Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລາວຈະລວຍຍ້ອນຂາຍໄຟຟ້າ

Guru

Status: Offline
Posts: 1010
Date:
ລາວຈະລວຍຍ້ອນຂາຍໄຟຟ້າ

ເພາະ ໃນລາຄາທີ່ແພງຂຶ້ນ

Y7jDKo.jpg

__________________
Anonymous

Date:

ເຂື່ອນແຕ່ລະເຂື່ອນໃນລາວເປັນຂອງນາຍທຶນຕ່າງປະເທດ 85%

ຖ້າຂຶ້ນຄ່າໄຟ ເງິນກໍ່ຈະເຂົ້າຖົງນາຍທຶນຕ່າງປະເທດຫຼາຍກວ່າເຂົ້າຖົງລາວ.

__________________
Anonymous

Date:

Anonymous wrote:

ເຂື່ອນແຕ່ລະເຂື່ອນໃນລາວເປັນຂອງນາຍທຶນຕ່າງປະເທດ 85%

ຖ້າຂຶ້ນຄ່າໄຟ ເງິນກໍ່ຈະເຂົ້າຖົງນາຍທຶນຕ່າງປະເທດຫຼາຍກວ່າເຂົ້າຖົງລາວ.

 ໄຟຟ້າຂຶ້ນລາວໄດ້ຈ່າຍຕື່ມ ຢ່າສູໄປວ່າລາວໄດ້ ເພາະເຂົາຂຶ້ນຄ່າໄຟ ກະແມ່ນຄ່າໄຟຂອງລູກຄ້າເຂົາ, ເຮົາຄົນລາວກະແມ່ນລູກຄ້າຂອງບໍລິສັດໄຟຟ້າຢູ່ແລ້ວ ແລ້ວເຮົາສິໄປລວຍຢູ່ບ່ອນໃດ ?

__________________
Anonymous

Date:

luffy wrote:

ເພາະ ໃນລາຄາທີ່ແພງຂຶ້ນ

Y7jDKo.jpg

 ແຕ່ນີ້ຮອດປີ 2017 ລາຄາໄຟຟ້າຊົມໃຊ້ທົ່ວປະເທດ ຍັງຈະປັບຂຶ້ນປີລະ 2%

ວັນທີ 22 ເມສາ 2014 - ເວລາ 09:50:09 ສົ່ງຂ່າວນີ້ໃຫ້ເພື່ອນ ພິມຂ່າວນີ້ 
 
ລັດ​ວິ​ສາ​ຫະ​ກິດ​ໄຟຟ້າ​ລາວ (​ຟຟລ) ໄດ້​ເຫັນ​ດີ​ປັບ​ລາຄາ​ໄຟຟ້າ​ຊົມໃຊ້​ທົ່ວ​ປະເທດ ໃນ​ລະບົບ​ຕາ​ຂ່າຍ​ຂອງ ​ຟຟລ ເລີ່ມ​ແຕ່​ຮອບ​ໃບ​ເກັບ​ເງິນເດືອນ 3/2012 ຈົນ​ຮອດ​ເດືອນ 12/2017 ຕາມ​ນະໂຍບາຍ​ຂອງ​ລັດຖະບານ ໂດຍ​ແຕ່​ລະ​ປີ​ຈະ​ເພີ່ມ​ຂຶ້ນ 2% ດັ່ງນີ້: ນັບ​ແຕ່​ປີ 2012-2017 ອັດຕາ​ການ​ຊົມໃຊ້​ໄຟຟ້າ​ແຕ່ 0-25 KWH ຈາກ​ລາຄາ 294 ເປັນ 355 ກີບ; 26-150 KWH ຈາກ​ລາຄາ 350 ເປັນ 422 ກີບ; ສຳລັບ​ການ​ຊົມໃຊ້​ແຕ່ 150 KWH ຂຶ້ນ​ໄປ ປີ 2012: ຈາກ​ລາຄາ 845 ເປັນ 1.019 ກີບ.

ທ່ານ ຄຳ​ມະນີ ອິນ​ທິ​ລາດ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ພະລັງງານ ແລະ ບໍ່​ແຮ່​ເປີດເຜີຍ​ວ່າ: ອັດຕາ​ລາຄາ​ໄຟຟ້າ​ໃໝ່​ນີ້ ບໍ່​ໃຫ້​ນຳ​ໃຊ້​ຕໍ່​ບັນດາ​ໂຄງການ​ທີ່​ໄດ້​ມີ​ສັນຍາ​ຊື້-ຂາຍ​ກະແສ​ໄຟຟ້າ​ໂດຍ​ກົງ​ຈາກ​ການ​ນຳ​ເຂົ້າ ໂດຍ​ສະເພາະ ບໍ່​ຄຳ​ເຊ​ໂປນ, ເຂດ​ເສດຖະກິດ​ພິເສດ​ດອກ​ງິ້ວ​ຄຳ, ບໍ່​ເຕັນ​ແດນ​ຄຳ ແລະ ບາງ​ໂຄງການ​ທີ່​ຊົມໃຊ້​ພະລັງງານ​ໄຟຟ້າ​ຈາກ​ການ​ນຳ​ເຂົ້າ, ລາຄາ​ໄຟຟ້າ​ໃໝ່​ນີ້ ຍັງ​ບໍ່​ລວມ​ອາກອນ​ມູນ​ຄ່າ​ເພີ່ມ​ທີ່​ກົດໝາຍ​ກຳນົດ. ການ​ກຳນົດ​ລາຄາ​ຈຳໜ່າຍ​ໄຟຟ້າ​ຂອງ ​ສປປ ລາວ ແມ່ນ​ເອກະ​ພາບ​ໃນ​ທົ່ວ​ປະເທດ ຊຶ່ງ​ໄດ້​ຄຳນວນ​ມາ​ຈາກ​ການ​ລົງທຶນ​ສະເລ່ຍ ຂອງ​ລະບົບ​ສະໜອງ​ອຸດສາຫະກຳ​ໄຟຟ້າ​ທັງ​ໝົດ ໃນ​ໄລຍະ 10 ປີ​ຕໍ່ໜ້າ ບົນ​ເງື່ອນໄຂ​ບໍ່​ໃຫ້​ມີ​ຜົນ​ກະທົບ​ຕໍ່​ນະໂຍບາຍ ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ທີ່​ພັກ-ລັດ​ວາງ​ອອກ. ຢ່າງໃດ​ກໍ່​ຕາມ ຖ້າ​ທຽບໃສ່​ກັບ​ບັນດາ​ປະເທດ​ເພື່ອນ​ບ້ານ ລາຄາ​ໄຟຟ້າ​ຢູ່ ​ສປປ ລາວ ຍັງ​ຖືກ​ກວ່າ​ເຊັ່ນ: ​ສປປ ລາວ ມີ​ປະຊາກອນ 6,4 ລ້ານ​ຄົນ, ມີ​ກຳລັງ​ຕິດ​ຕັ້ງ​ໄຟຟ້າ 2.552 MW, ອັດຕາ​ການ​ຊົມໃຊ້ 80%, ລາຄາ 7,8 ເຊັນ/kwh; ກຳປູເຈຍ 15 ລ້ານ​ຄົນ, ກຳລັງ​ຕິດ​ຕັ້ງ​ໄຟຟ້າ 360 MW, ອັດຕາ​ການ​ຊົມໃຊ້ 24%, ລາຄາ 19 ເຊັນ/kwh; ໄທ 68 ລ້ານ​ຄົນ, ກຳລັງ​ຕິດ​ຕັ້ງ​ໄຟຟ້າ 31.485 MW, ອັດຕາ​ການ​ຊົມໃຊ້ 87%, ລາຄາ 10,2 ເຊັນ/kwh; ໃນ​ຂະນະ​ທີ່​ຫວຽດນາມ 85,5 ລ້ານ​ຄົນ, ມີ​ກຳລັງ​ຕິດ​ຕັ້ງ 18.494 MW, ລາຄາ 5,7 ເຊັນ/kwh; ເມື່ອ​ທຽບໃສ່​ປະເທດ​ທີ່​ມີ​ການ​ເຕີບ​ໂຕ​ທາງ​ເສດຖະກິດ​ຢ່າງ​ຍີ່ປຸ່ນ 127 ລ້ານ​ຄົນ, ກຳລັງ​ຕິດ​ຕັ້ງ 228.479 MW, ອັດຕາ​ການ​ຊົມໃຊ້ 100%, ລາຄາ 18,5 ເຊັນ/kwh.

ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ພະລັງງານ ແລະ ບໍ່​ແຮ່​ກ່າວ​ຕື່ມ​ວ່າ: ປັດຈຸບັນ​ການ​ດຳເນີນ​ທຸລະ​ກິດ​ຂອງ ​ຟຟລ ເຫັນ​ວ່າ​ຕົວ​ເລກ​ໜີ້​ຄ້າງ​ຈ່າຍ​ຄ່າ​ກະແສ​ໄຟຟ້າ ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ ໂດຍ​ທົ່ວ​ປະເທດ​ມີ​ປະມານ 400 ກວ່າ​ຕື້​ກີບ, ໃນ​ນີ້​ສະເພາະ​ຢູ່​ນະຄອນຫຼວງ​ວຽງ​ຈັນ ມີ​ຫຼາຍ​ກວ່າ 200 ກວ່າ​ຕື້​ກີບ, ເນື່ອງ​ຈາກ​ການ​ເກັບ​ເງິນ​ຈາກ​ຜູ້​ຊົມໃຊ້​ໄຟຟ້າ ບໍ່​ໄດ້​ຕາມ​ແຜນການ, ເຫດຜົນ​ໜຶ່ງ​ແມ່ນ​ຈາກ​ຄວາມ​ບໍ່​ໂປ່ງ​ໃສ​ຂອງ​ພະນັກງານ​ພາຍ​ໃນ ແຕ່​ກໍ່​ໄດ້​ຮັບ​ການ​ປະຕິບັດ​ລະບຽບ​ວິໄນ. ໃນ​ໄລຍະ​ຜ່ານ​ມາ ແມ່ນ​ມີ​ຄວາມ​ຈຳເປັນ​ຕ້ອງ​ມີ​ການ​ລົງທຶນ​ຢ່າງ​ຫຼວງຫຼາຍ ເຂົ້າ​ໃນ​ການ​ພັດທະນາ​ຂະແໜງ​ພະລັງງານ ເພື່ອ​ສະໜອງ​ໄຟຟ້າ​ຮັບ​ໃຊ້​ສັງຄົມ​ໃຫ້​ພຽງພໍ ເປັນຕົ້ນ: ການ​ລົງທຶນ​ໃສ່​ພາກ​ຜະລິດ, ພາກ​ສາຍ​ສົ່ງ​ໄຟຟ້າ​ແຮງ​ດັນ​ສູງ, ພາກ​ສະຖານີ​ໄຟຟ້າ ແລະ ພາກ​ຈຳໜ່າຍ​ໄຟຟ້າ ຊຶ່ງ​ເປັນ​ການ​ລົງທຶນ​ທັງ​ພາກ​ລັດ ແລະ ເອກ​ກະ​ຊົນ​ພາຍ​ໃນ ແລະ ຕ່າງປະເທດ. ທັງ​ນີ້​ກໍ່​ແນໃສ່​ບັນລຸ​ເປົ້າ​ໝາຍ​ທີ່​ພັກ-ລັດຖະບານ​ກຳນົດ​ໄວ້ ແມ່ນ​ຈະ​ສູ້​ຊົນ​ໃຫ້​ມີ​ໄຟຟ້າ​ຊົມໃຊ້​ຖາວອນ​ໃນ​ປີ 2015 ແລະ 90% ໃນ​ປີ 2020.

__________________
Anonymous

Date:

ຂ້ອຍບໍ່ຈື່ຊື່ຜູ່ເວົ້າ ແຕ່ຈື່ວ່າເຂົາເວົ້າກັນຢູ່ຫ້ອງມິດຕະພາບລາວ-ຫວຽດນາມ ໝັ້ນຍືນ

ຢູ່ເວັບ Paltalk, ລາວວ່າ ນະໂຍບາຍປະເທດເຊື່ອມໂຍງແລະນະໂຍບາຍໝໍ້ໄຟແຫ່ງອາຊີ

ແມ່ນນະໂຍບາຍຂອງຣັຖບານສຸວັນນະພູມາ ແຕ່ເຂົາບໍ່ສາມດດຳເນີນນະໂຍບາຍນີ້ໄດ້

ເພາະມີພວກຝ່າຍຂວາຄັດຄ້ານ ແລະອີກຢ່າງ ໃນເວລານັ້ນກໍ່ມີເສິກອ້າຍນ້ອງ ພວກນັກ

ລົງທຶນຕ່າງປະເທດບໍ່ກ້າສ່ຽງເຂົ້າມາລົງທຶນ ຢ້ານທະຫານຫວຽດນາມເໜືອລັກວາງລະເບີດ.

ສະນັ້ນ ສຸວັນນະພູມາຈຶ່ງຮ່ວມຫົວກັບສຸພານຸວົງ ຫຼອກຜຸຍໂດຍເຊັນສັນຍາສັນຕິພາບ1973

ເພື່ອໃຫ້ໄກສອນມີໂອກາດຈັດການຜຸຍ, ແຕ່ແລ້ວ ສອງອ້າຍນ້ອງກໍ່ຕົກໂງ່ໃຫ້ໄກສອນສົມ

ກັບຄຳເວົ້າທີ່ວ່າ: ລິງສອງໂຕຍາດກັນຂຶ້ນໄມ້ ບາດຊິໄດ້ໄປໄດ້ບັກໂກກນາໂຖ !

__________________
Anonymous

Date:

ທ່ານທີ່ວ່າຄ່າກະແສໄຟຟ້າຢູ່ລາວຖຶກກົ່ວຕ່າງປະເທດ ຂ້າພະເຈົ້າຢາກຖາມແດ່ວ່າ ທ່ານໄດ້ຄິດໄລ່ເບິ່ງຫຼືຍັງ ເງິນເດືອນສະເລ່ຍຂອງຄົນລາວ ເດືອນນຶ່ງເທົ່າໃດ ຄ່າກະແສໄຟຟ້າເດືອນນຶ່ງເທົ່າໃດ ເທົ່າກັບຈັກເປີເຊັນຂອງເງີນເດືອນ ແລະ ເງິນເດືອນສະເລ່ຍຂອງຄົນຢູ່ຕ່າງປະເທດ ເດືອນນຶ່ງເທົ່າໃດ ຄ່າກະແສໄຟຟ້າຢູ່ຕ່າງປະເທດເດືອນນຶ່ງເທົ່າໃດ ເທົ່າກັບຈັກເປີເຊັນຂອງເງີນເດືອນ ກ່ອນທີ່ທ່ານຈະບອກວ່າຄ່າກະແສໄຟຟ້າຢູ່ລາວຖຶກກົ່ວຕ່າງປະເທດ ປະຈຸບັນນີ້ຄົນລາວ ຕ້ອງຈ່າຍຄ່າກະແສໄຟຟ້າແຕ່ລະເດືອນຫຼາຍກົ່ວ25ເປີເຊັນຂອງເງີນເດືອນ

 ໂອຍ ! ເພິ່ນມີຄວາມຮູ້ ແລະຄິດໄລ່ເລກເກັ່ງຫຼາຍ ໄປຖາມເບິ່ງເດີ ! ຄົນໄທເຂົາຈ່າຍຄ່າໄຟເດືອນໜຶ່ງທໍ່ໃດ ? ຄ່າແກ໊ດຫຸງຕົ້ມທໍ່ໃດ ? ແລ້ວເງິນເດືອນສະເລັ່ຽຂອງຄົນລາວກັບຄົນໄທມັນທໍ່ໃດກັນ

ລາຍໄດ້ໜ້ອຍຢູ່ແລ້ວ ຍັງມາເລັ່ງຂຶ້ນຄ່າໄຟໃຫ້ຄົນຈົນລົງອີກ...ເອີກເອີກເອີກ !!.ເມືອງລາວມີແຕ່ແນວດີໆ !!!ປານນັ້ນວ່າສິລວຍຂຶ້ນ ! ຝັນໄປເຖິະ !

 ແມ່ນຄວາມ ທຳມະດາຕ້ອງຄິດໄລ່ອັດຕາໄດ້ ອັດຕາຄ່າຄອງຊີບນຳ ເງິນເດຶອນຢູ່ລາວກັບປະເທດໄທມັນເຂີນຂາດຂັ້ນກັນທຽບບໍຕິດ ເປັນຫຍັງຈັ່ງໄລ່ແນວນີ້ ຈັ່ງພໍລະບົບເສດຖະກິດລາວ ຈັ່ງຂະຫຍາຍຕົວແບບລາຍໄດ້ກະຈຸກຕົວ ໃນກຸ່ມກ້ອນນັກທຸລະກິດນາຍທຶນ ແລະ ພະນັກງານພັກລັດລະດັບການນຳຍ້ອນພວກເພິ່ນຄິດໄລ່ແນວນີ້ ຖ້າໄປທ່ຽບກັບປະເທດຢູ່ໂລບອາເມລິກາ ເພິ່ນແຮງຊິບໍ່ໄດ້ຫນ້າຫວາວ່າຄ່າໄຟບ້ານເຂົາແພງກ່ອນ ແຕ່ພັດລືມກົ້ມເບິ່ງສາເງິນເດຶອນພະນັກງານ ລາຍໄດ້ ເຂົ້າປະເທດ ລາຍໄດ້ຊາວໄຮ່ຊາວນາ, 

ຄັນສາສະດາຈານຂອງແທ້ ດອກເຕີ້ຂອງຈິງ. ຄືຊິຄິດໄດ້ຄິດເປັນ.

__________________
Anonymous

Date:

luffy wrote:

ເພາະ ໃນລາຄາທີ່ແພງຂຶ້ນ

Y7jDKo.jpg

 ຢ່າພ້າວເສຍໃຈຫຼືດີໃຈກາຍປີ 2015 ເພີ່ນຈະຂື້ນຄ່າໄຟຟ້າ 4-10% ເດີທ່ານ

__________________
Anonymous

Date:

ເຫັນຕ່າງປະເທດມາລົງທຶນ ລະຢາກໄດ້ເງິນນຳເຂົາເພຶ່ມ ກະເລີຍຂີື້ນຄ່າໄຟສາ

ແຕ່ມັນກະທົບຄົນລາວນຳເດ

ແຕ່ 5-6 ປີກ່ອນ ຫາຫ້ອງນອນ ເຮືອນພັກ ລາຄາ 4-5 ສິບ ພັນກີບຍັງພໍມີຢູ່ ແຕ່ວ່າດຽວນີ້ບໍ່ມີແລ້ວ

ຕ່ຳສຸດກໍ່ 6 ສິບ ພັນກີບກໍ່ຫາຍາກຢູ່ແລ້ວ ຕີເປັນເປີເຊັນ ມັນຕົກ 15 ຫາ 20 ເປີເຊັນແລ້ວເດ

ຄ່າ່ບໍລິການດ້ານອື່ນໆກໍ່ຄືກັນ ຂື້ນໝົດທັກຢ່າງ

ອາຫານຂື້ນຫຼາຍກວ່າໝູ່ 

ຂົ້ວຜັກບົ້ງ ຈານໜຶ່ງ ແຕ່ກີ້ ຈານໜຶ່ງ 8000- 10 000 ກີບເທົ່ານັ້ນ

ແຕ່ປະຈຸບັນ ແມ່ນ 15- 20 ພັນ ຈຶ່ງໄດ້ກິນ ຕີເປັນເປີເຊັນ ຂືນ ປະມານ 1000 ເປີເຊັນເຕັມ

ອາຫານຢ່າງອື່ນກໍ່ ເກືອບ ເທົ່າໆກັນ

ເງິນເດືອນພະນັກງານເອກະຊົນບໍ່ ກຳມະກອນໂຮງງານບໍ່ ເງິນເດືອນຊຸມກູກະບໍ່ໄດ້ຂື້ນພໍປານໃດ ຫຼື ບໍ່ຂື້ນເລີຍ

ແລະກະ ພວກເຮັດວຽກທີ່ກິນເງິນ ດອລລາ ແຮງໜັກ

ສູຊິໃຫ້ຊຸມກູກິນຫຍັງ ຂາຍດິນກິນບໍ ຂາຍໄຮ່ຂາຍນານີ້ເບາະ ເໝິດແລ້ວກະໄປໄທຍ ວ່າຊັ້ນສາ

 ກູຢາກຖາມສູວ່າ ສະໝອງພວກສູຫັ້ນເອົາຫຍັງມາເຮັດ ເປັນຫຍັງມາບີບຄັ້ນນຳແຕ່ສັງຄົມນີ້

ແທນທີ່ພວກສູຊິປັບປຸງການບໍລິຫານເງິນ ໃນລະບົບພວກສູເອງຫັ້ນ ໃຫ້ມັນມີປະສິດທິພາບ

ກຳຈັດເຊື້ອໂຣຄຂີ້ທຸກອອກຈາກກົງຈັກລັດຫັ້ນໃຫ້ມັນໝົດໄປເລີຍ ຍິ່ງດີ

ຢ່າສູ້ຢາກໄດ້ເງິນຫຼາຍເກີນຄວາມເໝາະສົມ ໜ້າຄືສູຊິເອົາເງິນໄປເຮັດຫຍັງກະເດ້ຍກະດໍ້ ຕອບກູມາເບິ່ງຫັ້ນ

ບໍ່ແມ່ນຊິມາບີບເອົາແຕ່ນຳສັງຄົມ

ຕ່າງປະເທດຫຼາຍຄົນກໍ່ຈົ່ມແລ້ວເດວ່າ ຄ່າໄຟອຸດສະຫະກຳ ມັນຖືກເດີ ຢູ່ບ້ານເຂົາ ເພາະວ່າເຂົາໃຊ້ຫຼາຍ

ເຮັດການຜະລິດອີກ ສ້າງວຽກເຮັດງານທຳ ເສຍພາສີໃຫ້ສັງຄົມອີກ

ນີ້ຍ່ອມໝາຍເຖິງວ່າພວກສູຕ້ອງຫຼຸດຄ່າກະແສໄຟຟ້າ ພາກ ອຸດສະຫະກຳທີ່ໃຊ້ແຮງງານຄົນຫຼາຍໆລົງອີກ ມັນຈັງຊິສົ່ງເສີມການລົງທຶນ

ສົ່ງເສີມວຽກເຮັດງານທຳ

ໂອ໊ຍ!!! ກູເມື່ອຍນຳສູເດ ປານໃດສູຊິເຊົາຈາກໂຣກຂີ້ທຸກເດ 

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard