Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ກະແຈ Vs ກຸນແຈ
ໝາກຂຽບໜັງ

Date:
ກະແຈ Vs ກຸນແຈ

ບາງຄົນຖົກຖຽງຂ້ອຍຈົນໜ້າດຳຕາແດງວ່າກະແຈແມ່ນອັນດຽວກັບກຸນແຈ

ແຕ່ຂ້ອຍຄິດວ່າກະແຈແມ່ນ key ສ່ວນກຸນແຈແມ່ນ tool.

ຂ້ອຍເຂົ້າໃຈຖືກຕ້ອງຫຼືບໍ?

__________________
Anonymous

Date:

ໝາກຂຽບໜັງ wrote:

 Yes, I think it has the same meaning (ກະແຈ Vs ກຸນແຈ); among Tai Viengchan and Savannakhet and many down south speaking.

__________________
Anonymous

Date:

ກຸນເເຈ ບໍ່ເເມ່ນກະເເຈ
ເອົາເເຕ່ຊິເວົ້າຊິວ່ານໍ້ອັນພາສາລາວຫັ້ນນ່າ!
ມີອີກຄວາມນໍິ່ງ.

ຄໍີເເບບ: ລາງຄົນກະວ່າ“ຂະເຈົ້າ” ເເລ້ວລາງຊະພັດວ່າ“ກະເຈົ້າ” ເເທ້ຈິງລະເເມ່ນ
"ຂະເຈົ້າ"

__________________

Guru

Status: Offline
Posts: 695
Date:

this is from dictionary , check out.

Attachments
__________________

 187557797.jpg

Anonymous

Date:

ກະ ຖ້າເປັນຄຳນາມ ແປວ່າຫຍັງ? cheerball ຊ່ອຍເບິ່ງໃຫ້ອີກແດ່,

ຂອບໃຈ

__________________

Guru

Status: Offline
Posts: 695
Date:

Anonymous wrote:

ກະ ຖ້າເປັນຄຳນາມ ແປວ່າຫຍັງ? cheerball ຊ່ອຍເບິ່ງໃຫ້ອີກແດ່,

ຂອບໃຈ

Attachments
__________________

 187557797.jpg

Anonymous

Date:

Anonymous wrote:
ໝາກຂຽບໜັງ wrote:

ບາງຄົນຖົກຖຽງຂ້ອຍຈົນໜ້າດຳຕາແດງວ່າກະແຈແມ່ນອັນດຽວກັບກຸນແຈ

ແຕ່ຂ້ອຍຄິດວ່າກະແຈແມ່ນ key ສ່ວນກຸນແຈແມ່ນ tool.

ຂ້ອຍເຂົ້າໃຈຖືກຕ້ອງຫຼືບໍ?

 Yes, I think it has the same meaning (ກະແຈ Vs ກຸນແຈ); among Tai Viengchan and Savannakhet and many down south speaking.

 False! ຂັອຍເອງກໍ່ເປັນຄົນວຽງຈັນເເລ້ວຂ້ອຍເອີ້ນເເຕ່ວ່າ“ກຸນເເຈ” ຕັ້ງເເຕ່ໃດມາ

ພວກທີ່ພາກັນເວົ້າກະເເຈເເມ່ນພວກທີ່ບໍ່ມັກຮຽນໜັງສໍີກໍເລີຍເອີ້ນຕາມສຽງເອົາຊໍີໆ. ໄດ້ຍິນຈັ່ງໃດກະຮ່າວວ່າເອີ້ນຈັ່ງຊັ້ນນອກນີ້ເເລ້ວຜູ້ເປັນພໍ່ເເມ່ກະບໍ່ເອົາໃຈໄຊ່ນຳຕອນເວລາລູກນ້ອຍຕົນເອງກຳລັງເລີ້ມຕົ້ນເວົ້າໄດ້ຕອນລູກເວົ້າບໍ່ຖໍີກຫຼໍີເວົ້າບໍ່ຂ້ອດກໍ່ພາກັນຄໍິດວ່າເປັນຕະຫຼົກໄປເເທນທີ່ຈະຊ່ອຍດັດເເປງລູກເວົ້າໃຫ້ຖໍີກຕ້ອງ

ກະບໍ່. ນີ້ກໍ່ເປັນບັນຫາເດີມຂອງຄົນລາວຈົນເຖິງປັດຈຸບັນນີ້ຈົນເຮັດໃຫ້ພາສາລາວມີຄວາມສັບສົນເເລະເເບ່ງເເຍກເເລະຂ້າດລະບຽບວິໃນຂອງພາສາເຮົາຫຼາຍ!!! crycrycry

__________________
Anonymous

Date:

.

ກະແຈ = ແມ່ກະແຈ (Padlock)

ຂໍກະແຈ = ລູກກະແຈ (Key)

ກຸນແຈ ແລະ ກະແຈ ຄືກັນ ແບບຂອງແມ່ ແລະຂອງລູກສາວ ຫັ້ນຫລະ

ສຸດແລ້ວແຕ່ ໃຜຊິໃຊ້ແນວໃດ

* ລາງຄົນວ່າ ເອົາກະແຈ ໄປໄຂກົ້ນ (ກົ້ນລົດພຸ້ນດອກ)

* ແມ່ຍິງບາງຄົນ ຢາກໃສ່ກຸນແຈຫຳ  ຂອງຜົວ ຢ້ານຜົວໄປນອນນຳ ສາວອື່ນ

--------------------------------------------------------------------

                                               ໃສ່ກຸນແຈເມັຍນັ້ນຄຶໆຢູ່ ເພາະມັນເປັນອະວັຍວະທີ່ເປີດປິດໄດ້ smile

__________________
Anonymous

Date:

Anonymous wrote:

ກຸນເເຈ ບໍ່ເເມ່ນກະເເຈ
ເອົາເເຕ່ຊິເວົ້າຊິວ່ານໍ້ອັນພາສາລາວຫັ້ນນ່າ!
ມີອີກຄວາມນໍິ່ງ.

ຄໍີເເບບ: ລາງຄົນກະວ່າ“ຂະເຈົ້າ” ເເລ້ວລາງຊະພັດວ່າ“ກະເຈົ້າ” ເເທ້ຈິງລະເເມ່ນ
"ຂະເຈົ້າ"

 ຮຽນມາແຕ່ໃສ ຂະເຈົ້າ? ທີ່ຖືກແທ້ແມ່ນເຂົາເຈົ້າ

ພາສາຂຽນ ຫລື ພາສາເວົ້າ ທີ່ຖືກຕ້ອງແມ່ນ ເຂົາເຈົ້າ

ຂະເຈົ້າ,ກະເຈົ້າ ແມ່ນພາສາເວົ້າ ຂື້ນນໍາແຕ່ລະທ້ອງຖີ່ນເວ້ົ້າ

 ຄົນລາວຍຸກນີ້ບໍ່ໃຫ້ຄວາມສຳຄັນຂອງພາສາຂຽນຫລືພາສາເວົ້າດອກ ຂ້ອຍເຄີຍຊັດກັບອ້າຍຄູ

ຕອນຮຽນຢູ່ ປ6 ຫລາຍເທື່ອທີ່ເພິ່ນມັກຈະເວົ້າວ່າ ລຸງພູມີປ່ຽນມາແລ້ວໃຫ້ຂຽນຫລືເວົ້າຕາມ

ທ້ອງຖິ່ນຂອງໃຜລາວ ແລະເພິ່ນກໍຕັດການຂຽນທວາຍອອກຈາກຫລັກສູດພາສາລາວຂັ້ນປະ

ຖົມແຕ່ປີ 76 ພຸ້ນ. ດຽວນີ້ເອົາໃຜຢາກຂຽນ ພໍອ່ານໄດ້ແລະເຂົ້າໃຈຄວາມໝາຍຂອງສັບນັ້ນໆ

ກໍພໍແລ້ວ ອັນນີ້ແມ່ນທາງ ກຊ ສຶກສາບົ່ງອອກມາ.

__________________
Anonymous

Date:

ປຶ້ມວັດຈະນະນຸກົມທີ່ cheerball ຊະແກນມາໃຫ້ເບິ່ງ ແມ່ນໃຜເປັນຜູ່ຮຽບຮຽງ? ຖາມໄວ້ຊື່ໆດອກ

ຖ້າມີໂອກາດໄປຢາມລາວຈະໄປຊອກຊື້ມາໄວ້ເປັນຄູ່ມື, ຂອບໃຈຫຼາຍໆ.

__________________
Anonymous

Date:

Anonymous wrote:
Anonymous wrote:

ກຸນເເຈ ບໍ່ເເມ່ນກະເເຈ
ເອົາເເຕ່ຊິເວົ້າຊິວ່ານໍ້ອັນພາສາລາວຫັ້ນນ່າ!
ມີອີກຄວາມນໍິ່ງ.

ຄໍີເເບບ: ລາງຄົນກະວ່າ“ຂະເຈົ້າ” ເເລ້ວລາງຊະພັດວ່າ“ກະເຈົ້າ” ເເທ້ຈິງລະເເມ່ນ
"ຂະເຈົ້າ"

 ຮຽນມາແຕ່ໃສ ຂະເຈົ້າ? ທີ່ຖືກແທ້ແມ່ນເຂົາເຈົ້າ

ພາສາຂຽນ ຫລື ພາສາເວົ້າ ທີ່ຖືກຕ້ອງແມ່ນ ເຂົາເຈົ້າ

ຂະເຈົ້າ,ກະເຈົ້າ ແມ່ນພາສາເວົ້າ ຂື້ນນໍາແຕ່ລະທ້ອງຖີ່ນເວ້ົ້າ

 ເຂົາເຈົ້າ-ເຈົ້າຮຽນຈົບຈາກໂຮງຮຽນພູເຂົາຄວຍຕີ້ຈໍິງເອີ້ນຜູ້ອໍີ່ນເປັນ“ເຂົາເຈົ້າ”ໄປເມິດ! biggrin
ຂ້ອຍສົງໃສເຈົ້າຄໍີບໍ່ເຄີຍໄດ້ຍິນຄຳວ່າ“ຂະນ້ອຍ”ນໍ້,ເຈົ້າຈໍິ່ງບໍ່ຮູ້ຄຳວ່າ“ຂະເຈົ້າ”!!!555555

__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:

ກຸນເເຈ ບໍ່ເເມ່ນກະເເຈ
ເອົາເເຕ່ຊິເວົ້າຊິວ່ານໍ້ອັນພາສາລາວຫັ້ນນ່າ!
ມີອີກຄວາມນໍິ່ງ.

ຄໍີເເບບ: ລາງຄົນກະວ່າ“ຂະເຈົ້າ” ເເລ້ວລາງຊະພັດວ່າ“ກະເຈົ້າ” ເເທ້ຈິງລະເເມ່ນ
"ຂະເຈົ້າ"

 ຮຽນມາແຕ່ໃສ ຂະເຈົ້າ? ທີ່ຖືກແທ້ແມ່ນເຂົາເຈົ້າ

ພາສາຂຽນ ຫລື ພາສາເວົ້າ ທີ່ຖືກຕ້ອງແມ່ນ ເຂົາເຈົ້າ

ຂະເຈົ້າ,ກະເຈົ້າ ແມ່ນພາສາເວົ້າ ຂື້ນນໍາແຕ່ລະທ້ອງຖີ່ນເວ້ົ້າ

 ຄົນລາວຍຸກນີ້ບໍ່ໃຫ້ຄວາມສຳຄັນຂອງພາສາຂຽນຫລືພາສາເວົ້າດອກ ຂ້ອຍເຄີຍຊັດກັບອ້າຍຄູ

ຕອນຮຽນຢູ່ ປ6 ຫລາຍເທື່ອທີ່ເພິ່ນມັກຈະເວົ້າວ່າ ລຸງພູມີປ່ຽນມາແລ້ວໃຫ້ຂຽນຫລືເວົ້າຕາມ

ທ້ອງຖິ່ນຂອງໃຜລາວ ແລະເພິ່ນກໍຕັດການຂຽນທວາຍອອກຈາກຫລັກສູດພາສາລາວຂັ້ນປະ

ຖົມແຕ່ປີ 76 ພຸ້ນ. ດຽວນີ້ເອົາໃຜຢາກຂຽນ ພໍອ່ານໄດ້ແລະເຂົ້າໃຈຄວາມໝາຍຂອງສັບນັ້ນໆ

ກໍພໍແລ້ວ ອັນນີ້ແມ່ນທາງ ກຊ ສຶກສາບົ່ງອອກມາ.

 ຈັ່ງຊີ້ລະມັນນານຈະເລີນຍ້ອນພາກັນບໍ່ມີລະບຽບວິໄນເອົາເເຕ່ຢາກເວົ້າເອົາເເຕ່ຢາກຂຽນເອົາເເຕ່ເຫດຜົນກຽ່ວກັບທ້ອງຖິ່ນຂອງໃຜຂອງລາວມາອ້າງ.
ລາວເຮົາຄວນມີຄວາມເວົ້າເເລະຂຽນເເບບມາດຕະຖານໃຫ້ໃຊ້ຄໍີກັນເມິດບໍ່ວ່າຈະເປັນເຜົ່າໃດຢູ່ເຂດໃດເພໍີ່ອຕັດບັນຫາການຊັບສົນຂອງພາສາເຮົາ.

__________________
Anonymous

Date:

Anonymous wrote:

.

ກະແຈ = ແມ່ກະແຈ (Padlock)

ຂໍກະແຈ = ລູກກະແຈ (Key)

ກຸນແຈ ແລະ ກະແຈ ຄືກັນ ແບບຂອງແມ່ ແລະຂອງລູກສາວ ຫັ້ນຫລະ

ສຸດແລ້ວແຕ່ ໃຜຊິໃຊ້ແນວໃດ

* ລາງຄົນວ່າ ເອົາກະແຈ ໄປໄຂກົ້ນ (ກົ້ນລົດພຸ້ນດອກ)

* ແມ່ຍິງບາງຄົນ ຢາກໃສ່ກຸນແຈຫຳ  ຂອງຜົວ ຢ້ານຜົວໄປນອນນຳ ສາວອື່ນ

 Padlock ເເມ່ນດວງກູນເເຈບໍ່ເເມ່ນຫວາ?

__________________
Anonymous

Date:

Anonymous wrote:
Anonymous wrote:
Anonymous wrote:

ກຸນເເຈ ບໍ່ເເມ່ນກະເເຈ
ເອົາເເຕ່ຊິເວົ້າຊິວ່ານໍ້ອັນພາສາລາວຫັ້ນນ່າ!
ມີອີກຄວາມນໍິ່ງ.

ຄໍີເເບບ: ລາງຄົນກະວ່າ“ຂະເຈົ້າ” ເເລ້ວລາງຊະພັດວ່າ“ກະເຈົ້າ” ເເທ້ຈິງລະເເມ່ນ
"ຂະເຈົ້າ"

 ຮຽນມາແຕ່ໃສ ຂະເຈົ້າ? ທີ່ຖືກແທ້ແມ່ນເຂົາເຈົ້າ

ພາສາຂຽນ ຫລື ພາສາເວົ້າ ທີ່ຖືກຕ້ອງແມ່ນ ເຂົາເຈົ້າ

ຂະເຈົ້າ,ກະເຈົ້າ ແມ່ນພາສາເວົ້າ ຂື້ນນໍາແຕ່ລະທ້ອງຖີ່ນເວ້ົ້າ

 ເຂົາເຈົ້າ-ເຈົ້າຮຽນຈົບຈາກໂຮງຮຽນພູເຂົາຄວຍຕີ້ຈໍິງເອີ້ນຜູ້ອໍີ່ນເປັນ“ເຂົາເຈົ້າ”ໄປເມິດ! biggrin
ຂ້ອຍສົງໃສເຈົ້າຄໍີບໍ່ເຄີຍໄດ້ຍິນຄຳວ່າ“ຂະນ້ອຍ”ນໍ້,ເຈົ້າຈໍິ່ງບໍ່ຮູ້ຄຳວ່າ“ຂະເຈົ້າ”!!!555555

 ມາອີກແລ້ວການຖົກກຽງກັນເຮື່ອງ ຂະເຈົ້າ ເຂົາເຈົ້າ ຂະນ້ອຍ ຂ້ານ້ອຍ

ຂ້ອຍເຄີຍອ້າງເຫດຜົນຕົ້ນຕໍຂອງຄຳສັບນີ້ 

ແຕ່ກໍ່ມີຄົນມາຖຽງວ່າເຈົ້າຮຽນຢູ່ໃສ  ພໍ່ແມ່ຂ້ອຍພາເວົ້າແນວນີ້ ຂ້ອຍເຄີຍໄດ້ຍິນແຕ່ແບບນີ້ ບລາ ບລາ ບລາ

ເອົາລະ ຂໍອະນຸຍາດຫຼຳເຫດຜົນຂອງຂ້ອຍທີ່ເຄີຍເວົ້າອີກເທື່ອໜຶ່ງ

ພາສາລາວເຮົາແຕ່ໂບຮານເພິ່ນເວົ້າແຕ່ ກູ ມຶງ ມັນ ເຮົາ

ພໍຫຼັງໆມາມີການພັດທະນາທາງສັງຄົມ ມີເຈົ້າ ມີນາຍ ມີແບ່ງແຍກຊົນຊັ້ນ

ເຮັດໃຫ້ມີການພັດທະນາພາສາຄຳເວົ້າໄປນຳ

ຂ້າ ຂ້ອຍ ມີຄວາມໝາຍເດີມມາຈາກ ເປັນຂ້າເປັນຂ້ອຍຂອງເຈົ້ານາຍ

ເຈົ້ານາຍໃນທີ່ນີ້ບໍ່ໄດ້ໝາຍຄວາມແຕ່ພວກເຈົ້າຟ້າ ພະຍາທໍ່ນັ້ນ

ແຕ່ຮວມໄປເຖິງພວກຄົນທັມມະດາທີ່ມີຖານະດີ ສາມາດຊື້ ຈ້າງເປັນເຈົ້າຂອງພວກຂ້ອຍຂ້າໄດ້

ພວກເປັນຂີ້ຂ້ອຍຂີ້ຂ້າ ເວລາເວົ້າກັບເຈົ້າຂອງຈະເອີ້ນໂຕເອງວ່າ ຜູ້ຂ້ອຍ ຜູ້ຂ້າ

ເອີ້ນເຈົ້າຂອງໂຕວ່າ ເຈົ້າ ຫຼື ນາຍ (ພວກນາຍຍັງເວົ້າ ກູມຶງ ກັບພວກຂີ້ຂ້າຢູ່)

ຄົນລາວເວົ້າ ເຈົ້າ ຂ້ອຍ ຂ້າ

ຄົນສຢາມເວົ້າ  ນາຍ ຂ້າ 

ຂ້ອຍເຈົ້າເປັນຄວາມເວົ້າທີ່ຕຶດປາກຂອງຄົນສມັຍນັ້ນ

ຍ້ອນ ຂ້ອຍເຈົ້າ ສຸພາບ ອ່ອນນ້ອມຖ່ອມຕົນໃຫ້ກຽດຝ່າຍກົງຂ້າມ ຈຶ່ງຖືກບັນຍັດໃຊ້ຄຳພວກນີ້ໃຫ້ເປັນສາມັນ

ສ່ວນ ຂ້ານ້ອຍ ກໍ່ຄືກັນ ມີເຫດຜົນ ຈຸດກຳເນີດຂອງສັພດັ່ງດຽວກັນທີ່ມີຄວາມໝາຍວ່າ ຂ້າຜູ້ນ້ອຍ

ຂ້ານ້ອຍ ຈະຖືກໃຊ້ເວົ້າກັບຄົນທີ່ມີອາວຸໂສສູງກວ່າທັງວັຍວຸດແລະຄຸນນະວຸດ

ຂ້າເຈົ້າ(ຂ້າຂອງເຈົ້າ) ທີ່ຖືກເວົ້າຜິດພ້ຽນເປັນ ຂະເຈົ້າ ນັ້ນກໍ່ຄືກັນ ເຊິ່ງໝາຍເຖິງໂຕເອງ ບໍ່ແມ່ນບຸກຄົນທີສາມ

ຄົນຊາວລ້ານນາຍັງໃຊ້ຄຳນີ້ຢູ່  *ຂ້າເຈົ້າເປັນຄົນຈຽງໃໝ່*  *ຂ້າເຈົ້າອູ້ເປັ໋ນແຕ່ກຳເມືອງເຈົ້າ*

ເຂົາ ແມ່ນເວົ້າເຖິງບຸກຄົນທີ່ສາມເຊັ່ນດຽວກັບ ມັນ ເລົາ ເພິ່ນ

ເຂົາເຈົ້າ ແມ່ນບຸກຄົນທີ່ສາມທີ່ຈຳນວນຫຼາຍກວ່າໜຶ່ງຄົນ

ສັພເຫຼົ່ານີ້ມີທີ່ມາຂອງມັນ  ການຖືກໃຊ້ຜິດພ້ຽນປ່ຽນໄປຈາກເຫງົ້າເດີມຂອງມັນ

ແລ້ວຖືວ່າເປັນຄຳຖືກຕ້ອງເດັດຂາດໂດຍບໍ່ຟັງເຫດຜົນອື່ນປະກອບບໍ່ໄດ້ດອກ

ເຂົາ ເຮົາ ເລົາ ເຈົ້າ ຂ້ອຍ ມຶງ ກູ ຕູ ກັນ ມັນ ເພິ່ນ ເຂົາເຈົ້າ ຂ້ານ້ອຍ

 ຫຼັງຈາກນັ້ນເພິ່ນປຽ່ນຂ້ານ້ອຍມາເປັນຂະນ້ອຍເພາະມັນມ່ວນກວ່າຈະເວົ້າຂ້ານ້ອຍ.

ເຂົາເຈົ້າມາເປັນຂະເຈົ້າ

He/she: ເລົາປຽ່ນເປັນລາວ

ບໍ່ໄດ້ປຽ່ນເເມ່ນ:

I: ຂ້ອຍ ເຂົາ ເຮົາ ກັນ ເຂົາ ກູ

You: ເຈົ້າ ໂຕ ສູ ມໍິງ

He/she: ມັນ

ເອົາລະຂໍອະນຸຍາດຫຼຳເຫດຜົນຂອງຂ້ອຍທີ່ເຄີຍເວົ້າອີກເທື່ອໜຶ່ງ

 ຄຶດແລ້ວ ວ່າຕ້ອງມີຈອມແຖເຂົ້າມາເວົ້າອ້ອມຊ້າຍອ້ອມຂວາແບບບໍ່ມີເຫດຜົນແລະຫຼັກຖານ

ຂະນ້ອຍ ເວົ້າມ່ວນກວ່າ ຂ້ານ້ອຍ ຮາຮາຮາ ຄຶດໄດ້ຈັ່ງໃດນໍ ສລາດອີ່ຫຼີ

ເວລາເວົ້າຂະນ້ອຍຫຼືຂ້ານ້ອຍ ຂ້ອຍນັ່ງຟັງ ຢືນຟັງ ຕີຫຼັງກາຟັງມັນກະຟັງເປັນສຽງດຽວກັນ

ເວົ້າ ຂ້ານ້ອຍ ຖ້າສຽງມັນແຕກຕ່າງ ແລ້ວມັນບໍ່ມ່ວນແຮງຈົນຕ້ອງປ່ຽນແປງຊັ້ນຫວະ ຫຼືມີເຫດຜົນອື່ນອີກ

ໂອຍນໍ  ເຫດຜົນລ້ຳເລີດຈົນໜ້າອັດສະຈັນໃຈອີຫຼີ

ປີນີ້ຣາງວັນໂນເບີລສາຂາວັນນະກັມຕ້ອງເປັນຂອງຄົນລາວທີ່ຊື່ທ້າວAnonymousຢ່າງແນ່ນອນ

ເອີ ຖາມອີກແນ່ທີ່ວ່າເພິ່ນປ່ຽນແລ້ວ  ເພິ່ນນັ້ນແມ່ນໃຜ ປ່ຽນຍາມໃດ

ເຈົ້າໄດ້ຍິນເພິ່ນປະກາດວ່າທີ່ປ່ຽນຍ້ອນມັນມ່ວນກວ່າ ແມ່ນບໍ່ ຫຼືເຫດຜົນອື່ນອີກ

ຂ້ອຍຄຶດໄວ້ແລ້ວວ່າເຈົ້າຈະອ້າງເຫດຜົນໃດມາອີກ ລອງອ້າງມາດຸ ຊິແມ່ນຄືຂ້ອຍຄຶດທວາຍໄວ້ຫຼືບໍ່

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard