Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຫາດຊາຍຄີມຂອງເປັນຫາດຊາຍທີ່ສວາຍງາມ ຢາກໃຫ້ມີການ ສ້າງກິດຈະກຳ
Anonymous

Date:
ຫາດຊາຍຄີມຂອງເປັນຫາດຊາຍທີ່ສວາຍງາມ ຢາກໃຫ້ມີການ ສ້າງກິດຈະກຳ

http://img.laoupload.com/images/94001452657076786468.jpg

ຄວາມສວາຍງາມຂອງຫາດ ໜ້າຈະຈັດກິດຈະກຳຢ່າງໃດຢ່າງໜື່ງ

ເຊັ່ນກິລາຫາດຊາຍ ແລະກິລາອື່ນຯ ແຕ່ໃຫ້ຢູ່ໃນການຄວບຄູມ

ຄວາມປອດໄຟ ຕາມຫຼັກໝາຍ ທີ່ກຳນົດ

__________________
Anonymous

Date:
RE: ຫາດຊາຍຄີມຂອງເປັນຫາດຊາຍທີ່ສວາຍງາມ ຢາກໃຫ້ມີການ ສ້າງກິດຈະກຳ

ຂ້ອຍຂໍອອກສຽງສະໜັບສະໜູນເຈົ້ານຶ່ງສຽງ ຍ້ອນວ່າເຈົ້າສະກົດສວາຍຕ່າງກັບຄົນອື່ນໆ

ຖ້າເພິ່ນຈັດການແຂ່ງຂັນກິລາບານສົ່ງ ຂ້ອຍຂໍອາສາສະໝັກເປັນຄົນເກັບບານໃຫ້ເດີ.

__________________
Anonymous

Date:

ຢືມເງິນອີກ...

ສ້າງຖະໜົນ(ຄັນຄູ)ອີກເສັ້ນໜຶ່ງ 

ໃຫ້ເປັນ 4 ເລນ...

__________________
Anonymous

Date:

ກໍ່ເປັນຕາເສັຽນຳທັມມະຊາດຢູ່ດອກທີ່ມະນຸດບໍ່ຮູ້ຈັກໃຊ້ມັນໃຫ້ເປັນປະໂຫຍດ

ດິນຊາຍຫາດດອນຈັນນັບມື້ແຮ່ງຖົມກວ້າງຂື້ນເລື້ອຍໆ

ຖ້າເປັນຂ້ອຍ ຂ້ອຍຈະຂຸດບ່ອນກາງຫາດຫຼືຂອບຫາດດ້ານຕິດຝັ່ງໃຫ້ເລິກເປັນຄືໜອງນ້ຳ

ແລ້ວຕໍ່ທໍ່ໃຫ້ຕ່ຳກວ່າຣະດັບນ້ຳຂອງໃນໜ້າແລ້ງ ເພື່ອສົ່ງນ້ຳເຂົ້າມາເກັບໄວ້ຕະຫຼອດປີ

ແລະຕໍ່ທໍ່ໃຫ້ນ້ຳອອກໄປອີກທາງ  ແຕ່ທໍ່ນ້ຳອອກຕ້ອງຢູ່ເໜືອຣະດັບທໍ່ນ້ຳເຂົ້າ

ເຮັດໃຫ້ຮັກສານ້ຳໃນໜອງສະຢູ່ຣະດັບທີ່ຕ້ອງການໄດ້

ເປັນເຮື່ອງບໍ່ຍາກແລະໃຊ້ທຶນບໍ່ຫຼາຍເລີຍ

ເມື່ອຫາດດອນຈັນມີນ້ຳຢູ່ໃນສະຕະຫຼອດປີ  ຫາດຈະງາມຂື້ນ

ໜອງນ້ຳສະອາດນັ້ນຈະໃຫ້ຄົນລົງໄປອາບຫຼີ້ນໄດ້ 

ຖ້າຂຸດໜອງໃຫ້ຍາວຈາກເໜືອຮອດໃຕ້  ຍັງສາມາດໃຫ້ຄົນເຊົ່າເຮືອພາຍເຮືອຖີບ

ຫຼີ້ນໃນນັ້ນໄດ້ອີກນຳ

ນ້ຳຂອງຮິມຫາດອີກດ້ານໃຫ້ຄົນມາປະມູນເຊົ່າເຮັດເຮືອແພເປີດເປັນຮ້ານອາຫານ

ຄົນເຊົ່າຕ້ອງຢູ່ໃນສັນຍາບັງຄັບ ເຊັ່ນ ແພເຮືອຕ້ອງໄດ້ມາດຕະຖານ

ແລະສ້າງຂື້ນໃຫ້ງາມຕາມຄວາມເຫັນຂອງຜູ້ໃຫ້ເຊົ່າ

ແລ້ວຈັດກິດຈະກັມກິລາ  ວັດທະທັມຕ່າງໆ  ຕະຫຼອດ

ເຊັ່ນ  ດ້ານໜຶ່ງໃຫ້ຄົນຫຼຶ້ນກິລາຕ່າງໆ   ບານຕົບ   ແບັດມິນຕັ້ນ  ຕະກໍ້ ແລະ....

ແລ້ວຈັດແຂ່ງຂັນ ບີສວອລເລບອລຣະດັບຊາດ  ຣະດັບນານາຊາດຂື້ນ

ບາງເດືອນຈັດປະກວດໜຸ່ມສາວຊາວຫາດ

ບຸນປີໃໝ່ລາວຈັດແຂ່ງຂັນກໍ່ດິນຊາຍແບບອິນເຕີ

ບຸນຊ່ວງເຮືອ ບຸນລອຍກະທົງກໍ່ຈັດໃນຫາດນີ້ໃຫ້ຍິ່ງໃຫຍ່

ນີ້ແມ່ນຄວາມຄຶດຂອງຂ້ອຍເພື່ອສົ່ງເສີມການທ່ອງທ່ຽວ 

ສຳລັບຄົນລາວເອງກໍ່ຍັງເປັນບ່ອນພັກຜ່ອນຫຍ່ອນໃຈ

ຫາດດອນຈັນທີ່ບໍ່ເຄີຍໃຊ້ໃຫ້ໄດ້ປະໂຫຍດກໍ່ຈະມີປະໂຫຍດຢ່າງມະຫາສານ

ປະກວດກໍ່ຊາຍເພື່ອສົ່ງເສີມການທ່ອງທ່ຽວ

images?q=tbn:ANd9GcRYBGAjI-BL-y9KjapBKeshsByFS9EsYzy8QAo8LTrTFXEv-4Bb6A

images?q=tbn:ANd9GcRbcRSMdTh-ynFeROMYOA-RFnN5dqSt2lmuQ8wSFozlMiwTPzJMXw

images?q=tbn:ANd9GcRP4sjdrxP5NGSVnee0jzEH63grCef_Ehp1NXVfXw2tmvu8FnKK 

beach-summer-20124.jpg

images?q=tbn:ANd9GcQnT1I91gem9r9cP7zzIWYaK6yjyYQ43dc2xsdGqguIQOu8-9ExTA

sld4.jpg

ແຂ່ງຂັນ Beach Volleyball

dhm_beachvolleyball_2010.jpg

34_11.JPG

beachvolleyball-moskau.jpg

ເຕະຕະກໍ້

1370494400.jpg

2010_12_16_152059_lxnsfepi.jpg

__________________
Anonymous

Date:

29payax.jpg

__________________
Anonymous

Date:

ເຮັດນ້ຳພຸຕື່ມອີກສາມອັນ  ເປັນນ້ຳພຸສູງຖັ່ງຂື້ນມາຈາກນ້ຳຄືທະເລສາບເຊີແນວ

ກາງຄືນໃຊ້ໄຟສ່ອງປ່ຽນສລັບສີ  ງາມປານຢູ່ສະຫວັນຊັ້ນຟ້າ

ຖ້າມີເງິນຫຼາຍພໍ  ນ້ຳພຸອາດຈະອອກແບບໃຫ້ພຸອອກຮອບຂ້າງງາມຂື້ນກວ່າເກົ່າ

2m7zqjq.jpg

__________________
Anonymous

Date:

ເປັນແນວຄິດທີ່ດີ, ຖ້າຄົນຂອງທ່ານນາງດາວເຮືອງມາອ່ານ ໂຄງການນີ້ຄົງເກີດເປັນຮູບປະທັມແທ້ໆ.

__________________
Anonymous

Date:

ນ້ຳພຸເມືອງເຊີເນຟ ຫຼື ເຊີແນວ  ຫຼື ເຈນີວາ

images?q=tbn:ANd9GcS4YRL7xW7_LDgVaTy2BwR80D075aILhASPXhLvSOIdECC484IS  images?q=tbn:ANd9GcQce9flgbWzcgpiDRwgm7f7LTFiK8BddbELxXj2VgsHGAIPdp4sBw

images?q=tbn:ANd9GcTgs-BowABSQADxNCjhgspq7x8hoxP0ENnGJV3yPolFOIZa7cwP

ຂອງເຮົາບໍ່ຕ້ອງເຮັດສູງໃຫຍ່ປານນີ້ກະໄດ້  ເຄິ່ງໜຶ່ງຂອງຮູບນັ້ນກະພໍແລ້ວ

ນ້ຳພຸໃຊ້ວິທີສີດນ້ຳຂື້ນຄ້າຍຄືກັບທໍ່ສີດນ້ຳຣົດດັບເພີງ(ແຕ່ແຮງກວ່າ ໃຫຍ່ກວ່າ)

ຫົວສີດນ້ຳສາມາດອຽງໄປໄດ້ທຸກທິດທາງ  ເວລາຕັ້ງຫົວໃຫ້ຊື່  ນ້ຳກໍ່ຈະຊື່

ອຽງໜ້ອຍໜຶ່ງມັນກໍ່ຈະເປັນຄືຮູບສຸດທ້າຍ

ຕອນກາງເວັນເປີດທຸກຊາວນາທີ  ເປີດເທື່ອລະສິບນາທີ  ຫຼືຈັ່ງໃດກະວ່າກັນ

ກາງຄືນພໍຟ້າມືດກະເປີດຍາວໂລດ  ເປີດຮອດສິບໂມງຈຶ່ງປິດ

ສ່ວນໃນຫາດດອນຈັນ  ນອກຈາກສົ່ງເສີມໃຫ້ມີການອອກກຳລັງກາຍແບບຕ່າງໆແລ້ວ

ຍັງສົ່ງເສີມໃຫ້ຄົນຫຼີ້ນວ່າວທຸກມື້  ຫາດດອນຈັນເໝາະສົມທີ່ສຸດສຳລັບການຫຼີ້ນວ່າວ

ເດີ່ນກວ້າງ  ລົມໂລ່ງ  ທີ່ສຳຄັນບໍ່ມີເຮືອນຄົນ ບໍ່ມີກົກໄມ້ແລະເສົາໄຟຟ້າ

ວ່າວຈະເຮັດໃຫ້ທ້ອງຟ້າເຕັມໄປດ້ວຍສີສັນ  ແລະໜ້າສົນໃຈສຳລັບຄົນທົ່ວໄປ 

ບໍ່ວ່າແຕ່ຊາວບ້ານ  ນັກທ່ອງທ່ຽວທີ່ຢູ່ໃນໂຮງແຮມຫຼືຕາມຮ້ານອາຫານດື່ມກິນແຄມ

ຂອງກໍ່ຈະໄດ້ຊື່ນຊົມກັບຄວາມງົດງາມແລະໂຣແມນຕິກນີ້ຄືກັນ

ຄ່າໃຊ້ແລະຈ່າຍຣາງວັນຕ່າງໆທີ່ຕ້ອງໃຊ້ໃນພາຣະກິດນີ້

ຜູ້ຮັບຜິດຊອບສາມາດຂໍຄວາມຮ່ວມມືກັບຜູ້ປະກອບການທີ່ໄດ້ຮັບຜົນປະໂຫຍດຮ່ວມກັນ

ຖ້ານະໂຍບາຍຖືກຈັດການໃຫ້ພວກເຂົາເຫັນຄວາມສຳຄັນຢ່າງຈະແຈ້ງແລະໂປ່ງໃສ 

ຂ້ອຍຄຶດວ່າທຸກຮ້ານຄ້າ ໂຮງແຮມຕ້ອງຍິນດີມີສ່ວນຮ່ວມນຳຢ່າງແນ່ນອນ

ຂໍແຕ່ເງິນອຸປຖັມທີ່ໄດ້ມານັ້ນ  ຖືກໃຊ້ໃຫ້ມີປະໂຫຍດຢ່າງເຕັມເມັດເຕັມໜ່ວຍ

ບໍ່ແມ່ນເຕັມຖົງເຕັມໄຖ່ຂອງເຈົ້າໜ້າທີ່ຢ່າງເດັດຂາດ

__________________
Anonymous

Date:

wow! let do it please. we love Vientiane!

__________________
Anonymous

Date:

ວຽງຈັນບໍ່ສູ້ສີຊຽງໃຫມ່

__________________
Anonymous

Date:

stupid idea from idiot

__________________
Anonymous

Date:

ຄັນເຮັດແບບເຈົ້າເວົ້າມັນກະໄດ້ແຕ່ຕ້ອງ ຖົມຫາດຊາຍໃຫ້ສູງຂຶ້ນສ່ຳກັບຕາຝັ່ງ

ມັນຈຶ່ງໄດ້. ຖ້າບໍ່ດັ່ງນັ້ນ ຍາມຝົນມາ ທຸກຢ່າງຈອດໝົດ

ເສັຍງົບລົງທຶນລ້າໆ

ເຈົ້າຮູ້ບໍ່ວ່າ ການທີ່ຈະຖົມຫາດຊາຍໃຫ້ສູງນັ້ນ ມັນແພງກວ່າແນວອື່ນອີກເດີີີີີີີີີີ

ຫາດຊາຍມັນກວ້າງຫລາຍ

ແນວຄິດເຈົ້າກະດີ ແຕ່ບໍ່ມີເງິນເຮັດ

ອັນນີ້ແມ່ນ ປະເທດທີ່ເຂົາມີເງິນຫລາຍ ເຫລືອໃຊ້ແລ້ວ ຄວນເຮັດເພື່ອຄວາມສວຍງາມ

ຂອງປະເທດ, ສ້າງໃຫ້ມີບ່ອນຫລິ້ນຂອງປະຊາຊົນພາຍໃນ ແລະຕ່າງປະເທດ

__________________
Anonymous

Date:

ຄວາຍ ຍັງມີສມອງ ດີກ່ວານີ້...

__________________
Anonymous

Date:

Anonymous wrote:

 ບໍ່ເຂົ້າໃຈ  ເປັນຫຍັງຝົນມາຈຶ່ງຈອດ  ເປັນຫຍັງຈຶ່ງຖົມຫາດໃຫ້ສູງ

ເວົ້າແຕ່ເປືອກລອຍໆ  ຄືບໍ່ເອົາແກ່ນມາເວົ້າ  ດ້ານເສັຽມັນແມ່ນຫຍັງ

__________________
Anonymous

Date:

ນີ້ແຫຼະຄວາມຄຶດຂອງຄົນລາວແທ້ແລະດັ່ງເດີມ

ບໍ່ມີໄອເດັຽ  ບໍ່ມີຄວາມຄຶດສ້າງສັນ  ມີແຕ່ຢ້ານກັບຢ້ານ 

ບໍ້ກ້າເຮີ່ມຕົ້ນ  ບໍ່ກ້າຄຶດ  ບໍ່ກ້າລົງມືເຮັດ  ບໍ່ກ້າປ່ຽນແປງ

ລາວນອກລາວໃນຄືກັນເໝິດ  ມີແຕ່ຍ່າງຕາມເຂົາ  ຫາເຊົ້າກິນຄ່ຳ  ເຊົ້າຊາມເຢັນຊາມ

ເປັນແຕ່ລູກຈ້າງເປັນຂີ້ຂ້າເຂົາ  ບໍ່ຕ້ອງຄຶດຫຍັງຫຼາຍ

ຄວາມກ້າວໜ້າຈຶ່ງບໍ່ມີ  ເປັນຄົນງານໂຮງງານ30ປີກະຍັງເປັນຄົນງານໂຮງງານຄືເກົ່າ

ຖີບສາມລໍ້ຈົນເຖົ້າຖີບບໍ່ໄດ້  ແລ້ວມານັ່ງຈົ່ມທຸກຈົ່ມຍາກ

ຄົນເກົາຫຼີ  ຄົນຢີ່ປຸ່ນ  ຄົນຈີນເຂົາບໍ່ຢູ່ຊື່ໆ  ກ້າຄຶດ  ກ້ງລົງທຶນ ກັາສູ້  ກ້າລົງມືເຮັດ  ເຫັນບໍ່ປະເທດເຂົາຈຶ່ງຈະເຣີນ

ເອົາຄົນລາວໄປປ່ອຍເກາະທີ່ບໍ່ມີຫຍັງຄືເກາະຢີ່ປຸ່ນ  ຮັບຮອງບໍ່ຈັກປີຕາຍກ້ຽງ

ລາວກໍ່ຄືລາວ  ມັນເປັນກັມມະພັນ  ໂລກຊຶໝຸນໄປທໍ່ໃດແລ້ວ  ຄົນລາວກະຍັງຄືເກົ່າ

__________________
Anonymous

Date:

Anonymous wrote:

ກໍ່ເປັນຕາເສັຽນຳທັມມະຊາດຢູ່ດອກທີ່ມະນຸດບໍ່ຮູ້ຈັກໃຊ້ມັນໃຫ້ເປັນປະໂຫຍດ

ດິນຊາຍຫາດດອນຈັນນັບມື້ແຮ່ງຖົມກວ້າງຂື້ນເລື້ອຍໆ

ຖ້າເປັນຂ້ອຍ ຂ້ອຍຈະຂຸດບ່ອນກາງຫາດຫຼືຂອບຫາດດ້ານຕິດຝັ່ງໃຫ້ເລິກເປັນຄືໜອງນ້ຳ

ແລ້ວຕໍ່ທໍ່ໃຫ້ຕ່ຳກວ່າຣະດັບນ້ຳຂອງໃນໜ້າແລ້ງ ເພື່ອສົ່ງນ້ຳເຂົ້າມາເກັບໄວ້ຕະຫຼອດປີ

ແລະຕໍ່ທໍ່ໃຫ້ນ້ຳອອກໄປອີກທາງ  ແຕ່ທໍ່ນ້ຳອອກຕ້ອງຢູ່ເໜືອຣະດັບທໍ່ນ້ຳເຂົ້າ

ເຮັດໃຫ້ຮັກສານ້ຳໃນໜອງສະຢູ່ຣະດັບທີ່ຕ້ອງການໄດ້

ເປັນເຮື່ອງບໍ່ຍາກແລະໃຊ້ທຶນບໍ່ຫຼາຍເລີຍ

ເມື່ອຫາດດອນຈັນມີນ້ຳຢູ່ໃນສະຕະຫຼອດປີ  ຫາດຈະງາມຂື້ນ

ໜອງນ້ຳສະອາດນັ້ນຈະໃຫ້ຄົນລົງໄປອາບຫຼີ້ນໄດ້ 

ຖ້າຂຸດໜອງໃຫ້ຍາວຈາກເໜືອຮອດໃຕ້  ຍັງສາມາດໃຫ້ຄົນເຊົ່າເຮືອພາຍເຮືອຖີບ

ຫຼີ້ນໃນນັ້ນໄດ້ອີກນຳ

ນ້ຳຂອງຮິມຫາດອີກດ້ານໃຫ້ຄົນມາປະມູນເຊົ່າເຮັດເຮືອແພເປີດເປັນຮ້ານອາຫານ

ຄົນເຊົ່າຕ້ອງຢູ່ໃນສັນຍາບັງຄັບ ເຊັ່ນ ແພເຮືອຕ້ອງໄດ້ມາດຕະຖານ

ແລະສ້າງຂື້ນໃຫ້ງາມຕາມຄວາມເຫັນຂອງຜູ້ໃຫ້ເຊົ່າ

ແລ້ວຈັດກິດຈະກັມກິລາ  ວັດທະທັມຕ່າງໆ  ຕະຫຼອດ

ເຊັ່ນ  ດ້ານໜຶ່ງໃຫ້ຄົນຫຼຶ້ນກິລາຕ່າງໆ   ບານຕົບ   ແບັດມິນຕັ້ນ  ຕະກໍ້ ແລະ....

ແລ້ວຈັດແຂ່ງຂັນ ບີສວອລເລບອລຣະດັບຊາດ  ຣະດັບນານາຊາດຂື້ນ

ບາງເດືອນຈັດປະກວດໜຸ່ມສາວຊາວຫາດ

ບຸນປີໃໝ່ລາວຈັດແຂ່ງຂັນກໍ່ດິນຊາຍແບບອິນເຕີ

ບຸນຊ່ວງເຮືອ ບຸນລອຍກະທົງກໍ່ຈັດໃນຫາດນີ້ໃຫ້ຍິ່ງໃຫຍ່

ນີ້ແມ່ນຄວາມຄຶດຂອງຂ້ອຍເພື່ອສົ່ງເສີມການທ່ອງທ່ຽວ 

ສຳລັບຄົນລາວເອງກໍ່ຍັງເປັນບ່ອນພັກຜ່ອນຫຍ່ອນໃຈ

ຫາດດອນຈັນທີ່ບໍ່ເຄີຍໃຊ້ໃຫ້ໄດ້ປະໂຫຍດກໍ່ຈະມີປະໂຫຍດຢ່າງມະຫາສານ

ປະກວດກໍ່ຊາຍເພື່ອສົ່ງເສີມການທ່ອງທ່ຽວ

images?q=tbn:ANd9GcRYBGAjI-BL-y9KjapBKeshsByFS9EsYzy8QAo8LTrTFXEv-4Bb6A

images?q=tbn:ANd9GcRbcRSMdTh-ynFeROMYOA-RFnN5dqSt2lmuQ8wSFozlMiwTPzJMXw

images?q=tbn:ANd9GcRP4sjdrxP5NGSVnee0jzEH63grCef_Ehp1NXVfXw2tmvu8FnKK 

beach-summer-20124.jpg

images?q=tbn:ANd9GcQnT1I91gem9r9cP7zzIWYaK6yjyYQ43dc2xsdGqguIQOu8-9ExTA

sld4.jpg

ແຂ່ງຂັນ Beach Volleyball

dhm_beachvolleyball_2010.jpg

34_11.JPG

beachvolleyball-moskau.jpg

ເຕະຕະກໍ້

1370494400.jpg

2010_12_16_152059_lxnsfepi.jpg

[video=ແຕ່ເປັນຫຍັງລັດຖະບານບໍ່ຄິດເຮັດເນາະ ! ເພາະແນວຄິດແບບນີ້ ຂ້ອຍຄິດມາແຕ່ສິບກວ່າປີກ່ອນນີ້ ! ນອກຈາກມີການແຂ່ງຂັນກິລາ ບ່ອນເພາະກາຍ, ບ່ອນຫັດກາຍ, ຮ້ານຄ້າແບບຊຸເປິມາຣເກັດ ແລ້ວ ຂ້ອຍຍັງຄິດເຮັດກາຊີໂນລະດັບສາກົນນຳອີກ ແຕ່ກະແນ່ນອນ, ນອກຈາກພະນັກງານແລ້ວ ຄົນລາວ ແມ່ນຫ້າມເຂົ້າ ! ສ້າງຂົວແບບສະພານລອຍຊົມວິວນ້ຳຂອງ ແຕ່ທ່າປາກປ່າສັກເລາະຄີມຂອງໄປຂຶ້ນຫຼັກສອງຫຼືສົ້ນຫາດ ແລ້ວຄິດວ່າຈະສ້າງລາຍຮັບບໍ່ໜ້ອຍ...ແຕ່ກ່ອນຂ້ອຍໄດ້ມາອອກຄຳເຫັນໃນເວບນີ້ເລື່ອງເຮັດຕາຂ່າຍກັນຕາຝັ່ງເຈື່ອນແຕ່ທາດຂາວຫາວັດໄຕນ້ອຍ ເພື່ອນຊາວເນັດກະວ່າຂ້ອຍບ້າ ບາດເຂົາໄດ້ເຮັດແລ້ວມັນເກີນທີ່ຂ້ອຍຄາດໄວ້ບັກຫຼາຍໆ ແລ້ວ ມື້ໜຶ່ງດອນຈັນຕ້ອງເປັນບ່ອນສ້າງລາຍໄດ້ໃຫ້ກັບຊາວນະຄອນຫຼວງແນ່ນອນ ບາງທີກໍອາດຈະເກີນສິ່ງທີ່ຂ້ອຍຄິດໄວ້ອີກ...ເບິ່ງຮ້ານຄ້າແຄມຂອງປະຈຸບັນກໍແລ້ວກັນ... ຄັນເຮົາໄປສ້າງຢູ່ກະໂຕຫາດ ມັນສິຄຶກຄື້ນຊ່ຳໃດ ໃຫ້ບັນດາທ່ານຈີນຕະນາການເບິ່ງ !!! ຍາມຝົນມາກໍມີແຕ່ເດີນແຂ່ງຂັນກິລາເທົ່ານັ້ນທີ່ຖືກນ້ຳຖ້ວມ ສ່ວນຮ້ານຄ້າແລະສະໂມສອນຕ່າງໆ ແມ່ນຕ້ອງສູງກວ່າລະດັບນ້ຳຂຶ້ນສູງສຸດ ແມດຫ້າສິບ] 

__________________
Anonymous

Date:

"""

Anonymous wrote:

[video= ແຕ່ເປັນຫຍັງລັດຖະບານບໍ່ຄິດເຮັດເນາະ ! ເພາະແນວຄິດແບບນີ້ ຂ້ອຍຄິດມາແຕ່ສິບກວ່າປີກ່ອນນີ້ ! ນອກຈາກມີການແຂ່ງຂັນກິລາ ບ່ອນເພາະກາຍ, ບ່ອນຫັດກາຍ, ຮ້ານຄ້າແບບຊຸເປິມາຣເກັດ ແລ້ວ ຂ້ອຍຍັງຄິດເຮັດກາຊີໂນລະດັບສາກົນນຳອີກ ແຕ່ກະແນ່ນອນ, ນອກຈາກພະນັກງານແລ້ວ ຄົນລາວ ແມ່ນຫ້າມເຂົ້າ ! ສ້າງຂົວແບບສະພານລອຍຊົມວິວນ້ຳຂອງ ແຕ່ທ່າປາກປ່າສັກເລາະຄີມຂອງໄປຂຶ້ນຫຼັກສອງຫຼືສົ້ນຫາດ ແລ້ວຄິດວ່າຈະສ້າງລາຍຮັບບໍ່ໜ້ອຍ...ແຕ່ກ່ອນຂ້ອຍໄດ້ມາອອກຄຳເຫັນໃນເວບນີ້ເລື່ອງເຮັດຕາຂ່າຍກັນຕາຝັ່ງເຈື່ອນແຕ່ທາດຂາວຫາວັດໄຕນ້ອຍ ເພື່ອນຊາວເນັດກະວ່າຂ້ອຍບ້າ ບາດເຂົາໄດ້ເຮັດແລ້ວມັນເກີນທີ່ຂ້ອຍຄາດໄວ້ບັກຫຼາຍໆ ແລ້ວ ມື້ໜຶ່ງດອນຈັນຕ້ອງເປັນບ່ອນສ້າງລາຍໄດ້ໃຫ້ກັບຊາວນະຄອນຫຼວງແນ່ນອນ ບາງທີກໍອາດຈະເກີນສິ່ງທີ່ຂ້ອຍຄິດໄວ້ອີກ...ເບິ່ງຮ້ານຄ້າແຄມຂອງປະຈຸບັນກໍແລ້ວກັນ... ຄັນເຮົາໄປສ້າງຢູ່ກະໂຕຫາດ ມັນສິຄຶກຄື້ນຊ່ຳໃດ ໃຫ້ບັນດາທ່ານຈີນຕະນາການເບິ່ງ !!! ຍາມຝົນມາກໍມີແຕ່ເດີນແຂ່ງຂັນກິລາເທົ່ານັ້ນທີ່ຖືກນ້ຳຖ້ວມ ສ່ວນຮ້ານຄ້າແລະສະໂມສອນຕ່າງໆ ແມ່ນຕ້ອງສູງກວ່າລະດັບນ້ຳຂຶ້ນສູງສຸດ ແມດຫ້າສິບ] 

ສ້າງອາຄານຖາວອນໃນຫາດບໍ່ໄດ້ດອກ

ເພາະຍາມນ້ຳຂື້ນ ມັນຖ້ວມສູງຈົນຮອດຝັ່ງພຸ້ນເດີ

ອີກຢ່າງ  ເທິງຝັ່ງຍັງມີເນື້ອທີ່ຫຼວງຫຼາຍໃຫ້ເປີດຮ້ານຂາຍຂອງ

ບໍ່ຈຳເປັນຕ້ອງລົງໄປເປີດກາງຫາດ (ໃຜຊິຍ່າງລົງໄປຊື້ຂອງໃນຊຸບເປີມາເກັດກາງຫາດ?)

ຫາດດອນຈັນຄວນໃຫ້ເປັນທີ່ທ່ອງທ່ຽວຕາມລະດູການ

ແລະຮັກສາໃຫ້ເປັນທັມຊາດເທົ່າທີ່ຈະຮັກສາໄດ້  ບໍ່ແມ່ນໄປປຸກອາຄານໃສ່ໃຫ້ເຕັມຫາດ

ຮ້ານອາຫານທີ່ຂ້ອຍຢາກໃຫ້ມີແມ່ນເຮືອນແພທີ່ລອຍຢູ່ເທິງນ້ຳ

ເວລານ້ຳຂື້ນ  ແພກໍ່ລອຍຂື້ນຕາມນ້ຳ  ແລະຫຍັບແພເຂົ້າມາຕິດຝັ່ງ  ສາມາດເປີດຂາຍໄດ້ຕາມປົກກະຕິ

ຖ້າຢາກໃຫ້ມີຮ້ານຂອງກິນໃນຫາດກະເຮັດໄດ້  ແຕ່ຕ້ອງມີຈຳນວນຈຳກັດ  ບໍ່ແມ່ນມີຈົນຮົກ

ຮ້ານຂອງກິນຄວນສ້າງແບບຊົ່ວຄາວ  ຫຼືເຮັດພື້ນຮ້ານໃຫ້ມັນລອຍຂື້ນໄດ້ຍາມນ້ຳຖ້ວມ

ນ້ຳພຸຖ້າຢາກເປີດໃຊ້ໃຫ້ງາມຍາມນ້ຳຂື້ນກໍ່ຍັງໃຊ້ໄດ້

ໂດຍເຮັດເສົາເຫຼັກເກັບທໍ່ສາຍສີດນ້ຳທາງໃນໃຫ້ດຶງຍືດອອກໄດ້ຄືກັບເສົາຮັບຄື່ນວຶທະຍຸ

ເວລານ້ຳຂື້ນສາມາດໃຊ້ເຄື່ອງບັງຄັບໃຫ້ມັນຍືດອອກໄປຕາມຕ້ອງການ

ຈະພັດທະນາຫາດດອນຈັນໃຫ້ມີປະໂຫຍດແລະມີມູນຄ່າ 

ຕ້ອງໃຊ້ຢ່າງມີເຫດຜົນແລະຣະບົບການ

ແຂກໄປໄທຍມາເພິ່ນຍັງຊິໄດ້ເອົາໄປເວົ້າແບບຊື່ນຊົມເດີ

 ອັນນີ້ ກໍຫາກແມ່ນແນວຄິດອັນດີ ທີ່ສາມາດຮັກສາທຳມະຊາດ ສ່ວນວ່າສິຍ່າງລົງຮ້ານຄ້ານັ້ນບໍ່ໃຫ້ທ່ານເປັນຫ່ວງ ເພາະລົດສາມາດແລ່ນລົງໄປເຖິງສະຖານທີ່ເລີຍ ມີບ່ອນຈອດລົດບໍ່ໄດ້ເສັຽຄ່າ ເພາະຈະໄດ້ສ້າງຂົວອ້ອມດອນເລີຍຊັ້ນນ່າ !

__________________

Member

Status: Offline
Posts: 24
Date:

***ອັນນີ້ ກໍຫາກແມ່ນແນວຄິດອັນດີ ທີ່ສາມາດຮັກສາທຳມະຊາດ ສ່ວນວ່າສິຍ່າງລົງຮ້ານຄ້ານັ້ນບໍ່ໃຫ້ທ່ານເປັນຫ່ວງ ເພາະລົດສາມາດແລ່ນລົງໄປເຖິງສະຖານທີ່ເລີຍ ມີບ່ອນຈອດລົດບໍ່ໄດ້ເສັຽຄ່າ ເພາະຈະໄດ້ສ້າງຂົວອ້ອມດອນເລີຍຊັ້ນນ່າ !***

????????

ບໍ່ເຂົ້າໃຈຈິດມະໂນຂອງເຈົ້າ

ເຈົ້າວ່າ ຕ້ອງຖົມຫາດໃຫ້ສູງກວ່າຣະດັບນ້ຳເວລານ້ຳຖ້ວມຊັ້ນຫວາ

ຫຼືຖົມສະເພາະບ່ອນທີ່ຈະສ້າງອາຄານ?  ເວລານ້ຳລົງບ່ອນອາຄານນັ້ນຊິບໍ່ຕັ້ງໂດ່ເດ່ຊັ້ນຫວາ

ຄຶດໄດ້ແນວໃດ ຄຶດເຮັດຂົວຫຼືຖນົນລອຍສູງຮອບດອນ

ເຈົ້າລອງຈິນຕະນາການໃໝ່ເບິ່ງດຸວ່າມັນຈະມີສະພາບຂີ້ຮ້າຍປານໃດ

ສ້າງຂົວ ສ້າງບ່ອນຈອດຣົຖເພື່ອໃຫ້ຄົນເຂົ້າໄປຊື້ຂອງໃນຊຸບເປີມາຣ໌ກ 555

ຮູ້ບໍ່ວ່າຕ້ອງລົງທຶນທໍ່ໃດ  ມັນຈະຄຸ້ມຄ່າບໍ່

ທີ່ສຳຄັນ ຫາດກໍ່ຈະບໍ່ເຫຼືອສະພາບຫາດອີກຕໍ່ໄປ

ມີຕຶກສູງກາງຫາດ ມີຂົວລອຍຮົກອ້ອມຫາດ  ຍັງມີຣົຖແລ່ນເຂົ້າໄປໄດ້ອີກ ໂອຍຍ

ລອງແຕ້ມຮູບໃນຈິນຕະນາການຂອງເຈົ້າມາເບິ່ງແດ່ດຸ

ຫລືໃຊ້ CG ເຮັດມາໃຫ້ເບິ່ງແດ່ ວ່າມັນຊິມີໜາຕາເປັນແນວໃດ

ບັກຫລ້າ  ຂ້ອຍເຂົ້າໃຈວ່າເຈົ້າມີເວລາໄປນັ່ງແຍງແຄມຂອງຫຼາຍ ເລີຍມີຈິນຕະນາການຫຼາຍ

ແຕ່ຂໍໃຫ້ຈິນຕະນາການຢູ່ໃນຫຼັກຄວາມເປັນໄປໄດ້ແດ່ເດີ

__________________

ແມ່ເຖົ້າຫວັນ

yaydun.jpg

Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard