Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ກ່ອນ1975
Anonymous

Date:
ກ່ອນ1975

ກ່ອນ1975 ກໍ່ມີບໍລັດຖະບານບໍ່ຈ່າຍເງິນເດືອນໃຫ້ພະນັກງານຄືປະຈຸບັນ?

__________________
Anonymous

Date:

Anonymous wrote:

 ບັນຫານີ້ອາດຈະມີຄືກັນແຕ່ສິ່ງທີ່ຂ້ອຍຮູ້ດີນັ້ນແມ່ນທະຫານທີ່ເສັຽຊີວິດຢູ່ແນວໜ້າ!

ເພາະມັນຖືກກັບພີ່ນ້ອງຂອງຂ້ອຍ(ນ້າບ່າວຂອງຂ້ອຍເອງ), ກ່ອນຈະໄດ້ເງິນຄ່າຫົວແມ່ນຕ້ອງໃຊ້ເວລາດົນທີ່ສຸດ!

ກ່ອນຈະໄດ້ແມ່ນຕ້ອງທຽວທາງໄກໄປເວົ້ານຳຜູ່ຫຼັກຜູ່ໃຫຍ່ຫຼາຍລົບຫຼາຍຕ່າວ, ບາດວ່າໄດ້ເງິນມາກໍ່ພຽງແຕ່

ກຸ້ມກິນທານໃຫ້ລາວເທົ່ານັ້ນ ແຕ່ຍັງບໍ່ໄດ້ຄິດໄລ່ໃສ່ການເດີນທາງແຕ່ລະເທື່ອຂອງນ້າໃພ້ຂອງຂ້ອຍຊ້ຳ!

ຖ້ານ້າໃພ້ຂອງຂ້ອຍບໍ່ເອົາຈິງເອົາຈັງກໍ່ໝາຍຄວາມວ່ານາຍຈາກຊັ້ນໃດຊັ້ນນຶ່ງໃນກອງຮ້ອຍຂອງລາວເອົາໄປແດກແລ້ວ!

ຂໍໂທດຫຼາຍໆເນີທີ່ຂ້ອຍຈົກເອົາບັນຫານີ້ອອກມາເປີດໂປ່ງ ແຕ່ວັນເວລານີ້ມັນກໍ່ກາຍເປັນເປັນອະດີດໄປດົນແລ້ວ!

ເຜີ່ມເຕີມ: ເສັຽຊີວິດຢູ່ບັ້ນຮົບນ້ຳບາກ ແຂວງຫຼວງພຣະບາງ.

 ບໍ່ມີດອກ ມີແຕ່ຂໍ ລວງໜ້າ

__________________
Anonymous

Date:

ສະໃຫມນັ້ນ ເງິນກີບກໍຕອ້ງແມ່ນເມກາຄຳ້ປະກັນໃຫ້

ສວ່ນເງິນເດືອນກໍແມ່ນເງິນເມກາ ເພາະລັດຖະບານກໍແມ່ນ ເມກາລຽ້ງ ບໍ່ໄດ້ມີລາຍຮັບຫຍັງເລີຍ

ພໍ່ຄ້າພໍ່ຂາຍກໍມີແຕ່ເຈັກແຕ່ແກວ

ຜັກຫຍ້າກໍມີແຕ່ໄທມາຂາຍໃຫ້

ກຳມະກອນກໍມີແຕ່ແກວກັບໄທ

ຄົນລາວຢູ່ໃນເມືອງກໍມີແຕ່ເຈົ້າແຕ່ນາຍ ຂ້າລາດຊະການ ທະຫານຕຳຫລວດ

ຊົນຊັ້ນນາຍທຶນທຸລະກິດກໍມີຢິບມືດຽວ

ສວ່ນຢູ່ຊົນນະບົດກໍມີແຕ່ເຮັດນາເຮັດໄຮ່ ກັບເປັນທະຫານ

ຜູ້ໃດຮຽນເກັ່ງແດ່ ກໍບືນຕົວໃຫ້ໄດ້ຮຽນສູງ ອາໃສເປັນສັງກະລີວັດເພື່ອໄດ້ມາຮຽນຢູ່ໃນເມືອງ

__________________
Anonymous

Date:

Anonymous wrote:
Anonymous wrote:

ກ່ອນ1975 ກໍ່ມີບໍລັດຖະບານບໍ່ຈ່າຍເງິນເດືອນໃຫ້ພະນັກງານຄືປະຈຸບັນ?

 ບັນຫານີ້ອາດຈະມີຄືກັນແຕ່ສິ່ງທີ່ຂ້ອຍຮູ້ດີນັ້ນແມ່ນທະຫານທີ່ເສັຽຊີວິດຢູ່ແນວໜ້າ!

ເພາະມັນຖືກກັບພີ່ນ້ອງຂອງຂ້ອຍ(ນ້າບ່າວຂອງຂ້ອຍເອງ), ກ່ອນຈະໄດ້ເງິນຄ່າຫົວແມ່ນຕ້ອງໃຊ້ເວລາດົນທີ່ສຸດ!

ກ່ອນຈະໄດ້ແມ່ນຕ້ອງທຽວທາງໄກໄປເວົ້ານຳຜູ່ຫຼັກຜູ່ໃຫຍ່ຫຼາຍລົບຫຼາຍຕ່າວ, ບາດວ່າໄດ້ເງິນມາກໍ່ພຽງແຕ່

ກຸ້ມກິນທານໃຫ້ລາວເທົ່ານັ້ນ ແຕ່ຍັງບໍ່ໄດ້ຄິດໄລ່ໃສ່ການເດີນທາງແຕ່ລະເທື່ອຂອງນ້າໃພ້ຂອງຂ້ອຍຊ້ຳ!

ຖ້ານ້າໃພ້ຂອງຂ້ອຍບໍ່ເອົາຈິງເອົາຈັງກໍ່ໝາຍຄວາມວ່ານາຍຈາກຊັ້ນໃດຊັ້ນນຶ່ງໃນກອງຮ້ອຍຂອງລາວເອົາໄປແດກແລ້ວ!

ຂໍໂທດຫຼາຍໆເນີທີ່ຂ້ອຍຈົກເອົາບັນຫານີ້ອອກມາເປີດໂປ່ງ ແຕ່ວັນເວລານີ້ມັນກໍ່ກາຍເປັນເປັນອະດີດໄປດົນແລ້ວ!

ເຜີ່ມເຕີມ: ເສັຽຊີວິດຢູ່ບັ້ນຮົບນ້ຳບາກ ແຂວງຫຼວງພຣະບາງ.

 ມີແຕ່ທະຫານຮັບຈ້າງ CIA ທີ່ໄປມມ້ວຍມໍລະນັງຢູ່ນ້ຳບາກທີ່ຄົນຮູ້ກັນໃນນາມຂອງທະຫານ ອັດໄຊຢູ

ຊຶ່ງນາຍພົນທະຫານໄທໄດ້ຮັບຈ້າງຈາກ ຊີໄອເອ ແລ້ວມັນມາຈ້າງຄົນລາວອີກຕໍ່ນຶ່ງເປັນທະຫານຂອງ

ມັນ. ລັດຖະບານບໍ່ກ່ຽວກັບທະຫານພວກນີ້ເພາະບໍ່ແມ່ນທະຫານກອງທັບແຫ່ງຊາດມັນຈຶ່ງຍາກແດ່

ກ່ອນຈະໄດ້ຄ່າຫົວເພາະລັດຸະບານຕ້ອງທວງ ອາເມລິກາ ແລ້ວອາເມລິກາຈຶ່ງທວງນຳນາຍພົນທະຫານ

ໄທ. ດີແລ້ວທີ່ລັດຖະບານທວງໃຫ້. ນ້າເຈົ້າເສຍຊີວິດປີ 65-66 ຫຼື 67? ໃນສາມປີນີ້ແມ່ນທະຫານຮັບ

ຈ້າງໝົດທີ່ຖືກທະຫານຈີນ 10 ກອງພົນມາຍົກຂະບວນຮົບກັບທະຫານຮັບຈ້າງພຽງ 5 ກອງພັນ ມັນ

ກໍເລີຍເປັນເຫຼັກຫລາຍກ່ອນຖ່ານ.

__________________
Anonymous

Date:

ບໍ່ເຄີຍມີທີ່ຣາຊະການທີ່ຈະບໍ່ໄດ້ເງິນເດືອນເປັນ 5-6 ເດືອນ ແມ້ແຕ່ເດືອນດຽວກໍຍັງ

ບໍ່ມີເຫດການລັດຖະບານເປັນໜີ້ຂ້າຣາຊະການກ່ອນ 75. ເງິນກີບກໍເປັນລາຄາອີກ

$1 ສຫຣ = 500 ກີບ

100 ກີບ = 4 ບາດ ໄທ.

ຄຳບາດໜຶ່ງ 1800 ກີບ - 2200 ກີບ.

ພວກພີ່ນ້ອງຄົນໄທອິສານແມ່ນພາກັນຫລັ່ງເຂົ້າມາທຳມາຄ້າຂາຍຢູ່ລາວເປັນໝື່ນເປັນແສນ

ແລະກໍຕັ້ງຖິ່ນຖານຢູ່ເປັຍປະຊາຊົນລາວຖາວອນເລີຍ ດັ່ງພວກພີ່ນ້ອງບ້ານຮ່ອງສຸພາບ(ອະດີດ

ບ້ານຮ່ອງລົ້ວກ່ອນ75) ເມືອງນ້ອຍຊຽງດາ ນາຄວາຍ ດົງກະລຶມ ທີ່ຕັ້ງເປັນກ້ອນເປັນກຸ່ມ ກາຍ

ນັ້ນກໍຢາຍກັນໄປທຸກບ້ານທຸກເມືອງ. ຍ້ອນເສດຖະກິດລາວກ່ອນ 75 ນັ້ນດີກ່ອນໄທອິສານ ຄົນ

ຈຶ່ງຫຼັ່ງກັນເຂົ້າມາ ແລະລັດຖະບານກໍໃຫ້ຄວາມຊ່ວຍເຫຼືອໃຫ້ຄວາມສະດວກທຸກຢ່າງ. ວຽງຈັນກ່ອນ

75 ນັ້ນໃຫຍ່ແລະຈະເລີນກ່ອນອຸດອນຂອນແກ່ນ ອັນໜອງຄາຍບໍ່ໃຫ້ກ່າວໄກກັນປານຟ້າ, ແຕ່ດຽວ

ນີ້ວຽງຈັນໄກກ່ອນໜອງຄາຍ ຄິດມາແລ້ວອາຍອຸດອນຂອນແກ່ນແລະໜອງຄາຍທີ່ເຂົາໄປໄກກ່ອນ

ວຽງຈັນເປັນ 50 ປີ.

__________________
Anonymous#7

Date:

ເງິນກີບວຽງຈັນມີ 13 ປະເທດຄ້ຳປະກັນ ອາເມຣິກາກໍ່ແມ່ນປະເທດນຶ່ງໃນຈຳນວນ 13 ປະເທດນັ້ນ.

ຂ້ອຍກໍ່ເງິນໄດ້ຍິນຜູ່ໃຫຍ່ລົມກັນເລື່ອງເງິນທະຫານຜີ ມີແທ້ຄວາມບໍ່ໂປ່ງໃສຫັ້ນ, ກໍ່ຍ້ອນເປັນແນວ

ນັ້ນລະ ທະຫານຊັ້ນຜູ່ນ້ອຍຈຶ່ງຫຼົງເຊື່ອການປຸກຣະດົມຂົນຂວາຍຂອງແນວລາວລຸກຂຶ້ນຂັບໄລ່ເຈົ້າ

ນາຍຂອງຕົນໃນຕົ້ນປີ 1975.

__________________
Anonymous

Date:

Anonymous#7 wrote:

ບໍ່ຄວນເອົາຄວາມບິດເບືອນອອກມາເວົ້າເພາະຈະບໍ່ເປັນການດີສຳຫຼັບຜູ້ທີ່ບໍ່ຕ້ອງການຮຽນຮູ້ປະຫວັດຂອງສົງຄາມກາງເມືອງຫຼື

Civil war ຂອງປະເທດລາວ. ບໍ່ມີໃນປະຫວັດທີ່ທະຫານຊັ້ນຜູ່ນ້ອຍຖືກການປຸກລະດົມຂອງແນວລາວແລ້ວລຸກຂຶ້ນຊັບໄລ່ເຈົ້າ

ນາຍຂອງຕົນເອງໃນຄົ້ນປີ 1975. ທ່ານອາດບໍ່ຮູ້ຮອດວ່າຂະບວນການປະທ້ວງນັ້ນເກີດຂຶ້ນຈາກອົງການໃດ ແມ່ນໃຜເປັນຜູ່ຢູ່

ເບື້ອງຫຼັງແລະເລີ່ມຕົ້ນມາແຕ່ປີໃດ? ທະຫານບໍ່ມີສ່ວນກ່ຽວຂ້ອງແລະບໍ່ໄດ້ເຂົ້າຮ່ວຂະບວນການປະທ້ວງນັ້ນເລີຍ  ແລະການປະ

ທ້ວງກໍເລີ່ມຕົ້ນແຕ່ຕົ້ນປີ 74 ພຸ້ນ ຊຶ່ງເກີດຂຶ້ນຈາກສະຫະພັນນັກສຶກສາແຂວງຄົງເຊໂດນຫຼືປາກເຊໂດຍການຳຂອງກຸ່ມ21ອົງ

ການ ທີ່ຂົບໄລ່ຄອບຄົວ ນະຈຳປາສັກ ອອກຈາກປະເທດ, ຊຶ່ງໃນຂະນະນັ້ນແມ່ນ ເຈົ້າ ສີສຸກ ນະຈຳປາສັກ ເປັນລັດຖະມົນຕີປ້ອງ

ກັນປະເທດ. ຫຼັງຈາກນັ້ນກໍມີການປະທ້ວງໄລ່ກຸ່ມ ຊະນະນິກອນ ທີ່ຢູ່ວຽງຈັນໃຫ້ອອກນອກປະເທດໂດຍສະຫະພັນນັກສຶກສາຫຼື

21ອົງການເໝືອນເດີມ ຊຶ່ງມີຜູ້ທີ່ມີອຳນາດທາງການເມືອງຂອງຝ່າຍວຽງຈັນເປັນຜູ່ຢູ່ເບື້ອງຫຼັງທັງໝົດ ນອກຈາກນີ້ແລ້ວຍັງມີ

ຜູ່ນຳນັກການເມືອງທາງຝ່າຍປະເທດລາວໃຫ້ຄວາມສະໜັບສະໜູນສະຫະພັນນັກສຶກສານັ້ນອີກ. ຄຽງຂ້າງກັນການຂັບໄລ່ສອງ

ຕະກູນນີ້ແລ້ວ ສະຫະພັນນັກສຶກສານຳໂດຍ ສະເໝີ ຄຳຮ້ອຍ ອັກຂະເດດ ທີ່ເປັນແກ່ນນຳຍັງໄດ້ຂັບໄລ່ອາເມຣິກັນອອກຍາກລາວ.

ແຕ່ໜ້າເສັຍໃຈ ເມື່ອສະຫະພັນນັກສຶກສາສຳເລັດວຽກງານໃນການຂັບໄລ່ຜູ້ນຳການເມືອງຂວາຈັດໄດ້ແລ້ວ ກໍພາກັນຢູ່ເມືອງລາວ

ບໍ່ໄດ້ເພາະຖືກການໄລ່ລ້າຈາກຜູ້ນຳການເມືອງຂອງຝ່າຍແນວລາວຈຶ່ງໄດ້ພາກັນໂດດລອຍນ້ຳຂອງເຂົ້າໄທໃນປີ 75 ກ່ອນຍຶດອຳນາດ.

__________________
Anonymous#9

Date:

ການປະທ້ວງມີແຕ່ຢູ່ພາກ4 ແລະວຽງຈັນເທົ່ານັ້ນບໍ ພາກອື່ນໆເດບໍ່ມີການເດີນປະທ້ວງເລີຍບໍ?

ສີສຸກ ນະຈຳປາສັກ ມາປະຊຸມກັບທ່ານນາຍພົນສຸດໃຈຫວາຕອນຄຳໄພພານັກຮຽນປະທ້ວງຫັ້ນ?

ທ່ານບົວສອນ ບຸບຜາວັນ ກໍ່ແມ່ນຫົວໜ້າປະທ້ວງຂອງຂະບວນນັກຮຽນໂກແລອັດຕະປື,

ແມ່ນບໍ?

ຕາມທີ່ໄດ້ຍິນເພິ່ນເວົ້າໃຫ້ຟັງ ເພິ່ນພາກັນໄປນອນຂົວປາກເຊປະທ້ວງນາຍທຶນທີ່ກັກຕຸນສິນຄ້າ

ສະນັ້ນ ຈຶ່ງມີລູກເຈົ້າຫູານນາຍຫຼາຍຄົນເຂົ້າຮ່ວມເດີນຂະບວນ, ແຕ່ເມື່ອນັກຮຽນມາເຕົ້າໂຮມ

ກັນໝົດແລ້ວເຂົາກໍ່ພາກັນແຫ່ໄປໄລ່ເຈົ້າແຂວງສີໂຣໂຣດ ແລະເຈົ້ານາຍຄົນອື່ນໆ.

ແມ່ນແນວນັ້ນບໍ?

ເຂົາວ່າ ນັກສືບໃຫຍ່ໃນເມືອງປາກເຊແມ່ນບັກພັນຜີບ້າທີ່ເລາະຮ້ອງເພງຂໍເງິນຕາມຕະລາດ

ແລະເພັດຊະຣາໜ້າມີນິດກະຕ່າຍ, ຍຶດອຳນາດໄດ້ແລ້ວ ບັກພັນກໍ່ໄດ້ຂັດປືນສັ້ນ ແລະອີ່ນາຍ

ເພັດຊະຣາກໍ່ໄດ້ກາຍເປັນຫົວໜ້າແມ່ຍິງແຂວງຈຳປາສັກ. ແມ່ນບໍ?

__________________
Anonymous

Date:

Anonymous wrote:

ບໍ່ເຄີຍມີທີ່ຣາຊະການທີ່ຈະບໍ່ໄດ້ເງິນເດືອນເປັນ 5-6 ເດືອນ ແມ້ແຕ່ເດືອນດຽວກໍຍັງ

ບໍ່ມີເຫດການລັດຖະບານເປັນໜີ້ຂ້າຣາຊະການກ່ອນ 75. ເງິນກີບກໍເປັນລາຄາອີກ

$1 ສຫຣ = 500 ກີບ

100 ກີບ = 4 ບາດ ໄທ.

ຄຳບາດໜຶ່ງ 1800 ກີບ - 2200 ກີບ.

ພວກພີ່ນ້ອງຄົນໄທອິສານແມ່ນພາກັນຫລັ່ງເຂົ້າມາທຳມາຄ້າຂາຍຢູ່ລາວເປັນໝື່ນເປັນແສນ

ແລະກໍຕັ້ງຖິ່ນຖານຢູ່ເປັຍປະຊາຊົນລາວຖາວອນເລີຍ ດັ່ງພວກພີ່ນ້ອງບ້ານຮ່ອງສຸພາບ(ອະດີດ

ບ້ານຮ່ອງລົ້ວກ່ອນ75) ເມືອງນ້ອຍຊຽງດາ ນາຄວາຍ ດົງກະລຶມ ທີ່ຕັ້ງເປັນກ້ອນເປັນກຸ່ມ ກາຍ

ນັ້ນກໍຢາຍກັນໄປທຸກບ້ານທຸກເມືອງ. ຍ້ອນເສດຖະກິດລາວກ່ອນ 75 ນັ້ນດີກ່ອນໄທອິສານ ຄົນ

ຈຶ່ງຫຼັ່ງກັນເຂົ້າມາ ແລະລັດຖະບານກໍໃຫ້ຄວາມຊ່ວຍເຫຼືອໃຫ້ຄວາມສະດວກທຸກຢ່າງ. ວຽງຈັນກ່ອນ

75 ນັ້ນໃຫຍ່ແລະຈະເລີນກ່ອນອຸດອນຂອນແກ່ນ ອັນໜອງຄາຍບໍ່ໃຫ້ກ່າວໄກກັນປານຟ້າ, ແຕ່ດຽວ

ນີ້ວຽງຈັນໄກກ່ອນໜອງຄາຍ ຄິດມາແລ້ວອາຍອຸດອນຂອນແກ່ນແລະໜອງຄາຍທີ່ເຂົາໄປໄກກ່ອນ

ວຽງຈັນເປັນ 50 ປີ.

 You forgot Nong Beuk and Nong Nieng Num Der Ai.

 ແມ່ນແລ້ວ ບ້ານໜອງໜ່ຽງ ໜອງບຶກ ແລະຢູ່ທາງໃນກຳແພງນະຄອນວຽງຈັນອີກ ກໍມີບ້ານໂນນຕານ

ໜອງດ້ວງທີ່ເປັນບ້ານຂອງພີ່ນ້ອງລາວຈາກອິສານມາຢູ່.

__________________
Anonymous

Date:

***

ພໍ່ຕູ້ບ້ານຂ້ອຍ

ມັກຫລອຍ ໄປທ່ຽວ ໂນນຕານ ເລື້ອຍໆ

ຂີ່ຣົຖຖີບ ເປີ-ໂຊ ພຸ້ນເດີ {ຈິ-ໂກະ ຍຸກບູຮານ ຂອງລາວ}

ລາວອ້າງວ່າ

ໄປໂນນຕານ ເພື່ອຢືດ ເອັນ-ແອວ

__________________
Anonymous

Date:

ພໍ່ຕູ້ເຜີຍເລົ່າສູ່ຟັງວ່າ: ສະໄໝລະບອບເກົ່າ ພວກ ພງ ການເງີນ

ແລະ ຂ້າຣາດຊະການ ພາກັນສ້າງບັນຊີເງີນເດືອນປອມ ມີແຕ່

ຊື່ຜີ ສ່ວນຄົນແມ່ນບໍ່ໄດ້ຮັບ

__________________
Anonymous

Date:

ຂ້າຣາຊການບໍ່ມີເງິນຜີດອກ ທະຫານຜີຫັ້ນມີຢູ່, ພວກທີ່ຫຼັກໂລບກິນເງິນອາເມຣິກາແມ່ນຄົນ

ຂອງພວກອ້າຍນ້ອງສົ່ງເຂົ້າມາເຄື່ອນໄຫວໃນຖັນແຖວກອງທັບ. ນອກຈາກຫຼັກໂລບເງິນ

ອາເມຣິກາແລ້ວ ພວກນີ້ຍັງສວຍໃຊ້ອຳນາດທຳການຄ້າກັບພວກແນວລາວອີກດ້ວຍ ຍ້ອນພວກ

ທໍລະຍົດນີ້ລະ ບ້ານເມືອງຈຶ່ງແຕກເປັນສ່ຽງໆ.

__________________
Anonymous

Date:

ສະໃຫມນັ້ນໃຜແດ່ເຄີຍໄປປ່າກວ້ຍ

ຕິດໂລກເປັນປະຈຳ

__________________
Anonymous

Date:

Anonymous wrote:

ຂ້າຣາຊການບໍ່ມີເງິນຜີດອກ ທະຫານຜີຫັ້ນມີຢູ່, ພວກທີ່ຫຼັກໂລບກິນເງິນອາເມຣິກາແມ່ນຄົນ

ຂອງພວກອ້າຍນ້ອງສົ່ງເຂົ້າມາເຄື່ອນໄຫວໃນຖັນແຖວກອງທັບ. ນອກຈາກຫຼັກໂລບເງິນ

ອາເມຣິກາແລ້ວ ພວກນີ້ຍັງສວຍໃຊ້ອຳນາດທຳການຄ້າກັບພວກແນວລາວອີກດ້ວຍ ຍ້ອນພວກ

ທໍລະຍົດນີ້ລະ ບ້ານເມືອງຈຶ່ງແຕກເປັນສ່ຽງໆ.

 Yes Sir, there was a corrupted in Centrist,  Nuetral and rightists government too. 

For example: Colonel Sompeth Sotfavanh,

Who replaced General Kong Le as commander-in -Chief of the centrist army on March 20, 1967, was a very different sort a man. following the example of set by the rightist Generals, he obtained the funds to build a large concrete house in Vientiane, Something General Kong Le had never had or needed.  It was wildly said in Vientiane that the price of Colonel Sompeth's agreement to the integration of the Centrist army was $20,000 and the King's commission that legalized his grade. Nevertheless,  When the communist captured Muong Soui in June 1969, It was revealed that half of the soldiers on Colonel Sompheth's payroll were nonexistent. See that !!! As result of this scandal, Prince Sengsouvanh Souvannarath , Son of former  Prime Minister Souvannarath and a nephew  of Souvanna Phouma. was brought back from Paris. promoted to the rank of General, ( I don't know if this Prince have ever had train in the Battle field ) Anyway, and they placed him in command of the Centrist army over Sompeth. The planned integration of the centrists and rightists never materialized; Morale among the centrist troops , however, declined, and corruption spread like wildfire through the ranks, eroding the old discipline that General Kong Le had one instilled.

I can go on and on Both PDR's and Royal Governments about corruption but i don't want to bring it up just to make my fellow laonai and laonoks fight over in 30 or 40 something years.

And I also would like to apologize to to Colonel Sompeth's families or his descendant that live in or outside the country, this is not something i like to embarrass your family or something, Please understand what i try to do here...

Most information i knew about our country LAOS, I Obtained or got it from U.S.Defense library Department.

I don't like to hear people talk or rumour about it...

PS; Young New Generation.

__________________
Anonymous#909

Date:

ຂອບໃຈຄົນຮຸ່ນໃໝ່ Young Generation ທີ່ບໍ່ປະສົງອອກນາມ Anonymous

ທີ່ໄດ້ຍົກປະຫວັດຂອງທ່ານສົມເພັດຂຶ້ນມາອ້າງອີງ, ກ່ອນປີ 1975 ຂ້ອຍກໍ່ເປັນ

ພຽງເດັກນ້ອຍແກ້ສົ້ງອາບນ້ຳປ່ອງລໍ່ຍາມຝົນຕົກ ບໍ່ຮູ້ຂີ້ໝາຕາປາເພັ້ຽຫຍັງ

ໄດ້ຍິນແຕ່ຜູ່ໃຫຍ່ລົມກັນໃນສະພາກາເຟກໍ່ເອົາມາເວົ້າຕໍ່, ຂໍໂທດຫຼາຍໆເດີ.

ສຳລັບນາຍທະຫານພາກ4 ກໍ່ໄດ້ມີການຊ່າລືກັນວ່າທ່ານນັ້ນນາຍພົນນີ້ກິນເງິນ

ທະຫານຜີ ຂາຍອາວຸດສົງຄາມຂ້າມແດນ, ແມ່ນຄວາມຈິງບໍ່ທ່ານ?

ແລະຢູ່ໃນຍຸກ ສປປ ລາວ, ທ່ານນາຍພົນແຈ້ງ ໄຊຍະວົງ ຂາຍໄມ້ກິນ, ແມ່ນບໍ່?

__________________
Anonymous

Date:

 Yes Sir, there was a corrupted in Centrist,  Nuetral and rightists government too. 

For example: Colonel Sompeth Sotfavanh,

Who replaced General Kong Le as commander-in -Chief of the centrist army on March 20, 1967, was a very different sort a man. following the example of set by the rightist Generals, he obtained the funds to build a large concrete house in Vientiane, Something General Kong Le had never had or needed.  It was wildly said in Vientiane that the price of Colonel Sompeth's agreement to the integration of the Centrist army was $20,000 and the King's commission that legalized his grade. Nevertheless,  When the communist captured Muong Soui in June 1969, It was revealed that half of the soldiers on Colonel Sompheth's payroll were nonexistent. See that !!! As result of this scandal, Prince Sengsouvanh Souvannarath , Son of former  Prime Minister Souvannarath and a nephew  of Souvanna Phouma. was brought back from Paris. promoted to the rank of General, ( I don't know if this Prince have ever had train in the Battle field ) Anyway, and they placed him in command of the Centrist army over Sompeth. The planned integration of the centrists and rightists never materialized; Morale among the centrist troops , however, declined, and corruption spread like wildfire through the ranks, eroding the old discipline that General Kong Le had one instilled.

I can go on and on Both PDR's and Royal Governments about corruption but i don't want to bring it up just to make my fellow laonai and laonoks fight over in 30 or 40 something years.

And I also would like to apologize to to Colonel Sompeth's families or his descendant that live in or outside the country, this is not something i like to embarrass your family or something, Please understand what i try to do here...

Most information i knew about our country LAOS, I Obtained or got it from U.S.Defense library Department.

I don't like to hear people talk or rumour about it...

PS; Young New Generation.

 ຖ້າທ່ານບໍ່ຮູ້ຄວາມຈິງກໍບໍ່ຄວນນຳເອົາອອກມາເຜີຍແຜ່ຕໍ່ສັງຄົມເພາະຈະເປັນຂໍ້ຄວາມຫລືປວັດສາດແບບຜິດໆທີ່ຄົນ

ຜູ້ທີ່ຢາກສຶກສາປວັດການທະຫານຫຼືສົງຄາມກາງເມືອງຂອງລາວຈະເກັບກຳເອົາຂໍ້ຄວາມທີ່ທ່ານຂຽນອອກມາແບບຜິດໆ

ນີ້ໄປເຜີຍແຜ່ຕໍ່ຜູ້ອື່ນຕໍ່ໄປ. ທ່ານຄົງກ່າວເຖິງທ່ານພັນເອກ ສົມເພັດ ສົດສວັນ ( ບໍ່ແມ່ນ ສັດຝະວັນຄືທ່ານຂຽນອອກ)

ລູກນ້ອງຂອງກອງແລທີ່ວັງວຽງແມ່ນບໍ່? ທ່ານພັນເອກ ສົມເພັດ ສົດສວັນ ແລະ ພັນໂທ ແພງ ກ້ຽວສຸຫວັດເປັນມືຊ້າຍ

ແລະມືຂວາຂອງກອງແລໄດ້ທຳການປະຕິວັດໄລ່ກອງແລອອກຈາກວັງວຽງໃນປີ 1967 ດ້ວຍການໜູນຫຼັງຂອງສເດັດເຈົ້າ

ສຸວັນະພູມາ. ເມື່ອກອງແລຖືກເນຣະເທດໄປຢູ່ມາເລເຊັຍແລ້ວ ພັນເອກ ສົມເພັດ ສົດສວັນ ກໍຂຶ້ນແທນກອງແລແລະກໍ

ຟອນກຳລັງເປັນກາງທີ່ຍັງເຫຼືອຢູ່ທີ່ວັງວຽງນັ້ນເຂົ້າເປັທະຫານຝ່າຍຂວາ.

ເຣື່ອງທີ່ວ່າມີລາຍຊື່ທະຫານຜີນັ້ນ ພັນເອກສົມເພັດ ສັດສວັນບໍ່ໄດ້ມີສ່ວນກ່ຽວຂ້ອງ ເພາະເພິ່ນຖືກເສັຍຊີວິດດ້ວຍຍົບເຮ

ລີຄອບເຕີຕົກຕອນເພິ່ນພາກັນໄປປິກນິກຢູ່ສາມໝື່ນເມືອງເຟືອງໃນປີ 1969 ພຽງສອງປີທີ່ເພິ່ນເຮັດປະຕິວັດເນຣະເທດ

ກອງແລອອກຈາກວັງວຽງ. ຫລັງຈາກ ພັນເອກສົວເພັດ ສົດສວັນ ເສັຍຊີວິດແລ້ວ ພັນໂທ ແພງ ກ້ຽວສຸຫວັດ ກໍຂຶ້ນກຳໜ້າ

ທີ່ແທນ. ຜູ້ທີ່ມີການອື້ສາວເຣື່ອງບັນຊີທະຫານຜີທີ່ທາງສານທະຫານກວດພົບນັ້ນແມ່ນທະຫານຂອງກອມມັງດັງຫຼືພັນຕຣີ

ສິງກອກແລະກັບແຕັນເຄືອບ ຊຶ່ງມີພັນໂທພັນ ໂນລາ ເປັນຜູ້ບັນຊາການ ແລະທະຫານພວກນີ້ກໍບໍ່ແມ່ນທະຫານຂອງກອງ

ແລຫຼືເປັນກາງ ເປັນພວກເຊດຍ່ອຍ 58 ວັງວຽງ. ຄາໂນ ສິງກອກ ເປັນໄສ້ເສິກຂອງແນວລາວຮັກຊາດ ແລະໃຊ້ບັນຊີທະຫານ

ຜີເບີກທັງເງິນເດືອນ ສະບຽງອາຫານ ອາວຸດສົງຄາມ ແລ້ວກໍນຳເອົາໄປໃຫ້ພວກແນວລາວໂດຍມີແຜນການໃຫ້ແນວລາວຮັກ

ຂາດມາຕີຄ້າຍຢູ່ແນວໜ້າແລ້ວທຳທ່າແຕກເພື່ອສະເນີທາງກະຊວງ ປກປທ ເພື່ອຍື່ນຂໍເງິນຄ່າຫົວແລະງົບມາເຜີ້ມກອງກຳລັງ

ທີ່ຖືກທຳລາຍໄປ.  ຄາໂນ ສິງກອກ ໄດ້ເຮັດຕາມແຜນນີ້ມາແຕ່ປີ 1963 ຈົນຮອດ 73 ພາຍຫລັງສັນຍາສັນຕິພາບມີຜົນໃຊ້

ໃນປີນັ້ນ. ໃນປີ 1975 ພາຍຫຼັງຝ່າຍແນວລາວຮັກຊາດປະກາດຍຶດອຳນາດ ຄາໂນ ສິງກອກ ໄດ້ຂັດປືນສັ້ນ ແລະມີຣົດຍິບຫະ

ຫານຈີນຄົນຊັບແລະບາດີກາດສອງຄົນຮີ່ຣົດແອ່ນຈຸ້ເສີຍຢູ່ວັງວຽງ ສ່ວນນາຍທະຫານແລະທະຫານຄົນອື່ນແມ່ຖືກສົ່ງໄປສັມະນາ

ຢູ່ເມືອງວຽງໄຊໝົດ.

( ຖ້າທ່ານນຽນເຣື່ອງຂອງ ພັນເອກ ສົວເພັດ ສັດຝະວັນ ຫຼື ບໍ່ແມ່ນ ສົມເພັດ ສັດສວັນ ຂ້ອຍຂໍໄທດນຳ. ແຕ່ຂ້ອຍຄິດວ່າຖ້າມີ

ກໍລະນີກ່ຽວຂອ້ງກັບ ນພ ກອງແລ ກໍມີແຕ່ ພັນເອກ ສົມເພັດ ສັດສວັນ ແລະ ແພງ ກ້ຽວສຸຫວັດ ທີ່ຢູ່ວັງວຽງເທົ່ານັ້ນ.

ດ້ວຍຄວາມຮັກແພງ............

__________________
Anonymous

Date:

ພີ່ນ້ອງລາວໃນທີ່ເກີດພາຍຫຼັງປີ 75 ຈົ່ງຟັງທາງນີ້, ຢ່າດູຖູກດູໝິ່ນຄົນຝ່າຍວຽງຈັນ

ກ່ອນ 75 ເດີ້ ເພາະຫລັງຈາກປົດປ່ອຍປີ 75 ມາເຖິງ 85 ນັ້ນ ຝ່າຍແນວລາວຫຼືລັດຖະບານ

ສປປ ລາວ ແມ່ນໄດາອາສັຍຜູ້ຄົນຝ່າຍວຽງຈັນນີ້ທຸກໆກະຊວງ ຍົກເວັ້ນ ກະຊວງປ້ອງກັນຊາດ

ຫຼືຝ່າຍທະຫານ. ຂໍຍົກຕົວຢ່າງການກິລາ ທິມຊາດທຸກປະເພດກິລາເປັນຄົນເກົ່າຝ່າຍວຽງຈັນ

ໝົດ ກະຊວງການຕ່າງປະເທດ ແລະສຶກສາກໍແມ່ນຄົນເກົ່າຝ່າຍວຽງຈັນໝົດຄືກັນ ຍົກເວັ້ນ

ລັດຖະມົນຕີ ແລະ ຮອງ ເປັນຄົນແນວລາວໝົເ ແຕ່ຂຽນແລະອ່ານພາສາລາວຍັງບໍ່ຕົກ.

__________________
Anonymous

Date:

Anonymous wrote:

 Yes Sir, there was a corrupted in Centrist,  Nuetral and rightists government too. 

For example: Colonel Sompeth Sotfavanh,

Who replaced General Kong Le as commander-in -Chief of the centrist army on March 20, 1967, was a very different sort a man. following the example of set by the rightist Generals, he obtained the funds to build a large concrete house in Vientiane, Something General Kong Le had never had or needed.  It was wildly said in Vientiane that the price of Colonel Sompeth's agreement to the integration of the Centrist army was $20,000 and the King's commission that legalized his grade. Nevertheless,  When the communist captured Muong Soui in June 1969, It was revealed that half of the soldiers on Colonel Sompheth's payroll were nonexistent. See that !!! As result of this scandal, Prince Sengsouvanh Souvannarath , Son of former  Prime Minister Souvannarath and a nephew  of Souvanna Phouma. was brought back from Paris. promoted to the rank of General, ( I don't know if this Prince have ever had train in the Battle field ) Anyway, and they placed him in command of the Centrist army over Sompeth. The planned integration of the centrists and rightists never materialized; Morale among the centrist troops , however, declined, and corruption spread like wildfire through the ranks, eroding the old discipline that General Kong Le had one instilled.

I can go on and on Both PDR's and Royal Governments about corruption but i don't want to bring it up just to make my fellow laonai and laonoks fight over in 30 or 40 something years.

And I also would like to apologize to to Colonel Sompeth's families or his descendant that live in or outside the country, this is not something i like to embarrass your family or something, Please understand what i try to do here...

Most information i knew about our country LAOS, I Obtained or got it from U.S.Defense library Department.

I don't like to hear people talk or rumour about it...

PS; Young New Generation.

 ຖ້າທ່ານບໍ່ຮູ້ຄວາມຈິງກໍບໍ່ຄວນນຳເອົາອອກມາເຜີຍແຜ່ຕໍ່ສັງຄົມເພາະຈະເປັນຂໍ້ຄວາມຫລືປວັດສາດແບບຜິດໆທີ່ຄົນ

ຜູ້ທີ່ຢາກສຶກສາປວັດການທະຫານຫຼືສົງຄາມກາງເມືອງຂອງລາວຈະເກັບກຳເອົາຂໍ້ຄວາມທີ່ທ່ານຂຽນອອກມາແບບຜິດໆ

ນີ້ໄປເຜີຍແຜ່ຕໍ່ຜູ້ອື່ນຕໍ່ໄປ. ທ່ານຄົງກ່າວເຖິງທ່ານພັນເອກ ສົມເພັດ ສົດສວັນ ( ບໍ່ແມ່ນ ສັດຝະວັນຄືທ່ານຂຽນອອກ)

ລູກນ້ອງຂອງກອງແລທີ່ວັງວຽງແມ່ນບໍ່? ທ່ານພັນເອກ ສົມເພັດ ສົດສວັນ ແລະ ພັນໂທ ແພງ ກ້ຽວສຸຫວັດເປັນມືຊ້າຍ

ແລະມືຂວາຂອງກອງແລໄດ້ທຳການປະຕິວັດໄລ່ກອງແລອອກຈາກວັງວຽງໃນປີ 1967 ດ້ວຍການໜູນຫຼັງຂອງສເດັດເຈົ້າ

ສຸວັນະພູມາ. ເມື່ອກອງແລຖືກເນຣະເທດໄປຢູ່ມາເລເຊັຍແລ້ວ ພັນເອກ ສົມເພັດ ສົດສວັນ ກໍຂຶ້ນແທນກອງແລແລະກໍ

ຟອນກຳລັງເປັນກາງທີ່ຍັງເຫຼືອຢູ່ທີ່ວັງວຽງນັ້ນເຂົ້າເປັທະຫານຝ່າຍຂວາ.

ເຣື່ອງທີ່ວ່າມີລາຍຊື່ທະຫານຜີນັ້ນ ພັນເອກສົມເພັດ ສັດສວັນບໍ່ໄດ້ມີສ່ວນກ່ຽວຂ້ອງ ເພາະເພິ່ນຖືກເສັຍຊີວິດດ້ວຍຍົບເຮ

ລີຄອບເຕີຕົກຕອນເພິ່ນພາກັນໄປປິກນິກຢູ່ສາມໝື່ນເມືອງເຟືອງໃນປີ 1969 ພຽງສອງປີທີ່ເພິ່ນເຮັດປະຕິວັດເນຣະເທດ

ກອງແລອອກຈາກວັງວຽງ. ຫລັງຈາກ ພັນເອກສົວເພັດ ສົດສວັນ ເສັຍຊີວິດແລ້ວ ພັນໂທ ແພງ ກ້ຽວສຸຫວັດ ກໍຂຶ້ນກຳໜ້າ

ທີ່ແທນ. ຜູ້ທີ່ມີການອື້ສາວເຣື່ອງບັນຊີທະຫານຜີທີ່ທາງສານທະຫານກວດພົບນັ້ນແມ່ນທະຫານຂອງກອມມັງດັງຫຼືພັນຕຣີ

ສິງກອກແລະກັບແຕັນເຄືອບ ຊຶ່ງມີພັນໂທພັນ ໂນລາ ເປັນຜູ້ບັນຊາການ ແລະທະຫານພວກນີ້ກໍບໍ່ແມ່ນທະຫານຂອງກອງ

ແລຫຼືເປັນກາງ ເປັນພວກເຊດຍ່ອຍ 58 ວັງວຽງ. ຄາໂນ ສິງກອກ ເປັນໄສ້ເສິກຂອງແນວລາວຮັກຊາດ ແລະໃຊ້ບັນຊີທະຫານ

ຜີເບີກທັງເງິນເດືອນ ສະບຽງອາຫານ ອາວຸດສົງຄາມ ແລ້ວກໍນຳເອົາໄປໃຫ້ພວກແນວລາວໂດຍມີແຜນການໃຫ້ແນວລາວຮັກ

ຂາດມາຕີຄ້າຍຢູ່ແນວໜ້າແລ້ວທຳທ່າແຕກເພື່ອສະເນີທາງກະຊວງ ປກປທ ເພື່ອຍື່ນຂໍເງິນຄ່າຫົວແລະງົບມາເຜີ້ມກອງກຳລັງ

ທີ່ຖືກທຳລາຍໄປ.  ຄາໂນ ສິງກອກ ໄດ້ເຮັດຕາມແຜນນີ້ມາແຕ່ປີ 1963 ຈົນຮອດ 73 ພາຍຫລັງສັນຍາສັນຕິພາບມີຜົນໃຊ້

ໃນປີນັ້ນ. ໃນປີ 1975 ພາຍຫຼັງຝ່າຍແນວລາວຮັກຊາດປະກາດຍຶດອຳນາດ ຄາໂນ ສິງກອກ ໄດ້ຂັດປືນສັ້ນ ແລະມີຣົດຍິບຫະ

ຫານຈີນຄົນຊັບແລະບາດີກາດສອງຄົນຮີ່ຣົດແອ່ນຈຸ້ເສີຍຢູ່ວັງວຽງ ສ່ວນນາຍທະຫານແລະທະຫານຄົນອື່ນແມ່ຖືກສົ່ງໄປສັມະນາ

ຢູ່ເມືອງວຽງໄຊໝົດ.

( ຖ້າທ່ານນຽນເຣື່ອງຂອງ ພັນເອກ ສົວເພັດ ສັດຝະວັນ ຫຼື ບໍ່ແມ່ນ ສົມເພັດ ສັດສວັນ ຂ້ອຍຂໍໄທດນຳ. ແຕ່ຂ້ອຍຄິດວ່າຖ້າມີ

ກໍລະນີກ່ຽວຂອ້ງກັບ ນພ ກອງແລ ກໍມີແຕ່ ພັນເອກ ສົມເພັດ ສັດສວັນ ແລະ ແພງ ກ້ຽວສຸຫວັດ ທີ່ຢູ່ວັງວຽງເທົ່ານັ້ນ.

ດ້ວຍຄວາມຮັກແພງ............

 Would'ya excuse, May i ask you a person who wrote in Lao Language ?  What are you to to Colonel Sompeth ? relatives ? Brother, Sister ? Nephew, Niece ? Son Daughter ? or you're his a plentices back then ?

__________________
Anonymous

Date:

ໄປກ່ຽວເຂົ້ນນາແຊງຊ່ວຍພໍ່ຕູ້ຍືນມື້ວານນີ້ ເພີ່ນເລົ່າສູ່ຟັງວ່າ: ໃນສະໄໝກ່ອນ 1975ນັ້ນ

ພວກຂ້າລາຊະການພາກັນຕົວະເອົາເງີນເດືອນເພີ່ມນຳລັດຖະບານທຸກຮູບແບບວ່າຊັ້ນ, ເຊັ່ນ:

ທ້າວ ກ ມີພັນລະຍາແລ້ວ ແຕ່ບໍ່ທັນມີລູກ ຫຼືວ່າມີກໍ່ພຽງແຕ່ 1 ຄົນ, ແຕ່ຕົວະວ່າມີລູກຮອດ

3 ຫຼື 4ຄົນ ເພື່ອໄດ້ເງີນລູກຕື່ມ

 ອາດຈະມີກໍຣະນີນີ້ ແຕ່ຄົງບໍ່ເປັນຂະບວນຄືປາກົດການຫຍໍ້ທໍ້ທີ່ເຫັນໃນປັດຈຸບັນ.

__________________
Anonymous

Date:

 ຖ້າທ່ານບໍ່ຮູ້ຄວາມຈິງກໍບໍ່ຄວນນຳເອົາອອກມາເຜີຍແຜ່ຕໍ່ສັງຄົມເພາະຈະເປັນຂໍ້ຄວາມຫລືປວັດສາດແບບຜິດໆທີ່ຄົນ

ຜູ້ທີ່ຢາກສຶກສາປວັດການທະຫານຫຼືສົງຄາມກາງເມືອງຂອງລາວຈະເກັບກຳເອົາຂໍ້ຄວາມທີ່ທ່ານຂຽນອອກມາແບບຜິດໆ

ນີ້ໄປເຜີຍແຜ່ຕໍ່ຜູ້ອື່ນຕໍ່ໄປ. ທ່ານຄົງກ່າວເຖິງທ່ານພັນເອກ ສົມເພັດ ສົດສວັນ ( ບໍ່ແມ່ນ ສັດຝະວັນຄືທ່ານຂຽນອອກ)

ລູກນ້ອງຂອງກອງແລທີ່ວັງວຽງແມ່ນບໍ່? ທ່ານພັນເອກ ສົມເພັດ ສົດສວັນ ແລະ ພັນໂທ ແພງ ກ້ຽວສຸຫວັດເປັນມືຊ້າຍ

ແລະມືຂວາຂອງກອງແລໄດ້ທຳການປະຕິວັດໄລ່ກອງແລອອກຈາກວັງວຽງໃນປີ 1967 ດ້ວຍການໜູນຫຼັງຂອງສເດັດເຈົ້າ

ສຸວັນະພູມາ. ເມື່ອກອງແລຖືກເນຣະເທດໄປຢູ່ມາເລເຊັຍແລ້ວ ພັນເອກ ສົມເພັດ ສົດສວັນ ກໍຂຶ້ນແທນກອງແລແລະກໍ

ຟອນກຳລັງເປັນກາງທີ່ຍັງເຫຼືອຢູ່ທີ່ວັງວຽງນັ້ນເຂົ້າເປັທະຫານຝ່າຍຂວາ.

ເຣື່ອງທີ່ວ່າມີລາຍຊື່ທະຫານຜີນັ້ນ ພັນເອກສົມເພັດ ສັດສວັນບໍ່ໄດ້ມີສ່ວນກ່ຽວຂ້ອງ ເພາະເພິ່ນຖືກເສັຍຊີວິດດ້ວຍຍົບເຮ

ລີຄອບເຕີຕົກຕອນເພິ່ນພາກັນໄປປິກນິກຢູ່ສາມໝື່ນເມືອງເຟືອງໃນປີ 1969 ພຽງສອງປີທີ່ເພິ່ນເຮັດປະຕິວັດເນຣະເທດ

ກອງແລອອກຈາກວັງວຽງ. ຫລັງຈາກ ພັນເອກສົວເພັດ ສົດສວັນ ເສັຍຊີວິດແລ້ວ ພັນໂທ ແພງ ກ້ຽວສຸຫວັດ ກໍຂຶ້ນກຳໜ້າ

ທີ່ແທນ. ຜູ້ທີ່ມີການອື້ສາວເຣື່ອງບັນຊີທະຫານຜີທີ່ທາງສານທະຫານກວດພົບນັ້ນແມ່ນທະຫານຂອງກອມມັງດັງຫຼືພັນຕຣີ

ສິງກອກແລະກັບແຕັນເຄືອບ ຊຶ່ງມີພັນໂທພັນ ໂນລາ ເປັນຜູ້ບັນຊາການ ແລະທະຫານພວກນີ້ກໍບໍ່ແມ່ນທະຫານຂອງກອງ

ແລຫຼືເປັນກາງ ເປັນພວກເຊດຍ່ອຍ 58 ວັງວຽງ. ຄາໂນ ສິງກອກ ເປັນໄສ້ເສິກຂອງແນວລາວຮັກຊາດ ແລະໃຊ້ບັນຊີທະຫານ

ຜີເບີກທັງເງິນເດືອນ ສະບຽງອາຫານ ອາວຸດສົງຄາມ ແລ້ວກໍນຳເອົາໄປໃຫ້ພວກແນວລາວໂດຍມີແຜນການໃຫ້ແນວລາວຮັກ

ຂາດມາຕີຄ້າຍຢູ່ແນວໜ້າແລ້ວທຳທ່າແຕກເພື່ອສະເນີທາງກະຊວງ ປກປທ ເພື່ອຍື່ນຂໍເງິນຄ່າຫົວແລະງົບມາເຜີ້ມກອງກຳລັງ

ທີ່ຖືກທຳລາຍໄປ.  ຄາໂນ ສິງກອກ ໄດ້ເຮັດຕາມແຜນນີ້ມາແຕ່ປີ 1963 ຈົນຮອດ 73 ພາຍຫລັງສັນຍາສັນຕິພາບມີຜົນໃຊ້

ໃນປີນັ້ນ. ໃນປີ 1975 ພາຍຫຼັງຝ່າຍແນວລາວຮັກຊາດປະກາດຍຶດອຳນາດ ຄາໂນ ສິງກອກ ໄດ້ຂັດປືນສັ້ນ ແລະມີຣົດຍິບຫະ

ຫານຈີນຄົນຊັບແລະບາດີກາດສອງຄົນຮີ່ຣົດແອ່ນຈຸ້ເສີຍຢູ່ວັງວຽງ ສ່ວນນາຍທະຫານແລະທະຫານຄົນອື່ນແມ່ຖືກສົ່ງໄປສັມະນາ

ຢູ່ເມືອງວຽງໄຊໝົດ.

( ຖ້າທ່ານນຽນເຣື່ອງຂອງ ພັນເອກ ສົວເພັດ ສັດຝະວັນ ຫຼື ບໍ່ແມ່ນ ສົມເພັດ ສັດສວັນ ຂ້ອຍຂໍໄທດນຳ. ແຕ່ຂ້ອຍຄິດວ່າຖ້າມີ

ກໍລະນີກ່ຽວຂອ້ງກັບ ນພ ກອງແລ ກໍມີແຕ່ ພັນເອກ ສົມເພັດ ສັດສວັນ ແລະ ແພງ ກ້ຽວສຸຫວັດ ທີ່ຢູ່ວັງວຽງເທົ່ານັ້ນ.

ດ້ວຍຄວາມຮັກແພງ............

 Would'ya excuse, May i ask you a person who wrote in Lao Language ?  What are you to to Colonel Sompeth ? relatives ? Brother, Sister ? Nephew, Niece ? Son Daughter ? or you're his a plentices back then ?

ຂ້ອຍບໍ່ແມ່ນຍາດຕິພີ່ນ້ອງຫຼືລູຫຼານຂອງທ່ານອະດີດ ໂກໂລແນນ ສົມເພັດ ສົດສວັນ ຂ້ອຍເປັນພຽງຄົນລາວຄົນໜຶ່ງທີ່ມັກຮ່ຳຮຽນ

ແລະຄົ້ນຄ້ວາສົງຄາມກາງເມືອງ (Civil War) ຂອງລາວນັບແຕ່ລາວໄດ້ຮັບເອກະຣາດຈາກຝຣັ່ງເສສມາ ກໍເລີຍເສືອກໄປຮູ້ເຣື່ອງທຸກ

ຢ່າງຂອງທາງສາມຝ່າຍ, ຝ່ານແນວລາວຮັກຊາດ ຝ່າຍກາງ ແລະ ຝ່າຂວາ ວ່າເກີດຫຍັງຂຶ້ນຢູ່ໃນປະເທດລາວ ທີ່ພວກທີ່ມີອຳນາດໄດ້

ພາກັນຍາດແຍ່ງຄວາມເປັນໃຫຍ່ຈົນເປັນເຫດໃຫ້ປະເທດລາວຕ້ອງຕົກເປັນສນາມຣົບຂອງສົງຄາມຫວຽດນາມແລະໄດ້ກາຍເປັນປະ

ເທດທີ່ຖືກສະຫະຣັຖຖອກເທຣະເບີດລົງຜືນແຜ່ນດິນນ້ອຍໆຫຼາຍກວ່າຣະເບີດທີ່ສະຫະຣຢຖໃຊ້ທັງໝົດໃນສົງຄາມໂລກຄັ້ງທີ່ສອງ.

ຂໍເລົ່າການເສັຍຊີວິດຂອງທ່ານພັນເອກ ສົວເພັດ ສົດສວັນ ໃຫ້ຟັງເພື່ອໃຫ້ຜູ້ທີ່ຢາກຮູ້ວ່າເພິ່ນເສັຍຊີວິດຍ້ອນອັນໃດ. ໃນຣະດູຮ້ອນ

ຂອງປີ 1969 ທາງກອງບັນຊາການ BV 58 ວັງວຽງທີ່ບັນຊາການໂດຍທ່ານພັນເອກ ສົມເພັດ ແລະ ພັນໂທ ແພງກ້ຽວ ໄດ້ຈັດໄປ

ປິກນິກກັບທ່ານເຈົ້າແຂວງໆວັງວຽງ (ຍຸກນັ້ນວັງວຽງໄດ້ສະຖາປານາຂຶ້ນເປັນແຂວງ) ຊຶ່ງເປັນການສັງສັນຣະຫວ່າງທະຫານແລະຝ່າຍ

ປົກຄອງ. ທາງທະຫານໄດ້ໃຊ້ຍົນເຮລີຄອັບເຕີລຳລຽງທັງຄົນແລະວົງດົນຕຣີຣາບອາກາດວັງວຽງຈາກວັງວຽງໄປສາມໝື່ນເມືອງເຟືອງ

ເປັນສາມສີ່ຖ້ຽວ. ທາງເຈົ້າແຂວງແລະເຈົ້າເມືອງໆວັງວຽງໄປຖ້ຽວທຳອິດແລະຖາມທ່ານພັນເອກສົວເພັດໃຫ້ຮ່ວມໄປໃນຂະບວນດຍວກັນ

ແຕ່ເພິ່ນປະຕິເສດເພາະຢາກໄປຖ້ຽວສຸດທ້າຍເພາະເປັນຖ້ຽວທີ່ລຳລຽງສາວງາມວັງວຽງໄປຮ່ວມປິກນິກໃນຄັ້ງນີ້ດ້ວຍ.

ຖ້ຽວຍົນສຸດທ້າຍທີ່ອອກຈາກວັງວຽງປະມານ 9 ໂມງເຊົ້າຊຶ່ງມີສາວໆ 8 ນາງ, ທ່ານສົມເພັດ ແລະບາດີກາດສອງຄັນ ແລະນາຍຄຣູສອນ

ຢູ່ບ້ານໜອງເປັດນາແຊງຄົນໜຶ່ງທີ່ຮ່ວຂະບວນນັ້ນ. ພໍຍົນໄປເຖິງເມືອງເຟືອງແລະໄກຈາກເດີ່ນທີ່ຍົນຈະລົງປະມານສອງກິໂລແມັດຍົນກໍ

ຕິດຂັດແລະເກີດໄຟໄໝ້ຂຶ້ນທີ່ທ້າຍຍົນຂ້າງໃນແລ້ວລາມໃສ່ທາງຫົວຍົນຢ່າງວ່ອງໄວ. ໃນວາຣະຄວາມເປັນຄວາມຕາຍນັ້ນນັກບິນກໍດັບເຄື່ອງ

ຍົນແລ້ສພະຍາຍາມບັງຂັບຍົນລົງໃສ່ທົ່ງນາ ແລະບອກໃຫ້ຜູ້ໂດຍສານໃຫ້ຢູ່ເປັນປົກກະຕິ. ນາຍບຄຣູໜອງເປັດນາແຊງຜູ້ນັ້ນໄດ້ອອກຈາກ

ຂ້າງໃນຂອງຍົນແລ້ວມາເອົາຕົນເອງກອດຢູ່ຂາຕີນຍົນເພາະໄຟໄດ້ກອບໄໝ້ຢ່າງຮ້າຍເເຮງແລະພວກສາວໆຕ່າງກໍພາກັນສລົບກັນໄປໝົດ

ຍ້ອນຖືກໄຟກອບໄໝ້. ທ່ານພັນເອກສົມເພັດກະໂດດອອກຈາກຍົນເພື່ອຫວັງເອົນຕົນເອງລົງໄປບຶງຊຶ່ງມີຄວາມສູງປະມານ 50 ແມັດ ແຕ່

ຫວິດບຶງທີ່ມີນ້ຳນັ້ນລົງໃສ່ຂອຍສະທີ່ມີນ້ຳຕື້ນ, ພໍລົງເຖິງທີ່ສະນ້ຳນັ້ນເພິ່ນກໍລຸກຂຶ້ນຍ່າງໄປໄດ້ສາມກ້າວກໍລົ້ວລົງແລະເສັຍຊີວິດມນເວລານັ້ນ

ເລີຍ. ຍົນເຈີດຕ່ຳລົງຕ່ຳລົງແລ້ງຜ່ານບຶງໃຫຍ່ໃນນາຄຣູສອນບ້ານໜອງເປັດກໍວາງໂຕຫຼົ່ນລົງຈາກຕີນຍົນສູ່ບຶງແຫ່ງນັ້ນ ຊຶ່ງເຫຼືອຄົນທີ່ມີວິດ

ໄວ້ເລົ່າເຫດການທີ່ເກີດຂຶ້ນ. ຄົນໂດຍສານໃນຍົນຖ້ຽວນັ້ນເຫຼືອຊີວິດພຽງນາຍຄຣູຄົນນັ້ນພຽງຜູ່ດຽວ ກາຍນັ້ນແມ່ເສັຍຊີວິດໝົດພ້ອມດ້ວຍ

ນັກບິນທັງສາມຄົນ.

 Don't ell me, you were the one that only survived on that plane.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard