Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຈະອອກມາໃນຮູບການໃດ
Anonymous

Date:
ຈະອອກມາໃນຮູບການໃດ

ລາວ-ຈີນ ມີຄວາມພະຍາຍາມຈະໃຫ້ໂຄງການ ສ້າງທາງລົດໄຟຄວາມໄວສູງເກີດໄວ

      ເນື່ອງ​ຈາກ​ໂຄງ­ການ​ກໍ່­ສ້າງ​ເສັ້ນ­ທາງ​ລົດ­ໄຟ​ເຊື່ອມ​ຕໍ່​ຊາຍ​ແດນ​ດ່ານ​ບໍ່​ຫານ ສປ ຈີນ ເຖິງ​ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ຄວາມ​ສຳ­ຄັນ​ເປັນ​ຢ່າງ​ຍິ່ງ​ຕໍ່​ການ​ເພີ່ມ​ທະ­ວີການ​ຂົນ­ສົ່ງ​ສິນ­ຄ້າ​ການ​ໄປ­ມາ­ຫາ­ສູ່​ກັນ​ລະ­ຫວ່າງ​ປະ­ຊາ­ຊົນ ແລະ ເພີ່ມ​ທະ­ວີ​ການ​ຮ່ວມມື​ດ້ານ​ເສດ­ຖະ­ກິດການ​ຄ້າ​ຂອງ​ສອງ​ປະ­ເທດ ດັ່ງ­ນັ້ນ ປະ­ຈຸ​ບັນ​ລັດຖະ​ບານ​ຂອງ ສປປ ລາວ ແລະ ສປ ຈີນ ຈະ​ຮີບ​ຮ້ອນ​ຄົ້ນ­ຄວ້າ​ຮູບ​ແບບ​ດຳ­ເນີນ​ງານ​ເພື່ອ​ໃຫ້​ໄດ້​ດຳເນີນ​ງານໂດຍ​ໄວ.

__________________
Anonymous

Date:

Anonymous wrote:

 ຂ້ອຍອ່ານເບີ່ງຂໍ້ມູນຫລາຍບ່ອນ ສ່ວນໃຫ່ຍແມ່ນປະຊາຊົນບໍ່ຄ່ອຍເຫັນດີ ເພາະມັນບໍ່ຄຸ້ມຄ່າ

ແລະອີກຢ່າງປະເທດເຮົາຈະເສຍປຽບໃຫ້ເຂົາຫລາຍທີ່ສຸດໃນທຸກໆດ້ານ ຄັນເປັນໄປໄດ້ຂ້ອຍຜູ້

ຫນື່ງທີ່ບໍ່ຄ່ອຍເຫັນດີນຳ ຍົກເລີກໂຄງການດັ່ງກ່າວແລ້ວຫັນມາປັບປຸງຍົກລະດັບເສັ້ນທາງທີ່

ໃຊ້ຢູ່ທຸກວັນນີ້ໃຫ້ມີປະສິດທິພາບດີກວ່າເກົ່າກວ່າເດີມຊິບໍ່ດີກ່ອນບໍ່ ທີ່ສຳຄັນກໍ່ບໍ່ມີກະດູກມາ

ແຂວນຢູ່ຄໍນຳຕື່ມອີກ

__________________
Anonymous

Date:

Anonymous wrote:

ລາວ-ຈີນ ມີຄວາມພະຍາຍາມຈະໃຫ້ໂຄງການ ສ້າງທາງລົດໄຟຄວາມໄວສູງເກີດໄວ

      ເນື່ອງ​ຈາກ​ໂຄງ­ການ​ກໍ່­ສ້າງ​ເສັ້ນ­ທາງ​ລົດ­ໄຟ​ເຊື່ອມ​ຕໍ່​ຊາຍ​ແດນ​ດ່ານ​ບໍ່​ຫານ ສປ ຈີນ ເຖິງ​ນະ­ຄອນ­ຫຼວງ​ວຽງ​ຈັນ ມີ​ຄວາມ​ສຳ­ຄັນ​ເປັນ​ຢ່າງ​ຍິ່ງ​ຕໍ່​ການ​ເພີ່ມ​ທະ­ວີການ​ຂົນ­ສົ່ງ​ສິນ­ຄ້າ​ການ​ໄປ­ມາ­ຫາ­ສູ່​ກັນ​ລະ­ຫວ່າງ​ປະ­ຊາ­ຊົນ ແລະ ເພີ່ມ​ທະ­ວີ​ການ​ຮ່ວມມື​ດ້ານ​ເສດ­ຖະ­ກິດການ​ຄ້າ​ຂອງ​ສອງ​ປະ­ເທດ ດັ່ງ­ນັ້ນ ປະ­ຈຸ​ບັນ​ລັດຖະ​ບານ​ຂອງ ສປປ ລາວ ແລະ ສປ ຈີນ ຈະ​ຮີບ​ຮ້ອນ​ຄົ້ນ­ຄວ້າ​ຮູບ​ແບບ​ດຳ­ເນີນ​ງານ​ເພື່ອ​ໃຫ້​ໄດ້​ດຳເນີນ​ງານໂດຍ​ໄວ.

 ຜູ້ຢາກໃຫ້ລັດຖະບານລາວສ້າງໂຄງການນີ້ແມ່ນພວກຢາກໄດ້ຜົນປະໂຫຍດເຂົ້າຖົງສ່ວນຕົວທັງນັ້ນ,

ບໍ່ມີຄົນລາວຄົນໃດຢູ່ໃນ ສປປ ລາວ ວ່າຈະບໍ່ຮູ້ວ່າໂຄງການນີ້ບໍ່ມີຜົນດີຕໍ່ປະເທດຈັກຄົນດອກ ນອກ

ຈາກຜູ້ທີ່ຮຽນບໍ່ຈົບປະຖົມເທົ່ານັ້ນທີ່ບໍ່ຮູ້. ຈີນມາຂຸ້ນຂ້ຽວລາວໃຫ້ສານຕໍ່ໂຄງການນີ້ກໍພາຍຫລັງສານ

ລັດຖະທຳມະນູນໄທຕັດສິນເລີກລົ້ມໂຄງການ 2.2 ລ້ານ-ລ້ານ ຂອງລັດຖະບານ ນສ ຍິ່ງລັກ. ຖ້າລັດ

ຖະບານລາວຕາມີແວວກໍຄວນສຶກສາເບິ່ງແດ່ ແລະຢ່າໃຫ້ຜູ້ຫວັງຜົນປະໂຫຍດສ່ວນຕົວຂອງພວກ

ເຂົານັ້ນມາເກັ້ຍກ່ອມຈິດໃຈຂອງພວກສະຫາຍໄດ້.  ຢ່າຫາໜີ້ສິນໄວ້ໃຫ້ລູກຫລານທ້ອນ ປະເທດລາວ

ເຮົາບໍ່ແມ່ນປະເທດອຸດສາຫະກຳລະດັບໂລກພໍທີ່ຈະເປັນເສັ້ນທາງຂົນສົ່ງຜົນຜລິດຂອງປະເທດອອກ

ສູ່ຕະຫລາດໂລກ, ລໍຖ້າລູຫລານຄົນຮຸ່ນຫລັງຕັດສິນໃຈເຂົາເອົາເອງພາຍຫຼັງປະເທດເຮົາໄດ້ກັບກາຍມາ

ເປັນປະເທດອຸດສາຫະກຳລະດັບໂລກແບບຈີນ ຍີ່ປຸ່ນ ແລະ ເກົາຫຼີໃຕ້ເສັຍກ່ອນ ແລ້ວຈັ່ງສ້າງ ບາງທີ

ປະເທດພວກເຮົາຈະສ້າງດ້ວຍທຶນ ນັກວິຊາວະກອນ ແລະ ກຳມະກອນສ້າງທາງລົດໄຟຄວາມໄວສູງ

ທີ່ເປັນຄົນລາວເຮົາເອງ.

__________________
Anonymous#101

Date:

ຂ້ານ້ອຍບໍ່ມີສ່ວນໄດ້ຫຍັງເລີຍກັບໂຄງການນີ້ ແຕ່ສະໜັບສະໜູນການຕັດສິນໃຈຂອງຜູ່ນຳ

ເພາະເພິ່ນມີສາຍຕາກວ້າງໄກຈຶ່ງເຮັດຕາມຄຳແນະນຳຂອງນັກຊ່ຽວຊານຕ່າງປະເທດ.

__________________
Anonymous

Date:

Please cancel

this project !!!!

__________________
Anonymous

Date:

Capture%20d%E2%80%99%C3%A9cran%202014-04-21%20%C3%A0%2013.31.00.png

ການສ້າງສາແມ່ນຄວາມຕອ້ງການຂອງມະນຸດ

ທາງລົດໄຟສາຍນີ້ແມ່ນຍຸດທະສາດຂອງຈີນ ແລະຂອງພູມີພາກທີ່ຕອ້ງການເຊື່ອມຕໍ່ລະຫວ່າງຈີນຮອດສິງກະໂປ

ດັ່ງນັ້ນເລື້ອງຮູບການທີ່ອອກມາ ລາວຄົງບໍ່ຕອ້ງແບກຫາບເອງດອກ

ລໍຖ້າເບິ່ງອາດບໍ່ດົນ ອາດຈະມີພາກສວ່ນເອກະຊົນລົງນຳ

ເຊັ່ນດຽວກັບ ເສັ້ນທາງລົດໄຟສະຫວັນນະເຂດ ຫາກຫວຽດນາມ ກໍມີແຕ່ນັກລົງທຶນຝ່າຍດຽວ

__________________
Anonymous

Date:

Anonymous wrote:

Please cancel

this project !!!!

ມາຂະຫຍາຍຂົວບຶງທາດຫຼວງ ກະຈາຍການສັນຈອນຢູ່ໜ້າຕະຫລາດບໍ່ໃຫ້ລົດຕິດ ແລະສ້າງທາງຫົວຂົວ-ນາຄວາມໃຫ້ແລ້ວກ່ອນ, ແນວງ່າຍໆ ຍັງເຮັດບໍ່ໄດ້ແລ້ວ

ຍັງສິແລ່ນໄປເອົາໜິ້ມາຖົມຫົວລູກຫຼານແບບຍາວນານອີກ ດີແທ້ກະແມ່ນ  cancel this unprofitable project  !!

__________________
ໝາກເດື່ອດິບ

Date:

ເພິ່ນເອົາເງິນກອມມິດຊັນມາກິນແລ້ວ ຈະຍົກເລີກໄດ້ແນວໃດ?

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard