Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ເວ້າລວມ ເວົ້າສະເພາະ ແມ່ນພາສານັກຂ່າວ ແມ່ນບໍ່
Anonymous

Date:
ເວ້າລວມ ເວົ້າສະເພາະ ແມ່ນພາສານັກຂ່າວ ແມ່ນບໍ່


ພື່ອ​ເປັນ​ການ​ເປີດ​ໂອກາດ​ໃຫ້​ພາກ​ລັດ ແລະ ທຸລະ​ກິດ ຮ່ວມ​ປຶກສາ​ຫາລື​ບັນຫາ​ຈຳນວນ​ໜຶ່ງ​ທີ່​ຈຳເປັນ ແລະ ຮີບ​ດ່ວນ ຊຶ່ງ​ກ່ຽວຂ້ອງ​ກັບ​ການ​ພັດທະນາ​ເສດຖະກິດ-ສັງຄົມ

ເວົ້າ​ລວມ ເວົ້າ​ສະເພາະ

​ແມ່ນ​ພ້ອມ​ກັນ​ເຂົ້າໃຈ​ສະພາບ​ເສດຖະກິດ​ມະຫາ​ພາກ​ໃນ​ປະເທດ ໃນ​ປັດຈຸບັນ ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດ 6 ມາດ​ຕະການ​ຂອງ​ລັດຖະບານ ໃນ​ການ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຂອງ​ເສດຖະກິດ​ມະຫາ​ພາກ ເພື່ອ​ຊຸກຍູ້​ຈັງຫວະ​ການ​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ ຕາມ​ທິດ​ທາງ​ຍືນ​ຍົງ ອີກ​ບັນຫາ​ສຳຄັນ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ແຕ່​ລະ​ພາກສ່ວນ ລວມ​ທັງ​ພາກ​ລັດ ແລະ ພາກ​ທຸລະ​ກິດ ຕ້ອງ​ຮ່ວມ​ມື​ກັນ​ໃນ​ການ​ປະຕິບັດ​ພັນທະ​ໜ້າທີ່​ຕໍ່​ປະເທດ​ຊາດ ຕໍ່​ລັດຖະບານ ແລະ ຕໍ່​ການ​ເຕີບ​ໂຕ​ຂອງ​ວິ​ສາ​ຫະ​ກິດ.



__________________
Anonymous#2

Date:
RE: ເວ້າລວມ ເວົ້າສະເພາະ ແມ່ນພາສານັກຂ່າວ ແມ່ນບໍ່


ເປັນຄຳເວົ້າຂອງທ່ານຜູ່ນຳ ຂ້ອຍໄດ້ຍິນເລື້ອຍເວລາເພິ່ນລົງພື້ນຖານບ້ານຂ້ອຍ.



__________________
Anonymous

Date:

Anonymous#2 wrote:

ເປັນຄຳເວົ້າຂອງທ່ານຜູ່ນຳ ຂ້ອຍໄດ້ຍິນເລື້ອຍເວລາເພິ່ນລົງພື້ນຖານບ້ານຂ້ອຍ.


 ຜູ້ນຳບ້ານເຈົ້າເປັນໝູ່ໜອນບໍ?ຈຶ່ງມັກລົງພື້ນຖານ?ຫຼືເພິ່ນເປັນຫົວໜ້າໜອນ!



__________________
Anonymous

Date:

ຊີ້ນຳນຳພາ=ຄືບໍວ່ານຳພາຄຳດຽວ



__________________
Anonymous

Date:

ມັນແມ່ນພາສາການເມືອງ ; ມຶງຊິສໍ້ຫາຊິແຕກຫຍັງ ໂຄດແມ່ມຶງເອີຍ ; ປະເທດໄທເຂົາກ່າຍັງມີສັບສະເພາະເວລາເຂົາກັບເຈົ້າຊິດເຂົາຄືກັນ ...



__________________
Anonymous

Date:

 

1. ເວົ້າ​ລວມ ແມ່ນ ເພື່ອ​ເປັນ​ການ​ເປີດ​ໂອກາດ​ໃຫ້​ພາກ​ລັດ ແລະ ທຸລະ​ກິດ ຮ່ວມ​ປຶກສາ​ຫາລື​ບັນຫາ​ຈຳນວນ​ໜຶ່ງ​ທີ່​ຈຳເປັນ ແລະ ຮີບ​ດ່ວນ ຊຶ່ງ​ກ່ຽວຂ້ອງ​ກັບ​ການ​ພັດທະນາ​ເສດຖະກິດ-ສັງຄົມ

 

2. ເວົ້າ​ສະເພາະ ແມ່ນ ພ້ອມ​ກັນ​ເຂົ້າໃຈ​ສະພາບ​ເສດຖະກິດ​ມະຫາ​ພາກ​ໃນ​ປະເທດ ໃນ​ປັດຈຸບັນ ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດ 6 ມາດ​ຕະການ​ຂອງ​ລັດຖະບານ ໃນ​ການ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຂອງ​ເສດຖະກິດ​ມະຫາ​ພາກ ເພື່ອ​ຊຸກຍູ້​ຈັງຫວະ​ການ​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ ຕາມ​ທິດ​ທາງ​ຍືນ​ຍົງ ອີກ​ບັນຫາ​ສຳຄັນ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ແຕ່​ລະ​ພາກສ່ວນ ລວມ​ທັງ​ພາກ​ລັດ ແລະ ພາກ​ທຸລະ​ກິດ ຕ້ອງ​ຮ່ວມ​ມື​ກັນ​ໃນ​ການ​ປະຕິບັດ​ພັນທະ​ໜ້າທີ່​ຕໍ່​ປະເທດ​ຊາດ ຕໍ່​ລັດຖະບານ ແລະ ຕໍ່​ການ​ເຕີບ​ໂຕ​ຂອງ​ວິ​ສາ​ຫະ​ກິດ.

 

ຫມາຍຄວາມວ່າ ເວົ້າລວມແມ່ນຫົວລວມຂໍ້ຂອງບົດ 

ສວ່ນເວົ້າສະເພາະ ແມ່ນວ່າບົດນັ້ນເວົ້າສະເພາະຫຍັງ

 

ຖ້າແມ່ນແນວນັ້ນ ຫົວຂໍ້ຂອງບົດ ກໍຄືສີແມ່ນ ການຮວ່ມກັນປຶກສາຫາລືບັນຫາທີ່ຈຳເປັນແລະຮີບດວ່ນ

ສວ່ນຂໍ້ທີສອງແມ່ນເວົ້າສະເພາະ  ເສດຖະກິດມະຫາພາກໃນປະເທດ ແລະ ບລາ ໆໆໆ ຊຶ່ງສຳຫລັບ ຜູ້ຂ້າແລວ້ ບໍ່ເຂົ້າໃຈອີຫລີ ວ່າແມ່ນຕົວໃດແທ້ແມ່ນເນື້ອໃນຂອງບັນຫາ

 

ຂພຈ ກໍເຄີຍຮວ່ມ ສຳມະນາ ດ້ານວິຊາການມານຳເພິ່ນຢູ່ ໂດຍສະເພາະ ຕ່າງປະເທດ ເຂົາໄດ້ຈັດລຽງເປັນວົກເປັນຕອນອີຫລີ ມີທັງຫົວຂໍ້ແລະລາຍລະອຽດຂອງບັນຫາ

ຫນັງສືພິມ ພາສາຕ່າງປະເທດ ກໍເຄີຍໄດ້ອ່ານ ເຖິງວ່າ ຈະແປບໍ່ໄດ້ຫມົດ ແຕ່ກໍພໍເດົາໄດ້ວ່າເຂົາເວົ້າເລືອ້ງໃດ

 

ແຕ່ບາດມາອ່າເນື້ອໃນຂອງຄຳວ່າ ...ເວົ້າລວມ ເວົ້າສະເພາະ.... ງົງປານໄກ່ຕາແຕກ

ອີຫລີໄດເດີ    

 

 



__________________
Anonymous

Date:


 ຜູ້ນຳບ້ານເຈົ້າເປັນໝູ່ໜອນບໍ?ຈຶ່ງມັກລົງພື້ນຖານ?ຫຼືເພິ່ນເປັນຫົວໜ້າໜອນ!


 biggrin  ລົງພື້ນຖານໝາຍເຖິງພະນັກງານສູນກາງລົງມາອົບຮົມແນວຄິດການເມືອງໃຫ້ຄະນະບ້ານ

ແລະປະຊາຊົນໃນບ້ານໃຫ້ຊາບຊຶມລັດທິມາກ-ເລນິນ ແລະມີຈິດໃຈເປັນເຈົ້າໃນທຸກຂົງເຂດ

ວຽກງານ ໂດຍສະເພາະແມ່ນວຽກງານ 3 ສ້າງ ເຮັດໃຫ້ບ້ານເປັນຫົວໜ່ວຍການຜະລິດ.



__________________


Member

Status: Offline
Posts: 5
Date:

ເປັນຄຳເວົ້າຍອດຮິດຂອງຜູ້ໃຫຍ່ເພີ່ນ....ແບບດຽວກັບເດັກນ້ອຍມັກສົນທະນາແລ້ວລົງທາ້ຍດ້ວຍ ຈ໋າ(Ja)

__________________
qwerty
Anonymous

Date:

Anonymous wrote:

 

1. ເວົ້າ​ລວມ ແມ່ນ ເພື່ອ​ເປັນ​ການ​ເປີດ​ໂອກາດ​ໃຫ້​ພາກ​ລັດ ແລະ ທຸລະ​ກິດ ຮ່ວມ​ປຶກສາ​ຫາລື​ບັນຫາ​ຈຳນວນ​ໜຶ່ງ​ທີ່​ຈຳເປັນ ແລະ ຮີບ​ດ່ວນ ຊຶ່ງ​ກ່ຽວຂ້ອງ​ກັບ​ການ​ພັດທະນາ​ເສດຖະກິດ-ສັງຄົມ

 

2. ເວົ້າ​ສະເພາະ ແມ່ນ ພ້ອມ​ກັນ​ເຂົ້າໃຈ​ສະພາບ​ເສດຖະກິດ​ມະຫາ​ພາກ​ໃນ​ປະເທດ ໃນ​ປັດຈຸບັນ ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດ 6 ມາດ​ຕະການ​ຂອງ​ລັດຖະບານ ໃນ​ການ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຂອງ​ເສດຖະກິດ​ມະຫາ​ພາກ ເພື່ອ​ຊຸກຍູ້​ຈັງຫວະ​ການ​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ ຕາມ​ທິດ​ທາງ​ຍືນ​ຍົງ ອີກ​ບັນຫາ​ສຳຄັນ​ແມ່ນ​ຄວາມ​ຮັບຜິດຊອບ​ຂອງ​ແຕ່​ລະ​ພາກສ່ວນ ລວມ​ທັງ​ພາກ​ລັດ ແລະ ພາກ​ທຸລະ​ກິດ ຕ້ອງ​ຮ່ວມ​ມື​ກັນ​ໃນ​ການ​ປະຕິບັດ​ພັນທະ​ໜ້າທີ່​ຕໍ່​ປະເທດ​ຊາດ ຕໍ່​ລັດຖະບານ ແລະ ຕໍ່​ການ​ເຕີບ​ໂຕ​ຂອງ​ວິ​ສາ​ຫະ​ກິດ.

 

ຫມາຍຄວາມວ່າ ເວົ້າລວມແມ່ນຫົວລວມຂໍ້ຂອງບົດ 

ສວ່ນເວົ້າສະເພາະ ແມ່ນວ່າບົດນັ້ນເວົ້າສະເພາະຫຍັງ

 

ຖ້າແມ່ນແນວນັ້ນ ຫົວຂໍ້ຂອງບົດ ກໍຄືສີແມ່ນ ການຮວ່ມກັນປຶກສາຫາລືບັນຫາທີ່ຈຳເປັນແລະຮີບດວ່ນ

ສວ່ນຂໍ້ທີສອງແມ່ນເວົ້າສະເພາະ  ເສດຖະກິດມະຫາພາກໃນປະເທດ ແລະ ບລາ ໆໆໆ ຊຶ່ງສຳຫລັບ ຜູ້ຂ້າແລວ້ ບໍ່ເຂົ້າໃຈອີຫລີ ວ່າແມ່ນຕົວໃດແທ້ແມ່ນເນື້ອໃນຂອງບັນຫາ

 

ຂພຈ ກໍເຄີຍຮວ່ມ ສຳມະນາ ດ້ານວິຊາການມານຳເພິ່ນຢູ່ ໂດຍສະເພາະ ຕ່າງປະເທດ ເຂົາໄດ້ຈັດລຽງເປັນວົກເປັນຕອນອີຫລີ ມີທັງຫົວຂໍ້ແລະລາຍລະອຽດຂອງບັນຫາ

ຫນັງສືພິມ ພາສາຕ່າງປະເທດ ກໍເຄີຍໄດ້ອ່ານ ເຖິງວ່າ ຈະແປບໍ່ໄດ້ຫມົດ ແຕ່ກໍພໍເດົາໄດ້ວ່າເຂົາເວົ້າເລືອ້ງໃດ

 

ແຕ່ບາດມາອ່າເນື້ອໃນຂອງຄຳວ່າ ...ເວົ້າລວມ ເວົ້າສະເພາະ.... ງົງປານໄກ່ຕາແຕກ

ອີຫລີໄດເດີ    

 

 


 ຂ້ອຍກະຢາກວ່າຄືເຈົ້າຫັ້ນແລ້ວທ່ານເອີີ້ຍ

ອັນພວກຜູ່ແທນບໍ່ ນັກຂ່າວລາວບໍ່ ໂດຍສະເພາະພະນັກງານລັດ ຈຳພວກນີ້

ເພຶ່ນຢາກເວົ້າໃຫ້ເປັນຊົງວິຊາການໜ້ອຍໜຶ້່ງວ່າຊັ້ນສາ ຢາກໃຫ້ ປຊຊ ເຫັນວ່າເພຶ່ນເປັນຄົນມີການສຶກສາສູງ

ຈຶ່ງພະຍາຍາມພາກັນເວົ້າແບບແປກມາກ່ອນໝູ່ໝົດ ແຕ່ວ່າກະດານໜ້າໂຕເອງກະຍັງບໍ່ເຂົ້າໃຈໃນສິ່ງທີ່ໂຕເອງເວົ້າຊ້ຳ

ອ່ານຂ່າວຈາກໜັງສືພິມລາວບໍ່ ຟັງຜູ່ໃຫຍ່ປະຖະຄະຖາບໍ່,..... ສ່ວນຫຼາຍຂ້ອຍຮູ້ສຶກ ຂິວຄືໄຟໃໝ້ຢາງລົດ

ອ່ານຍ໊າກ ຍາກ ອັນມັນຂຽນຂ່າວຫັ້ນ ກູຢາກຖາມພວກສູວ່າເປັນຫຍັງສູຈັ່ງຂຽນໃຫ້ມັນອ່ານຍາກແທ້

ຂະໜາດຄົນທີ່ມີການສຶກສາມາແຕ່ຕ່າງປະເທດຫຼາຍຄົນກໍ່ບໍ່ເຂົ້າໃຈ

ບັດໄປອ່ານໜັງສືພິມໄທ ບໍ່ວ່າຊິເວົ້າເລື່ອງວິຊາການ ຫຼື ຂ່າວທົ່ວໄປ ມັນຄືອ່ານງ່າຍ ຫຼ່ຽນໄຫຼ ຄືຂີ່ລົດຖີບນີ້

ກູເບິ່ງນີ້ ສູນີ້ມັນ ຄົນບ້ານນອກວ່າຊີ້ສາ ຢາກເຮັດຄືໃນເມືອງ ຈຶ່ງພາກັນເຮັດໃຫ້ມັນແປກໆໄວ້ກ່ອນ 

ເພື່ອໃຫ້ປຊຊ ນີ້ ງົງ ແລະ ຄິດວ່າສູເປັນຄົນບໍ່ທຳມະດາ ເພາະເວົ້າໃນສິ່ງທີ່ ປຊຊ ບໍ່ເຂົ້າໃຈ

ມີແຕ່ຄຳສັບແປກໆ

ກູຂີ້ດຽດການເວົ້າພາສາ ຂອງພວກສູ ໃຫ້ສູເວົ້າແບບກູນີ້ໄດ້ບໍ່ ເວົ້າໃຫ້ໝູ່ເຂົ້າໃຈໂລດ 

ຍົກຕົວຢ່າງ ການເວົ້າລະດັບຜູ່ນຳ ຄຳວ່າ ບຸກທະລຸ ເປັນຄຳເວົ້າທີ່ເຂົ້າໃຈຍາກ ປະເມີນບໍ່ໄດ້

ຈັກມັນແມ່ນອີ່ຫຍັງ ທີ່ເປັນຄຳຕອບຂອງມັນຫັ້ນ ບໍ່ເປັນວິທະຍາສາດ ກູວ່າ!!

ແມ່ນແຕ່ພະນັກງານ ຫຼື ຄະນະ ລຖບ ພວກສູເອງຫຼາຍໆ ຄົນກະບໍ່ເຂົ້າໃຈດອກ ກູວ່າ!!!

 

    ຄັນວ່າກູຢາກຢໍ້ຫຍັ໋ນພວກສູ ໃຫ້ສູເລື່ອນຂື້ນໄປອ່ານບ່ອນກູທາສີແດງໄວທາງເທິງຫັ້ນ 

ກູຂໍບອກວ່າ ກູເຂົ້າໃຈຍາກຫຼາຍ ແລະເຖິງຂັ້ນບໍ່ເຂົ້າໃຈເລີຍ

ຄັນຊັ້ນສູຂຽນ ຫຼື ເວົ້າໃຫ້ໃຜອ່ານ ໃຫ້ໃຜຟັງ

ສູອະທິບາຍ ຫຼື ຊີ້ແຈງມາເບິ່ງດູ ມັນກະໄດ້ມາດຕະຖານພາສາ ແຫ່ງຊາດ ຫຼື ຖືກ ຫຼັກໄວຍະກອນຢູ່ບໍ

ກູເມື່ອຍຫຼາຍ ກູຂໍບອກສູ ດ້ວຍຄວາມຮັກແພງ ສູຢ່າຄິດຫຍັງເລິກລ້ຳພິລຶກພິໂລຫຼາຍ ໃນບາງເລື່ອງ

ສູຢາກສູງສົ່ງທໍ່ໃດ ຢາກເປັນໃນເມືອງ ທໍ່ໃດ ຄົນອື່ນແຮງເຫັນວ່າ ສູ ບ້ານນອກ ເຂົ້າໃຈຢູ່ບໍ 

 

ຮັກແພງ

 

 

 



__________________
Anonymous

Date:

 

ອີກຄຳຖາມນຶ່ງ ເມືອ່ທ່ານຟັງນັກຂ່າເວົ້າຢູ່ ວິດີໂອນີ້ 

ທ່ານພໍເຂົ້າໃຈໄດ້ບໍ່ວ່າ ນັກຂ່າວເວົ້າຫຍັງແດ່

ສຳຫລັບ ຜູ້ຂ້າແລວ້ ຟັງສອງຮອບຍັງບໍ່ເຂົ້າເລື່ອງ

 

  



__________________
Anonymous

Date:

ເຂົ້າໃຈວ່າມັນຈັດກອງປະຊຸມວັນທີເທົ່າໃດ ບັກໃດເປັນປະທານ ປະມານນີ້ແລ້ວ



__________________
Anonymous

Date:

ຂພຈ ບໍ່ເຂົ້າໃຈສັມການເມຶອງໃໝ່ ສາມສ້າງ ແປ່ວ່າຫຍັງ?
ກະຣຸນາຊວ່ຍອະທິບາຍດວ້ຍ ຂອບໃຈ



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard