Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຂົວເກົ່າ ເມືອງປາກເຊ...
Anonymous

Date:
ຂົວເກົ່າ ເມືອງປາກເຊ...

ກຳລັງຊິມ້າງລົງ ແລ້ວສ້າງໃໝ່ (ຢູ່ບ່ອນເກົ່າ).....

Bridge-across-the-Se-Don_resize.jpg

1026851733_6cf3d24aa1_z.jpg?zz=1

1656008_599586510109389_207384598_n.jpg

1794708_599586513442722_1043278428_n.jpg

__________________
Anonymous

Date:

ເຫັນຮູບຂົວແຫ່ງນີ້ແລ້ວເຮັດໃຫ້ຄິດເຖິງອະດີດຕອນຍ່າງຂ້າມໄປລົມສາວຄຳຫລ້າບ້ານຫ້ວຍປູນ

ຊ່ອຍລາວຕຳແປ້ງເຮັດເຂົ້າປຸ້ນຈົນຮອດເດິກດື່່ນທ່ຽງຄືນຈຶ່ງໄດ້ຍ່າງຂ້າມກັບ.

__________________
Anonymous

Date:

ບໍ່ເຂົ້າໃຈ  ບໍ່ເຂົ້າໃຈ ແລະບໍ່ເຂົ້າໃຈ

ເປັນຫຍັງຕ້ອງມ້າງຖິ້ມ

ມັນກີດຂວາງ  ມັນສ້າງຄວາມເດືອດຮ້ອນໃຫ້ເບາະ ມີແລ້ວກະໃຊ້ໄປຕີ 

ຖ້າມັນບໍ່ສາມາດສນອງຄວາມຕ້ອງການຕາມສະພາບຄວາມຈະເຣີນຂອງບ້ານເມືອງໄດ້

ອາດຈະຈຳກັດນ້ຳໜັກຣົຖລົງ ໃຫ້ແຕ່ຣົຖຈັກ ຣົຖຖີບ ແລະຄົນຍ່າງຜ່ານຕໍ່ໄປ

ມັນຍັງມີປະໂຫຍດ  ຢ່າງໜ້ອຍກໍ່ມີຄຸນຄ່າທາງປະຫວັຕສາຕຣ໌ 

ແລະຄວາມຮູ້ສຶກຂອງຊາວບ້ານທີ່ລຶ້ງເຄີຍກັບມັນ

ຖ້າຢາກສ້າງໃໝ່ ຄວນຫາຈຸດສ້າງໃໝ່ 

ມີຫຼາຍໆຂົວບໍ່ດີຫວະ  ບໍ່ເຂົ້າໃຈ

__________________

Guru

Status: Offline
Posts: 1010
Date:

ຂ້ອຍວ່າເອົາແຕ່ເສດເຫັລກໄປຂາຍຄືຊິໄດ້ຢູ່ຈັກ 20 ລ້ານ

ແຕ່ວ່າມັນຄືຊິບໍ່ກຸ້ມຄ່າມ້າງດອກ ຄ່າຈ້າງຄົນມ້າງອາດຈະແພງກວ່າ 20 ລ້ານ ແຫລືວ່າຊິລະເບີດຖິ້ມເບາະ

__________________
Anonymous#5

Date:

Luffy ກະຣຸນາໄປເກືອແບ້ກ່ອນມາຄໍາເມັ້ນ. ໃຜເປັນຜູ່ອອກແບຂົວໃໝ່? ນັກວິສະວະກອນລາວເຮົານີ້ຫວາ?

ຫລືນັກວິສະວະກອນວຽດນາມ?

__________________
Anonymous

Date:

ຂພຈ ກໍ່ບໍ່ເຂົ້າໃຈຄືກັນເປັນຫຍັງຈື່ງມ້າງ ຄືບໍ່ຮັກສາໄວ້ເປັນຮ່ອງຮອຍ

ຕົວເມືອງເກົ່າ? ຢູ່ຫລວງພຣະບາງ ເພີ່ນກໍ່ຍັງຮັກສາໄວ້, ແມ່ນແຕ່ຢູ່

ຫີນເຫີບທາງໄປວັງວຽງ ເພີ່ນກໍ່ຮັກສາໄວ້. ທີ່ຈີງແລ້ວຢູ່ປາກເຊກໍ່ມີຂົວ

ທີ່ກໍ່ສ້າງໃໝ່ຢູ່ແລ້ວ ບໍ່ໄດ້ມີບັນຫາສຳລັບໃຫ້ລົດໜັກຜ່ານຢູ່ແລ້ວ, ອັນນີ້

ແມ່ນຫາວຽກໃຫ້ກັນເຮັດຊື່ໆດອກ

ຢູ່ທີ່ຕັ້ງຂົວເກົ່ານີ້ ມັນເປັນເຂດໃຈກາງເມືອງ ຈະໃຫ້ລົດໜັກແລ່ນເຂົ້າໃນເມືອງ

ຊັ້ນບໍ່?, ຖ້າວ່າມີຄວາມຈຳເປັນ ວ່າການສັນຈອນແອອັດ ກໍ່ສ້າງຂົວເພີ່ມອີກ

1 ເລນ ຮຽງຂ້າງອັນເກົ່ານັ້ນກໍ່ພຽງພໍແລ້ວ

__________________
Anonymous

Date:

Anonymous wrote:

 ລາວຈຳປາສັກ

ໂອຍ ຂໍນຳແດ່ທ້ອນ ຂໍເອົາໄວ້ເປັນປະຫວັດສາດແດ່ທ້ອນ 

ດຽວນີ້ພວກທ່ານບໍ່ເຫັນຄຸນຄ່າຂອງມັນ  ບາດປະເທດເຂົ້າກຸ່ມເອຊຽນ ຕໍ່ໜ້າມັນຈະມີຄຸນຄ່າທາງປະຫວັດສາດການທ່ອງທ່ຽວຫລາຍເດີຫລາຍເດີ

ເບີ່ງປະເທດໄກ້ຄຽງເຮົາແມ້  ອັນໃດເປັນຂອງເກົ່າສະໄໝ່ຢີ່ປຸ່ນເຂົ້າມາ ເຫລືອແຕ່ຊາກຮ້າງໆເພີ່ນກໍຍັງປັບແຕ່ງໃຫ້ມັນຄົບຖ້ວນ ເພື່ອໃຊ້ເປັນແຫລ່ງໂຄສະນາການທ່ອງທຽວ

ສ້າງໂຕໃໝ່ຄຽງຄູ່ກັນໄປກໍໄດ້ ໂຕນີ້ເອົາໄວ້ໃຫ້ຄົນຂ້າມ ລົດຖີບ ລົດຈັດ ລົດຕຸກໆ ລົດຈຳໂບ້ຂ້າມກໍໄດ້

ອັນຫົວໜ້າພະແນກທ່ອງທ່ຽວແຂວງຈຳປາສັກກໍໃຫ້ສະເໜີເພີ່ນເອົາໄວ້ແດ່

ຂອບໃຈ

__________________
Anonymous

Date:

ຂ້ອຍຄິດວ່າໂຄງການນີ້ຄົງຜ່ານການລົງຄະແນນສຽງຈາກໝູ່ປະຊາຊົນ

ແຂວງຈຳປາສັກແລ້ວລະເພິ່ນຈຶ່ງໄດ້ງົບ.

ພັກນຳພາ ລັດຄຸ້ມຄອງ ປະຊາຊົນເປັນເຈົ້າ !

__________________
Anonymous

Date:

1544355_699385846772429_639272317_n.jpg

__________________
Anonymous

Date:

ຫວັງວ່າ ຈະເປັນ 4 lanes

ແມ່ນຄັກແທ້ smile

__________________
Anonymous

Date:

  2 ເລນກະດີກ່ວາ ເລນດຽວ biggrin

__________________
Anonymous

Date:

Anonymous wrote:

ຂ້ອຍຄິດວ່າໂຄງການນີ້ຄົງຜ່ານການລົງຄະແນນສຽງຈາກໝູ່ປະຊາຊົນ

ແຂວງຈຳປາສັກແລ້ວລະເພິ່ນຈຶ່ງໄດ້ງົບ.

ພັກນຳພາ ລັດຄຸ້ມຄອງ ປະຊາຊົນເປັນເຈົ້າ !

 ຍ້ອນການສຶກສາຕ່ຳຍັງເຮັດຊາວບ້ານບໍ່ມີຄວາມຄຶດທັນສມັຍແລະກວ້າງໄກ

ເຈົ້ານາຍເພິ່ນເວົ້າຫຍັງກໍ່ໄດ້ເວົ້າຕາມ  ເພິ່ນອ້າງຫຍັງມາກໍ່ເຫັນດີຕາມ

ຄົນລາວບໍ່ມັກຄຶດຫຼາຍ  ບໍ່ມັກຄຶດເລິກ ບໍ່ມັກພິຈາຣະນາ 

ເລີຍເຮັດໃຫ້ຄຳຊັກຊວນໂນ້ມນ້າວແນວຄຶດໄດ້ງ່າຍ

ເມືອງລາວຍັງຂາດໜ່ວຍງານອິສຣະທີ່ເຮັດວຽກປະເມີນ ກວດສອບວຽກການຂອງຣັຖ

ຫຼືຊົມຣົມອະນຸຮັກສ໌ນິຍົມ  ຊົມຣົມປະຊາເພື່ອປະຊາທີ່ມີແນວຄຶດຂອງໂຕເອງ

ຊົມຣົມສາມາດຊີ້ທາງໃຫ້ຊາວບ້ານໄດ້ເຫັນຂໍ້ດີຂໍ້ເສັຽ ເຫັນອີກດ້ານຂອງປັນຫາ

ດັ່ງນັ້ນ  ປະຊາມະຕິຢ່າງທຸກມື້ນີ້ບາງເທື່ອຈຶ່ງເປັນປະຊາມະຕິທີ່ບໍ່ສົມບູນໃນຫຼັກທິສດີ

ເວົ້າໄປກໍ່ທໍ່ນັ້ນ  ຜູ້ຂ້າກະໄດ້ແຕ່ເສັຽດາຍແທນຊາວປາກເຊທໍ່ນັ້ນ

 ຂ້ພະເຈົ້າຄິດວ່າເພີ່ນຄົງຈະບໍ່ໄດ້ເຮັດປະຊາມະຕິປານນັ້ນດອກ

ລະບົບເມືອງລາວສ່ວນຫລາຍແມ່ນຂັ້ນເທີງຕັດສີນແລ້ວກໍ່ຈົບ

ອາດຈະຜ່ານກອງປະຊຸມໃນລະດັບການນຳເພີ່ນເທົ່ານັ້ນແລ້ວ.

ເຖີງວ່າເອົາມາຜ່ານ ປະຊາຊົນ ກໍ່ບໍ່ມີໃຜກ້າຂັດດອກ ກໍ່ມີແຕ່ວ່າ

ສຸດແລ້ວແຕ່ຂັ້ນເທີງ ກໍ່ແນວນັ້ນແລ້ວ.

ສົມບັດອັນນີ້ມັນບໍ່ແມ່ນແຕ່ຂອງຊາວເມືອງປາກເຊເດີ ມັນເປັນ

ຂອງ ປຊຊລ ທົ່ວປະເທດຫັ້ນແລ້ວ. ຂົວເຫລັກໃນຮູບຊົງຂອງຝຣັ່ງ

ນີ້ຫາຍາກແລ້ວໃນຢຸກນີ້ເຂົາບໍ່ຜະລິດອີກແລ້ວ, ພາກສ່ວນໂຍທາ

ເພີ່ນກໍ່ໜ້າຈະຮູ້ດີ ແມ່ນແຕ່ຂົວຂອງປະທານສຸພານຸວົງສ້າງຕາມ

ເສັ້ນທາງໂຮຈິມີນ (ເຂດແຂວງສາລະວັນ) ເປ່ເພໄປແລ້ວເພີ່ນກໍ່

ຍັງໃຫ້ຮັກສາໄວ້ ບໍ່ໃຫ້ຮື້ຖອນ

ຖ້າພາກສ່ວນລັດຖະບານຕົກລົງມ້າງຂົວເກົ່າຖີ້ມ ຕາມແນວຄິດຂອງຂ້າພະເຈົ້າຄິດວ່າພວກທ່ານມີການຕັດສິນໃຈພິດພາດແລ້ວ

ໃຫ້ເບີ່ງກວ້າງໄກແດ່ທ້ອນ, ຖ້າຕັດສິນໃຈຍາກກໍເບີ່ງບົດຮຽນນຳປະເທດໄກ້ຄຽງເຮົາກໍໄດ້ 

ຂໍນຳພວກທ່ານ ໃຫ້ພາກັນຄົ້ນຄວ້າພິຈາລະນາຄືນໃໝ່ແດ່ທ້ອນ ມັນຈະເປັນແຫລ່ງຫາເງິນໃຫ້ແກ່ປະເທດເຮົາໃນຕໍ່ໜ້າໄດ້ເດີ

ຂອບໃຈ

__________________
Anonymous

Date:

ຂົວຂ້າມແມ່ນ້ຳແຄວຂອງໄທຍ  ສ້າງໃນສົງຄາມໂລກເທື່ອທີ່ສອງ

ເປັນຂົວທີ່ມີປະຫວັດໂດ່ງດັງຈົນຮອລລີວຸດເອົາໄປສ້າງໜັງ  ເຮັດໃຫ້ຂົວມີຊື່ສຽງໄປທົ່ວໂລກ

ນັກທ່ອງທ່ຽວແຫ່ໄປເບິ່ງຂົວເກົ່າອາຍຸປະມານ70ປີນີ້  ປີລະຫຼາຍລ້ານຄົນ

ເຮັດໃຫ້ເມືອງການຈະນະບຸຣີມີຣາຍໄດ້ປີລະຫຼວງຫຼາຍ

ຂົວປາກເຊມີອາຍຸເກົ່າກວ່າ  ເຖິງບໍ່ມີປະຫວັດສະເທືອນໃຈຄືຂອງເຂົາ

ແຕ່ມັນກໍ່ເປັນສິ່ງກໍ່ສ້າງທາງປະຫວັດສາສຕ໌ຄຽງຄູ່ກັບເມືອງປາກເຊ

ຖ້າຂ້ອຍເປັນທ້າວດາວເຮືອງເສດຖີເມືອງປາກເຊ 

ຂ້ອຍຈະຫາທາງຢຸດຢັ້ງການຮື້ມ້າງຂົວນີ້(ຈັກແມ່ນວ່າເລົາເອງບໍ່ເປັນຄົນສັ່ງມ້າງ)

ແລ້ວຄຶດຫາວິທີທາງເຮັດໃຫ້ຂົວນີ້ເປັນຈຸດທ່ອງທ່ຽວໃນເມືອງ(ຈະສ້າງເຫດການຂື້ນຫຼືເລົ່ານິທານຫຍັງກະວ່າກັນໄປ)

ໃນໂຕເມືອງປາກເຊແຮ່ງບໍ່ມີຫຍັງໃຫ້ນັກທ່ອງທ່ຽວໄດ້ທ່ຽວຊົມ  ນອກຈາກອອກໄປນອກເມືອງ

ເຮັດຫຍັງກະເຮັດທ້ອນ  ມີເງິນຫຼາຍເປັນພັນລ້ານດອນລາ

ຖອນຂົນໜ້າແຄ່ງຈັກສິບຊາວລ້ານບາທ  ມາສ້າງໜັງກ່ຽວກັບຄວາມຮັກທີ່ເປັນໂສກນາຕະກັມ

ທີ່ເກີດຂື້ນເທິງຂົວນີ້  ຖ້າບໍ່ມີໄອເດັຽ ບໍ່ມີພລັອດເຮື່ອງ  ຂ້ອຍຊິຊ່ອຍຄຶດໃຫ້ດອກ

ໃຜຮູ້ຈັກທ້າວດາວເຮືອງຊ່ອຍໄປບອກເລົາແດ່ເດິ

__________________
Anonymous

Date:

2008112124258.jpg

k1.jpg

ຂົວຂ້າມແມ່ນ້ຳແຄວທີ່ໂດ່ງດັງ

__________________
Anonymous

Date:

10341401_770875589623454_610366148821159108_n.jpg

10376333_526700214108408_3027430445998746778_n.jpg

__________________
Anonymous

Date:

Anonymous wrote:

10341401_770875589623454_610366148821159108_n.jpg

10376333_526700214108408_3027430445998746778_n.jpg

 ອັນນີ້ລະມີຜູ້ນຳທີ່ໂງ່ຈ້າ ບໍ່ເຫັນຄຸນຄ່າທາງປະຫວັດສາດສິ່ງໃດຄວນອະນຸລັກເພິ່ນບໍ່ເຮັດສຶ່ງໃດບໍ່ເປັນຕາສະເທດເພຶ່ນພັດເອົາ ສົງສານເດມີຜູ້ນຳທີ່ສະຫຼາດສ່ອງໃສ

__________________
Anonymous

Date:

ນີ້ຄືຄວາມຄືບໜ້າ ຂອງການພັດທະນາ

__________________
Anonymous

Date:

ເສົາ concrete ເກົ່າ ເພີ່ນຊິມ້າງຖິ້ມບໍ່? ຫຼືວ່າຈັ່ງໃດ ??

__________________
Anonymous

Date:

10411967_865579030136596_6737506210223360078_n.jpg

__________________
Anonymous

Date:

ເຮືອຂົນສົ່ງ ແລະເຮືອໂດຍສານ ໄປມາໄດ້ສະດວກຢູ່ບໍເມື່ອເພິ່ນມີການກໍ່ສ້າງແບບນີ້ນະ?

__________________
Anonymous

Date:

ການກໍ່ສ້າງ ຂົວດອນໂຂງ...

จีนสร้างเร็วสะพานดอนโขงสี่พันดอนใกล้เสร็จ เปิดใช้ ต.ค.นี้

__________________
Anonymous

Date:

Anonymous wrote:

ເຮືອຂົນສົ່ງ ແລະເຮືອໂດຍສານ ໄປມາໄດ້ສະດວກຢູ່ບໍເມື່ອເພິ່ນມີການກໍ່ສ້າງແບບນີ້ນະ?

 ບໍ່ຕ້ອງຫ່ວງດອກທ່ານ ລໍອີກຈັກໜ່ອຍຝົນຕົກຫລາຍ

ນ້ຳຂື້ນເຕັມຝັ່ງມັນກໍ່ສຸໜີໝົດແລ້ວ

__________________
Anonymous

Date:

ບໍລິສັດໃດຮັບເໝົາກໍ່ສ້າງ? ຄົງບໍ່ຫວິດບໍລິສັດກໍ່ສ້າງທີ່ມີສາຍສຳພັນກັບນາງດາວເຮືອງ.

__________________
Anonymous

Date:

10485778_789698194407860_1097278222118992933_n.jpg

10458805_543216779123418_2965644261496153768_n.jpg

__________________
Anonymous

Date:

Anonymous wrote:

ບໍລິສັດໃດຮັບເໝົາກໍ່ສ້າງ? ຄົງບໍ່ຫວິດບໍລິສັດກໍ່ສ້າງທີ່ມີສາຍສຳພັນກັບນາງດາວເຮືອງ.

 ຕາມທີ່ຮູ້ມາ ຖ້າບໍ່ແມ່ນກໍ່ຂໍອະໄພນຳ, ຜູ້ລົງທືນກໍ່ສ້າງແມ່ນ ບໍລິສັດ ລາວເວີລ (ເຈົ້າຂອງໂຮງແຮມຈຳປາສັກແກຣນ)

ແຕ່ເຂົາຈະຈ້າງຜູ້ໃດມາກໍ່ສ້າງຕໍ່ກໍ່ບໍ່ຮູ້.

ນີ້ລະຄືຜົນຮ້າຍຈາກການບໍ່ໄດ້ປະມູນຄັດເລືອກຜູ້ຮັບເໝົາທີ່ມີຄວາມສາມາດທາງດ້ານເຕັກນິກ ວິຊາການ

ບໍ່ມີການຈັດຈ້າງວິສະວະກອນທີ່ປືກສາທີ່ມີຄວາມຮູ້ ຄວາມສາມາດ ທີ່ຈະເຮັດວຽກລະດັບນີ້ໄດ້

ເຮັດວຽກຢູ່ກາງນ້ຳ ແລະ ໃນລະດູຝົນອີກ ແມ່ນໃຜຈັ່ງວ່າຊິເຮັດຄືວຽກກໍ່ສ້າງອາຄານຢູ່ເທີງໂຄກນີ້

ສະແດງວ່າບໍລິສັດຮັບເໝົາກໍ່ສ້າງນີ້ ບໍ່ມີຄວາມຮູ້ດ້ານເຕັກນິກການກໍ່ສ້າງຂົວຂ້າມນ້ຳ

ບໍ່ຮູ້ວາງແຜນດຳເນີນງານການກໍ່ສ້າງຕາມລຳດັບຂັ້ນຕອນ

ເຈົ້າຂອງໂຄງການກໍ່ບໍ່ສົນ ບໍ່ກ່ຽວເລີຍ ປ່ອຍຕາມໃຈຊ່າງບໍ່ມີການກວດກາເລີຍ

__________________
Anonymous

Date:

10574364_814414311936248_8792123610336104536_n.jpg

10350330_335350116641271_8746580604093689316_n.jpg

__________________
Anonymous

Date:

1476139_1510246779224086_4211550249419564694_n.jpg?oh=186c781605ab20a8392b93f62e85f1ab&oe=54DBB410&__gda__=1420636577_3b1fcbd142e9287058f7a3ca28833434

10418428_1510246755890755_2136346790108525711_n.jpg?oh=05e9358e92282d9123c2882353620b78&oe=54DDA094&__gda__=1424476959_8b3953117ae37ec4a083ab2fb911d2fe

__________________
Anonymous

Date:

ໃຜມີຮູບແຕ້ມ ຂົວໃໝ່

ເອົາມາລົງໄດ້ບໍ່ ?

__________________
Anonymous

Date:

ຕາມທີ່ຮູ້ມາ ຖ້າບໍ່ແມ່ນກໍ່ຂໍອະໄພນຳ, ຜູ້ລົງທືນກໍ່ສ້າງແມ່ນ ບໍລິສັດ ລາວເວີລ (ເຈົ້າຂອງໂຮງແຮມຈຳປາສັກແກຣນ)

ແຕ່ເຂົາຈະຈ້າງຜູ້ໃດມາກໍ່ສ້າງຕໍ່ກໍ່ບໍ່ຮູ້.

"""""""""""""""""""""""""""""""""""""""""""""""""""""""""""""""""""""""

ໝາຍຄວາມວ່າຈັ່ງໃດ ຜູ້ລົງທຶນກໍ່ສ້າງ ?

ຂົວໃໝ່ນີ້ເປັນຂອງເອກກະຊົນເບາະ ເຮັດແລ້ວພວກມັນຈະເກັບເງິນຄ່າຜ່ານຕິ

__________________
Anonymous

Date:

Ôi hay quá Như Quỳnh ơi ,mình yêu Huế Như Quỳnh làm mình nhớ Huế quá

HUẾ BUỒN - NHƯ QUỲNH

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard