Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຂ້ອຍອາດຍາ....ໝາວັດ.
Anonymous

Date:
ຂ້ອຍອາດຍາ....ໝາວັດ.


 ເຊີນຟັງ ໝໍລໍາ ພື້ນເມືອງ ລາວໄໝ່

 

   ພົບນັກປາດໃດ້ແນວຄິດ..........ພົບບັນດິດໃດ້ຄວາມຮູ້.

  ເປັນຫັຍງນໍເຖົ້າແກ່ບູຮານລາວຈັ່ງວ່າ: ຫາກເປັນຂ້ອຍ......ໃຫ້ເປັນຂ້ອຍອາດຍາ

                                     ຫາກເປັນໝາ.......ໃຫ້ເປັນໝາວັດ.

 ນະໃນທີ່ນີ້ ຂພຈ ຂໍຖືເປັນກຽດເຊື້ອເຊີນ ບັນດາ ທ່ານອາຈານອັກສອນສາດລາວ  ຫຼື ຄະນະ ນິຕິສາດລາວໃນ ຫຼື ນັກຮຽນຮູ້ນັກປັນຍາຊົນ ລາວທົ່ວໄປ ຫຼື ນັກ ປະຕິວັດ ທິສດີການເມືອງຊັ້ນສູງ

ຫຼື ພີ່ນ້ອງລາວນອກທົ່ວໂລກ ຊ່ວຍກັນຕີຄວາມໝາຍ ຄໍາ ປຣິສນານີ້ວ່າ ມັນມີຄວາມໝາຍຕຣົງໄປຕຣົງມາແນວໃດ ຄໍາ ພະຫຍານີ້ ມີສວ່ນກ່ຽວຂ້ອງແນວໃດກັບ ສັງຄົມການເປັນຢູ່ຂອງຊາດລາວເຮົາ?

 

 ຂໍຄອບໃຈຫ່ລວງໝ້າ.



__________________
Anonymous

Date:

 

The Invasion of New Laotian  into Laos.



__________________
Anonymous

Date:

ຕາເຖົ້າແຂວ້ຫຽ້ນ ຫົວທຽນອອ່ນມາອີກແລວ້ 



__________________
Anonymous

Date:

Anonymous wrote:

 

The Invasion of New Laotian  into Laos.


 ຄັນເປັນຂ້ອຍກະໃຫ້ເປັນຂ້ອຍພະຍາ ເພາະພະຍາຈະມີໄຮ່ມີນາຫຼາຍໆຕອນ, ກວ້າງໃຫຍ່ໄພສານ ມີຂ້ອຍຂ້າມ້າໃຊ້ແບບນັບບໍ່ຖ້ວນ, ມີເຮືອນສະເພາະໃຫ້ຂ້ອຍຂ້າຢູ່, ມີເຂົ້າໃຫ້ກິນ ເພິ່ນຮູ້ຈັກບໍລິຫານຄົນຂອງເພິ່ນ. ທູກຄົນປະຕິບັດໜ້າທີ່ຂອງໃຜມັນຫຼ້ອນໜ້າທີ່ແລ້ວ  ສາມາດພັກຜ່ອນໄດ້. ເຮືອນຄົວມີພໍ່ຄົວແມ່ຄົວແຕ່ງອາຫານໃຫ້ຂ້ອຍຂ້າກິນ, ກິນແລ້ວກະລົງຫາວຽກໃຜວຽກມັນ...ຕົງກັນຂ້າມຄັນຫາກເປັນຂ້ອຍຊຳພໍ່ບ້ານ ຫຼືຄົນປານກາງມັນກະທູກແທ້ເພາະຂ້ອຍຄົນຊ່ຳນັ້ນກະສິມີແຕ່ສອງຫຼືສາມຄົນທໍ່ນັ້ນ ຜູ້ໜຶ່ງໄປເຮັດໄຮ່, ຜູ້ໜຶ່ງໄປນາທັງລ້ຽງຄວາຍພ້ອມ ຜູ້ໜຶ່ງກໍຮັບໃຊ້ຢູ່ເຮືອນຜູ້ໃດກະຫົວປັ່ນໄປ...ບາດກັບຄືນມາເຮືອນກະຕ້ອງໄດ້ຫຍັງຕໍ່ຫຍັງມາແຕ່ງໃຫ້ນາຍກິນ, ກະຮອກ ກະແຕ, ໝູປ່າ,ນົກ,ໜູ ນາຍກິນແລ້ວ,ບ້ວນປາກລ້າງແຂ້ວຮຽບຮ້ອຍແລ້ວ ພວກບັນດາຂ້ອຍທັງຫຼາຍຈຶ່ງມີສິດມ້ຽນພາເຂົ້້າເຈົ້ານາຍເພິ່ນ...ມື້ໃດອາຫານບໍ່ຫຼາຍກະຕ້ອງໄດ້ນອນຂວ້າມທ້ອງຢູ່ຊັ້ນລະລ່າ...

ບາດນີ້ມາເວົ້າເລື່ອງໝາວັດ ເປັນໝາໃຫ້ເປັນໝາວັດ ເພາະຍາພໍ່ເພິ່ນບໍ່ໄດ້ໄປໂຫ່ເນື້ອ, ຫາຟືຶນຫາຫຼົວ, ໄປໄຮ່ ເມືອນາຄືກັບຊາວບ້ານເຂົາ ສ່ວນຜຜູ້ເປັນໝາກະຍູ່ທ່າງນອນຕາກຫຳຢູ່ຫໍແຈກ ຮອດຍາມກິນ ພວກພໍ່ອອກກະຈັດໃຫ້ກິນຢ່າສົມກຽດວ່າເປັນໝາວັດ, ໝາຍາພໍ່ເຈົ້າວັດ ຊັ້ນລະລ່າ !!! ບາດເປັນໝາຊາວບ້ານ ແມ່ນບໍ່ໄດ້ຢູ່ໄດ້ເຊົາ, ເຈົ້າຂອງ ຕື່ນແຕ່ເດິກ ຂ້ອຍຜູ້ເປັນໝາກະຕ້ອງຕື່ນຕາມສະເໝີ, ເພິ່ນພາເຂົ້າປ່າຂ້ອຍກະປະຕິເສດບໍ່ໄດ້ຕ້ອງໄດ້ເຂົ້າໄປເບິ່ງວ່າມີກວາງ, ຟານ, ໝີ, ແລນບໍ ??? ແລ້ວຄັນຫາກເຫັນສັດຕ່າງໆເຫຼົ່ານີ້ກະຕ້ອງເຫົ່າໄດ້ຫອນ ກະໂດດໂລດເຕັ້ນໄລ່ຈັບເອົາເປັນເອົາຕາຍ...ລາງເທື່ອຕອນໄລ່ຕົນຮ້າຍຕອນກາງຄືນ ຂ້ອຍກະພໍ້ຂອງແຂງ ຖືກປືນຄົນຮ້າຍ ເຂົ້າສ້ວງ ເຈົ້າຂອງຂ້ອຍປົວເປັນສາມສີ່ເດືອນກະຈຶ່ງຄ່ອຍດີ ... ເຈົ້າຂອງຂ້ອຍກະຮັກຢູ່ ແຕ່ສະຫຼູບຄວາມແລ້ວ ເປັນໝາວັດດີກວ່າເຢິະ !



__________________
Anonymous#45

Date:

ຂອບໃຈຫຼາຍໆທີ່ສະລະເວລາອະທິບາຍຄວາມໝາຍຂ້ອຍອາດຍາໝາວັດ

ແຕ່ຄຳສຸພາສິດນີ້ຄົງໃຊ້ບໍ່ໄດ້ໃນ ສປປ ລາວ ເພາະເພິ່ນໄດ້ປະກາດລົບລ້າງ

ລະບອບອາດຍາສິດສັກດິນາແຕ່ປິ 1975 ແຕ່ຖ້າຈະໃຫ້ເໝາະສົມກັບສະພາບ

ຕົວຈິງກໍ່ຄວນແຕ່ງສຸພາສິດຂຶ້ນໃໝ່.

ຕາມທີ່ຮູ້ ຖ້າພະນັກງານຄົນໃດໄດ້ຖືກສັບຊ້ອນໄປປະຈຳໜ້າທີ່ຢູ່ເຮືອນຂອງ

ການນຳພັກລັດ ຈະໄປປະຈຳໜ້າທີ່ເປັນອ້າຍເອື້ອຍລ້ຽງ ພະນັກງານຂັບລົດ

ພະນັກງານປະດັບປະດາຮັກສາສວນດອກໄມ້ ຫຼືເປັນພະນັກງານທຳຄວາມ

ສະອາດ ພະນັກງານຄົນນັ້ນຈະໜ້າເສາະຕາໃສອ້ວນພີດີງາມກວ່າພະນັກງານ

ທີ່ຖືກສັບຊ້ອນໄປປະຂຳໜ້າທີ່ຕາມຫໍພັກນັກຮຽນຫຼືສູນດັດສ້າງຕ່າງ.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard