Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຮາມມະສູນ ແຜງຣິດ ນໍ້າຖ້ວມສະຫວັນນະເຂດແລ້ວ !
Anonymous

Date:
ຮາມມະສູນ ແຜງຣິດ ນໍ້າຖ້ວມສະຫວັນນະເຂດແລ້ວ !


 

ເປັນຫ່ວງລະດັບນ້ຳຂຶ້ນສູງໄຫຼເຂົ້າຖ້ວມ 9 ບ້ານ
ຂອງເມືອງຈຳພອນ
ປະຈຸບັນເມືອງຕ່າງໆພາຍໃນແຂວງສະຫວັນນະເຂດພວມໄດ້ຮັບຜົນກະທົບຈາກພະຍຸຣາມມະສູນ ເປັນເຫດໃຫ້ບັນດາບ້ານທີ່ຢູ່ຕາມແຄມແມ່ນ້ຳຕ່າງໆຖືກນ້ຳໄຫຼເຂົ້າຖ້ວມໃນບາງເຂດ



__________________
Anonymous

Date:

ຄົງແມ່ນຣາມມະສູນ ໃຈຮ້າຍທີ່ລາວປ່ອຍ, ແລະ ຕັດໄມ້ສົ່ງໃຫ້ຫວຽດນາມຫູາຍ,ເລີຍແຜງຣິດສັ່ງສອນ

ເບົາໆຂັ້ນແລກ.ຕໍ່ໄປອາດລົງໂທດໜັກກວ່ານີ້.



__________________
Anonymous

Date:

ແຂວງນີ້ບໍ່ມີເຂື່ອນພະລັງງານໄຟຟ້າທີ່ສາມາດຄວບຄຸມນ້ຳຂຶ້ນລົງໄດ້ຫວາ?



__________________
Anonymous

Date:

ປັດຈຸບັນ ​ເມືອງ​ຕ່າງໆ​ພາຍ​ໃນ​ແຂວງ​ສະຫວັນ​ນະ​ເຂດ ພວມ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພາຍຸ​ຣາມ​ມະ​ສູນ ເປັນ​ເຫດ​ໃຫ້​ບັນດາ​ບ້ານ​ທີ່ຢູ່​ຕາມ​ແຄມ​ແມ່ນ້ຳ​ຕ່າງໆ ​ຖືກ​ນ້ຳ​ໄຫຼ​ເຂົ້າ​ຖ້ວມ​ໃນ​ບາງ​ເຂດ; ໃນ​ນີ້, ບ້ານ​ທີ່ຢູ່​ຕາມ​ລຽບ​ແຄມ​ເຊ​ຈຳ​ພອນ​ເປັນຕົ້ນ: ບ້ານ​ລຳ​ເທນ, ວັງ​ເມົາ, ເພຍ​ກ່າ, ລຳ​ບອງ, ສະ​ຄຶນເໜຶອ, ສະ​ຄຶນ​ໃຕ້, ທ່າ​ມ່ວງ, ແກ້ງ​ປູນ ແລະ ບ້ານ​ໂພນ​ມ່ວງ ເມືອງ​ຈຳ​ພອນ ນ້ຳ​ໄດ້​ໄຫຼ​ເຂົ້າ​ຖ້ວມ​ແລ້ວ.

ປັດຈຸບັນ ​ລະດັບ​ນ້ຳ​ເຊ​ຈຳ​ພອນ ​ໄດ້​ຂຶ້ນ​ໃນ​ລະດັບ 7,86 ແມັດ ເກີນ​ລະດັບ​ເຝົ້າ​ລະວັງ 7,50 ແມັດ, ຄາດ​ຄະເນ​ນ້ຳ​ຈະ​ໄຫຼ​ເຂົ້າ​ຖ້ວມ​ເນື້ອທີ່​ນາ​ມີ​ທັງ​ໝົດ 4.300 ກວ່າ​ເຮັກຕາ ແລະ ມີ​ຈຳນວນ 69 ບ້ານ​ທີ່​ເລາະ​ຕາມ​ແຄມເຊ​ຈຳ​ພອນ; ສຳລັບ​ເນື້ອທີ່​ຖືກ​ນ້ຳ​ຖ້ວມ ແລະ ຜົນ​ເສຍ​ຫາຍ​ແມ່ນ​ຍັງ​ບໍ່​ສາມາດ​ສະຫຼຸບ​ໄດ້.  

 



__________________
Anonymous

Date:

Anonymous wrote:

ຄົງແມ່ນຣາມມະສູນ ໃຈຮ້າຍທີ່ລາວປ່ອຍ, ແລະ ຕັດໄມ້ສົ່ງໃຫ້ຫວຽດນາມຫູາຍ,ເລີຍແຜງຣິດສັ່ງສອນ

ເບົາໆຂັ້ນແລກ.ຕໍ່ໄປອາດລົງໂທດໜັກກວ່ານີ້.


 ຖ້າມີລິດມີເດດແທ້ຄວນສັ່ງນ້ຳໄປຖ້ວມເຮືອນຜູ່ສັ່ງສ້າງສັ່ງຕັດ ບໍ່ຄວນເຮັດໃຫ້

ປະຊາຊົນໄດ້ຮັບຄວາມລຳບາກແບບນີ້.



__________________
Anonymous

Date:

Anonymous wrote:

ປັດຈຸບັນ ​ເມືອງ​ຕ່າງໆ​ພາຍ​ໃນ​ແຂວງ​ສະຫວັນ​ນະ​ເຂດ ພວມ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ພາຍຸ​ຣາມ​ມະ​ສູນ ເປັນ​ເຫດ​ໃຫ້​ບັນດາ​ບ້ານ​ທີ່ຢູ່​ຕາມ​ແຄມ​ແມ່ນ້ຳ​ຕ່າງໆ ​ຖືກ​ນ້ຳ​ໄຫຼ​ເຂົ້າ​ຖ້ວມ​ໃນ​ບາງ​ເຂດ; ໃນ​ນີ້, ບ້ານ​ທີ່ຢູ່​ຕາມ​ລຽບ​ແຄມ​ເຊ​ຈຳ​ພອນ​ເປັນຕົ້ນ: ບ້ານ​ລຳ​ເທນ, ວັງ​ເມົາ, ເພຍ​ກ່າ, ລຳ​ບອງ, ສະ​ຄຶນເໜຶອ, ສະ​ຄຶນ​ໃຕ້, ທ່າ​ມ່ວງ, ແກ້ງ​ປູນ ແລະ ບ້ານ​ໂພນ​ມ່ວງ ເມືອງ​ຈຳ​ພອນ ນ້ຳ​ໄດ້​ໄຫຼ​ເຂົ້າ​ຖ້ວມ​ແລ້ວ.

ປັດຈຸບັນ ​ລະດັບ​ນ້ຳ​ເຊ​ຈຳ​ພອນ ​ໄດ້​ຂຶ້ນ​ໃນ​ລະດັບ 7,86 ແມັດ ເກີນ​ລະດັບ​ເຝົ້າ​ລະວັງ 7,50 ແມັດ, ຄາດ​ຄະເນ​ນ້ຳ​ຈະ​ໄຫຼ​ເຂົ້າ​ຖ້ວມ​ເນື້ອທີ່​ນາ​ມີ​ທັງ​ໝົດ 4.300 ກວ່າ​ເຮັກຕາ ແລະ ມີ​ຈຳນວນ 69 ບ້ານ​ທີ່​ເລາະ​ຕາມ​ແຄມເຊ​ຈຳ​ພອນ; ສຳລັບ​ເນື້ອທີ່​ຖືກ​ນ້ຳ​ຖ້ວມ ແລະ ຜົນ​ເສຍ​ຫາຍ​ແມ່ນ​ຍັງ​ບໍ່​ສາມາດ​ສະຫຼຸບ​ໄດ້.  

 


 ຂ້ອຍເປັນລູກຫລານເຊຈໍາພອນ ຢັງຈື່ຍູ່ຕອນນໍ້າຖ້ວມໃນປີ 77-78 ຕອນນັ້ນອາຍຸຫາກ່າໃດ້ 10 ປີ ເປັນເທື່ອທໍາອິດທີ່ເຫັນນໍ້າເຊໄຫລຂື້ນເໜຶອ ຂໍພາວະນາໃຫ້ສີ່ງສັກສິດຈົ່ງຄຸ້ມຄອງພວກທ່ານທຸກບ້ານເຮືອນໃຫ້ປອດໄພ 

ຈາກ ນໍ່ຊະຄຶນ

 



__________________
Anonymous

Date:

ຂໍສແດງຄວາມເສັຍໃຈນຳພີ່ນ້ອງຊາວລາວສວັນນະເຂດມານະໂອກາດນີ້ດ້ວຍ. ພັຍທັມະຊາດແມ່ນ

ບໍ່ມີໃຜຫລືນັກປາດຄົນໃດສາມາາດຄົ້ນຄ້ວາວິຖີການສລາຍມັນໄດ້ ນອກຈາກຮູ້ວ່າມັນຈະເກີດມີ

ຂຶ້ນ ແລະເຕືອນພັຍລ່ວງໜ້າເທົ່ານັ້ນ. ຂໍວອນນາຄາຈົ່ງຊ່ວຍລູລາວຫລານລາວພົ້ນຈາຫພັຍວິບັດ

ໃນຄັ້ງນີ້ແລະຢ່າໃຫ້ເກີດມີຂຶ້ນອີກໃນອານາຄົດ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard