Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໄຈ້ແຈກ ໃຫ້ອອກ
Anonymous

Date:
ໄຈ້ແຈກ ໃຫ້ອອກ


ຕ້ອງໄຈ້ແຈກ ໃຫ້ອອກ ລະຫວ່າງ

1. ຜູ້ສ້າງແຜນພັດທະນາ ເພື່ອໃຫ້ເຂົ້າແຜນ ໂກງກິນ

2. ສ່ວນຜູ້ກວດສອບ ກໍ່ຊື້ຈ້າງໄດ້ ແລະອຳນາດໜ້ອຍ

3. ຜູ້ແທນສະພາພໍມີວຽກ ເວົ້າເຈາະຈີ້ມ ແຕ່ຍັງບໍ່ຖືກແກ້ໄຂຫລາຍ ເພາະສະພາຍັງນຸມນວນ ບໍ່ທັນການ

4. ຜູ້ເຮັດເລື່ອງຂ່າວພັດຂຽນຄວາມຈິ່ງຫລາຍບໍ່ໄດ້

5. ຜູ້ມີອຳນາດພັດເຮັດຄືບໍລິສຸດ

6. ຜູ້ບໍລິສຸດພັດເສຍໂຕ ແລະຊັບສິນ

7. ຜູ້ມີແນວຄິດແຕກຕ່າງ ພັດວ່າສະໝອງໄຫລ

8. ຜູ້ເພິ່ນວ່າໜັກແໜ້ນ ພັດເລ່ລຽມຫລາຍ

9. ສະຫລຸບ ຜູ້ພັດທະນາ ແລະຜູ້ໂກງກິນ ແມ່ນກຸມດຽວກັນ

10. ແລ້ວຈະເອົາຫັຍງກັບຄຸນນະພາບຂອງວຽກທີ່ອອກມາ

 

 



__________________
Anonymous

Date:

ຜູ້ເຂົ້າອ່ານຫົວຂໍ້ນີ້ ເຈົ້າເດເປັນຄົນແນວໃດ?



__________________
Anonymous

Date:

ອ່ານມາຮອດຂໍ້9ຈຶ່ງຮູ້ວ່າເຂົານັ່ງຢູ່ອ້ອມຂ້າງອ້ອມແອວ, ໝໍນຶ່ງຫາກໍ່ຂຶ້ນລົດໂດຍສານສາຍເໜືອກັບວຽງ

ເມື່ອ 10 ນາທີ່ກ່ອນ ເບຍມັນປະໄວ້ສອງແກ້ວກໍ່ບໍ່ກ້ານກິນ ຢ້ານຄາຄໍ.



__________________
Anonymous

Date:

Anonymous wrote:

ຜູ້ເຂົ້າອ່ານຫົວຂໍ້ນີ້ ເຈົ້າເດເປັນຄົນແນວໃດ?


 ຂ້ອຍແມ່ນຊາວບ້ານ, ພໍ່ນາໝາເຕົ່ານີ້ລະ ! ບໍ່ມີອຳນາດວາດສະໜາອີ່ຫຍັງດອກ, ບໍ່ໄດ້ເປັນຜູ້ວາງແຜນ ແລະເປັນຜູ້ກຽມໂກງແຕ່ຢ່າງໃດ, ມີແຕ່ຢາກເອົາພ້າຟັນຫົວຄົນຂີ້ໂກງພວກນີ້ໃຫ້ມັນຫົວຍະຈັກບາດ ມັນຈິ່ງສິໄດ້ເຊົາໂກງບ້ານໂກງເມືອງແດ່ຊັ້ນດອກ !!??!!



__________________
Anonymous

Date:

ໃຜໆ ກໍ່ຮູ້ດີ ແຕ່ບໍ່ມີໃຜລິເລິ່ມຢາກແກ້ ຊິຖ້າພວກ ຜູ້ສ້າງແຜນພັດທະນາ ເພື່ອໃຫ້ເຂົ້າແຜນ ໂກງກິນ ລິເລີ່ມ ບໍມີທາງເຂົາຊິເຮັດ ແມແຕ່ຜູ້ນຳສູງສຸດຍັງມີແຕ່ເວົ້າ

ໃຫ້ແຕ່ສຳມະຊິກເພິ່ນເອງ ແຕ່ເຮັດຫັຍງບໍ່ໄດ້.

ສະຫລູບບໍ່ມີຄົນຮັກຊາດຢ່າງແທ້ຈິງ ມີແຕ່ຢາກຮັກສາອຳນາດ ແລະປະໂຫຍດສ່ວນຕົວເປັນໃຫ່ຍ.

ບໍ່ຮູ້ວ່າທາດແທ້ ຂອງລະບອບການເມືອງ ແລະການປົກຄອງຂອງເຮົາແມ່ນຫັຍງກັນແທ້.



__________________
ຕູ້ຈວງ

Date:

ໄຈ້ແຈກ ແປວ່າຫຍັງ? ເປັນເທື່ອທຳອິດທີ່ເຫັນສັບສອງພະຍາງນີ້.

ເຄີຍເຫັນແຕ່ ໄຈ້ແຍກ ເທົ່ານັ້ນໃນສັບຂອງພາສາລາວ. ຊ່ອຍອະທິ

ບາຍໃຫ້ເຂົ້າໃຈນຳແດ່ອັນພາສາລາວໃໝ່ໆນີ້.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard