Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ແມ່ນຫັຍງ ສປປລ ຕ້ອງການຫລາຍທີ່ສຸດ ພາຍໃນ ຫ້າສິບປີຂ້າງໝ້າ?
Anonymous

Date:
ແມ່ນຫັຍງ ສປປລ ຕ້ອງການຫລາຍທີ່ສຸດ ພາຍໃນ ຫ້າສິບປີຂ້າງໝ້າ?


 

                                     ຊ່ວຍກັນຄິດ....ຊ່ວຍກັນອ່ານ.

 

ແມ່ນຫັຍງ ສປປລ ຕ້ອງການຫລາຍທີ່ສຸດ ພາຍໃນ ຫ້າສິບປີຂ້າງໝ້າ?

 

☼. ຕ້ອງການເລັ່ງລັດພັດທະນາ ເສຖກິດຂອງຊາດເພືອ່ຈະນໍາພາ ປຊຊລ ອອກຈາກຄວາມທຸກຍາກ...ແມ່ນສໍາຄັນກົ່ວາມູ່ມົດ,

☼. ປທຊ ຕ້ອງມີສັນຕິພາບ ແລະ ສະເຖັຽຣະພາບທາງດ້ານການເມືອງຖຸ່ນຖ່ຽງ  ຢ່າງຍາວນານ ຊາດຈັ່ງສາມາດຮັ່ງມີໃດ້..ແລ້ວຄວາມຖືກຕ້ອງປ່ອງດອງຊາດຈັ່ງຕາມມາທີຫັລງ,

☼. ຄວາມຖືກຕ້ອງປອງດອງຊາດຕ້ອງມາກ່ອນ ແລະ ຍັງເປັນ ເສັ້ນຊິວິດ ສໍາຄັນທີ່ສຸດ ທີ່ຈະນໍາ ປທຊ ໄປສູ່ຄວາມອຸດົມຮັ່ງມີ ແລະ ເຂັ້ມແຂງໃດ້,

☼. ກ່ອນອື່ນມົດ ແລະ ສໍາຄັນທີ່ສຸດ ປທຊ ຕ້ອງມີການປົກຄອງດ້ວຍຣະບອບ ປະຊາທິປະຕັຍ ທີ່ມີພັກການເມືອງຫລາຍພັກ,

☼. ການ  ປາບປາມ ຄໍຣັບຊັ້ນ ແມ່ນສໍາຄັນທີ່ສຸດ ທີ່ສາມາດຈະທໍາໃຫ້ ປຊຊລ ເຫີ້ລອມໃສນໍາສະຖະບັນການເມືອງຂອງຊາດ,

☼. ກ່ອນອື່ນມົດ ຕ້ອງ ຍົກເລີກ ສັນຍາ ມິດຕະພາບແບບພິເສດ ລາວ-ວຽດ



__________________
Anonymous

Date:
RE: ແມ່ນຫັຍງ ສປປລ ຕ້ອງການຫລາຍທີ່ສຸດ ພາຍໃນ ຫ້າສິບປີຂ້າງໝ້າ?


ອັນທີໜື່ງ ເງີນ $$$$  ສໍ້ລາດບັງຫຼວງ  ອັນທີສອງ ນໍ້າມັນ ອັນທີສາມ ລົດຍົນລູລາ ອັນທີສີ ສາວນອ້ຍເອາະໆ

 

ໃຜ່ມີອີກ ເຊີນຕໍ່ ຍາວໆໆ



__________________
Anonymous

Date:

ສືບຕໍ່ດົມຫຳ ຫວຽດ-ຈີນ.



__________________
Anonymous

Date:

ໂຄງລ່າງພື້ນຖານ



__________________
Anonymous

Date:

ຕົ້ນເຫດຂອງຄວາມທຸກຍາກຫຼ້າຫຼ້ງຂອງປະເທດເຮົາຄື ລະບອບການເມືອງພັກດຽວທີ່ຫຼ້າຫຼັງ ເຊິ່ງຄົນທັງໂລກເຂົາບໍ່ຕ້ອງການ ແລະເປັນທີ່ລັງກຽດທີ່ສຸດ!

ດັ່ງນັ້ນ ຄວນແກ້ບັນຫາການເມືອງໃຫ້ເປັນປະຊາທິປະໄຕ ໃຫ້ອຳນາດອະທິປະໄຕເປັນຂອງປະຊາຊົນຢ່າງແທ້ຈິງ ສິ່ງໃດດີກໍ່ວ່າດີສິ່ງໃດບໍ່ດີກໍ່ວ່າບໍ່ດີ ບໍ່ເມາະ ແລ້ວພ້ອມກັບປຊຊທັງຊາດກ້າວຂື້ນສູ່ຄວາມຈະເລີນຢ່າງເທົ້າທຽມກັນ.

ບໍ່ມີໃຜເປັນສັດຕູໃຜ ສັດຕູຂອງຊາດຕົວຈິງແມ່ນຄວາມທຸກຍາກຫຼ້າຫຼັງຂອງປຊຊ, ຄວາມບໍ່ເທົ້າທຽມກັນໃນສັງຄົມ(ຜູ້ມີກິນພໍຮາກຜູ້ຢາກໆພໍຕາຍ) ນີ້ຄືສັງລາວເຮົາທີ່ຕ້ອງການແກ້ໄຂຢ່າງຮີບດ່ວນ ກ່ອນທີ່ຊັບສົມບັດຂອງຊາດຈະໝົດສີ້ນຍ້ອນຄົນພຽງບໍ່ທໍ່ໃດຕະກຸນ!

ຈາກ: ຄົນຮັກຊາດ.



__________________
Anonymous

Date:

Anonymous wrote:

ຕົ້ນເຫດຂອງຄວາມທຸກຍາກຫຼ້າຫຼ້ງຂອງປະເທດເຮົາຄື ລະບອບການເມືອງພັກດຽວທີ່ຫຼ້າຫຼັງ ເຊິ່ງຄົນທັງໂລກເຂົາບໍ່ຕ້ອງການ ແລະເປັນທີ່ລັງກຽດທີ່ສຸດ!

ດັ່ງນັ້ນ ຄວນແກ້ບັນຫາການເມືອງໃຫ້ເປັນປະຊາທິປະໄຕ ໃຫ້ອຳນາດອະທິປະໄຕເປັນຂອງປະຊາຊົນຢ່າງແທ້ຈິງ ສິ່ງໃດດີກໍ່ວ່າດີສິ່ງໃດບໍ່ດີກໍ່ວ່າບໍ່ດີ ບໍ່ເມາະ ແລ້ວພ້ອມກັບປຊຊທັງຊາດກ້າວຂື້ນສູ່ຄວາມຈະເລີນຢ່າງເທົ້າທຽມກັນ.

ບໍ່ມີໃຜເປັນສັດຕູໃຜ ສັດຕູຂອງຊາດຕົວຈິງແມ່ນຄວາມທຸກຍາກຫຼ້າຫຼັງຂອງປຊຊ, ຄວາມບໍ່ເທົ້າທຽມກັນໃນສັງຄົມ(ຜູ້ມີກິນພໍຮາກຜູ້ຢາກໆພໍຕາຍ) ນີ້ຄືສັງລາວເຮົາທີ່ຕ້ອງການແກ້ໄຂຢ່າງຮີບດ່ວນ ກ່ອນທີ່ຊັບສົມບັດຂອງຊາດຈະໝົດສີ້ນຍ້ອນຄົນພຽງບໍ່ທໍ່ໃດຕະກຸນ!

ຈາກ: ຄົນຮັກຊາດ.


 f,uck-off! go and ask big China..one party nation as same as clever Laos!



__________________
Anonymous

Date:

ອີກ 50 ປີ ສປປລ ຕອ້ງການໃຫ່ ພວກເຈົ່າຢາຟ່າວຕາຍເທືອ່

ຢາກໃຫ້ຖ້າເບິ່ງໃນຕາຕົວເອງດີກວ່າມາເວົ້າສຽດ ເວົ້າແທງຢູ່ຕະຫລອດ



__________________
Anonymous

Date:

ແມ່ນແດ້ວ ແມ່ນ ແດ້ວ 

ຕ້ອງຍົກເລິກ ຫຼື ສິ້ນສຸດ ການສັນຍາແບບ ຈຳເປັນນັນໄປສາ

ທຸກຄອບຄົວ ທຸກປະເທດ ທຸກສັງຄົມ ຕ້ອງ ມີເອກະລາດ ມີຄວາມເປັນໂຕຂອງໂຕເອງ

ແຕ່ກໍ່ປະຕິເສດບໍໄດ້ວ່າ ນັກວິຊາການບໍ່ພຽງພໍ

ສິ່ງດຽວທີ່ເປັນໄປໄດ້ ກໍ່ຄືເປີດໃຈລົມກັບລາງວນອກ ເພື່ອໃຫ້ເຂົາມາລຶບ ປົມດ້ອຍຂອງ ຊາດທີ່ມັນແກ້ໃຂບໍ່ໄດ້ມາແຕ່ດົນນານຢູ່ແລ້ວ

 

ເຄີຍລົມກັບ ທະຫານສຳມະນາ ຢູ່ອັດຕະປື ລາວບອກວ່າ ລາວເປັນຄົນຫຼວງນ້ຳທາ ກ່ອນມາສຳມະນາຢູ່ອັດຕະປື ແມ່ນເກີດຈາກການປີ້ນສັນຍາຂອງຝ່າຍຊຳເໜືອ

ລາວສອງຝ່າຍວ່າຊິຫຼິ້ນເກມເອົາທຸກສິ່ງທຸກຢ່າງທີ່ ອມລກ ມາປະໄວ້ ແຕ່ ທ່ານ ໄກສອນ ເປັນ ຄົນ ຊອມຊໍ່ ພໍ້ວໍ້ ແພ້ແວ້ ຍົວະໃຫ້ ນ້ອງກັບອ້າຍ ຜິດກັນໃຫ້ໄດ້

ສະນັນທ່ານ ສຸພານຸວົງເລີຍ ຕົກຢູ່ໃນສະພາບ ກືນບໍ່ເຂົ້າຄາຍບໍ່ອອກ ໝາຍຄວາມວ່າ ກຳລັງປະກອບອາວຸດບໍ່ໄດ້ຂື້ນກັບເພຶ່ນແລ້ວ ສະນັ້ນ ເພິ່ນຈຶ່ງເຮັດຫຍັງບໍ່ໄດ້

ເລີຍໄດ້ປ່ອຍເລີຍຕາມເລີຍ

ສຸດທ້າຍແມ່ນວ່າ ລາວໄດ້ແຕກແຍກກັນຢ່າງບໍ່ມີໃຜຄາດວ່າມັນຊິເປັນແບບນີ້

ເພາະ ອມລກ ກໍ່ໄດ້ກັບບ້ານຢູ່ແລ້ວ 

ສະຫຼຸບກໍ ຄື ແກວ ຫວັງ ທຳລາຍຊາດລາວຢູ່ແລ້ວ ເພາະວ່າ ມັນກູ້ໄຊງ່ອນໄດ້ກໍ່ແມ່ນຍ້ອນລາວຢູ່ແລ້ວ ມັນຫົວໃຫຍ່ບອກວ່າ ລາວເປັນໜີ້ບຸນຄຸນມັນ

ທີ່ແທ້ແມ່ນມັນ ຕ່າງຫາກຕິດໜີ້ບຸນຄຸນເຮົາ

ແກວເໜືອ ກັບ ແກວ ໄຕ້ ລວມຊາດກັນໄດ້ ກໍ່ແມ່ນຍ້ອນລາວ ເພາະ ມັນໃຊ້ເປັນທາງ ລຳລຽງອາວຸດ ຈົນກາຍເປັນທາງທີ່ມີຊື່ສຽງລະດັບໂລກ

ວ່າ ໂຮຈິມິນໂຣດ ແຕ່ສະຖານທີ່ແມ່ນຢູ່ແຜ່ນດິນລາວ

 

ມັນເປັນໜີ້ບຸນຄຸນເຮົາ ບໍ່ແມ່ນເຮົາເປັນໜີ້ບຸນຄຸນມັນ

 

ທົ່ວປະເທດລາວ ນັບແຕ່ກອງຫຼອນ ຮອດ ທະຫານຕຳຫຼວດ ແຕ່ລະຊັ້ນ ຍັງເວົ້າວ່າ ຫວຽດມາຕາຍຢູ່ລາວ ຫຼວງຫຼາຍ ແຕ່ເຂົາບໍ່ເຄີຍຮູ້ວ່າມັນມາຕາຍເພາະ ບັກ ໂຮ ສັ່ງມາເອງ

ເວລາເຮົາເວົ້າ ເລື່ອງນີ້ສູ່ເຂົາຟັງ ສ່ວນຫຼາຍເຂົາຈະງົງ ງົງ ງົງ ວ່າເຮົາບໍແມ່ນຄົນທຳມະດາເດ ທີ່ກ້າເວົ້າເລື່ອງແປກໆ ແບບນີ້



__________________
Anonymous

Date:

ໂຄງການພັດທະນາຂອງລັດ ສປປ ລາວບໍຕ່າງຫັຍງກັບໂຄງການປູກໝາກຕານຂາຍ

ໄຫ້ຄິດເອົາພີ່ນ້ອງລາວທຸກຄົນ ເພື່ອໄຫ້ໝາກຕານເຕີບໂຕຕ້ອງໄຊ້ເວລາຈັກປີ



__________________
Anonymous

Date:

ຕ້ອງການ ໝາປີນ ກັບ ເບັຍລາວ ແລະ ສາວນ້ອຍ.

 



__________________
Anonymous

Date:

ຜູ້ຕັ້ງກະທູ້ ແມ່ນ idiot ແທ້ໆ furious



__________________
Anonymous

Date:

ສ້າງ Farm ໝາຂຶ້ນທົ່ວປະເທດເພື່ອຈະເປັນສິນຄ້າສົ່ງອອກອັນດັບໜຶ່ງຂອງໂລກ ເພາະມີປະຊາກອນ

ເຄິ່ງໜຶ່ງຂອງໂລກມັກກິນໝາທີ່ສຸດຄື: ຫວຽດນາມ, ຈີນ ແລະ ເກົາຫຼີເໜືອ ທັງ 3 ປະເທດນີ້ຈະເປັນ

ລູກຄ້າຂັ້ນ 5 ດາວຂອງລາວ ແລະຈະສັ່ງຊີ້ນໝາເຂົ້າປະເທດເຂົາປີໜຶ່ງຫລາຍລ້ານໂຕນ. ລາວຈະກາຍ

ເປັນມະຫາເສຖີໝາແນ່ນອນໃນອານາຄົດຖ້າວ່າລາວສາມາດສ້າງຟາມໝາຂຶ້ນໄດ້ເພື່ອຈະປ້ອນຕລາດ

ຂອງ 3 ປະເທດນີ້.

 



__________________
Anonymous

Date:

ເງິນເດືອນພ/ງລັດຍັງບໍ່ສາມາດຈ່າຍໄດ້ຕາມກຳນົດ ຢ່າຫວັງເລື່ອງອື່ນ!



__________________
Anonymous

Date:

 ເລື້ອງ  ຄວາມໝັ້ນຄົງຂອງຊາດ....ແລະ  ຄວາມຢູ່ລອດຊອງຊາດ  ຢ່າຖືເປັນເລື້ອງເບົາ

ຫຼື ປະເມີນກາຍ ປາສຈາກການວິເຄາະວິໃຈໃຫ້ ລະອຽດລະອໍ ຫຼື ເອົາ  ຄວາມມັ້ນຄົງຂອງຊາດ ໄປສ່ຽງ

ພະນັນກັບ ການພັດທະນາທາງດ້ານເສຖກິດ ຫຼື ກັບຄວາມສໍາພັນໃນຍຸກ ປຕວ. ຫາກຜິດພາດມາ...

..ບໍ່ພຽງແຕ່ຊາດຈະຈິບຫາຍວອດວາຍ......ຊາດຈະຊີ້ນຊາດ.

ຂໍໃຫ້ນັກປັນຍາຊົນ ນັກຮຽນຮູ້ ພີ່ນ້ອງລາວໃນ ເກັບໄປຄຶດໄໝ່. ອັນນີ້ບໍ່ແມ່ນບັນຫາ ລາວໃນ ຫຼື ລາວນອກ ແຕ່ ເປັນບັນຫາ

ຂອງຊາດ ລວມກັນ.



__________________
Anonymous

Date:

Anonymous wrote:

ຕ້ອງການ ໝາປີນ ກັບ ເບັຍລາວ ແລະ ສາວນ້ອຍ.

 


 

ບ້ານເຮົາມີຜູ້ນຳທີ່ຊື່ສັດ ສຸຈະລິດ ສະຫຼາດສ່ອງໃສ ບໍ່ເຫັນແກ່ປະໂຫຍດສ່ວນຕົນ ແລະ ຕະກຸນພວກພ້ອງ ແລະ ບໍ່ເຄີຍເອົາປຽບປະຊາຊົນ.. ແລະ ປະເທດລາວເຮົາເປັນປະເທດທີ່ມີປະຊາທິປະໄຕ ປະຊາຊົນລາວມີສິດເສຣີພາບ ແລະ ມີຊີວິດການເປັນຢູ່ທີ່ດີ ແບບບໍ່ມີທີ່ຕິເລີຍ

 



__________________
Anonymous

Date:

ປ່ຽນເອົາຜູ້ນຳ ຜູ້ທີ່ບໍ່ມີຄວາມຮູ້ຄວາມສາມາດ

ແລະ ບໍ່ມີຜົນງານອອກ ຊອກຜູ້ດີມີສິນທຳ ມີຄວາມຮູ້ແນ່ນອນມາແທນ

ເອົາຜູ້ທີ່ມີຢາງອາຍ ບໍ່ກອບໂກຍຂອງລັດ ຫຼື ສວຍໃຊ້ຕໍາແໜ່ງໂກງກິນ ມາແທນພວກມີລົດ 10 ຄັນ ເຮືອນ 10 ຫຼັງຄືສູ່ມືນີ້

ນາມສະກຸນນື່ງ ຄວນໃຫ້ນະໂຍບາຍ 1​ຕໍາແໜ່ງເທົ່ານັ້ນໃນການນຳ

ເຮັດການປະຕິວັດຜ່ານມາບໍ່ມີພຽງ 4-5 ນາມສະກຸນຕິບໍ

ຄວາມເບີ່ງຄືນແດ່ ລູກຫຼານນັກປະຕິວັດຍຸກກອ່ນບັນດາທ່ານຜູ້ນຳໃນປະຈຸບັນກໍ່ມີຄວາມຮູ້ຢູ່ຫຼວງຫຼາຍ

 

 

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard