Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ໜັັງລາວອອກໃໝ່ ກຽມຕົວພົບກັນໃນເລື້ອງຊື່ Happy Lao New Year
Anonymous

Date:
ໜັັງລາວອອກໃໝ່ ກຽມຕົວພົບກັນໃນເລື້ອງຊື່ Happy Lao New Year


biggrinbiggrin



__________________
Anonymous

Date:

ກ່ອນອື່ນຕ້ອງຂະສະແດງຄວາມຍິນດີນຳວົງການພາບພະຍົນລາວທີ່ມີການປັບປຸງ

ແລະສືບຕໍ່ຂະຫຍາຍຕົວເລື້ອຍມາ.

ຕາມທີ່ສັງເກດ ການໃສ່ຊື່ພາບພະຍົນຍັງມີລັກສະນະຊ້ຳໆຊາກໆ ເຊັ່ນ:  ສະບາຍດີຫຼວງພະບາງ,

ສະບາຍດີປີໃໝ່ລາວ, ...

 



__________________
Anonymous

Date:

ເຫັນແຕ່ ລັດຖະບານ ສປປ ລາວ ເທົ່ານັນທີ່ບໍ່ຍອມໃຫ້ຄົນລາວນອກທີ່ມີຄວາມຊຽວຊານທາງດ້ານຮູບເງົາ

ຫຼືພາບພະຍົນເຂົ້າຮ່ວມມືໃນການສ້າງໜັງລາວ. ມີຄົນລາວຢູ່າອເມຣິກາຫລາຍຄົນທີ່ຈົບພະແນກການສ້າງ

ໜັງຫລາຍຂະແໜງການແລະເຂົ້າທຳງານຢູ້ ຮອນລີວູດ, ຖ້າພວກຂະເຈົ້າບໍ່ມີຄວາມສາມາດອັນແນ່ນອນ

ຢ່າຫລັງເລີຍວ່າຈະທາງ ຮອນລີວູດ ຈະຮັບເອົາເຂົ້າໄປທຳງານໃຫ້ເຂົາ.  ບໍ່ຄືວຽດນາມແລະກຳປູເຈັຍ ລັດຖະ

ບານເຂົາຍິນດີໃຫ້ຄົນພວກເຂົາເຂົ້າຮ່ວມວຽກງານທຸກໆວິຊາທີ່ຈົບຫຼືມາຈາກຕ່າງປະເທດ   ບໍ່ມີແຕ່ເລື່ອງ

ສ້າງໜັງຢ່າງດຽວ.   ບໍ່ວ່າທາງດ້ານການສຶກສາ ທາງການແພດ ທາງການທະນາຄານ ແລະທາງດ້ານກິລາ

ແມ່ນພວກເຂົາຮັບເອົາພວກທີ່ອາໄສຢູ່ຕ່າງປະເທດເຂົ້າມາສົມທົບເພື່ອຊ່ວຍກັນຍົກລະດັບປະເທດຂຶ້ນໃຫ້

ທັນກັບຍຸກແລະສະໄໝຂອງສັງຄົມໂລກແລະຄົນໃນຊາດຄວນທີ່ຈະເປັນ.



__________________
Anonymous

Date:

ຕາມທີ່ຮູ້ ມີຄົນລາວຈຳນວນ 11 ຄົນທີ່ເຮັດວຽກໃຫ້ວົງການບັນເທິງຂອງອາເມຣິກາ.

1. ນາງ Steffinie ພົມມະນີ. ເປັນນັກສະແດງ

2. ສີລັກ ໄຊຊະນສີ. ຮອງຜູ່ກຳກັບການສະແດງ

3. ກາກ ລີ. ເປັນມືກ້ອງ, ນັກວິຊາການໄຟຟ້າຣະບົບແສງ.

4. ຊູ ວັນນະສິງ. ຜູ່ກຳກັບການສະແດງຈໍແກ້ວ

5. ລະມູ ວິໄຊ. ເປັນນັກສະແດງ

6. ນາງສົມເພັດ ຫຼວງສຸພົມ. ເປັນນັກສະແດງ

7. ບັງໃບ ສີບຸລິບານ. ຜູ່ຮຽບຮຽງ

8. ໄຜ່ ສີວົງໄຊ. ນັກຖ່າຍຮູບ

9. ລອກ ໂດ. ນັກສະແດງ

10. ແກ້ວ ສຸວັນນະວົງ. ນັກສະແດງ

11. ໂອວາ ສາວແປງ. ນັກສະແດງ, ນັກຂຽນ.

ສ່ວນ Lao Hollywood Production ຂ້ອຍບໍ່ຮູ້ວ່າເປັນກອງຖ່າຍຢູ່ລາວຫູືຢູ່ປະເທດ

ເຄີຍໄດ້ເບິ່ງເລື່ອງ ສັງກະລີວັດ ທີ່ກີ້ ມໍລະກົດ ສະແດງ ແຕ່ເບິ່ງບໍ່ຈົບເທື່ອດອກ

ມື້ໃດໄດ້ໄປເຮືອນບັກແບ້ຊິຢືມມາເບິ່ງຕື່ມ.

 



__________________
Anonymous

Date:

Anonymous wrote:

ຕາມທີ່ຮູ້ ມີຄົນລາວຈຳນວນ 11 ຄົນທີ່ເຮັດວຽກໃຫ້ວົງການບັນເທິງຂອງອາເມຣິກາ.

1. ນາງ Steffinie ພົມມະນີ. ເປັນນັກສະແດງ

2. ສີລັກ ໄຊຊະນສີ. ຮອງຜູ່ກຳກັບການສະແດງ

3. ກາກ ລີ. ເປັນມືກ້ອງ, ນັກວິຊາການໄຟຟ້າຣະບົບແສງ.

4. ຊູ ວັນນະສິງ. ຜູ່ກຳກັບການສະແດງຈໍແກ້ວ

5. ລະມູ ວິໄຊ. ເປັນນັກສະແດງ

6. ນາງສົມເພັດ ຫຼວງສຸພົມ. ເປັນນັກສະແດງ

7. ບັງໃບ ສີບຸລິບານ. ຜູ່ຮຽບຮຽງ

8. ໄຜ່ ສີວົງໄຊ. ນັກຖ່າຍຮູບ

9. ລອກ ໂດ. ນັກສະແດງ

10. ແກ້ວ ສຸວັນນະວົງ. ນັກສະແດງ

11. ໂອວາ ສາວແປງ. ນັກສະແດງ, ນັກຂຽນ.

ສ່ວນ Lao Hollywood Production ຂ້ອຍບໍ່ຮູ້ວ່າເປັນກອງຖ່າຍຢູ່ລາວຫູືຢູ່ປະເທດ

ເຄີຍໄດ້ເບິ່ງເລື່ອງ ສັງກະລີວັດ ທີ່ກີ້ ມໍລະກົດ ສະແດງ ແຕ່ເບິ່ງບໍ່ຈົບເທື່ອດອກ

ມື້ໃດໄດ້ໄປເຮືອນບັກແບ້ຊິຢືມມາເບິ່ງຕື່ມ.

 


 ຂ້ອຍລືມຊື່ນັກສະແດງຄົນລາວຄົນໜຶ່ງທີ່ສະແດງ Action movie ໃນເຣື່ອງ Street Fighter ແລະສ້າງຂຶ້ນໃນ

ປີ 99 ຫລື 2000 ຜ່ານມານີ້ລະ. ຢູ້ກ່ຽວເປັນຄົນລາວ ເກີດຢູ່ສູນອົພະຍົບຟີລິບປິນປີ 80 ແລະໜັງເຮື່ອງນີ້ກໍພໍ

ເບິ່ງຢູ່ເພາະ ຮອນລີວູດ ເັປນຜູ້ສ້າງ ແລະໄປສະແດງຢູ່ Detroit Michigan ໝົດເຣື່ອງເລີຍ. ຫລັງຈາກໜັງເຣື່ອງ

ນີ້ແລ້ວ ກໍປະກົດເຫັນແຕ່ຜູ້ກ່ຽວສະແດງເປັນດາຣາປະກອບຜູ່ສາມສີ່ເຣື່ອງແລ້ວກໍຫາຍໄປເລີຍ. ຜູ້ກ່ຽວອາດໄດ້

ວຽກທີ່ໄດ້ເງິນດີກ່ອນເປັນດາຣາສະແດງກໍບໍ່ຮູ້ເພາະບໍ່ເປັນມີຂ່າວຂອງຜູ້ກ່ຽວອີກ.



__________________
Anonymous

Date:

1010851_389547231156333_1289666768_n.jpg

Sonny P. Syonesa

ຢູ່ຣັຖ Minnesta



__________________
Anonymous

Date:

Alice Keohavong ຈາກຊິດນີ ອອສເຕຣເລັຽ

ໜັງເລື້ອງ The Rocket

 



__________________
Anonymous

Date:

ໝູ່ຫຼານຂ້ອຍຄົນນຶ່ງກໍ່ເຮັດວຽກໃຫ້ບໍຣິສັດ Paramount ເປັນຊ່າງຕົບແຕ່ງໜ້າ

ໃຫ້ນັກສະແດງ.



__________________
Anonymous

Date:

Anonymous wrote:

Alice Keohavong ຈາກຊິດນີ ອອສເຕຣເລັຽ

ໜັງເລື້ອງ The Rocket

 


 She has the ugly teeth.



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard