Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຢາກມີອາຫານກະປອ້້ງສົົ່່ງອອກ
Anonymous

Date:
ຢາກມີອາຫານກະປອ້້ງສົົ່່ງອອກ

ຄົນຕ່າງປະເທດ ຢາກຢູ່ບໍ່

ແຈວ່ບອງເມືອງຫລວງ 

ແຈວ່ປາບຳ້ຊຳເຫນືອ

ປາແດກເຄື່ອງ

ອອ່ມຂີ້ເຫລັກ

ຈືນປາຈາວ

ຫມຳ້

ແກງຫນໍໄມ້ 

       ຈາກເມືອງລາວ ທີ່ຜລິດແບບບໍ່ມີສານພິດ

ຢາກຖາມວ່າຕອ້ງຜາ່ນມາດຖານ ອຍ ໃດແນ່

ຫລືວ່າ ຄົນລາວຢູ່ ຕ່າງປະເທດກັບໄປລົງທຶນແລວ້ສົ່ງມາຂາຍໃຫ້ຄົນຕົວເອງກໍໄດ້ນີ້ນາ

ຖ້າກິນນຳແຕ່ຂອງໄທ ຂອງຫວຽດສົ່ງໄປເຮັດຫຍັງ

  ອອກຄວາມຄິດຊອ່ຍກັນແດ່

__________________
Anonymous

Date:

Anonymous wrote:

 who wan a eat Bamboo soup can or Om Khee Lek?? haha

some food is fine and interested idea to produce and export. the target is not only for Lao customers, but also for all asian race.

the problem is, when it contains or put in the can, some food needs to add a chemical element to keep in well which won't accept by consumers.

__________________
Anonymous

Date:

ຖ້າເຮັດຂາຍພາຍໃນ ອາດຈະປອດສານພິດແທ້ ແຕ່ຖ້າຈະສົ່ງອອກໄປຂາຍຢູ່ຕ່າງປະເທດກໍ່ຕ້ອງ

ໄດ້ໃຊ້ສານກັນບູດເພາະການຂົນສົງຕ້ອງໃຊ້ເວລາຫຼາຍເດືອນຈຶ່ງຮອດ ຖ້າບໍ່ໃສ່ຈືນປາຈາວແຫ້ງ

ຄົງເໝັນຕຶຕຶ໋. 

12 ປີກ່ອນ ມີຄົນເຈັກ-ລາວ ຫອບເງິນຈຳນວນ 15 ລ້ານມາລົງທຶນເຮັດປາກະປ໋ອງ ແຕ່ຍ້ອນທຶນ

ບໍ່ຫຼາຍ ຫົວການຄ້າບໍ່ໄວຈຶ່ງໄດ້ແຕ່ໂຮງງານຮ້າງ. ຂ້ອຍຄິດວ່າ ຄົນລາວມີເງິນເຕັມສາງຄວນເຮັດ

ອາຫານກະປ໋ອງຂາຍດີກ່ວາ ເຮັດຂາຍໃຫ້ຄົນທົ່ວໄປຢ່າຫວັງຕັ້ງຕໍ່ຂາຍໃຫ້ສະເພາະແຕ່ຄົນລາວ

ເພາະຈະເກັບກຳໄລໄດ້ຊ້າ.

__________________
Anonymous

Date:

I want som pa khem, and mum phok.

__________________
Anonymous

Date:

ຄົນລາວນອກເຂົາມັກເຮັດກິນເອງ

ທີ່ຕ້ອງການກໍ່ພຽງວັດຖຸດິບບາງຢ່າງທໍ່ນັ້ນ

ຈະເຮັດອາຫານສຳເລັດຮູບໄປຂາຍຄົນລາວນອກ  ໃຫ້ເຈົ້າລືມໄປໄດ້ເລີຍ

ຖ້າຢາກເຮັດເຄື່ອງກະປ໋ອງສົ່ງນອກອີຫຼີ

ໃຫ້ເຈົ້າປູກໜໍ່ໄມ້  ເຫັດເຜາະ  ເຫັດປວກ ຫວາຍ  ດີກວ່າ

ຄັນປາມີຫຼາຍ  ເຮັດປາແດກແຊບໆ  ເຮັດໜໍ່ໄມ້ສົ້ມດີໆອັດຂວດອັດກະປ໋ອງເດີ

ກ່ອນອື່ນໃຫ້ເຈົ້າໄປຫາຊ່ອງທາງຂົນສົ່ງແລະຕະຫຼາດກ່ອນ

ຂ້ອຍເຊື່ອວ່າເຈົ້າບໍມີຄວາມຮູ້ເຮື່ອງອິມພອຣ໌ຕ ເອັກຊພອຣ໌ຕຢ່າງແນ່ນອນ

ໃຫ້ໄປຕິດຕໍ່  ຮຽນຮູ້ຢູ່ປະເທດໄທຍຫຼືຫວຽດນາມ

ໄປຫາບໍຣິສັດທີ່ເຂົາຜະລິດອາຫານກະປ໋ອງສົ່ງນອກຢູ່ແລ້ວ  ແຕ່ບໍ່ມີສິນຄ້າໂຕດຽວກັບຂອງເຮົາ

ເອົາສິນຄ້າໂຕຢ່າງໄປສະເໜີໃຫ້ເຂົາເປັນຜູ້ແທນຈຳໜ່າຍ 

ຖ້າເຂົາສົນໃຈ  ໃຫ້ເຮັດສັນຍາຈັກປີໆໄວ້ກ່ອນ  ເພື່ອໃຫ້ເຂົາຊ່ອຍໄປເປີດຕະຫຼາດຕ່າງປະເທດໃຫ້

ອະນາຄົດຍັງຄຶດເຜື່ອໄວ້ເຮັດເອງ  ຖ້າຮຽນຮູ້ຊ່ອງທາງວິທີເຮັດເປັນເອງແລ້ວ

ແລະສິນຄ້າເປັນທີ່ຮູ້ຈັກໃນມວນໜູ່ຜູ້ບໍຣິໂພກແລ້ວ

ໃຫ້ໄປຕິດຕໍ່ໂອ້ລົມກັບຫຼາຍໆບໍຣິສັດທັງທາງໄທຍແລະຫວຽດນາມ

ຖ້າເຂົາສົນໃຈຫຼາຍບໍຣິສັດ  ແລ້ວຄ່ອຍເລືອກວ່າເງື່ອນໄຂໃຜດີ ຈະຮ່ວມຄ້າກັບໃຜ

ທີ່ສຳຄັນຕ້ອງຫາສ້າງວັດຖຸດິບໃຫ້ໄດ້ຫຼາຍໆ 

ຜະລິດສິນຄ້າໃຫ້ມີຄຸນນະພາບທັງຣົດຊາດແລະຫີບຫໍ່ສະດຸດຕາ

ຂ້ອຍເຊື່ອວ່າຄົນລາວແລະຄົນໄທຍອີສານທົ່ວໂລກຕ້ອງໃຫ້ຄວາມສົນໃຈ

ແລະຢາກອຸດໜຸນສິນຄ້າຂອງຄົນລາວຢ່າງແນ່ນອນ

1/ ຢ່າເຮັດອາຫານສຳເຣັດຮູບ(ອາຫານປຸງແຕ່ງຮຽບຮ້ອຍກິນໄດ້ໂລດ)

2/  ສິນຄ້າຕ້ອງດີທີ່ສຸດເທົ່າຈະເຮັດໄດ້  ຊື່ສັດຕໍ່ຜູ້ບໍຣິໂພກ

ສິນຄ້າອາຫານກະປ໋ອງບໍ່ໄດ້ມີແຕ່ເຮົາ  ຕ້ອງສ້າງຄວາມເຊື່ອຖືໃຫ້ລູກຄ້າຫຼາຍເທົ່າທີ່ຈະເຮັດໄດ້

__________________
Anonymous

Date:

 ທັງມົດນີ້ ຕ້ອງໄຊ້  ວິທະຍາສາດເທັກໂນໂລຊີ ມາກສ໌-ເລນິນ ທີ່ເຮົາຮຽນນໍາວຽດນາມ   ນໍາເຂົ້າມາຊ່ວຍປະກອບໃນການພະລິດ.

ບໍ່ມີຕັນຫາ. ສປປລ ເຮົາມີນັກວິຊາການ ມາກສ໌-ເລນິນ ລົ້ນບ້ານລົ້ນເມືອງ. ນີ້ຄືຄວາມຮັ່ງມີຂອງ ປທຊ.

 BUK XONTIIN!

  ອາຫານກະປ໋ອງ ຈາກ ສປປລ  ຂາຍ ໃນຕະຫລາດໂລກມີດັ່ງຕໍ່ໄປນີ້:

ກ.​ສົ້ມໝາ ຫຼື ແໝມໝາ,

ຂ.ຂີ້ຄວາຍຫັຍກກຸມພັນ ແຊບອີ່ຫຼີ,

ຄ.ດອງຈຸດຈີ່ມັດຈຸຣາດ,

ງ.ແຈ່ງຈົງອາງເປົ່າໄຟ,

ຫາກໃຜຕ້ອງການ ເຊີນຕິດຕໍ່ ຮ້ານອາຫານ  ຄອບໃຈເດີ Corporation .

__________________
Anonymous

Date:

ຜລິດຂຶ້ນມາປ້ອນຕລາດພາຍໃນກ່ອນເພາະປະເທດເຮົາກຳລັງກ້າວໄປສູ່ຍຸກພັດທະນາ

ໃນອະນາຄົດ ຄົນໃນປະເທດລາວຈະຫາເວລາຍາກທີ່ຈະມາເຮັດຢູ່ເຮັດກິນເໝືອນໃນ

ປັດຈະບັນນີ້, ຖ້າລົ້ນຕລາດພາຍໃນ ຈຶ່ງສົ່ງອອກໄປຂາຍໃຫ້ຄົນລາວຢູ່ຕ່າງປະເທດ.

 ຕະຫຼາດພາຍໃນປະເທດແຮ່ງຂາຍຍາກ

ເຄື່ອງກະປ໋ອງໜ້ອຍ  ແພງ  ຊື້ມາແລ້ວກ່ອນກິນຍິງຕ້ອງອຸ່ນອີກ ແລະບໍ່ແຊບຄື່ເຮັດສົດ 

ອາຫານສົດມີຂາຍທົ່ວໄປ  ຫາຊື້ໄດ້ງ່າຍ

ຖ້າຂີ້ຄ້ານເຮັດຫຼືບໍ່ມີເວລາເຮັດ  ອາຫານສຸກກໍ່ມີຂາຍເຕັມບ້ານເຕັມເມືອງ

ແກະຫໍ່  ແກະຖົງເທໃສ່ຖ້ວຍກະກິນໄດ້ໂລດ

ປະຊາກອນລາວ7ລ້ານຄົນ  ຄຶດເປັນຜູ້ເຖົ້າຈັກລ້ານ  ເດັກນ້ອຍຈັກລ້ານ  ແມ່ເຮືອນຈັກລ້ານ

ທີ່ເຫຼືອພວກບໍ່ມີຄອບຄົວມີຈັກລ້ານ  ແລະຄົນພວກນີ້ມີຈັກຄົນບໍ່ໄປກິນເຝີ  ບໍ່ກິນຕຳໝາກຫຸ່ງ

ບໍ່ຊື້ອາຫານສຸກມາກິນ  ແຕ່ໄປຊື້ອາຫານກະປ໋ອງ?

ສະພາບການ  ສິ່ງແວດລ້ອມແລະນິສັຍຂອງຄົນລາວຍັງບໍ່ເຖິງຂັ້ນຕ້ອງຊື້ອາຫານກະປ໋ອງກິນ

ນອກຈາກຂອງກິນຫຼີ້ນ  ຂະໜົມ ແລະມາມ່າທີເຮັດງ່າຍ ມີຣາຄາຖືກທໍ່ນັ້ນຍັງພໍຂາຍໄດ້

ຢ່າວ່າແຕ່ເມືອງລາວທີ່ມີປະຊາກອນໜ້ອຍ  ລົງທຶນເປີດໂຮງານເຮັດແລ້ວຂາຍບໍ່ໄດ້ເລີຍ

ເມືອງໄທຍປະຊາກອນ70ລ້ານຄົນ 

ເຂົາຍັງບໍ່ເຮັດອາຫານກະປ໋ອງສຳເຣັດຮູບເພື່ອຫວັງມາຕີຕະຫຼາດພາຍໃນປະເທດເລີຍ

ສ່ວນຫຼາຍເຮັດໄປຂາຍຕ່າງປະເທດ  ໃນປະເທດກໍ່ວາງຂາຍພຽງຈຳນວນໜ້ອຍພໍຄືທໍ່ນັ້ນ

__________________
Anonymous

Date:

ແມ່ຄົວລາວນິຍົມໃຊ້ເຄື່ອງປຸງກະປ໋ອງຈາກໄທຫຼືບໍ?

1305788589770.jpg

__________________
Anonymous

Date:

ຖ້າໃຜມີສູດດີ ກໍລອງຫາທຶນຕັ້ງໂຮງງານເຮັດກະປ໊ອງສົ່ງອອກນອກລອງເບິ່ງ...
ຂໍຢ້ຳຄຳວ່າ ໃຫ້ສົ່ງອອກນອກເທົ່ານັ້ນ - for export ONLY - ເຊັ່ນ:
ແຈ່ວບອງ ແຈ່ວປາແດກ ຫນໍໄມ້ ຫນໍແຍ້...
ເຂົ້າຕົ້ມກ້ວຍສຸກ ເຂົ້າຕົ້ມເຜືອກສຸກ ຫລືເຂົ້າຕົ້ມໃສ້ອື່ນໆ ແຊ່ແຂງໄວ້
ປີ້ງກ້ວຍທັບແປຈຸ່ມກະທິ ແຊ່ແຂງ ກໍໄດ້ ແລະ ອື່ນ ໆ
ຂພຈ ເຫັນອາຫານ ເຄື່ອງຢູ່ຂອງກິນສົ່ງອອກຈາກປະເທດໄທຍ໌
ແລະປະເທດຫວຽດນາມ ເຕັມຢູ່ຕາມຮ້ານຄ້າເອເຊັຍທີ່ສຫະຣັຖອາເມຣິກາ.
ສຳຄັນທີ່ສຸດຕ້ອງສະອາດ ແລະບັນຈຸໃນຫໍທີ່ມາດຕະຖານສາກົນ.

__________________
Anonymous

Date:

  ອາຫານກະປ໋ອງ ຈາກ ສປປລ  ຂາຍ ໃນຕະຫລາດໂລກມີດັ່ງຕໍ່ໄປນີ້:

ກ.​ສົ້ມໝາ ຫຼື ແໝມໝາ,

ຂ.ຂີ້ຄວາຍຫັຍກກຸມພັນ ແຊບອີ່ຫຼີ,

ຄ.ດອງຈຸດຈີ່ມັດຈຸຣາດ,

ງ.ແຈ່ງຈົງອາງເປົ່າໄຟ,

ຫາກໃຜຕ້ອງການ ເຊີນຕິດຕໍ່ ຮ້ານອາຫານ  ຄອບໃຈເດີ Corporation .

 ອາຫານກະປັອງປະເພດນີ້ຄົງຈະບໍ່ຜ່ານການກວດກາຂອງ USDA ແນ່ນອນ

ຈຶ່ງບໍ່ສາມາດນຳສົ່ງເຂົ້າສະຫະຣັດໄດ້ ໂອຍ! ອົດໄດ້ກິນເລີຍບາດນີ້.

__________________
Anonymous

Date:

Anonymous wrote:

ຖ້າໃຜມີສູດດີ ກໍລອງຫາທຶນຕັ້ງໂຮງງານເຮັດກະປ໊ອງສົ່ງອອກນອກລອງເບິ່ງ...
ຂໍຢ້ຳຄຳວ່າ ໃຫ້ສົ່ງອອກນອກເທົ່ານັ້ນ - for export ONLY - ເຊັ່ນ:
ແຈ່ວບອງ ແຈ່ວປາແດກ ຫນໍໄມ້ ຫນໍແຍ້...
ເຂົ້າຕົ້ມກ້ວຍສຸກ ເຂົ້າຕົ້ມເຜືອກສຸກ ຫລືເຂົ້າຕົ້ມໃສ້ອື່ນໆ ແຊ່ແຂງໄວ້
ປີ້ງກ້ວຍທັບແປຈຸ່ມກະທິ ແຊ່ແຂງ ກໍໄດ້ ແລະ ອື່ນ ໆ
ຂພຈ ເຫັນອາຫານ ເຄື່ອງຢູ່ຂອງກິນສົ່ງອອກຈາກປະເທດໄທຍ໌
ແລະປະເທດຫວຽດນາມ ເຕັມຢູ່ຕາມຮ້ານເອເຊັຍທີ່ສຫະຣັຖອາເມຣິກາ..ກະ

ໃຫ້ທ່ານໄປຜະລິດວັດຖຸດິບໃຫ້ພຽງພໍເສັຽກ່ອນ  ເພາະ ການເຮັດອາຫານກະປອງ ມັນຕ້ອງມີວັດຖຸດິບທີ່ພຽງພໍ ແລະຕໍ່ເນື່ອງ ກັບການຜະລິດ ຊຶ່ງບ້ານເຮົາຈະໄດ້ແຕ່ລະລະດູການ  ຍາມໝາກມ່ວງກະສິໄດ້ແຕ່ໝາກມ່ວງ, ຍາມໝາກໄຟກະສິໄດ້ແ່ຕ່ໝາກໄຟ  ປະເທດໄທດເເຮັດອາຫານກະບອງໄດ້ກະຍ້ອນມີການຜະລິດສ່ວນເກີນຫຼາຍ ສາມາດສ້າງລາຍຮັບຕຶ່ມດ້ວຍການເຮັດອາຫານກະບອງ ຂາຍພາຍໃນ ເພາະລູກຄ້າພາຍໃນປະເທດ, ມັນກະຢູ່ໃນເກນ 50 - 60 ລ້ານຄົນແລ້ວ ລົ້ນຕະຫຼາດເມື່ອໃດ, ເຂົາກະສົ່ງອອກນອກ ... ສ່ວນທ່ານ ວ່າເຮັດເພື່ອສົ່ງອອກ ສະເພາະ, ທ່ານບໍ່ສ້າງຕະຫຼາດພາຍໃນກ່ອນ ສິໄປໂດດຂ້າມສົ່ງອອກໂລດ ມັນບໍ່ເຈັ້ງ ໜ້ອຍມັນກະເຈັ້ງຫຼາຍລະວາ !ອີກຢ່າງ ກະແມ່ນປະລິມານການຜະລິດ ... ບໍ່ແມ່ນທ່ານຄິດຢາກເຮັດທໍ່ໃດກະໄດ້ ຜະລິດເທືອ່ໜຶ່ງ, ມັນຫຼາຍໝື່ນກະປອງ ແລ້ວຕະຫຼາດຮອງຮັບທ່ານຢູ່ໃສແດ່? ຂາຍໃຫ້ຄົນເອເຂຽໃນ ເມກາ...ກະບໍແມ່ນວ່າເຂົາສິຫຸ້ມກັນມາຊື້ໂລດ ຫຼາຍບໍໍລິສັດໄດ້ໄປທົດລອງເຮັດ ແຕ່ມັນກະບໍ່ເຖິງຂັ້ນ ເຮັດເປັນກະປອງໄດ້ເທື່ອ ແຕ່ເຮັດໃນຮູບ ໃສ່ແກ້ວ ມີຝາປິດເປັນ ພວກ Tamarind Jam, Orange Jam, Palm nut Jam ຫຼື ບໍ່ກະ Pickle Mango ...ເມື່ອໃດ ຊາວລາວຜະລິດຜັກ, ໝາກໄມ້, ໜໍ່ໄມ້ ເຖິງຂັ້ນ ມີ Surplus ເວລານັ້ນຈຶ່ງໄປຄິດເຮັດກະປອງຂາຍເດີ ທ່ານ ເພາະຕາມທີ່ຮູ້ ຄົນລາວ 55 %ເປັນຄົນມັກນ້ອຍມັກຮອມ, ເຮັດອັນໃດກະວ່າມັນຍາກ, ຂີ້ຄ້ານ ແອວຍາວ, ໄດ້ກິນເຫຼົ້າເຂົ້າປາກແລ້ວ ຕາເວັນເພນກະບໍ່ລຸກ... ທ່ານຜູ້ດຸໝັ່ນຢາກເຮັດຢາກສ້າງກະເຮັດບໍ່ໄດ້ດອກ ເພາະຜູ້ສິຜະລິດໃຫ້ທ່ານ ມັນຂີ້ຄ້ານ ...

__________________
Anonymous

Date:

ບໍ່ມີໃຜຄິດຢາກສົ່ງໜໍ່ໄມ້ສົດມາຂາຍແຂ່ງຍີ່ປຸ່ນບໍ?

imgbabybamboo68271.jpg

__________________
Anonymous

Date:

ແມ່ນແລວ້ເຄື່ອງສົດຕາມລະດູການ ເອົາມາແປຮູບແລວ້ສົ່ງອອກໄປໂລດ

ເຊັ່ນ ໃຂ່ມົດແດງ ນຳເອົາໄປຫນຶ້ງແລວ້ອັດໃສ່ຖົງປອດອາກາດສົ່ງອອກ

ຜັກຫວານກໍຫນຶ້ງກອ່ນ ອະເຂື້ອແລວ້ອັດໃສ່ຖົງໄດ້

ສວ່ນນໍ່ໄມ້ໄລ່ ກະແສນ ກໍຕອ້ງຕົ້ມ ແລວ້ອັດໃສ່ຖົງ 

ຂີ້ດເຫລັກ ຜັກກຸ່ມ ສາມາດຕົ້ມສຸກແລວ້ ອົບແຫ້ງສົ່ງອອກໄປ

ສວ່ນປາແດກ ແທ່ນຕອ້ງໄດ້ຜ່ານການຂ້າເຊື້ອແລວ້ອັດໃສ່ກະປອງ

ແຈວ່ບອງແທ້ບໍ່ຍາກປານໃດ ເຂົ້າຫອ້ງອະເຊື້ອແລວ້ອັດກະປອງ

ປາແດກເຄື່ອງແຊບໆ ກໍແບບດຽວກັນ

ຄົນລາວ ທັງໃນ ແລະນອກມາເປັນເຈົ້າການຮວ່ມ ດ້ານການຕະຫລາດ ດ້ານການນຳເຂົ້າ ການຜະລິດ ການຈັດສົ່ງ

ແລວ້ທຸກຄົນກໍຈະໄດ້ກິນຂອງດີມີຄຸນນະພາບ

__________________
Anonymous

Date:

ເຮັດຊີ້ນໝາແດງແລະຊີ້ນໝາກະປ້ອງ

ຂາຍໃຫ້ເຈັກກັບແກວຄືຊິຂາຍດີ

__________________
Anonymous

Date:

ພວກທ່ານຂາດການຕລາດ ຄວນສຶກສາທາງດ້ານການຕລາດກ່ອນສິ່ງໃດໆໝົດວ່າຈະມີລູກຄ້າ

ໜ້ອຍຫລາຍພຽງໃດແລະຈະສາມາດນຳເອົາສິນຄ້າດັ່ງກ່າວນັ້ນໄປຈຳໜ່າຍໄດ້ເວລາຍາວນານກີ່

ປີ. ປະຊາຊົນລາວທີ່ອາສັຍຢູ່ຕ່າງປະເທດທົ່ວໂລກນີ້ມີພຽງ 6 ແສນກ່ວານີ້ທີ່ຍັງບໍຣີໂພກອາຫານ

ລາວ, ແຕ່ວ່ານັບແຕ່ປີ 1975 ມາດຖິງ 2005 (30ປີ) ແລະໃນ 30ປີ ນີ້ສ່ວນຫລາຍແມ່ນຄົນ

ເກົ່າຄົນແກ່ເທົ່ານັ້ນທີ່ຍັງບໍຣິໂພກອາຫານລາວ ສ່ວນລູກຂອງຄົນລາວເກີດຢູ່ຕ່າງປະເທດແຕ່ປີ

75 ຂຶ້ນມາແມ່ນ 90% ບໍ່ແຕະຕ້ອງອາຫານລາວຫຼືບໍຣິໂພກອາຫານລາວເປັນຫລັກ. ສ່ວນຄົນ

ເກົ່າຄົນແກ່ທີ່ມາແຕລາວຍັງກິນອາຫານລາວຢູ່ນັ້ນຕ່າງກໍໝົດບຸນໄປທຸກໆປີແລະກໍໄດ້ຫຼົດຈຳນວນ

ຄົນທີ່ກິນອາຫານລາວເປັນຫຼັກນັບມື້ນັບໜ້ອຍລົງໜ້ອຍລົງ. ເຊື່ອແນ່ວ່າອີກ 20ບ30ປີ ຂ້າງໜ້າ

ອາຫານລາວຈະບໍ່ສາມາດອອກຈຳໜ່າຍຢູ່ຕ່າງປະເທດໄດ້ ເພາະຂາດຄົນບໍຣິໂພກ. ຄົນລາວທີ່ເກີດ

ຢູ່ຕ່າງປະເທດບໍ່ວ່າປະເທດໃດແມ່ນພວກເຂົານິຍົມບໍຣິໂພກອາຫານຂອງປະເທດນັ້ນໆແມ່ນຄືກັນ

ໄປໝົດທຸກປະເທດໃນໂລກນີ້.

ຂ້າພະເຈົ້າເຄີຍເປີດຮ້ານຂາຍເຄື່ອງອາຫານເອເຊັຍແຕ່ປີ 86 ມາຈົນຮອດ ປີ 2006 (20ປີ)ເຕັມໆ

ແຕ່ກໍຕ້ອງໄດ້ປິດທຸຣະກິດນີ້ລົງເພາະບໍ່ມີລູກຄ້າເໜືອນດັ່ງ 20ປີ ທີ່ຜ່ານມາ ຈຶ່ງໄດ້ຫັນໄປເປີກທຸຣະ

ກິດຢ່າງອື່ນ. ເຫດການແບບນີ້ບໍ່ໄດ້ເກີດຂຶ້ນສະເພາະແຕ່ຄົນລາວ ມັນເກີດຂື້ນກັບຄົນທຸກໆຊາດທີ່

ຢູ່ຕ່າງປະເທດ ເພາະຜູ້ທີ່ເກີດໃໝ່ມານັ້ນບໍຍອມກິນອາຫານຊາດຂອງພໍ່ແມ່ຕົນເອງ ພວກເຂົາກິນ

ອາຫານຂອງປະເທດທີ່ເຂົາກຳເນີດແລະເຕີບໃຫຍ່ຂຶ້ນມານັ້ນ ມັນເປັນກົເເກນຂອງເຂົາ.

 ຕະຫຼາດຕ່າງປະເທດມັນກວ້າງໃຫຍ່ຫຼາຍ  ກະຈັດກະຈາຍທົ່ວໂລກ

ອາຫານລາວບໍ່ໄດ້ຂາຍໃຫ້ສະເພາະຄົນລາວທໍ່ນັ້ນ  ຄົນໄທຍ  ຄົນໄທຍອີສານກໍ່ເປັນກຳລັງຊື້ມະຫາສານ

ບໍ່ແນ່  ລຼກຄ້າໄທຍອາດຈະມີຫຼາຍກວ່າຄົນລາວເສັຽອີກ

ຂ້ອຍເຫັນນຳກັບຄຳວິເຄາະຕາມປະສົບການໂດຍກົງຂອງເຈົ້າເອງ

ຂໍເພີ່ມອີກວ່າ  ຄົນລາວນອກກິນງ່າຍຢູ່່ງ່າຍ  ເພາະເຂົາຕ້ອງຢູ່ຕ່າງປະເທດຕະຫຼອດຊີວິດ

ຄົນລາວຈຶ່ງດັດແປງວັດຖຸດິບຕາມທ້ອງຖິ່ນມາປະກອບອາຫານລາວ

ສັງເກດຄົນລາວຖ້າໄປຊື້ຂອງໃນຮ້ານເອເຊັຽ  ສ່ວນຫຼາຍຈະຊື້ແຕ່ຂອງຈຳເປັນອີຫຼີ

ເຊັ່ນ ນ້ຳປາ ຊີອິວ ປາແດກ ແປ້ງນົວ  ເສັ້ນເຝີ ເຂົ້າປຸ້ນ ມາມ່າ ຫຼືເຄື່ອງກະປ໋ອງທີ່ເປັນໝໍ່ໄມ້ ເຫັດຟາງ

ເຊິ່ງຕ່າງກັບຄົນໄທຍທີ່ຊື້ຂອງຫຼາກຫຼາຍກວ່າຄົນລາວ

ແລະຄົນໄທຍຈະຊື້ແບບຕື່ນເຕັ້ນດີໃຈທີ່ໄດ້ມາຊື້ຂອງບ້ານໂຕ(ເຖິງໜ້າຕາບໍ່ສະແດງອອກກໍ່ຕາມ)

ດັ່ງນັ້ນຄົນໄທຍຈະຫຍິບໆໆ ຫຍິບທຸກຢ່າງທີ່ຮູ້ຈັກ  ໂດຍບາງເທື່ອບໍ່ຮູ້ວ່າຂອງນັ້ນຊິຊື້ໄປເຮັດຫຍັງ

ອັນນີ້ເວົ້າຕາມສະພາບຂອງຄົນລາວໄທຍໃນຢຸໂຣບເດີ

ອີກຢ່າງຄົນໄທຍຈະມາຢຸໂຣບຕະຫຼອດ  ມາໃໝ່ເລື້ອຍໆ  ເອົາລູກເອົາຫຼານມາຕໍ່ໆກັນ

ຜິດກັບຄົນລາວທີ່ມາແຕ່ຄາວອົພຍົບແລ້ວກໍ່ເໝິດທໍ່ນັ້ນ  

ລູກຫຼານຄົນລາວສ່ວນຫຼາຍ(ບໍ່ທັງເໝິດ)ກະຄືເຈົ້າວ່ານັ້ນແຫຼະ  ຫັນໄປກິນອາຫານຕ່າງຊາດເສັຽ

ຄືຈັ່ງເວົ້າ  ນິໄສຄົນລາວມັກເຮັດກິນເອງ  ໂດຍສະເພາະເຈເນເຣຊັ້ນເກົ່າ

ຖ້າຈະມີຄົນຢາກຜະລິດອາຫານລາວໄປຂາຍ  ຄວນສືບທາວເບິ່ງກ່ອນວ່າຕະຫຼາດຕ້ອງການຫຍັງເປັນຫຼັກ

ແລະຕ້ອງການຕະຫຼອດ  ຂາຍໄດ້ໃນຣະຍະຍາວ

ອາຫານສຳເຣັດຮູບນັ້ນບໍ່ແມ່ນແນ່ນອນ  ເຂົາອາດຈະຊື້ໄປຊິມເທື່ອດຽວທໍ່ນັ້ນ

ແຕ່ການບຸກບັ່ນຝ່າຟັນກັບປັນຫາ  ການລົງທຶນທັງກາຍແລະເງິນມະຫາສານຈະຄຸ້ມບໍ່

ຂໍແນະນຳຄົນຢາກລົງທຶນ  ຢ່າຟັງສຽງຊັກຊວນຂອງຄົນລາວແທ້ໆເດັດຂາດ

ເພາະຄົນລາວແທ້ສ່ວນຫຼາຍຈະບໍ່ມີຫົວການຄ້າ  ເບິ່ງທາງແຄບ ມັກງ່າຍ ບໍ່ຮັບຜິດຊອບ ເວົ້າໄປທົ່ວທີບ

ແລະມັກຈິນຕະນາການຄືເດັກນ້ອຍ (ເຫັນຫຼາຍໃນເວັບນີ້ເປັນໂຕຢ່າງ)

__________________
Anonymous

Date:

Anonymous wrote:
Anonymous wrote:

 ທັງມົດນີ້ ຕ້ອງໄຊ້  ວິທະຍາສາດເທັກໂນໂລຊີ ມາກສ໌-ເລນິນ ທີ່ເຮົາຮຽນນໍາວຽດນາມ   ນໍາເຂົ້າມາຊ່ວຍປະກອບໃນການພະລິດ.

ບໍ່ມີຕັນຫາ. ສປປລ ເຮົາມີນັກວິຊາການ ມາກສ໌-ເລນິນ ລົ້ນບ້ານລົ້ນເມືອງ. ນີ້ຄືຄວາມຮັ່ງມີຂອງ ປທຊ.

 BUK XONTIIN!

 5555555555, Buk Song Ting Ku...

__________________
Anonymous

Date:

ໃຫ້ ສປປລ ສາມາດ ພະລິດ ອາຫານ ສະແຕກ ລ້ຽງກຸ້ມ ປຊຊ ຕົນເອງກ່ອນ

(Meet domestic demand )ຈັ່ງຄຶດເຖີງ ຕະຫລາດການສົ່ງອອກ(Export).

            ເປັນຮວກ.....ກ່ອນ...ກ່ອນ..ເຮົາ...ຈະເປັນກົບ.

            ເປັນຫັຍງ ຄົນລາວ ມິນີສັຍ  ມັກເວົ້າໃຫ່ຍແທ້ໆ!!!!!

             ຫຼືວ່າ ຮຽນການເວົ້ານໍາ ທ້າວ ເຕັ້ຽ (Big and Tall) ທອງສິງ ທັມມະວົງ ບໍ?

 ທ່ານເວົ້າພໍປານຕາເຫັນ ຄົນລາວເຮົາ ເປັນນັກເຮັດບຸນ, ຸນຸນຫຍັງກະບໍ່ຮູ້ລະ  ບຸນປີໃໝ່ 7 ວັນ, ບຸນເດືອນ 6 (ບັ້ງໄຟ) 3 ວັນ, ບຸນເຂົ້າພັນສາ 2 ວັນ, ບຸນຫໍ່ເຂົ້າປະດັບດິນ,  ອອກພັນສາປະວໍລະນາ ( ຊ່ວງເຮືອ) 5 ວັນ ຫຼື ຫຼາຍກວ່ານັ້ນ, ບຸນທາດຫຼວງ, ບຸນວັດຕ່າງໆ ຫຼືບຸນພະເຫວດ, ບຸນເຂົ້າຈີ່, ບຸນກອງເຂົ້າ, ແລ້ວກະເລີຍໃສ່ບຸນປີໃມ່ສາກົນ, ກຸດຈີນ ແລ້ວເລີຍໃສ່ບຸນປີໃໝ່ລາວ...ແລ້ວສິເອົາເວລາໃດມາສ້າມາສາ ? ເຂົ້າຜະລິດໄດ້ມາ ເພິ່ນກະເອົາມາເຮັດເຫຼົົ້າ ເດັດ, ເຫຼົ້າສ່າໂທ ເປັນຕັ້ງແສນ ( 10 ໝື່ນເຂົ້າເປືອກ )ສິໄປຄ້າຂາຍກະບໍ່ໄດ້  ຄາເຮັດບຸນ... ເມື່ອໃດຄົນລາວສິຮູ້ຄຸນຄ່າຂອງເວລາ ແລະຄຸນຄ່າຂອງແຮງງານຕົນເອງ?? ຈີນ, ຫວຽດ ເປັນຄົນຂະຫຍັນຫາເງິນທອງ, ເຮັດແທ່ທຳຈິງ, ປີໜຶ່ງຈະສະຫຼອງໃຫຍ່ກັນ ເທື່ອດຽວເອີ້ນວ່າກຸດຈີນ ຫຼືຕຣຸດຈີນ ເປັນງານພົບປະສັງສັນລະຫວ່າງອ້າຍນ້ອງຮ່ວມອຸທອນ, ເປັນງານໃຫ້ກຽດແກ່ບັນພະບຸລຸດ, ພໍ່ແມ່, ລຸງ ອາ, ເປັນງານຂອງຜູ້ໃຫຍ່ ໃຫ້ມີນ້ຳໃຈແກ່ເດັກນ້ອຍ (ຢາຍອັງເປົາ) ຖ້າຜູ້ກ່ຽວເປັນຂັ້ນອຳນວຍການ ຈະຈ່າຍເງິນໂບນັສ ໃນງານນັ້ນ , ກິນເຕັມທີ ! ງານເສັດ, ເຂົ້າສູ່ໜ້າວຽກໝົດປີ, ຖ້າຄົນລາວເຮົາຍັງໄປແຫ່ຂະບວນບັ້ງໄຟ, ໄປສົມໂພດວັດນັ້ນ ວັດນີ້ ຢູ່ຄືແນວນີ້ ຢ່າສຸໄປຫວັງຈະມີຜະລິດຕະພັນພາຍໃນ ແລະສົ່ງອອກ ເອີ , ອີກຢ່າງ ການເຮັດອາຫານຄືວ່ານີ້, ມັນຕ້ອງການທຶນຮອນອັນມະາສານ, ຕ້ອງການບຸກຄະລະກອນຫຼາກຫຼາຍອາຊີບ, ຕ້ອງມີຄວາມພາກພຽນສູງ ທອງຜິດລອງຖືກ, ລອງໄດ້ ລອງເສັຽຫຼາຍຄັ້ງຫຼາຍຫົນຕ້ອງໄດ້ຊໆເຄື່ອງຈັກພ້ອມກັບເຄື່ອງມືອັນທັນສະໄໝ ... (ແພງມະຫາໂຫດ) ຂ້າພະເຈົ້າມີເງິນກະບໍ່ກ້າລົງທຶນດອກເພາະ ການລົງທຶນກະຄື ການຫາກຳໄລ ຖ້າການລົງທຶນນັ້ນມີຄວາມສ່ຽງຫຼາຍ ເຮົາສິໄປລົງມັນເຮັດຫຍັງ ສິໄປສ້າງຂະແໜງ risk management system ໃຫ້iເປືອງເງິນຕື່ມ ບໍ່ຂໍເອົານຳດອກ ມີເງິນກະເຂົ້າໄປຫາຕະຫຼາດຫຼັກຊັບ, ຊື້ຫຸ້ນເກງກຳໄລຖ້າທ່ານຫາກມີເວລາ ຖ້າບໍ່ມີ ກະລໍຖ້າເງິນປັນຜົນ...ບໍ່ຊັ້ນກະໄປລົງທຶນນຳລະບົບ Banking and Financial Business ແບບ Special Deposit  ຝາກມື້ນີ້ ປຸບ ! ໄລ່ດອກເບັ້ຽລ່ວງໜ້າເຂົ້າບັນຊີເງິນຝາກປະຢັດຂອງທ່ານປັບ ! ໂອຍຈັ່ງແມ່ນມັນທັນໃຈ, ປະທັບໃຈແລ້ວກະດີໃຈ ...ກຳນົດ ແມ່ນ ຫ້າປີ ...ດີບໍ່ລະທ່ານ  ???

__________________
Anonymous

Date:

Anonymous wrote:

ໃຫ້ ສປປລ ສາມາດ ພະລິດ ອາຫານ ສະແຕກ ລ້ຽງກຸ້ມ ປຊຊ ຕົນເອງກ່ອນ

(Meet domestic demand )ຈັ່ງຄຶດເຖີງ ຕະຫລາດການສົ່ງອອກ(Export).

            ເປັນຮວກ.....ກ່ອນ...ກ່ອນ..ເຮົາ...ຈະເປັນກົບ.

            ເປັນຫັຍງ ຄົນລາວ ມິນີສັຍ  ມັກເວົ້າໃຫ່ຍແທ້ໆ!!!!!

             ຫຼືວ່າ ຮຽນການເວົ້ານໍາ ທ້າວ ເຕັ້ຽ (Big and Tall) ທອງສິງ ທັມມະວົງ ບໍ?

 ມັນເປັນມາຕັ້ງແຕ່ເກີດ... ອິອິ !

__________________
Anonymous

Date:

ມາອ່ານເຫັນຄຳດ່າຂ້າງເທິງກໍຫນ້າສັງເວດນຳຜູ້ດ່າທີ່ກຳລັງຖີ້ມເຊື້ອຊາດຕົວເອງໄປ

ຄວາມຫມາຍຄືວ່າ ຫມົດລຸ້ນພໍ່ລຸ້ນແມ່ ອາຫານການກິນ ແລະພາສາວັດທະນະທຳກໍຫມົດໄປນຳກັນ

ບໍ່ຄືຄົນປະເທດອື່ນທີເຂົາຍັງສືບທອດກັບວັດທະນະທຳຂອງຕົວເອງໄປຕະຫລອດໄປ

__________________
Anonymous

Date:

ມີວັດຖຸດິບພໍຈະເຮັດຢູ່ບໍ່?ຈຶ່ງກ້າເວົ້້າ?

ຂ້ອຍລະຄຶດວ່າຖ້າໄທບໍ່ສົ່ງມາຂາຍກໍ່ບໍ່ມີອັນຈະກິນແລ້ວ.

ຍັງດັນອວດດີຈະເຮັດອາຫານກະປ໋ອງສົ່ງນອກ.ຟັງແລ້ວກະເປັນຕາ

ຫົວຕະໆໆໆໆ.

__________________
Anonymous

Date:

ອີກປະມານ ຫ້າປີ....ຫາສິບປີ ລາວນອກລຸ້ນຄ້ຽວໝາກ ມົດ (ຕາຍເກືອບມົດ)

ອີກປະມານຊາວປີ ຫາສາມສິບປີ  ເຂົ້າໝຽວ ປິ້ງໄກ່ ແກງໝໍ່ໄມ້ ກ້ອຍ ລາບ ມົດ  ເພາະ ຄົນລຸ້ນເກົ່າແລະລຸ້ນປານກາງ  ເຈັດໂຣດກັນມົດ.

ຄົນລາວລຸ້ນໄໝ່ທີ່ເກີດຢູ່ຕ່າງ ປທ ເກືອບ 97% ບໍ່ກິນອາຫານລາວແລ້ວ...ແລະ ບໍ່ສາມາດເວົ້າແລະຂຽນ ພາສາລາວໃດ້ແລ້ວ.

ດັ່ງນັ້ນ ແນວຄິດທີ່ຈະພະລິດອາຫານ ກະປ໋ອງ ສົ່ງມາຂາຍໃຫ້ລາວນອກ ເປັນແນວຄິດ  Bankruptcy.

You have no long term strategy.

__________________
Anonymous

Date:

Anonymous wrote:

ມີວັດຖຸດິບພໍຈະເຮັດຢູ່ບໍ່?ຈຶ່ງກ້າເວົ້້າ?

ຂ້ອຍລະຄຶດວ່າຖ້າໄທບໍ່ສົ່ງມາຂາຍກໍ່ບໍ່ມີອັນຈະກິນແລ້ວ.

ຍັງດັນອວດດີຈະເຮັດອາຫານກະປ໋ອງສົ່ງນອກ.ຟັງແລ້ວກະເປັນຕາ

ຫົວຕະໆໆໆໆ.

 ກະເຕືອນເພິ່ນຢູ່ນີ້ລະ  ແຕ່ເພິ່ນກະຍັງດັນຢາກເຮັດຢູ່, ແຕ່ລະປີຢູ່ໄທຕ້ອງໄດ້ຫຼົກຜັກບົ່ວກຸິ້ມເປັນຫຼາຍພັນຕັນກະຍັງບໍ່ເຮັດເປັນອາຫານກະປອງໄດ້   ໃຫ້ພວກເພິ່ນຝັນໄປເຖິະ!

ເຊີນຝັນດີ ! ອີກຮ້ອຍປີກໍຈະກາຍເປັນຈິງດອກ ...ໄປໄລ່ໄກ່ກ່ອນ !

__________________
Anonymous

Date:

ມາອ່ານເບິ່ງຄຳເຫັນໃສ່ຫົວຂໍນີ້ສວ່ນຫລາຍແມ່ນບໍ່ສ້າງສັນ ບໍເຫັນດີ ບໍ່ມີໃຜສົນໃຈຢາກເຮັດ

ຍອ້ນຄິດວ່າຜູ້ບໍລິໂພກມີນອ້ຍລົງທຸກມື້ ຄົນລາວລຸ້ນໃຫມ່ບໍ່ນິຍົມກິນອາຫານລາວ

ຕ່າງກັບຄົນຊາດອື່ນທີ່ບໍ່ປະຖີ້ມອາຫານຕົວເອງ

ຕໍ່ໄປຂ້າງຫນ້າ ແມ້ແຕ່ ພາສາ ວັດທະນະທຳ ການຸ່ງຖື ກໍຈະຫາຍໄປນຳກັນ

ດັ່ງນັ້ນ ຖ້າໃຜຄິດຢາກຈະເຮັດອາຫານສົ່ງອອກກໍບໍ່ຕອ້ງຄິດໄກ ຄິດສະເພາະ 5ປີ 10ປີ ສຳຫລັບຄົນລຸ້ນນີ້ ແຕ່ມັນກໍພໍຄຸ້ມຄ່າໄດ້ຢູ່ດອກ

ຍອ້ນວ່າ ການບັນຈຸ ການຫຸ້ມຫໍ່ ນັ້ນບໍ່ຈຳເປັນຕອ້ງມີໂຮງງານໃຫຍ່ ແຕ່ແມ່ນພຽງແຕ່ເຄື່ອງຈັກລະດັບຄອບຄົວ ຫລືລະດັບກຸ່ມຜູ້ຜລິດທໍ່ນັ້ນ

ເຊັ່ນການຜລິດແຈວ່ບອງ ກໍມີແຕ່ການບັນຈຸໃສ່ກັບໃສ່ກອ່ງ ການອະເຊື້ອ ມີ ອຍ ຮັບຮອງ ແລວ້ ກໍສົ່ງໄປຈຳຫນ່າຍໄດ້

ຂະຫນາດວ່າໃສ່ຖົງຢາງທຳມະດາຍັງກຸ້ມໄດ້ຫລາຍເດືອນຫັ້ນເດ

ສວ່ນນໍ່ໄມ້ໄລ່ ນໍ່ຫວານ ຍໍ່ກະແສນ ນໍ່ເລົ່າ ນໍ່ຫວາຍ ນໍ່ແຍ້ ພັດແຮງງ່າຍດາຍ ພຽງແຕ່ຕົ້ມ ແລວ້ ກໍບັນຈຸໃສ່ຖົງປລາສຕິກ ດູດອາກາດ ອອກ ແລວ້ກໍໃຊ້ໄດ້ແລວ້

ອີກອັນນຶ່ງ ການໂປຣໂມດ ອາຫານລາວໃຫ້ເປັນສາກົນ ກໍແມ່ນອີກວິທີນຶ່ງ ເພື່ອຄວາມຍືນຍົງ ເຊັ່ນສົ່ງເສີມ ຜັກອີຮູມ ໃບຂີ້ເຫລັກ ຜັກຫວານ ໃຫ້ເປັນຢາໄປພອ້ມໆກັນ

...

__________________
Anonymous

Date:

ສປປ ລາວ ໄດ້ NTR ກັບສະຫະຣັຖມາເປັນເວລາ 10 ປີແລ້ວ ແຕ່ບໍ່ເຫັນໃຜສົ່ງກ້ວຍມາຂາຍ

ແຂ່ງບໍຣິສັດ Dole, ໝາກນັດ ໝາກມ່ວງ ໝາກມີ້ ຫຼືຜົນຜະລິດກະສິກຳອື່ນໆກໍ່ສົ່ງມາຂາຍ

ໄດ້ບໍ່ຈຳເປັນຕ້ອງເຮັດອາຫານກະປ໋ອງມາຂາຍໃຫ້ຄົນລາວເທົ່ານັ້ນນະ.

__________________
Anonymous

Date:

ທ່ານໃດສົນໃຈຢາກຊົມໃຊ້ສິນຄ້າຈາກປະເທດລາວ ໂທເບີ 714 - 855 - 8090

ຫຼືຖ້າທ່ານໄດ້ໄປຮ່ວມງານສະຫຼອງບຸນປີໃໝ່ລາວຢູ່ວັດລາວ Riverside, Ca.

ກໍ່ສາມາດຊອກຊື້ໄດ້ ເພິ່ນຈະເອົາໝາກຂາມປ້ອມແຫ້ງ ແລະຫວດໄຟຟ້າມາ

ຂາຍໃຫ້ພີ່ນ້ອງລາວໃນສະຫະຣັຖໄດ້ໃຊ້ສິນຄ້າຈາກ ສປປ ລາວ.

     We Laonorks will boycott buying any products from Laos.

   Go Home Commies!!!!! Go Home. Dead to Kayson!!!!

__________________
Anonymous

Date:

     We Laonorks will boycott buying any products from Laos.

   Go Home Commies!!!!! Go Home. Dead to Kayson!!!!

 ການຊື້ສິນຄ້າຊຶ່ງເປັນຜລິຕພັນຂອງພີ່ນ້ອງລາວໃນປະເທດລາວເປັນການແກ້ໄຂ

ຊີວິດການເປັນຢູ່ທີ່ຝືດເຄືອງຂອງເຂົາເຈົ້າ, ເລື່ອງຂອງໄກສອນກໍ່ເປັນສ່ວນກັມຂອງ

ໄກສອນ ປະຊາຊົນໃນປະເທດລາວບໍ່ໄດ້ມັກໜັງໜ້າຂອງໄກສອນທຸກຄົນ ຖ້າວ່າ

ມີຂົວຂ້າມນ້ຳຂອງສະບາຍໆເໝືອນໃນປັດຈຸບັນນີ້ ເຂົາຄົງຍ່າງຂ້າມໜີຈາກປະເທດ

ລາວຈົນເຫຼືອແຕ່ແຜ່ນດິນຫັ້ນລະ.

__________________
Anonymous

Date:

Anonymous wrote:
Anonymous wrote:

ທ່ານໃດສົນໃຈຢາກຊົມໃຊ້ສິນຄ້າຈາກປະເທດລາວ ໂທເບີ 714 - 855 - 8090

ຫຼືຖ້າທ່ານໄດ້ໄປຮ່ວມງານສະຫຼອງບຸນປີໃໝ່ລາວຢູ່ວັດລາວ Riverside, Ca.

ກໍ່ສາມາດຊອກຊື້ໄດ້ ເພິ່ນຈະເອົາໝາກຂາມປ້ອມແຫ້ງ ແລະຫວດໄຟຟ້າມາ

ຂາຍໃຫ້ພີ່ນ້ອງລາວໃນສະຫະຣັຖໄດ້ໃຊ້ສິນຄ້າຈາກ ສປປ ລາວ.

     We Laonorks will boycott buying any products from Laos.

   Go Home Commies!!!!! Go Home. Dead to Kayson!!!!

 ຂ້ອຍກໍ່ແມ່ນລາວນອກ

ແຕ່ຢ່າເອົາຂ້ອຍໄປຮ່ວມ ວີລາວນອກ  ນຳເຈົ້າເດີ

ເບິ່ງຊົງພວກເຈົ້າຄືຊິຢາກທຳລາຍປະເທດລາວດ້ວຍທຸກວິທີທາງເນາະ

ໂອ ໂອ ໂອ  ຈັ່ງຊີ້ກະມີນໍຄົນລາວ

__________________
Anonymous

Date:

Anonymous wrote:
Anonymous wrote:

ທ່ານໃດສົນໃຈຢາກຊົມໃຊ້ສິນຄ້າຈາກປະເທດລາວ ໂທເບີ 714 - 855 - 8090

ຫຼືຖ້າທ່ານໄດ້ໄປຮ່ວມງານສະຫຼອງບຸນປີໃໝ່ລາວຢູ່ວັດລາວ Riverside, Ca.

ກໍ່ສາມາດຊອກຊື້ໄດ້ ເພິ່ນຈະເອົາໝາກຂາມປ້ອມແຫ້ງ ແລະຫວດໄຟຟ້າມາ

ຂາຍໃຫ້ພີ່ນ້ອງລາວໃນສະຫະຣັຖໄດ້ໃຊ້ສິນຄ້າຈາກ ສປປ ລາວ.

     We Laonorks will boycott buying any products from Laos.

   Go Home Commies!!!!! Go Home. Dead to Kayson!!!!

 Are you crazy or what? Don't talk on behalf of all Laonorks like that. I will try out any products from Laos. If they are good I will continue to buy them. I have shirts made in Laos, I am still wearing them. I can buy BeerLao here as well. 

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard