກ່າປານໄດ້ ນັ່ງລົມ... [ ຄັ່ນ = ຫາກວ່າ , if ]

If you listen carefully, you will understand clearly.

ຄັ່ນ ເຈົ້າຟັງຢ່າງລະວັງ, ເຈົ້າຈະເຂົ້າໃຈ ແບບແຈ່ມແຈ້ງ.

 ຜິດແລ້ວ

ໄປຮຽນໜັງສືມາໃໝ່

 ມີແຕ່ພວກໂຮງຮຽນໄຟໄໝ້ຮຽນພາສາລາວຊອບກະຈາຫຼືບໍ່ກໍອາຈານແລະຄູສອນພາສາລາວ

ຈົບມາແຕ່ຖ້ຳໃດກໍບໍ່ຮູ້ທີ່ມາສອນລູກສິດ, ຈົນລູກສິດບໍ່ຮູ້ຮອດ ຄັນ ກັບ ຄັ່ນ ສອງສັບນີ້ມີ

ຄວາມໝາຍແຕກຕ່າງກັນແນວໃດ?

ທ່ານອະທິບາຍມາຂ້າງເທິງນັ້ນຖືກຕ້ອງທີ່ສຸດ. ໃຫ້ຄະແນນເຕັສຮ້ອຍໄປເລີຍ, ຊົມເຊີຍ!

 ຄັນຂີ້ກາກ  
ຄັນ = itchy

ເກົາຂີ້ຫິດ

ເກົາ = SCRATCH

__________________
Anonymous

Date:

ຄຳໆດຽວບາງເທື່ອກໍ່ມີຫຼາຍຄວາມໝາຍ

ເຊັ່ນ

ຄັນ ຄັນຕາມຜິວໜັງ

ຄັນ  ຣົຖສອງຄັນ

ຄັນນາ

ຄັນ (ດ້າມ) ຄັນຍູ ຄັນຈ້ອງ ຄັນຮົ່ມ ໄມ້ຫາບໜຶ່ງຄັນ

ຄັນ (ຖ້າ) ມື້ອື່ນຄັນເຈົ້າຊິມາອີກ ຊື້ເກີບມາໃຫ້ຂ້ອຍນຳເດີ

ຄັນບໍ່ແມ່ນຄົນລາວນຳກັນ ຂ້ອຍເຕະແລ້ວໃດບັກອັນນີ້

ຄັ່ນ  (ກັ້ນ)ເຮືອນຂ້ອຍມີຝາຄັ່ນຫ້ອງດ້ວຍໄມ້ກະແຕະ

ເອົາເຈັ້ຽຄັ່ນປື້ມໄວ້ ຈັກໜ່ອຍຊິມາອ່ານໃໝ່

ຄັນຂ້ອຍບໍ່ຢືນຄັ່ນໄວ້ ສອງຄົນແມ່ນຊົກກັນແລ້ວ(ຄົນສ່ວນຫຼາຍຈະເວົ້າຜິດວ່າ ຂັ້ນໄວ້)

__________________
Anonymous

Date:

ພາສາລາວ ມັນມີຫລາຍຮູບຫລາຍຢ່າງ ຫລາຍຄວາມໝາຍ

ຄຳດຽວ ບາງເທື່ອ ມັນເປັນທັງ 

ຄຳນາມ, ຄຳແທນນາມ, ຄຳກຳມະ, ຄຳຄຸນນາມ

ພາກັນໄປຄົ້ນມາໃໝ່ເດີ  

ແລະມາສົນທະນາກັນອີກ ເພື່ອຊິໄດ້ຄວາມຮູ້ນຳກັນ

ຫລືວ່າແລກປ່ຽນຄວາມຄິດຄວາມເຫັນນຳກັນ 

ວິເຄາະນຳກັນວ່າ ໂຕ ໃດ ເປັນໂຕໃດແດ່ ?

__________________
Anonymous

Date:

ຢູ່ນີ້ ເຂົາຂຽນພາສາຕະຫລາດ ພາສາທອ້ງຖິ່ນ 

ອີ່ລຸງ ຢ່າໄປຫົວຊາຫລາຍ ເຈົ້າຊອ່ຍຫຍັງບໍ່ໄດ້ແລວ້ຖ້າເຈົ້າຢູ່ຕ່າງປະເທດ

ຫາລະກັບມາ ໄປສະມັກເປັນ ອາຈານອາສາ ຈັ່ງສີຊອ່ຍບ້ານຊອ່ຍເມືອງໄດ້

ຂໍຢອດນອ້ຍນຶ່ງ ເປັນຫຍັງຄົນຊຳເຫນືອຈຶ່ງມັກໃສ່ຊື່ຜູ້ຍິງວ່າ  ໃຫມ່ ຫລື  ເໝີ່ ກັບ ບຸນ ຫລາຍແທ້ 

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard