Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຊ່ວງປີໃໝ່ຕາຍ 37
Anonymous

Date:
ຊ່ວງປີໃໝ່ຕາຍ 37

ໃນ​ໄລຍະ 6 ວັນ​ອັນຕະລາຍ ກໍ່​ຄື​ໄລຍະ​ທີ່​ປວງ​ຊົນ​ລາວ​ບັນດາເຜົ່າ ໃນ​ຂອບ​ເຂດ​ທົ່ວ​ປະເທດ ກຳລັງ​ເບີກບານ​ມ່ວນຊື່ນ​ກັບ​ການ​ສະເຫຼີມສະຫຼອງ​ບຸນປີໃໝ່​ລາວ ພ.ສ 2557 ຊຶ່ງ​ນັບ​ແຕ່​ວັນ​ທີ 11-16 ເມສາ 2014 ນີ້ ທົ່ວ​ປະເທດ​ໄດ້​ມີ​ອຸບັດເຫດ​ເກີດ​ຂຶ້ນ​ທັງ​ໝົດ 303 ກໍລະນີ, ໃນ​ນີ້ ເສຍ​ຊີວິດ 37 ຄົນ, ຍິງ 2 ຄົນ.

ໃນ​ວັນ​ທີ 17 ເມສາ 2014 ນີ້, ທ່ານ ວາທີ ຫຸມພັນ ສີ​ພາ​ວັນ ເຈົ້າ​ໜ້າທີ່​ສືບສວນ-ສອບ​ສວນ​ຄະດີ​ອຸບັດເຫດ, ກົມ​ຕຳຫຼວດ​ຈະລາຈອນ, ກົມ​ໃຫຍ່​ຕຳຫຼວດ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ໄດ້​ແຈ້ງ​ໃຫ້​ຜູ້​ສື່​ຂ່າວ​ຈາກ​ສຳນັກ​ຂ່າວສານ​ປະເທດ​ລາວ​ວ່າ: ໃນ​ໄລຍະ​ການ​ສະເຫຼີມສະຫຼອງ​ບຸນປີໃໝ່​ລາວ ພ.ສ 2557 ແຕ່​ວັນ​ທີ 11-16 ເມສາ 2014 ນີ້ ທົ່ວ​ປະເທດ​ໄດ້​ມີ​ອຸປະຕິເຫດ​ເກີດ​ຂຶ້ນ​ທັງ​ໝົດ 303 ກໍລະນີ, ໃນ​ນີ້ ເສຍ​ຊີວິດ 37 ຄົນ, ຍິງ 2 ຄົນ; ພາຫະນະ​ເປ່​ເພ 576 ຄັນ, ໃນ​ນີ້ ຢູ່​ນະຄອນຫຼວງ​ວຽງ​ຈັນ ມີ​ອຸບັດເຫດ​ເກີດ​ຂຶ້ນ 47 ກໍລະນີ, ເສຍ​ຊີວິດ 6 ຄົນ; ຜົ້ງ​ສາລີ 5 ກໍລະນີ, ເສຍ​ຊີວິດ 1 ຄົນ; ອຸດົມ​ໄຊ 14 ກໍລະນີ, ເສຍ​ຊີວິດ 1 ຄົນ; ຫຼວງ​ນ້ຳ​ທາ 8 ກໍລະນີ, ເສຍ​ຊີວິດ 3 ຄົນ; ບໍ່​ແກ້ວ 8 ກໍລະນີ, ເສຍ​ຊີວິດ 1 ຄົນ; ໄຊ​ຍະ​ບູ​ລີ 5 ກໍລະນີ, ເສຍ​ຊີວິດ 2 ຄົນ; ຫຼວງ​ພະ​ບາງ 30 ກໍລະນີ, ເສຍ​ຊີວິດ 1 ຄົນ; ຫົວພັນ 3 ກໍລະນີ, ເສຍ​ຊີວິດ 1 ຄົນ; ຊຽງ​ຂວາງ 5 ກໍລະນີ, ເສຍ​ຊີວິດ 3 ຄົນ, ວຽງ​ຈັນ 34 ກໍລະນີ, ເສຍ​ຊີວິດ 1 ຄົນ; ບໍ​ລິ​ຄຳ​ໄຊ 16 ກໍລະນີ, ເສຍ​ຊີວິດ 1 ຄົນ; ຄຳ​ມ່ວນ 24 ກໍລະນີ, ເສຍ​ຊີວິດ 2 ຄົນ; ສະຫວັນ​ນະ​ເຂດ 46 ກໍລະນີ, ເສຍ​ຊີວິດ 6 ຄົນ; ສາລະ​ວັນ 19 ກໍລະນີ, ເສຍ​ຊີວິດ 3 ຄົນ; ຈຳປາ​ສັກ 32 ກໍລະນີ, ເສຍ​ຊີວິດ 3 ຄົນ;ເຊ​ກອງ 2 ກໍລະນີ, ເສຍ​ຊີວິດ 1 ຄົນ ແລະ ແຂວງ​ອັດ​ຕະ​ປື 5 ກໍລະນີ, ເສຍ​ຊີວິດ 1 ຄົນ.

__________________
Anonymous

Date:

Anonymous wrote:

 ເມື່ອເຫັນຂ່າວນີ້ແລ້ວເປັນໜ້າເສົ້າໃຈທີ່ສຸດ!

ແຕ່ພວກເຮົາຈະເຮັດແນວໃດເພື່ອບໍ່ໃຫ້ສູນເສຽຊັບສົມບັດແລະຊີວິດອີກ

ໃນຄັ້ງຕໍ່ໄປ ຄືປີໃໝ່ ພ.ສ 2558(ປີໜ້າພຸ້ນ)! ດັ່ງນັ້ນກໍ່ຂໍໃຫ້ຜູ້ທີ່ຍັງມີຊີວິດຢູ່

ຈົ່ງເອົາມາເປັນອຸທະຫອນແລະມັດລະວັງເອົາເອງ!

ຄືຄຳຂວັນເພິ່ນຂຽນຕັກເຕືອນໄວ້ທຸກໆແຫ່ງວ່າ: ເມົາແລ້ວບໍ່ຂັບ ເທົ່ານັ້ນເອງ!

ຫຼືວ່າສິ່ງທີ່ມັນຈະເປັນອັນຕະລາຍໃຫ້ແກ່ຊີວິດແລ້ວກໍ່ຄວນຫຼີກເວັ້ນ!

ຂໍສະແດງຄວາມເສຽໃຈມາຍັງຄອບຄົວຜູ້ທີ່ຖືກກະທົບໃນຄັ້ງນີ້ດ້ວຍ.

__________________
Anonymous

Date:

ເຂົາເກັບກຳຂໍ້ມູນໄດ້ໄວຂນາດນີ້ສະແດງວ່າ ຣັຖບານລາວໄກ້ຈະເປັນ Laos E-Gov ແລ້ວ

__________________
Anonymous

Date:

ເຖິງວ່າບໍ່ແມ່ນປີໃໝ່ ກໍມີອຸປະຕິເຫດ ຈຳນວນຄ້າຍຄຽງກັນນີ້ຢູ່ແລວ້

ຂ້າພະເຈົ້າທຽວທາງທ່າງອ່ນເກືອບທຸກມື້ ສວ່ນຫລາຍກໍພໍ້ລົດຕຳກັນເກືອບທຸກເທື່ອ

ບາງມື້ ແມ່ນ ມີ ເຖິງ 2-3ບອ່ນ

ເບິ່ງແລວ້ ອຸປະຕິເຫດ ເກີດຂຶ້ນແບບງ່າຍໆ ເຊັ່ນເກາະກັນນອ້ຍດຽວກໍລົ້ມແລວ້

ຂີ່ໄປດີໆກໍລົ້ມຂາຂີ້ຟ້າແລວ້ ແຕ່ບາງ ເທື່ອກໍຮ້າຍແຮງແບບລົດຫັກເປັນທອ່ນພຸ້ນລະ

 ຂອບໃຈນຳທຸທ່ານທີ່ໃຫ້ຂໍ້ມູນລະອຽດ ເພາະຂ້າພະເຈົ້າບໍ່ຄ່ອຍໄດ້ເດີນທາງ ຈຶ່ງບໍ່ຮູ້ອັນໃດເກີດຂຶ້ນບົທ້ອງຖະໜົນ...

__________________

Guru

Status: Offline
Posts: 1010
Date:

ກະໃຫ້ມີຕາຍແນ່ຫັ້ນລະ ຄັນປະຊາກອນມີແຕ່ເພີ່ມປານນີ້ມັນກະລົ້ນໂລກແລ້ວ

__________________
Anti-Luffy

Date:

luffy wrote:

ກະໃຫ້ມີຕາຍແນ່ຫັ້ນລະ ຄັນປະຊາກອນມີແຕ່ເພີ່ມປານນີ້ມັນກະລົ້ນໂລກແລ້ວ

 ຊາມຊິໃຫຍ່ເປັນຄົນເວົ້າໄດ້ໄປເປັນ ໝົດເຂົ້າຈັກເປົ໋າ? ຊີ້ນຈັກໂລ?

ຖ້າຖືກສະມາຊິກຄອບຄົວ ຫຼືໝູ່ຄູ່ຄົນຮັກຄົນແພງຂອງເຈົ້າ ເຈົ້າຈະ

ຮູ້ສຶກແນວໃດ?

_________________________________________________________

ຄັນຊັ້ນໂຕກະກັ້ນໃຈຕາຍສາເດພົນລະເມືອງຈິ່ງບໍ່ລົ້ນໂລກ ປາກເໝັນແທ້ໝໍນີ້

 luffy ແມ່ນປະທານປະເທດໃນອະນາຄົດ ກະລຸນາຄ່ອຍໆເວົ້າກັບເພິ່ນເດີ.

__________________
Anonymous#9

Date:

Myanmar ມີການຂົ່່ມຂືນກັນເຖິງ 13 ກໍຣະນີ, ບ້ານເຮົາປອດໄພ. ຊົມເຊີຍ

__________________

Guru

Status: Offline
Posts: 1010
Date:

Anti-Luffy wrote:
luffy wrote:

ກະໃຫ້ມີຕາຍແນ່ຫັ້ນລະ ຄັນປະຊາກອນມີແຕ່ເພີ່ມປານນີ້ມັນກະລົ້ນໂລກແລ້ວ

 ຊາມຊິໃຫຍ່ເປັນຄົນເວົ້າໄດ້ໄປເປັນ ໝົດເຂົ້າຈັກເປົ໋າ? ຊີ້ນຈັກໂລ?

ຖ້າຖືກສະມາຊິກຄອບຄົວ ຫຼືໝູ່ຄູ່ຄົນຮັກຄົນແພງຂອງເຈົ້າ ເຈົ້າຈະ

ຮູ້ສຶກແນວໃດ?

ມັນແມ່ນຄວາມຈິງສະຫາຍ ຂ້ອຍບໍ່ໄດ້ແຊ່ງຜູ້ໃດໃຫ້ຕາຍດອກ ລະກະບໍ່ຄິດຢາກຂ້າໂຕອີກ ເຖິງເວລາມັນຫາກຊິຕາຍເອງ

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard