Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ສະເໜີໃຫ້ຢຸດ ການເອົາປຽບປະຊາຊົນຝ່າຍດຽວ (ໄຟຟ້າ, ນໍ້າປະປາ, ດິນ.​.​.)
Anonymous

Date:
ສະເໜີໃຫ້ຢຸດ ການເອົາປຽບປະຊາຊົນຝ່າຍດຽວ (ໄຟຟ້າ, ນໍ້າປະປາ, ດິນ.​.​.)

ຜູ້ນຳຄວນຕິດຕາມກວດກາຄືນບາງມາດຕະການຂອງບັນດາບໍລິສັດລັດວິສາຫະກິດ

ທີ່ເປັນທຶນຂອງລັດລົງທຶນ 100% ຈາກພາສີອາກອນຂອງປະຊາຊົນ

ແຕ່ປະຊາຊົນບໍ່ມີສິດຕໍ່ລອງໃດໆມັນຊິເປັນບໍ? ເພາະບາງເລື່ອງເຫັນວ່າເອົາປຽບປະຊາຊົນລາວເອງເກີນໄປ ເຊັ່ນ:

1. ເມື່ອປະຊາຊົນຄ້າງຊຳລະແກ່ຍາວໄປເກີນນື່ງເດືອນເລັກໆນອ້ຍໆ ພັດສັ່ງລູກນອ້ຍໄປຕັດໄຟໂລດ ບໍ່ແຈ້ງເຕືອນອີກ (ຄວນແຈ້ງກອ່ນ 1-2 ຄັ້ງ)

2. ບາງເທື່ອລູກນອ້ງຢາກໄດ້ເງິນຄ່າຕໍ່ໄຟ ບໍ່ທັນຮອດເດືອນກໍ່ໄປຕດັແລ້ວ ເພື່ອຈະໄດ້ເງິນຄ່າຕໍ່ໄຟຄັ້ງລະ 70,000 ກີບ

3. ບາດໄຟຟ້າບໍ່ມາເປັນຊົ່ວໄມງ, ເປັນມື້ ພັດບໍ່ຈ່າຍຊົດເຊີຍຫຍັງໃຫ້ປະຊາຊົນ

4. ບາງຄັ້ງໄຟກະແສຮົ່ວເກີນ ເຮັດໃຫ້ເຄື່ອງໃຊ້ໄຟຟ້າເສຍຫາຍ ແຕ່ໄຟຟ້າລາວບໍ່ຮັບຜິດຊອບຫຍັງ

5. ເປັນລັດວິສາຫະກິດທີ່ໃຊ້ເງິນບໍລິຫານເກີນ 30% ຂອງລາຍຮັບຈາກການລົງທຶນ (ເຫັນດີຈ່າຍ 5%-10%ເທົ່ານັ້ນ) ເຮັດບໍ່ໄດ້ສະເໜີປະມູນບໍລິສັດຮັບຜິດຊອບບໍລິການ

6. ພະນັກງານລັດວິສາຫະກິດສວຍໃຊ້ທຸກວິທີທາງເພື່ອຫາຜົນປະໂຫຍດສວ່ນຕົວ (ກວດກາໄດ້ເລີຍ)

7. ນໍ້າປະປາກໍ່ບໍ່ມີການລົງທຶນຂະຫຍາຍເລີຍ ພຽງແຕ່ຄ່າຕໍ່ຂໍນໍ້າຢູ່ໃກ້ກັບທໍ່ປະປາມີແລ້ວບໍ່ຮອດ 5 ແມັດ ກໍ່ຕອ້ງຈ່າຍ 1,500,000 ກີບ ຖ້າໄກກວ່ານັ້ນແດ່ກໍ່ຮອດ 10ລ້ານກໍ່ມີ. ຄິດໄລ່ຄ່າທໍ່ແຮງງານຕົວຈິງບໍ່ຮອດ 1 ລ້ານກີບຊໍ້າ (ຄວາມຈິງ)

8. ບັນດາອຳນວຍການບໍລິສັດລັດວິສາຫະກິດຂະໜາດໃຫຍ່ ມີເງິນ ແລະ ຊັບສິນສວ່ນຕົວ ກາຍ 1 ລ້ານໂດລາຂື້ນໄປ (ບໍ່ເຊື່ອໄປສາບານເບີ່ງໂລດ)

ຂໍປະກອບຄຳເຫັນຕໍ່ ຂອບໃຈ

__________________
Anonymous#2

Date:
RE: ສະເໜີໃຫ້ຢຸດ ການເອົາປຽບປະຊາຊົນຝ່າຍດຽວ (ໄຟຟ້າ, ນໍ້າປະປາ, ດິນ.​.​.)

ຊົມເຊີຍທີ່ຍົກບັນຫານີ້ຂຶ້ນມາສົນທະນາ, ໃຜຮູ້ຜູ່ໃຫຍ່ໄມ້ສູງ ກະລຸນານຳ

ບັນຫານີ້ສະເໜີໃຫ້ເພິ່ນແກ້ໄຂແດ່.

ຂອບໃຈ

__________________
Anonymous

Date:

Anonymous#2 wrote:

ຊົມເຊີຍທີ່ຍົກບັນຫານີ້ຂຶ້ນມາສົນທະນາ, ໃຜຮູ້ຜູ່ໃຫຍ່ໄມ້ສູງ ກະລຸນານຳ

ບັນຫານີ້ສະເໜີໃຫ້ເພິ່ນແກ້ໄຂແດ່.

ຂອບໃຈ

 ແຕກີ້ ແຕ່ກ່ອນວ່າຄ່າໄຟແພງຍ້ອນແລ່ນດ້ວຍນ້ຳມັນກາຊວນ ແຕ່ຫຼັງຈາກສ້າງເຂື່ອນນ້ຳງຶ່ມແລ້ວ, ບໍ່ໄດ້ໃຊ້ນ້ຳມັນກາຊວນອີກໄຟຟ້າກໍຍິ່ງແພງຂື້ນ  ຄັນເຮົາໄປຕັ້ງຄຳຖາມກ່ຽວກັບ

ລາຄາໄຟຟ້າ ເພິ່ນມີຄຳຕອບ 108 ຄຳຕອບທີ່ບໍ່ຕົງປະເດັນຂ້ອຍກະເລີຍໃຈອອກ ບໍ່ຄິດຢາກຖາມອີ່ຫຍັງເພິ່ນອີກ  ດຽວນີ້ແຮ່ງກະເຕັກ ນອກຈາກເປັນບໍລິສັດຜູກຂາດແລ້ວຍັງເປັນ

ເສືອນອນກິນຕື່ມອີກ ປະຊາຊົນຫ່າງໄກສອກຫຼີກ ຕ້ອງໄດ້ເຮັດເອງໝົດ ຈ່າຍໃຫ້ບໍລິສັດເອກຊົນ ແລ້ວບໍລິສັດໄຟຟ້າກະຖືສິດເປັນເຈົ້າຂອງພຽງຜູ້ດຽວ ! ໝໍ້ແທກໄຟເຮົາຊື້້ເປັນລ້ານສອງລ້ານ

ເພິ່ນກະຍັງວ່າເປັນຂອງເພິ່ນ ເກັບຄ່າເຊົ່າແຕ່ລະເດືອນ ຄັກປານຫຍັງ!

__________________
Anonymous

Date:

ເຂື່ອນຢູ່ດິນລາວແຕ່ນາຍທຶນຕ່າງຊາດເປັນເຈົ້າຂອງ, ພະນັກງານ EDL ກໍ່ຕ້ອງເຮັດຕາມຄຳສັ່ງຂອງເຂົາ.

__________________
Anonymous

Date:

Anonymous wrote:

ຜູ້ນຳຄວນຕິດຕາມກວດກາຄືນບາງມາດຕະການຂອງບັນດາບໍລິສັດລັດວິສາຫະກິດ

ທີ່ເປັນທຶນຂອງລັດລົງທຶນ 100% ຈາກພາສີອາກອນຂອງປະຊາຊົນ

ແຕ່ປະຊາຊົນບໍ່ມີສິດຕໍ່ລອງໃດໆມັນຊິເປັນບໍ? ເພາະບາງເລື່ອງເຫັນວ່າເອົາປຽບປະຊາຊົນລາວເອງເກີນໄປ ເຊັ່ນ:

1. ເມື່ອປະຊາຊົນຄ້າງຊຳລະແກ່ຍາວໄປເກີນນື່ງເດືອນເລັກໆນອ້ຍໆ ພັດສັ່ງລູກນອ້ຍໄປຕັດໄຟໂລດ ບໍ່ແຈ້ງເຕືອນອີກ (ຄວນແຈ້ງກອ່ນ 1-2 ຄັ້ງ)

2. ບາງເທື່ອລູກນອ້ງຢາກໄດ້ເງິນຄ່າຕໍ່ໄຟ ບໍ່ທັນຮອດເດືອນກໍ່ໄປຕດັແລ້ວ ເພື່ອຈະໄດ້ເງິນຄ່າຕໍ່ໄຟຄັ້ງລະ 70,000 ກີບ

3. ບາດໄຟຟ້າບໍ່ມາເປັນຊົ່ວໄມງ, ເປັນມື້ ພັດບໍ່ຈ່າຍຊົດເຊີຍຫຍັງໃຫ້ປະຊາຊົນ

4. ບາງຄັ້ງໄຟກະແສຮົ່ວເກີນ ເຮັດໃຫ້ເຄື່ອງໃຊ້ໄຟຟ້າເສຍຫາຍ ແຕ່ໄຟຟ້າລາວບໍ່ຮັບຜິດຊອບຫຍັງ

5. ເປັນລັດວິສາຫະກິດທີ່ໃຊ້ເງິນບໍລິຫານເກີນ 30% ຂອງລາຍຮັບຈາກການລົງທຶນ (ເຫັນດີຈ່າຍ 5%-10%ເທົ່ານັ້ນ) ເຮັດບໍ່ໄດ້ສະເໜີປະມູນບໍລິສັດຮັບຜິດຊອບບໍລິການ

6. ພະນັກງານລັດວິສາຫະກິດສວຍໃຊ້ທຸກວິທີທາງເພື່ອຫາຜົນປະໂຫຍດສວ່ນຕົວ (ກວດກາໄດ້ເລີຍ)

7. ນໍ້າປະປາກໍ່ບໍ່ມີການລົງທຶນຂະຫຍາຍເລີຍ ພຽງແຕ່ຄ່າຕໍ່ຂໍນໍ້າຢູ່ໃກ້ກັບທໍ່ປະປາມີແລ້ວບໍ່ຮອດ 5 ແມັດ ກໍ່ຕອ້ງຈ່າຍ 1,500,000 ກີບ ຖ້າໄກກວ່ານັ້ນແດ່ກໍ່ຮອດ 10ລ້ານກໍ່ມີ. ຄິດໄລ່ຄ່າທໍ່ແຮງງານຕົວຈິງບໍ່ຮອດ 1 ລ້ານກີບຊໍ້າ (ຄວາມຈິງ)

8. ບັນດາອຳນວຍການບໍລິສັດລັດວິສາຫະກິດຂະໜາດໃຫຍ່ ມີເງິນ ແລະ ຊັບສິນສວ່ນຕົວ ກາຍ 1 ລ້ານໂດລາຂື້ນໄປ (ບໍ່ເຊື່ອໄປສາບານເບີ່ງໂລດ)

ຂໍປະກອບຄຳເຫັນຕໍ່ ຂອບໃຈ

 ປັນຫາໄຟຟ້ານີ້ ຕ້ອງຖາມທ້າວ ຄຳມະນີ ແຕ່ກ່ອນເປັນຜູ້ອຳນວຍການໃຫຍ່ ບສ ໄຟຟ້າລາວ ດຽວນີ້ຜົນງານທີ່ຂື້ນຄ່າໄຟຟ້າສູງຫລາຍເລີຍໄດ້ກາຍເປັນລັດຖະມົນຕີຊ່ວຍກະຊວງພະລັງງານ ຮັບຜິດຊອບວຽກງານໄຟຟ້າ.

ສະເພາະລັດວິສາຫະກິດໄຟຟ້ານໍ້າປະປານີ້ ຊິຂື້ນຄ່ານໍ້າ-ໄຟ ຫລາຍປານໃດກະຍັງຂາດທຶນເພາະມັນບໍ່ດີຢູ່ຂອດບໍລິຫານ ທີ່ມີການຮົ່ວໄຫລ ບໍ່ໂປ່ງໃສ (ເຮັດແບບລັບໆລີ້ໆ) ສ່ວນເງິນມາລົງທຶນກະແມ່ນເງິນກູ້ຢືມລັດຖະບານຄໍ້າປະກັນໃຫ້, ຍາມຈ່າຍດອກເບ້ຍບໍ່ໄດ້ລັດຖະບານກໍ່ຈົກເງິນຈ່າຍໃຫ້ ສ່ວນເຈົ້ານາຍລະດັບຜູ້ບໍລິຫານ ແມ່ນຮູ້ທ່າງລວຍ ແບບຜິດປົກກະຕິ.

__________________
Anonymous

Date:

ບໍ່ແມ່ນທ້າວແລວ້ເດີ

ເວົ້າຫຍັງລະວັງປາກແດ່ເດີ

__________________
Anonymous

Date:

ຂໍຖາມ?ບໍລິສັດໄຟຟ້າແລະນ້ຳປະປາແດ່ວ່າ:

1) ໝໍກົງເຕີນັບໄຟຟ້າແລະໝໍກົງເຕີນັບນ້ຳປະປາ ເປັນຫັຍງຈີ່ງໃຫ້ລູກຄ້າໃຊ້ຈ່າຍ

ຄາບູລະນະຮັກສາ,ແຕ່ເວລາເປເພພັດໃຫ້ລູກຄ້າຊື້ໃໝ່ແລະຈ່າຍຄ່າຕິດຕັ້ງແລະແຮງງານ?

ຕາມຕົວຈີ່ງທີ່ມາສະເໜີຖາມ?????

 ກົງເຕີນ້ຳໄຟຄວນເປັນໜ້າທີ່ຂອງບໍລິສັດເປັນຜູ່ຮັບຜິດຊອບເໝືອນປະເທດອື່ນໆ.

__________________
Anonymous

Date:

ຊິ່ຄິດໄລ່ແນວໃດກໍແລ້ວແຕ່ ແຕ່ຂໍໃຫ້ຄິດໄລ່ໃສ່ກັບເງິນເດືອນແດ່ເດີ ຢ່າສູ່ໃຫ້ມັນເຂີນກັນປານຟ້າກັບດິນຫລາຍເທາະ ບໍ່ໄດ້ກິນຫຍັງໝົດ ເງິນເດືອນອອກມາເອົາໄປໃຊ້ຄ່າໄຟ້າກະບໍ່ພໍ,ໄປຫາກິນນຳທຳມະຊາດກໍຍາກແລ້ວປະບໍ່ໄປສອນຕອນໜຶ່ງໄປຕຶກແຫກໍໄດ້ປາຂາວນ້ອຍສອງສາມໂຕປົ່ນສູລູກເມຽກິນກໍບໍ່ອີ່ມເອົາຜັກຢັດໃສ່ຫລາຍໆພໍຢູ່ໄດ້ເດີທ່ານຄິດເຫັນແດ່ເຈົ້ານາຍເອີຍ

__________________
Anonymous

Date:

ຊິ່ຄິດໄລ່ແນວໃດກໍແລ້ວແຕ່ ແຕ່ຂໍໃຫ້ຄິດໄລ່ໃສ່ກັບເງິນເດືອນແດ່ເດີ ຢ່າສູ່ໃຫ້ມັນເຂີນກັນປານຟ້າກັບດິນຫລາຍເທາະ ບໍ່ໄດ້ກິນຫຍັງໝົດ ເງິນເດືອນອອກມາເອົາໄປໃຊ້ຄ່າໄຟ້າກະບໍ່ພໍ,ໄປຫາກິນນຳທຳມະຊາດກໍຍາກແລ້ວປະບໍ່ໄປສອນຕອນໜຶ່ງໄປຕຶກແຫກໍໄດ້ປາຂາວນ້ອຍສອງສາມໂຕປົ່ນສູລູກເມຽກິນກໍບໍ່ອີ່ມເອົາຜັກຢັດໃສ່ຫລາຍໆພໍຢູ່ໄດ້ເດີທ່ານຄິດເຫັນແດ່ເຈົ້ານາຍເອີຍໄຄແດ່ ແຕ່ນໍ້າປະປາພໍເປັນຕາຟັງແດ່ສົມນໍ້າສົມຕ່ອນ ແຕ່ກໍບໍ່ໄປທົ່ວເຖິງ ແຕ່ກໍຈຳເປັນບໍ່ມີໄຟ້າບໍ່ເຫັນຮຸ່ງງົມຕະກຽງກໍພໍຢູ່ ແຕ່ບໍ່ໄດ້ກິນນໍ້າສາມມື້ແມ່ນຕາຍມັບເດີພີ່ນ້ອງ,

__________________
Anonymous

Date:

ຊິ່ຄິດໄລ່ແນວໃດກໍແລ້ວແຕ່ ແຕ່ຂໍໃຫ້ຄິດໄລ່ໃສ່ກັບເງິນເດືອນແດ່ເດີ ຂ້ອຍແມ່ນພະນັກງານລາວກິນເງິນເດືອນລາວບໍ່ແມ່ນເງິນເດືອນອາເມຣິກາເດີ ບໍ່ແມ່ນເງິນເດືອນສາກົນ ຢ່າມາໄລ່ລາຄາໄຟຟ້າສາກົນເດີເຈັົ້ານາຍ  ຢ່າສູ່ໃຫ້ມັນເຂີນກັນປານຟ້າກັບດິນຫລາຍເທາະ ບໍ່ໄດ້ກິນຫຍັງໝົດ ເງິນເດືອນອອກມາເອົາໄປໃຊ້ຄ່າໄຟ້າກະບໍ່ພໍ,ໄປຫາກິນນຳທຳມະຊາດກໍຍາກແລ້ວ ປະບໍ່ໄປສອນຕອນໜຶ່ງໄປຕຶກແຫກໍໄດ້ປາຂາວນ້ອຍສອງສາມໂຕປົ່ນສູລູກເມຽກິນກໍບໍ່ອີ່ມເອົາຜັກຢັດໃສ່ຫລາຍໆພໍຢູ່ໄດ້ເດີທ່ານຄິດເຫັນແດ່ເຈົ້ານາຍເອີຍໄຄແດ່ ແຕ່ນໍ້າປະປາພໍເປັນຕາຟັງແດ່ສົມນໍ້າສົມຕ່ອນ ແຕ່ກໍບໍ່ໄປທົ່ວເຖິງ ແຕ່ກໍຈຳເປັນບໍ່ມີໄຟ້າບໍ່ເຫັນຮຸ່ງງົມຕະກຽງກໍພໍຢູ່ ແຕ່ບໍ່ໄດ້ກິນນໍ້າສາມມື້ແມ່ນຕາຍມັບເດີພີ່ນ້ອງ ສາທຸເທວະດາຊ່ວຍແດ່ ຢ່າຫາວ່າງົມງວາຍເດີທ່ານ ມັນຈົນຕາແຈມາກໍນົບຟ້ານົບແຖນຄືສະໄໝດຶກດຳບັນໄປສາແລ້ວ ທ່ານເອີຍ.

__________________
Anonymous

Date:

ຄວນມີທາງເລືອກຕື່ມໃຫ້ປະຊາຊົນ ຖ້າຜູ່ໃດ໋ບໍ່ສາມາດຈ່າຍໄດ້ທັນທີ

ກໍ່ໃຫ້ເຂົາຈ່າຍຜ່ອນໃນອັດຕາດອກເບັ້ຽຕ່ຳໆຄືລັດຖະບານປະເທດ

ອື່ນນະໂຍບາຍແກ້ໄຂໃຫ້ປະຊາຊົນເຂົາເຈົ້າ.

__________________
Anonymous

Date:

ເບິ່ງຊົງຄືຊິຍາກແລະຄົງຈະຍັງອີກດົນໆ ລັດຖະບານເອງຍັງບໍ່ຮູ້ວ່າແມ່ນໃຜເປັນໃຜ ຫນ້າທີ່ແຕ່ລະພາກສ່ວນເຮັດຫຍັງແດ່ ຜ່ານມາເຫັນແຕ່ໂສ້ເລ້ກັນເລື່ອງປັບປ່ຽນຫນ້າທີ່ຕຳແຫນ່ງຫນ້າທີ່ຜູ້ນັ້ນຜູ້ນີ້ຕະຫລອດ ແຕ່ວ່າພາລະຫນ້າທີ່ຂອງແຕ່ລະພາກສ່ວນພັດບໍ່ຄ່ອຍເຫັນນຳຂຶ້ນມາເວົ້າກັນ

__________________
Anonymous

Date:

ຂະໜາດເປັນລັດວິສາຫະກິດກໍ່ຍັງມີບັນຫາສຳ່ນີ້ ທ່ານລອງຄິດເບິ່ງ ຄັນແມ່ນນາຍທຶນຫລືເອກະຊົນເປັນຜູ້ບໍລິຫານເດມັນຊິສໍ້ໂກງປະຊາຊົນສຳ່ໃດ?

__________________
Anonymous

Date:

.

.

ຂຸດນ້ຳສ້າງ ໃຊ້ເອງ

ບໍ່ຕ້ອງງໍ້ ນ້ຳປາປາ ນ້ຳມ່າມ່າ

ແລະ Solar Power Panel (ພະລັງຈາກແສງຕາເວັນ)

ບໍ່ງໍ້ໂຮງໄຟຟ້າ ໄຟດິນ

__________________
Anonymous

Date:

Anonymous wrote:

ບໍ່ແມ່ນທ້າວແລວ້ເດີ

ເວົ້າຫຍັງລະວັງປາກແດ່ເດີ

 ທ່ານ ດຣ. ຄຳມະນີ

ພໍໃຈແລ້ວຕິ?

no

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard