Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລັດສະເຫນີ ໃຫ້ປຽ່ນພາສີເຂດ ມາເປັນພາສີແຂວງ
Anonymous

Date:
ລັດສະເຫນີ ໃຫ້ປຽ່ນພາສີເຂດ ມາເປັນພາສີແຂວງ


ແຕ່ບໍຜ່ານສະພາ

ເປັນຍອ້ນຫຍັງເນາະ ຢ້ານຫຍັງຫວາ

ຂໍ້ມູນ: ຂ່າວສານ ປະເທດລາວ



__________________
Anonymous

Date:

ທ່ານບຸນໂຈມ ອຸບົນປະເສີດ ຕອບຄຳຖາມເຈາະຈິ້ມຂອງຄະນະປະທານກອງຊຸມບໍ່ໄດ້

ກໍ່ບໍ່ຜ່ານລະນໍ.



__________________
ສິດເອກ ລຸງພູມີ ວ.

Date:

ການຂຽນຫຼືພິມພາສາລາວກໍຢາກໃຫ້ຢູ່ໃນກະຕິກາຂອງຫຼັກໄວຍະກອນແດ່

ດັ່ງເຊັ່ນຕົວຢ່າງຫົວຂ້ວນ (Subject) ຂອງກະທູນີ້ທີ່ເພິ່ນພິມ ສະເຫນີ ແມ່ນ

ຜິດກະຕິກາຂອງຫລັກໄວຍະກອນລາວທີ່ສຸດ. ຄວນຂຽນ ສະເໜີ ແບບນີ້.

ຖ້າຂຽນຫຼືພິມ ສະເຫນີ ແບບນີ້ສາມາດອ່ານ ສະ-ເຫ-ນີ (sa-he-nee) ໄດ້.

ຫ+ນ= ບໍ່ແມ່ນ===> ຫນ

ຫ+ມ= ບໍ່ແມ່ນ===> ຫມ

ຫ+ຍ= ຫຽ ບໍ່ແມ່ນ===>ຫຍ

ຫ+ລ= ຫຼ ບໍ່ແມ່ນ===> ຫລ

ນອກຈາກ ຫ+ວ ທີ່ເປັນ ຫວ ຕາຍໂຕ.

 

ກະລຸນາຢ່າດ່າແມ່ກັນເດີ້ ຂໍຮ້ອງ. ບໍ່ແມ່ນສະແດງຫຽັງດອກ ພຽງແຕ່ຢາກໃຫ້ນ້ອງນຸ່ງທີ່ກຳລັງ

ຮຽນຂຽນແລະອ່ານພາສາລາວທາງອິນເຕີແນັດເຂົ້າໃຈແລະຂຽນໃຫ້ຖືກຕ້ອງກໍເທົ່ານັ້ນ.

ຂອບໃຈ.



__________________
Anonymous

Date:

ຂອບໃຈສິດເອກພູມີ ວົງວິຈິດ ທີ່ສະລະເວລາເຂົ້າມາແນະນຳຫຼັກໄວຍາກອນໃຫ້ພີ່ນ້ອງລາວທົ່ວໂລກ

ໄດ້ຮູ້.

ຖ້າພໍເປັນໄປໄດ້ ກະຣຸນາອະທິບາຍການໃຊ້ ຫຼ ຫລ ໃຫ້ຂ້ານ້ອຍຮູ້ອີກແດ່, ຂອບໃຈ.



__________________
Anonymous

Date:

Anonymous wrote:

ຂອບໃຈສິດເອກພູມີ ວົງວິຈິດ ທີ່ສະລະເວລາເຂົ້າມາແນະນຳຫຼັກໄວຍາກອນໃຫ້ພີ່ນ້ອງລາວທົ່ວໂລກ

ໄດ້ຮູ້.

ຖ້າພໍເປັນໄປໄດ້ ກະຣຸນາອະທິບາຍການໃຊ້ ຫຼ ຫລ ໃຫ້ຂ້ານ້ອຍຮູ້ອີກແດ່, ຂອບໃຈ.


 ພາສາລາວໃໝ່ຂອງ ສປປ ລາວຈະບໍ່ມີບັນຫາກ່ຽວກັບ ຫລ ແບບນີ້ ເພາະລຸງພູມີ ວ. ໄດ້ຕັດຖີ້ມຕົວສະກົດ

ຂອງອັກສອນລາວທັງໝົດຖີ້ມໄປແລ້ວ. ອັກສອນລາວກ່ອນ 75 ໄດ້ເອົາພາສາບາລີມາໃຊ້ຫລາຍ, ຕົວ ຈຶ່ງ

ກັບກາຍເປັນຕົວ ໄປໃນບາງສັບທີ່ມາຈາກພາສາບາລີທີ່ລາວເຮົານຳມາໃຊ້. ດັ່ງນັ້ນ ອັກສອນລາວກ່ອນ 75

ຫ+ລ ຈຶ່ງຂຽນ ຫຼ. ເຊັ່ນຕົວຢ່າງສັບນີ້:

- ມະໂຫລຣະນາດ ອ່ານອອກສຽງ ມະ-ໂຫນ-ຣະ-ນາດ ບໍ່ໄດ້ອ່ານອອກສຽງ ມະ-ໂຫຼ-ຣະ-ນາດ.

ສັບນີ້ຈະບໍ່ມີໃນພາສາລາວໃນປັດຈຸບັນແລ້ວເພາະບໍ່ເຄີຍເຫັນໃຜຂຽນເວົ້າເຖິງເຄື່ອງດົນຕີທີ່ມີຄ້ອງວົງ ສີຊໍ

ຣະນາດ ກອງຕົບ ແຊ່ງ ປີ່ແລະຂຸ່ຍ ວ່າ ມະໂຫລຣະນາດວາດວົງ ແປວ່າ ວົງດົນຕີບູຮານ.

ກ່ອນ 75: ໂຫຼ (12 ອັນ)

ຫລັງ 75: ໂຫລ ຂຽນແບບນີກໍໄດ້ບໍ່ປິດ ເພາະຕົວສະກົດ ເປັນ ໂຕ ນັ້ນບໍ່ມີອີກແລ້ວ ລຸງພູມີຕັດຖິ້ມໄປໝົດ,

ຖ້າວ່າກ່ອນ 75 ນັ້ນແມ່ນຜິດ.

ໂຫລ ອ່ານອອກ Honh ແປວ່າ ເຮັດໃຫ້ຄົນຮູ້ສືກມີຄວາມສຸກໃນຈິດໃຈ ເປັນພາສາບາລີ

ຜູ່ທີ່ເຮັດມຫ້ຄົນຮູ້ສຶກມີຄວາມສຸກໃນຈິດໃຈ = ໝໍໂຫລ ຫຼື ໝໍດູໝໍເດົານັ້ນລະ.

 

 



__________________
Anonymous

Date:

ພວກທີ່ຢູ່ເຂດປົດປ່ອຍເກົ່າໃຊ້ແຕ່ ຫລ ພວກທີ່ຢູ່ເຂດຄອບຄອງຂອງອາເມລິກາໃຊ້ ຫຼ

ສະມາຊິກພັກຄົນໃດໃຊ້ ຫຼ ຈະບໍ່ມີໂອກາດກ້າວຂຶ້ນເປັນເສືອ 11 ໂຕ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard