Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ກວດພົບສານເຄມີປົນເປື້ອນເກີນມາດຕະຖານໃນອາຫານ


Senior Member

Status: Offline
Posts: 183
Date:
ກວດພົບສານເຄມີປົນເປື້ອນເກີນມາດຕະຖານໃນອາຫານ


ກວດພົບສານເຄມີປົນເປື້ອນເກີນມາດຕະຖານໃນອາຫານທະເລ ແລະ ສິ້ນສ່ວນສັດຢູ່ຕະຫຼາດຫຼາຍແຫ່ງໃນນະຄອນຫຼວງ ວຽງຈັນ

 


 
DSC00340.jpg
     ທ່ານ ດົວລີ ລີເລ່ຍນູ, ຫົວໜ້າໜ່ວຍງານສັດຕະວະແພດ, ຂະແໜງລ້ຽງສັດ ແລະ ການປະມົງ ນະຄອນຫຼວງວຽງຈັນໄດ້ ໃຫ້ສຳພາດຕໍ່ນັກຂ່າວຂອງພວກເຮົາວ່າ: ໃນວັນທີ 18 ກໍລະກົດນີ້ ໜ່ວຍງານຂອງຕົນໄດ້ລົງກວດຫາສານເຄມີປົນເປື້ອນໃນອາ ຫານທີ່ວາງຂາຍຢູ່ຕະຫຼາດຕ່າງໆໃນນະຄອນເຫຼວງວຽງຈັນ ຄື: ບັນດາຕະຫຼາດຢູ່ເຂດ ເມືອງໄຊເສດຖາ, ສີສັດຕະນາກ ແລະ ເມືອງຈັນທະບູລີ, ຜ່ານການກວດ 17 ຕົວ ຢ່າງທີ່ສົງໄສວ່າມີສານເຄມີປົນເປື້ອນ, ຢູ່ຕ ຫຼາດໜອງຈັນ, ໂພນສະຫວ່າງ ແລະ ຕະຫຼາດທາດຫຼວງ ພົບສານຟ໋ອກໂມນ (ສານກັນບູດ) ເກີນມາດຕະຖານຈຳນວນ 6 ຕົວ ຢ່າງຄື: ປາມຶກແຊ່ສົດ ແລະ ສິ້ນ ສ່ວນສັດເຊັ່ນ: ຍໍ່ງົວ, ຄວາຍ, ຕັບ, ປອດ, ຫົວໃຈ ແລະ ຊິ້ນສ່ວນສັດປີກທີ່ນຳເຂົ້າຈາກຕ່າງປະເທດຈຳນວນ 14 ຕົວຢ່າງ  ຈາກການກວດທັງໝົດ 31 ຕົວຢ່າງ ຈາກນັ້ນກໍໄດ້ສັ່ງໃຫ້ຜູ້ຂາຍທຳລາຍອາຫານດັ່ງກ່າວທັນທີ ພ້ອມທັງຂຽນບົດບັນທຶກ,
ຕັກເຕືອນ, ຫ້າມບໍ່ໃຫ້ພໍ່ຄ້າ, ແມ່ຄ້າໃຊ້ສານເຄມີດັ່ງກ່າວອີກຢ່າງເດັດຂາດ ແລະ ຖ້າກວດພົບອີກໃນຄັ້ງຕໍ່ໄປຈະມີມາດຕະ ການປັບໄໝລົງໂທດຕາມລະບຽບກົດໝາຍ.
    ທ່ານຫົວໜ້າໜ່ວຍງານສັດຕະວະແພດກ່າວວ່າ: ເຖິງມີການຫ້າມບໍ່ໃຫ້ໃຊ້ສານເຄມີ (ຟ໋ອກໂມນ) ໃນອາຫານຢ່າງ ເດັດ ຂາດ, ແຕ່ 2-3 ປີມານີ້ ການນຳໃຊ້ສານດັ່ງກ່າວຍັງມີແຜ່ຫຼາຍ, ໂດຍສະເພາະແມ່ນການເກັບຮັກສາອາຫານດິບ ເຊັ່ນ: ຊີ້ນ, ປາຕ່າງໆບໍ່ໃຫ້ບຸດເນົ່າສາມາດເກັບໄວ້ໄດ້ດົນແຕ່ສານດັ່ງກ່າວພັດມີລິດຮ້າຍແຮງໃນການທຳລາຍຈຸລັງ ແລະ ປະສານຖ້າຫາກບໍ ລິໂພກເຂົ້າໄປຫຼາຍອາດເຮັດໃຫ້ເກີດພະຍາດມະເຮັງ, ປະສາດ ແລະ ພະຍາດລະບົບຫາຍໃຈເຫຼົ່ານີ້ເປັນຕົນ, ດັ່ງນັ້ນ, ຈຶ່ງຮຽກ ຮ້ອງໃຫ້ຊາວຄ້າຂາຍຈົ່ງຢຸດໃຊ້ສານຟ໋ອກໂມນ ແລະ ສານເຄ ມີອື່ນໆທີ່ເປັນອັນຕະຫຼາຍຕໍ່ສຸຂະພາບເຂົ້າໃນການເກັບຮັກສາອາ ຫານຢ່າງເດັດຂາດ ແລະ ຖ້າພົບເຫັນຈະມີມາດຕະການລົງໂທດຕາມລະບຽບກົດໝາຍ, ເນື່ອງຈາກການເກັບຮັກສາອາຫານ ທີ່ຖືກຕ້ອງແມ່ນການໃຊ້ຖົງດູດອາກາດ, ແຊ່ແຂງ, ແຊ່ເຢັນກໍໄດ້. ພ້ອມນັ້ນ ກໍເຕືອນໃຫ້ຜູ້ບໍລິໂພກທຸກຄົນຈົ່ງມີສະຕິໃນເວ ລາໄປຊື້ອາຫານການກິນ, ໂດຍສະເພາະແມ່ນອາຫານທະເລ, ເຄື່ອງໃນສັດ ຫຼື ຊິ້ນສ່ວນສັດປ່າເຫຼົ່ານີ້ເປັນຕົ້ນ ແລະ ສິ່ງສຳຄັນ ແມ່ນໃຫ້ສັງເກດເບິ່ງຖ້າອາຫານດິບບໍ່ມີແມງວັນຕອມແມ່ນມີຄວາມສ່ຽງສູງໃນການໃຊ້ສານເຄມີເຂົ້າໃນອາຫານເຫຼົ່ານັ້ນ ແລະ ບໍສະເພາະແຕ່ປະເພດ ຊິ້ນປາເທົ່ານັ້ນ, ຍັງມີຊາວຄ້າ ຂາຍຜັກ ແລະ ໝາກໄມ້ ຈຳນວນ ໜຶ່ງກໍນຳໃຊ້ສານຟ໋ອກໂມນເພື່ອ ເກັບຮັກສາຜັກ ແລະ ໝາກໄມ້ໃຫ້ ສາມາດເກັບໄວ້ຂາຍໄດ້ຍາວ ນານໂດຍບໍ່ຄຳເຖິງຜົນຮ້າຍ ເຊັ່ນ ດຽວກັນ, ຊຶ່ງສ່ວນຫຼາຍຈະ ກວດພົບຟ໋ອກໂມນຢູ່ນຳໝາກລິ້ນຈີ່, ແອບເປີນ ແລະ ຜັກບາງປະເພດ, ດັ່ງນັ້ນກ່ອນຈະບໍລິໂພກຜັກ ຫຼືໝາກໄມ້ຄວນນຳໄປ ແຊ່ນ້ຳເກືອ ແລະ ລ້າງດ້ວຍນ້ຳເກືອຈະເປັນການດີທີ່ສຸດເພາະນ້ຳເກືອສາມາດລ້າງສານເຄມີອອກຈາກຜັກ ແລະ ໝາກໄມ້ໄດ້ ດີພໍສົມຄວນ.
     ທ່ານຫົວໜ້າໜ່ວຍງານສັດຕະວະແພດໃຫ້ຮູ້ອີກວ່າ: ນອກຈາກການລົງກວດສານເຄມີປົນເປື້ອນໃນອາຫານຢູ່ຕາມຕະ ຫຼາດຕ່າງໆແລ້ວໜ່ວຍງານຂອງຕົວຍັງໄດ້ເອົາໃຈໃສ່ລົງກວດກາສັດ ແລະ ປາຕາມຟາມ ແລະ ກະຊັງຕ່າງຢູ່ໃນນະຄອນຫຼວງ ວຽງຈັນເພື່ອບໍ່ໃຫ້ຜູ້ປະກອບການນ້ຳໃຊ້ຢາຕ້ານເຊື້ອ ແລະ ຢາເລັ່ງການຈະເລີນເຕີບໂຕຂອງສັດເກີນມາດຕະຖານ, ເນື່ອງຈາກ ສານດັ່ງກ່າວກໍມີຜົນກະທົບຕໍ່ສຸຂະພາບຂອງຜູ້ບໍລິໂພກເຊັ່ນດຽວກັນ.


__________________
Anonymous

Date:
RE: ກວດພົບສານເຄມີປົນເປື້ອນເກີນມາດຕະຖານໃນອາຫານ


ມີວິທີໃດທີ່ເຮົາຈະຮູ້ວ່າອາຫານນັ້ນໃສ່ສານເຄມີກັນບູດກັນເໜົ່າ?



__________________
Anonymous

Date:

Fine and fine a lot of Kip and close their business

but warning 1 time or 2 times first



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard