Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຈຸດໝາຍທີ່ແທ້ຈິງຂອງ AEC

Guru

Status: Offline
Posts: 1010
Date:
ຈຸດໝາຍທີ່ແທ້ຈິງຂອງ AEC

ຫລາຍຄົນເວົ້າແຕ່ຂໍດີຂອງ AEC ແຕ່ຂ້ອຍວ່າກະມີຂໍ້ເສຍຄືກັນ

1.ລັດຂອງແຕ່ລະປະເທດຈະມີລາຍຮັບຈາກການເກັບພາສີຫລຸດລົງ(ເງິນເດືອນຊິເອົາມາຈ່າຍຈະເປັນແນວໃດ)

2.ປະເທດທີ່ມີຕົ້ນທຶນການຜະລິດສູງ ຈະຂາຍສິນຄ້າໂຕເອງບໍ່ໄດ້ ເພາະຈະຖືກສິນຄ້າຕ່າງປະເທດທີ່ຖືກກວ່າຍາດຕະຫລາດໄປ

ໂດຍສະເພາະຜະລິດຕະພັນລາວ ຂະຫນາດວ່າມີຄ່າເຂົ້າດ່ານຈາກໄທກະຍັງຊິບໍ່ມີຄົນຊື້ລະ ຖ້າໃຫ້ຜູ້ຂາຍສິນຄ້າສົ່ງຈາກໄທ

ເອົາສິນຄ້າໄທເຂົ້າມາແບບບໍ່ຜ່ານດ່ານຊິເປັນແນວ

3.ຄວາມຫລຸດໂຕນລະຫວ່າງ ຊາດທີ່ຜະລິດສິນຄ້າ ແລະຊາດທີ່ຊື້ສິນຄ້າຈະຫລາຍຂຶ້ນ

ແນ່ນອນ ສິນຄ້າຈາກໄທແລະຫວຽດ ແຮ່ງຂາຍດີ  ສ່ວນສິງກະໂປ ມາເລ ຈະຖືກຍາດໄປ.

ຂໍ້ດີ

1.ລາວຈະໄດ້ຊື້ລົດ ແລະປຸກເຮືອນໃນລາຄາທີ່ຖືກລົງ

2.ດິນຢູ່ລາວຈະແພງຂຶ້ນ ຍ້ອນຕ່າງຊາດເຂົ້າມາຫລາຍຂຶ້ນ ໃຜມີດິນລະກຽມຂາຍໂລດ

ສະຫລຸບຄື AEC ກະຄືການບໍ່ກີດກັ້ນທາງດ້ານເສດຖະກິດນັ້ນເອງ

1.ບໍ່ເກັບພາສີ

2.ບໍ່ຂໍ visa ເດນທາງສະດວກ

3.ລົດຂີ່ສາມາດນຳໃຊ້ໄດ້ທັງ 10 ປະເທດໄດ້ສະດວກ

-- Edited by luffy on Thursday 10th of April 2014 10:06:32 AM

__________________
Anonymous#2

Date:

ທ່ານ luffy ວິເຄາະໄດ້ລະອຽດ ແລະຈະແຈ້ງດີ ສົມເປັນນັກເສດຖະສາຕ

ປະຈຳກະຊວງ. ຂ້ອຍດີໃຈຫຼາຍທີ່ຄົນໃນປະເທດລາວຈະມີເຮືອນຫຼັງໃຫຍ່

ຢູ່ ຈະມີລົດດີໆລາຄາຖືກຂີ່ໄປເກັບຜັກຂະມາໃສ່ແກງໜໍ່ໄມ້ ຈະມີໄອໂຟນ

ລຸ້ນລ້າສຸດໂທແລະທ່ອງເວັບພາສາລາວ.

__________________
Anonymous

Date:

ມluffy wrote:

ຫລາຍຄົນເວົ້າແຕ່ຂໍດີຂອງ AEC ແຕ່ຂ້ອຍວ່າກະມີຂໍ້ເສຍຄືກັນ

1.ລັດຂອງແຕ່ລະປະເທດຈະມີລາຍຮັບຈາກການເກັບພາສີຫລຸດລົງ(ເງິນເດືອນຊິເອົາມາຈ່າຍຈະເປັນແນວໃດ)

2.ປະເທດທີ່ມີຕົ້ນທຶນການຜະລິດສູງ ຈະຂາຍສິນຄ້າໂຕເອງບໍ່ໄດ້ ເພາະຈະຖືກສິນຄ້າຕ່າງປະເທດທີ່ຖືກກວ່າຍາດຕະຫລາດໄປ

ໂດຍສະເພາະຜະລິດຕະພັນລາວ ຂະຫນາດວ່າມີຄ່າເຂົ້າດ່ານຈາກໄທກະຍັງຊິບໍ່ມີຄົນຊື້ລະ ຖ້າໃຫ້ຜູ້ຂາຍສິນຄ້າສົ່ງຈາກໄທ

ເອົາສິນຄ້າໄທເຂົ້າມາແບບບໍ່ຜ່ານດ່ານຊິເປັນແນວ

3.ຄວາມຫລຸດໂຕນລະຫວ່າງ ຊາດທີ່ຜະລິດສິນຄ້າ ແລະຊາດທີ່ຊື້ສິນຄ້າຈະຫລາຍຂຶ້ນ

ແນ່ນອນ ສິນຄ້າຈາກໄທແລະຫວຽດ ແຮ່ງຂາຍດີ  ສ່ວນສິງກະໂປ ມາເລ ຈະຖືກຍາດໄປ.

ຂໍ້ດີ

1.ລາວຈະໄດ້ຊື້ລົດ ແລະປຸກເຮືອນໃນລາຄາທີ່ຖືກລົງ

2.ດິນຢູ່ລາວຈະແພງຂຶ້ນ ຍ້ອນຕ່າງຊາດເຂົ້າມາຫລາຍຂຶ້ນ ໃຜມີດິນລະກຽມຂາຍໂລດ

ສະຫລຸບຄື AEC ກະຄືການບໍ່ກີດກັ້ນທາງດ້ານເສດຖະກິດນັ້ນເອງ

1.ບໍ່ເກັບພາສີ

2.ບໍ່ຂໍ visa ເດນທາງສະດວກ

3.ລົດຂີ່ສາມາດນຳໃຊ້ໄດ້ທັງ 10 ປະເທດໄດ້ສະດວກ

-- Edited by luffy on Thursday 10th of April 2014 10:06:32 AM

 ບາງສິ່ງບາງຢ່າງກະດີ ສຳລັບກຳມະກອນຊາວຜູ້ອອກແຮງ ຊິໄດ້ໄປຂາຍແຮງງານຢ່າງສະດວກສະບາຍຍິງຂຶ້ນ ການໄປມາຫາສູ່ລະຫວ່າງປະເທດອາຊ່ຽນ ກະໄດ້ຫລຸດຜ່ອນຂັ້ນຕອນຕ່າງໆລົງ

ແຕ່ຖ້າເວົ້າເລືອງລະດັບປະເທດ ລາວເສຍປຽບປະເທດອື່ນໆທຸກດ້ານ ການສຶກສາ ທີ່ເປັນພາສາອັງກິດໄຊ້ຕິດຕໍ່ພົວພັນມີ່ສ່ວນຫນ້ອຍ ການຄ້າຂາຍ ລາວເຮົາບໍມີສິນຄ້າ ທີ່ຈະແຂ່ງຂັນສົ່ງອອກໄດ້ , ສິ່ງທີ່ລາວຈະໄດ້ຮັບກໍຄື ເປັນບ່ອນລະບາຍສິນຄ້າ ຂອງປະເທດອາຊຽນ ດີໆນີ້ເອງ ເງິນມີແຕ່ໄຫລອອກ ການຂາດດູນການຄ້າ ອາດຈະເພີ່ມຂຶ້ນເປັນປະຫວັດການ ຍ້ອນລາວເຮົາມີແຕ່ນຳເຂົ້າເປັນສ່ວນຫລາຍ . ເວົ້າເລືອງການລົງທຶນກະເສຍປຽບສຸດໆຍ້ອນ ບໍລິສັດຍັກໃຫຍ່ກ່ອນເຂົາຊິມາລົງທຶນຢູ່ລາວເຂົາ ຕ້ອງໄດ້ສຶກສາຂໍສະດວກສະບາຍ ໄທ ຫວຽດນາມເປັນອັນດັບຕົ້ນໆ ເວົ້າເລຶ່ອງນັກວິຊາການນັກບໍລິຫານ ຊ່າງທີ່ມີສີມຶດີ ກະເປັນຮອງເຂົາເຈົ້າ ລະບົບການສຶກສາລາວເຮົາສອນສ່ວນຫລາຍ ມີແຕ່ເນັ້ນຫນັກເລື່ອງສອນໃຫ້ຄົນ ເປັນນາຍ. ເພີ່ນບໍເນັ້ນຫນັກເລື່ອງຊ່າງມືອາຊິບ ຫລືນັກບໍລິຫານມືອາຊີບ. ນັດພັດທະນາມືອາຊີບ. 

ແຕ່ດ້ວຍເຫດຜົນຕ່າງໆ ລາວເຮົາຢູ່ໄຕ້ອຸງມືຍັກໃຫຍ່ ທາງດ້ານທະຫານ ທາງດ້ານເສດຖະກິດ ທີ່ຄອຍຈະຄຸມກິນຢູ່ຕະຫລອດເວລາ, ເບິ່ງແລ້ວປະເທດລາວ ທີ່ເສຍປຽບທຸກໆດ້ານເລີຍ ຊັບພະຍາກອນທຳມະຊາດ ປ່າໄມ້ ທີ່ດິນ ບໍ່ແຮ່ ຕົກໄປເປັນຂອງຕ່າງປະເທດເປັນສ່ວນຫລາຍ, ຍ້ອນຫຍັງ ແມ່ນໄຜອະນຸຍາດ ອະນຸມັດ ເປັນຫຍັງຄົນລາວບໍເຮັດເອົາເອງ ເປັນຫຍັງຈັ່ງອະນຸຍາດໃຫ້ຫວຽດນາມໃຫ້ຈີນ ມາຂົນເອົາຊັບພະຍາກອນທຳມະໄປ ເປັນຫຍັງຈັ່ງອະນຸຍາດໃຫ້ເຂົາມາແຍ່ງອາຊິບ ຄົນລາວທີ່ເປັນເຈົ້າຂອງປະເທດ ແລະຜູ້ທີ່ຮັບຜິດຊອບ ບໍລິຫານປະເທດມີແນວທາງຈັ່ງໄດຊິເຮັດປະເທດລາວ ຢູ່ໄດ້ແລະຢູ່ຢ່າງມີກຽດໃນເວທີສາກົນ ປະຊາຊົນມີຄວາມຜາສຸກ ອິ່ມຫນຳສຳລານ ໂດຍແທ້ຈິ່ງ ສັງຄົມປອດໄພຍຸດຕິທຳ.

__________________
Anonymous

Date:

ຂ້ອຍຄິດວ່ານັກລົງທຶນໄທ ແລະນັກລົງທຶນຊາດອື່ນສົນໃຈໄປລົງທຶນຢູ່ມຽນມາ

ຫຼາຍກວ່າ ຈະມີນັກລົງທຶນຊາວວຽດນາມເຂົ້າມາລົງທຶນໃນລາວຫຼາຍກວ່າໝູ່

ແລະແນ່ນອນ ຄົນລາວແທ້ໆຈະໄດ້ແຕ່ນັ່ງກິນນອນໃຊ້ຄົນຊາດອື່ນ.

__________________

Guru

Status: Offline
Posts: 1010
Date:

Anonymous wrote:

ຂ້ອຍຄິດວ່ານັກລົງທຶນໄທ ແລະນັກລົງທຶນຊາດອື່ນສົນໃຈໄປລົງທຶນຢູ່ມຽນມາ

ຫຼາຍກວ່າ ຈະມີນັກລົງທຶນຊາວວຽດນາມເຂົ້າມາລົງທຶນໃນລາວຫຼາຍກວ່າໝູ່

ແລະແນ່ນອນ ຄົນລາວແທ້ໆຈະໄດ້ແຕ່ນັ່ງກິນນອນໃຊ້ຄົນຊາດອື່ນ.

ອີກ 30-50 ປີ ເຊື້ອຫວຽດແລະເຊື້ອຈີນ ຈະໄດ້ເປັນນາຍ

ສ່ວນເຊື້ອລາວ ກະເປັນຄືອີ່ສານ

__________________
Anonymous

Date:

ແຕ່ລະປະເທດກໍຕອ້ງອີງໃສ່ທ່າແຮງຂອງປະເທດຕົນ 

ການຂຸດຄົ້ນຊັບພະຍາກອນບໍ່ແມ່ນໄດ້ລ້າ ທຸກຢ່າມັນເປັນເງິນ

ທ່າແຮງຂອງລາວກໍຄີ ໄຟຟ້າ ບໍ່ແຮ່ ທຳມະຊາດ ແລະເສັ້ນທາງຜ່ານ

ເຮົາຕອ້ງໄດ້ເຮັດໃຫ້ຕານ່າງໄຟຟ້າ ໃຫ້ມີການເຊືອ່ມໂຍງກັນຄືກັບຢູ່ຢູໂຣບ ແລວ້ລາວເຮົາຈະໄດ້ຂາຍໄຟຟ້າໃນລາຄາແພງ ຍອ້ນພະລັງງານໄຟຟ້າຈາກເຂື່ອນແມ່ນພະລັງງານທີ່ຕອ້ງການໃນຍາມໄຟເພີ້ມຂຶ້ນສູງ (peak) ເຊັ່ນຍາມຫົວຄຳ່ ຫລືຍາມເຊົ້າ

ດັ່ງນັ້ນ ເຮົາສາມາດຂາຍໄດ້ທັງພະລັງງານ ແລະກຳລັງງານອີກດວ້ຍນະ

ສວ່ນທາງດ້ານບໍ່ແຮ່ ກໍບໍ່ຕອ້ງຄະດວ່າ ເຮົາເສັຍປຽບຍອ້ນຂາຍແຕ່ວັດຖຸດິບ ຍອ້ນເຮົາມີໄຟຟ້າ ເຮົາກໍສ້າງໂຮງງານຫລອມແຮ່ທາດກອ່ນສົ່ງອອກໄປ ແລວ້ຜົນຜລິດກໍໄດ້ ສອງຕໍ່

ດ້ານຊັບພະຍາກອນທຳມະຊາດ ເັຮາມີພູຜາປ່າໄມ້ ແລະບອ່ນທອ່ງທຽ່ວທີ່ເປັນເອກະລັກຕ່າງຈາກປະເທດອື່ນທີ່ມີແຕ່ທະເລ ພວກເຮົາຕອ້ງຮູ້ຈັກບໍລິການດ້ານທອ່ງທຽ່ວຫລາຍຂຶ້ນ 

ການມີສວ່ນຮວ່ມຂອງ ປຊຊ ແມ່ນດີຫລາຍ ເຊັ່ນການເຮັດ ໂຮມສະເຕຢູ່ຕາມບ້ານຕ່າງໆ  

ອັນສຳຄັນແມ່ນຄວາມສະຫງົບຂອງປະເທດຊາດ

ສວ່ນເສັ້ນທາງຜ່ານນັ້ນ ການປັບປຸງເສັ້ນທາງແມ່ນບັນຫາເລັ່ງດ່ວນ ພວກບໍລິສັດຂົນສົ່ງກໍຕອ້ງເຮັດໃຫ້ໄດ້ດີ ສາມາດແກ້ງແຍ່ງໄດ້

ທາງລົດໄຟໄປຈີນນີ້ກໍແມ່ນບັນຫາສຳຄັນທີ່ຕອ້ງໄດ້ເຮັດກອ່ນຫມູ່ ເພື່ອດຶງດູດທັງນັກທອ່ງທຽ່ວແລະບໍລິການການຂົນສົ່ງ 

ການກະສິກຳແບບອິນຊີ ແລະການລຽ້ງສັດ ກໍແມ່ນກຳລັງແຮງອັນນຶ່ງສຳຫລັບປາກທອ້ງຂອງຄົນຫລາຍພັນລ້ານຢູ່ຂົງເຂດນີ້ ເຮົາບໍ່ຕອ້ງມອງຂວ້າມເດີທ່ານ

ບັນຫາວ່າ ດິນລາຄາສີແພງນັ້ນ ບໍ່ດອກທ່ານ ລາຄາພໍສຳ່ນີ້ກໍແພງໂພດແລວ້ເດີ ຖ້າມີການຈັດສັນຫລາຍກວ່ານີ້ ທັງດິນແລະເຮືອນກໍຈະຖືກລົງ

ສວ່ນການຜລິດສິນຄ້າທີ່ປະເທດອື່ນທີ່ມີຫລາຍແລວ້ ລືມໄປເລີຍ ບໍ່ຕອ້ງຢາກໄປແຂ່ງເຂົາ 

ແຕ່ແນວໃດກໍແນວ ນອກຈາກປະເທດຊາດຈະຕອ້ງມີລາຍຮັບແລວ້ ສວ່ນບຸກຄົນນັ້ນລະສຳຄັນກວ່າ ແຕ່ລະຄົນຕອ້ງໄດ້ຄິດໄວ້ກຽມຕົວໄວ້ວ່າຕົວເຮົາເອງສີໄດ້ຫຍັງຈາກການຮວມຕົວກັນຄັ້ງນີ້

ບໍ່ແມ່ນສີຖ້າແຕ່ໃຫ້ຫມູ່ມາບອກ

ບໍ່ແມ່ນສີໃຫ້ຫມູ່ມາຍາດເອົາໄປກິນກອ່ນ

ບໍ່ແມ່ນສີເຫີ່ກັນໄປເຂົ້າແຕ່ທະຫານຕຳຫລວດ ພະນັກງານ ພາສີອາກອນທີ່ດິນປ່າໄມ້

ເຊົາຄິດສາ ເລື້ອງຢາກລວຍໄວ ເຊົາຄິດສາແບບເສືອນອນກິນ ແບບອາໃສແຕ່ເງິນເດືອນລັດ

ເຊົາຄິດສາເລື້ອງຢາກເປັນແຕ່ເຈົ້ານາຍພາຍກໜດ

ພາກັນຫັນມາເຮັດການຜລິດ ເຮັດທຸລະກິດ ຍອ້ນລຳແຄ່ງລຳຂາ ປັນຍາຫົວສະຫມອງຕົນເອງ ເຮົາມາລິຂິດອະນາຄົດເຮົາເອງຈຶ່ງບໍ່ຕອ້ງຖ້າແຕ່ເງິນເດືອນເງິນດາວ 

__________________
Anonymous

Date:

ອີກ 30-50 ປີ ເຊື້ອຫວຽດແລະເຊື້ອຈີນ ຈະໄດ້ເປັນນາຍ

ສ່ວນເຊື້ອລາວ ກະເປັນຄືອີ່ສານ

 luffy ເຈົ້າຄວນມີແນວຄິດຫຼັກໝັ້ນອຸ່ນອ່ຽນທຸ່ນທ່ຽງ ແລະເຊື່ອໝັ້ນການນຳພາຂອງພັກ

ໃນອະນາຄົດ ຄົນຕ່າງຊາດຈະກາຍເປັນຮັບໃຊ້ຄົນລາວ ບໍ່ໄດ້ເປັນນາຍຄືເຈົ້າຄິດດອກ,

ເຈົ້າເບິ່ງອ້ອມຂ້າງອ້ອມແອວເຈົ້າດູຫັ້ນ ຄົນເຮັດສວນກໍ່ແມ່ນຄົນວຽດ ກຳມະກອນກໍ່ສ້າງ

ແບກຫາມຕ່າງໆກໍ່ແມ່ນຄົນວຽດ ຄົນຂັບລົດກໍ່ແມ່ນຄົນວຽດ ຄົນລາວມີໜ້າທີ່ຊີ້ຕີນຊີ້ມື

ອອກຄຳສັງໃຊ້ເຂົາເທົ່ານັ້ນ.

__________________
Anonymous

Date:

luffy wrote:

ຫລາຍຄົນເວົ້າແຕ່ຂໍດີຂອງ AEC ແຕ່ຂ້ອຍວ່າກະມີຂໍ້ເສຍຄືກັນ

1.ລັດຂອງແຕ່ລະປະເທດຈະມີລາຍຮັບຈາກການເກັບພາສີຫລຸດລົງ(ເງິນເດືອນຊິເອົາມາຈ່າຍຈະເປັນແນວໃດ)

2.ປະເທດທີ່ມີຕົ້ນທຶນການຜະລິດສູງ ຈະຂາຍສິນຄ້າໂຕເອງບໍ່ໄດ້ ເພາະຈະຖືກສິນຄ້າຕ່າງປະເທດທີ່ຖືກກວ່າຍາດຕະຫລາດໄປ

ໂດຍສະເພາະຜະລິດຕະພັນລາວ ຂະຫນາດວ່າມີຄ່າເຂົ້າດ່ານຈາກໄທກະຍັງຊິບໍ່ມີຄົນຊື້ລະ ຖ້າໃຫ້ຜູ້ຂາຍສິນຄ້າສົ່ງຈາກໄທ

ເອົາສິນຄ້າໄທເຂົ້າມາແບບບໍ່ຜ່ານດ່ານຊິເປັນແນວ

3.ຄວາມຫລຸດໂຕນລະຫວ່າງ ຊາດທີ່ຜະລິດສິນຄ້າ ແລະຊາດທີ່ຊື້ສິນຄ້າຈະຫລາຍຂຶ້ນ

ແນ່ນອນ ສິນຄ້າຈາກໄທແລະຫວຽດ ແຮ່ງຂາຍດີ  ສ່ວນສິງກະໂປ ມາເລ ຈະຖືກຍາດໄປ.

ຂໍ້ດີ

1.ລາວຈະໄດ້ຊື້ລົດ ແລະປຸກເຮືອນໃນລາຄາທີ່ຖືກລົງ

2.ດິນຢູ່ລາວຈະແພງຂຶ້ນ ຍ້ອນຕ່າງຊາດເຂົ້າມາຫລາຍຂຶ້ນ ໃຜມີດິນລະກຽມຂາຍໂລດ

ສະຫລຸບຄື AEC ກະຄືການບໍ່ກີດກັ້ນທາງດ້ານເສດຖະກິດນັ້ນເອງ

1.ບໍ່ເກັບພາສີ

2.ບໍ່ຂໍ visa ເດນທາງສະດວກ

3.ລົດຂີ່ສາມາດນຳໃຊ້ໄດ້ທັງ 10 ປະເທດໄດ້ສະດວກ

-- Edited by luffy on Thursday 10th of April 2014 10:06:32 AM

ອີກ 25-40 ປີຄັ້ງໜ້າ ຄົນໜຸ່ມລາວສວ່ນຫຼາຍຈະເປັນລູກຊອດລະຫວ່າງລາວຟີລີປີໂນ(ບັກແຫຼ້ອີ່ແຫຼ້ດັງແໝບ) ແລະລະຫວ່າງລາວຫວຽດລາວຈີນ(ບັກເຫຼືອງອີ່ເຫຼືອງຕາຫິບ)

ການຄ້າຮາ້ນອາຫານໂຮເຕັນແລະບາ້ນພັກອື່ນໆຈະຢູ່ໃນກໍາມືຂອງຫວຽດໄທແລະຈີນ

ສ່ວນຄົນລາວທີ່ຍັງເຫຼືອຈະເປັນພວກທີ່ເຮັດວຽກໃຫ້ລັດຫຼືຄົນງານຊັ້ນຕໍ່າໄດ້ເງິນມາແລ້ວພາກັນເອົາໄປຈ່າຍຢູ່ຊອບປິ້ງມອນ

__________________
Anonymous

Date:

luffy wrote:
Anonymous wrote:

ຂ້ອຍຄິດວ່ານັກລົງທຶນໄທ ແລະນັກລົງທຶນຊາດອື່ນສົນໃຈໄປລົງທຶນຢູ່ມຽນມາ

ຫຼາຍກວ່າ ຈະມີນັກລົງທຶນຊາວວຽດນາມເຂົ້າມາລົງທຶນໃນລາວຫຼາຍກວ່າໝູ່

ແລະແນ່ນອນ ຄົນລາວແທ້ໆຈະໄດ້ແຕ່ນັ່ງກິນນອນໃຊ້ຄົນຊາດອື່ນ.

ອີກ 30-50 ປີ ເຊື້ອຫວຽດແລະເຊື້ອຈີນ ຈະໄດ້ເປັນນາຍ

ສ່ວນເຊື້ອລາວ ກະເປັນຄືອີ່ສານ

 ไม่เข้าใจมึงหมายความว่ายังไง

    ຂພຈ ໃດ້ເຄີຍເວົ້າຫລາຍຄັ້ງຕໍ່ຫລາຍຫົນ ເວົ້າຄູ່ແກ້ມປາກ. ບັນຫານີ້ ບໍ່ແມ່ນວ່າ ມັນກໍາລັງຈະເກີດ ແຕ່ ມັນເກີດໄປແລ້ວ ແລະ ຢາກທີ່ຈະໄສ່ເຈັຽຖອຍຫັລງໃດ້.

  ຄວາມູ່ລອດຂອງຊາດລາວໃນຖະນະເປັນ ຊາດ..ແມ່ນຢູ່ໃນຂັ້ນຫັນໃຈປາ.  ພະເຈົ້າເທົ່ານັ້ນທີ່ຮູ້. (ມັນເປັນໄປຊ້າໆ ທີ່ຄົນລາວໃນຍຸກປັຈຸບັນ ບໍ່ຮູ້ເມືອ່)

    ທັງມົດນີ້ຕ້ອງຄອບໃຈ ພະເຈົ້າສຸພານຸວົງສ໌ ແລະ ພະເຈົ້າໄກສອນ ທີ່ໃດ້ ຂ້າລ້າງເຊື້ອຊາດເຜົ່າພັນລາວ ແລະ ໃດ້ ຜະດັກດັນໃຫ້ ຄົນດີ ມີສິນທັມ ໂຕນໝີອອກນອກ ປທ.

    ພວກນີ້ຄຶດເຫັນແຕ່ອໍານາດ ບໍ່ມີສາຍຕາໄກປະໄວ້ໃຫ້ແກ່ຊາດ(ຄຶດພຽງປາຍດັງ).

   ເພີ່ນຍັງດີໃຈມັ້ນໃຈ ວ່າ ອາຊຽນ ແລະ ສັນຍາມິດຕະພາບແບບພິເສດລາວ-ວຽດ ຈະ (ຍັງ) ຈະໃຫ້ຄວາມເປັນຊາດເພີ່ນ.

          ມັນບໍ່ມີຢາປົວແລ້ວ.

__________________
ຜູ່ຕິດຕາມ

Date:

ຄົນລາວທົ່ວໂລກປະນາມສຸພານຸວົງທີ່ຫຼົງເລ້ກົນຂອງໄກສອນຈົນບ້ານເມືອງວອດວາຍ

ທ່ານພັດຂອບໃຈໃນການກະທຳທີ່ໄຮ້ສິລທັມຂອງເຂົາເຈົ້າ.

ຂ້ອຍຕິດຕາມຟັງການປາຖະກະຖາຂອງເຈົ້າຢູ່ຫ້ອງການເມືອງ Paltalk ຕິດຕາມອ່ານ

ການສົນທະນາຂອງເຂົ້າຢູ່  SOC.Culture.Laos ແລະການອອກຄຳເຫັນຂອງເຈົ້າໃນ

ເວັບພາສາລາວ ບໍ່ສາມາດຕີລາຄາໄດ້ຈຸດຢືນຂອງທ່ານ.

Please take side ຈະເປັນເຈັຽກໍ່ເປັນ ຈະເປັນໜູກໍ່ເປັນເດີທ່ານ !

__________________
Anonymous

Date:

ອີກ 30-50 ປີ ເຊື້ອຫວຽດແລະເຊື້ອຈີນ ຈະໄດ້ເປັນນາຍ

ສ່ວນເຊື້ອລາວ ກະເປັນຄືອີ່ສານ

ເຂົາໄດ້ເປັນເຈົ້າໄດ້ເປັນນາຍມາແຕ່ປີ 1975 ພຸ້ນນະ

__________________
Anonymous

Date:

ຄົນຈີນມີຫລາຍກວ່າ ເຄິ່ງນຶ່ງຂອງໂລກ 

ຢູ່ໄທ ມາເລ ສິງກະໂປ ແມ້ແຕ່ ຝລັ່ງ ເມກາ ກໍເຕັມ

ສວ່ນ ແຂກແມ່ນແບ່ງກັນກັບຈີນ 

ຈີນເຂົາຄ້າຂາຍເກັ່ງ

ສວ່ນລາວອົບພະຍົບ ກຳລັງຈະສູນພັນ 

ເລີຍຢ້ານ ຢ້ານ ແຕ່ເຈັກກັບແກວ ມາກືນກິນປະເທດລາວ 

ອະໂກຍ ເມືອຍນຳແນວຄິດສະໃຫມກອ່ນ 75 ເດ 

ຍອ້ນຊີເນມາເຄື່ຶອນທີ່ ມັນຝັງເລິກລົງສະຫມອງ

ຈື່ຫມໍລຳຄຳດຽວ "ຄອມມູຍນິດເຂົ້າບ້ານແກວຢ້ານແລ່ນຫນີ" 

__________________
Anonymous

Date:

ຜູ່ຕິດຕາມ wrote:

ຄົນລາວທົ່ວໂລກປະນາມສຸພານຸວົງທີ່ຫຼົງເລ້ກົນຂອງໄກສອນຈົນບ້ານເມືອງວອດວາຍ

ທ່ານພັດຂອບໃຈໃນການກະທຳທີ່ໄຮ້ສິລທັມຂອງເຂົາເຈົ້າ.

ຂ້ອຍຕິດຕາມຟັງການປາຖະກະຖາຂອງເຈົ້າຢູ່ຫ້ອງການເມືອງ Paltalk ຕິດຕາມອ່ານ

ການສົນທະນາຂອງເຂົ້າຢູ່  SOC.Culture.Laos ແລະການອອກຄຳເຫັນຂອງເຈົ້າໃນ

ເວັບພາສາລາວ ບໍ່ສາມາດຕີລາຄາໄດ້ຈຸດຢືນຂອງທ່ານ.

Please take side ຈະເປັນເຈັຽກໍ່ເປັນ ຈະເປັນໜູກໍ່ເປັນເດີທ່ານ !

          ຜຂ   ໄປເຮືອນທ່ານ ອະເມຣິລາວສອງເທືອ່ ຢູ່ລັດ ໂອກຣາໂຮມາ..ເຫັນໃບປະກາດເພີ່ນຮຽນຈົບກົດໝາຍຈາກລັດ ອາຣິໂຊນາ ແຕ່ ຜູ້ກ່ຽວໄຊ້ການບໍ່ໃດ້ດອກ ເສັຽຫົວ ກິນເຫົ້ລາຫລາຍ ອາດເປັນຍ້ອນ ເມັຽ ປ໋ະ.

__________________
Anonymous

Date:

          ຜຂ   ໄປເຮືອນທ່ານ ອະເມຣິລາວສອງເທືອ່ ຢູ່ລັດ ໂອກຣາໂຮມາ..ເຫັນໃບປະກາດເພີ່ນຮຽນຈົບກົດໝາຍຈາກລັດ ອາຣິໂຊນາ ແຕ່ ຜູ້ກ່ຽວໄຊ້ການບໍ່ໃດ້ດອກ ເສັຽຫົວ ກິນເຫົ້ລາຫລາຍ ອາດເປັນຍ້ອນ ເມັຽ ປ໋ະ.

 ລາວຈະຖືກເມັຽປະຫຼືປະເມັຽກໍ່ເປັນເລື່ອງສ່ວນຕົວຂອງລາວ

ເລື່ອງອຸດົມຄະຕິຂອງລາວ ເລື່ອງprofessionalຂອງລາວກໍ່ເປັນ

ອີກເລື່ອງນຶ່ງ.

__________________
Anonymous

Date:

luffy wrote:
Anonymous wrote:

ຂ້ອຍຄິດວ່ານັກລົງທຶນໄທ ແລະນັກລົງທຶນຊາດອື່ນສົນໃຈໄປລົງທຶນຢູ່ມຽນມາ

ຫຼາຍກວ່າ ຈະມີນັກລົງທຶນຊາວວຽດນາມເຂົ້າມາລົງທຶນໃນລາວຫຼາຍກວ່າໝູ່

ແລະແນ່ນອນ ຄົນລາວແທ້ໆຈະໄດ້ແຕ່ນັ່ງກິນນອນໃຊ້ຄົນຊາດອື່ນ.

ອີກ 30-50 ປີ ເຊື້ອຫວຽດແລະເຊື້ອຈີນ ຈະໄດ້ເປັນນາຍ

ສ່ວນເຊື້ອລາວ ກະເປັນຄືອີ່ສານ

ເປັນຄືອີ່ສານກະດີກວ່າລາວພັນເທ່າພູ້ນລ່ະ ບັກຮູຂີ້ສະໝອງໝາ ປັນຍາຄວາຍ ລູກແຫລງ ຕີນມື ຂີ້ຂ້າ ຈັກກະພັດອາເມຣີກາ

__________________
Anonymous

Date:

 ເນື້ອ່ງຈາກວ່າ ສປປລ ເປັນປະເທດດ້ອຍພັດທະນາ ແຖມຍັງມີ ປະຊາກອນນ້ອຍ  ການເຂົ້າຮ່ວມ ເສຖກິດ AEC ລາວຈະ ເສັຽປຽບ  ຫຼື ໃດ້ປຽບ ຫລາຍປານໃດ  ຂຶ້ນຢູ່ກັບວ່າ:

                                             ເຮົາຈະຍອມຈໍານວນ ຫຼື ເປີດກ້ວາງ ອະທິປະຕັຍ ຂອງຊາດ ຫລາຍປານໃດ?

   ຂັ້ນຕອນຂອງການອອກກົດໝາຍນະໂຍບາຍ ຈະຕ້ອງມີຜູ້ສ້ຽວຊານ ວາງແຜນໄວ້ຢ່າງຮັດກຸມແລະລອບຄອບ ໃຫ້ເປັນໄປ ແຕ່ລະຂັ້ນ ຄ່ອຍໆເດີນ ຢ່າໃຫ້ ການພັດທະນາທາງດ້ານເສຖກິດ

ຕ້ອງເປັນ ຢາພິດ ທໍາລາຍ  ຄວາມໝັ້ນຄົງຂອງຊາດໃນລະຍະສັ້ນ ແລະ ລະຍະຍາວ. ຫາກ ເຮັດຜິດ....ບໍ່ພຽງແຕ່ຊາດຈະຈິບຫາຍ...ຊາດຈະຊິ້ນຊາດ. ຫາກຊິ້ນຊາດແລ້ວ

ການພັດທະນາທາງດ້ານເສຖກິດ ການເຕີບໂຕທາງດ້ານເສຖກິດ:  ຈະບໍ່ມີຄວາມໝາຍ.

       ຊາດຕາຍ......ພັກຕາຍ.....ການເຕີບໂຕທາງດ້ານເສຖກິດ ບໍ່ມີຄວາມໝາຍ (ເພາະຄົນໃນຊາດ ສ່ວນໃຫ່ຍ ມັນເປັນຄົນຕ່າງຊາດໃດ້ຖືກປ່ຽນແປງ (ສັບປ່ຽນ) ໄປແລ້ວ)

__________________
Anonymous

Date:

ຖ້າໃຜມີລິດມີເດດ ກະລຸນາດຶງເຂັມໂມງໃຫ້ໄປຮອດປີ 2015 ໄວໆແດ່ ຂ້ອຍຈຶ່ງຈະໄດ້ຊື້ລົດ

ລາຄາຖືກໆມາຂີ່, ເຂົາວ່າ 500 ໂດລາ ກໍ່ຈະຊື້ລົດໄທມາຂີ່ໄດ້ເພາະບໍ່ໄດ້ເສຍພາສີ.

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard