Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ມາສົມທຽບຄຳເວົ້າກັບການກະທຳ
Anonymous

Date:
ມາສົມທຽບຄຳເວົ້າກັບການກະທຳ


ຢູ່ກອງປະຊຸມສະພາເພິ່ນເອົາກັນຫນັກເລື້ອງໄມ້ເລືອ້ງຕອກ

ມີຄຳເວົ້າຫລາຍຄຳທີ່ຫນ້າຕິດໃຈ ແລະຫລາຍຄົນຄົງຍັງຈື່ໄດ້

ແຕ່ອີກເບື້ອງນຶ່ງ ພັດມີຄົນຈຳນວນນຶ່ງ ຖ່າຍອອກເຟສບຸກ ເຫັນລົດແກ່ໄມ້ທອ່ນເປັນຫລາຍສິບຄັນ ຢູ່ທາງ 13ໄຕ້

ອັນນີ້ ມັນແມ່ນແນວໃດກັນແທ້  ຊອ່ຍອະທິບາຍແດ່

 



__________________
Anonymous

Date:

facebook ແມ່ນສື່ສັງຄົມທີ່ເສລີບີຮົ່ວ ຂາດການຄັດຈ້ອນເລືອກເຟັ້ນແນື້ຫາສາລະ

ຖ້າຢາກຮູ້ຂໍ້ມູນຄວາມຈິງ ຄວນຕິດຕາມອ່ານຂ່າວຈາກເວັບໄຊ KPL.



__________________
Anonymous

Date:

Anonymous wrote:

facebook ແມ່ນສື່ສັງຄົມທີ່ເສລີບີຮົ່ວ ຂາດການຄັດຈ້ອນເລືອກເຟັ້ນແນື້ຫາສາລະ

ຖ້າຢາກຮູ້ຂໍ້ມູນຄວາມຈິງ ຄວນຕິດຕາມອ່ານຂ່າວຈາກເວັບໄຊ KPL.


 ຮູຂີ້ KPL ມີແຕ່ຂ່າວຂີ້ຕົວະ.ສ່ວນຫຼາຍແມ່ນຊົມເຊີຍເລຍຂີ້ ພັກ-ລັດ.



__________________
Anonymous

Date:

ຖ້າບໍມີເພສບຸກ ຄົນສວ່ນຫລາຍກໍບໍຮູ້ວ່າລັດຖະບານບໍ່ໄດ້ອະນຸຍາດໃຫ້ຕັດໄມ້ນອກຈາກບາງບອ່ນທີ່ຖືກສຳປະທານ

ແລະຍອ້ນເຟສບຸກນີ້ລະຈຶ່ງມີຄົນເດີນທາງຖ່າຍວິດີໂອເຫັນລົດແກ່ໄມ້ຫລາຍສິບຄັນ ຫລາຍຮອ້ຍແມດກອ້ນຕາມທາງຫລວງ

ແລະອາດຈະມີຄົນຖ່າຍຄລິບອອກໃຫ້ເບິ່ງວ່າໄມ້ນັ້ນຕັດຢູ່ໃສ 

ຖ້າແມ່ນຕັດຢູ່ບອ່ນເພິ່ນອະນູຍາດໃຫ້ຕັດກໍພໍຮັບວ່າຖືກຕອ້ງແລວ້ ຢ້ານແຕ່ລັກຕັດຢູ່ຕາມປ່າສະຫງວນແລວ້ມາແຈ້ງວ່າໄມ້ອະນຸຍາດ ມັນກໍເປັນການລະເມີດຄຳເວົ້າຢູ່ໃນສະພານັ້ນເອງ

 



__________________
Anonymous

Date:

ເພີ່ນເວົ້າຕາມໜ້າທີ່ຂອງເພີ່ນ ເພື່ອພີ່ນ້ອງຈະບໍ່ໄດ້ເວົ້າວ່າເພີ່ນ

ໄປນັ່ງຢູ່ສະພາຊື່ໆ, ຜູ້ອອກອານຸຍາດຕັດໄມ້ ກໍບໍ່ແມ່ນ ສສຊ ອີກ

ແລະ ຢູ່ໃນນັ້ນກໍ່ບໍ່ປາກົດໄດ້ຍີນເພີ່ນເວົ້າເຖີງເລື່ອງມາດຕະການແກ້ໄຂ

ວ່າຈະເຮັດແນວໃດ? ໃຜຈະຕ້ອງເປັນຜູ້ຮັບຜິດຊອບ?



__________________
Anonymous

Date:

ຄລິບນີ້ ແມ່ນຢູ່ໃສເດ 

https://www.facebook.com/photo.php?v=478725415596220&set=vb.199995303469234&type=2&theater

 

 

ແລວ້ນີ້ເດ 

https://www.facebook.com/photo.php?v=805219099509764

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard