Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລຽ້ງ ງົວ ແບ້ ດີບໍ?
Anonymous

Date:
ລຽ້ງ ງົວ ແບ້ ດີບໍ?

ຊີ້ນງົງ ຊີ້ນແບ້ ແພງກວ່າ ຊີ້ນຫມູ ເຖິງ 2 ເທົ່າ

ເປັນຫຍັງ ປະເທດເຮົາບໍ່ສົ່ງເສີມກັນລຽ້ງຫລາຍໆ ທັງເປັນສິນຄ້າ ບໍລິໂພກຢູ່ພາຍໃນ ແລະສົ່ງອອກຂາຍນຳອີກ

ເນື້ອທີ່ລຽ້ງສັດຍັງມີຫລວງຫລາຍ ແລະກໍເຫມາະສົມສຳຫລັບລຽ້ງສັດປະເພດນີ້ອີກ ເປັນຕົ້ນແມ່ນ ພູພຽງຊຽງຂວາງ

__________________
Anonymous

Date:

ຜີບ້າ ແນວນີ້ກະເອົາ ມາລົງ disbelief

laughing dog emoticon

__________________
Anonymous

Date:

ຂ້ອຍກໍ່ມີໂຄງການຈະລ້ຽງງົວຂາຍໃນອະນາຄົດ, ປັດຈຸບັນກໍາລັງຫາເງິນສົ່ງລູກໄປຮຽນເຊີງສັດ

(Animal Breeding & Genetics) ຫຼັກສູດ4ປີ ຢູ່ປະເທດວຽດນາມ ແລະຖ້າລູກຮຽນຈົບ

ຈະໄປກູ້ຢືມເງິນນໍາທະນາຄານພົງສະຫວັນມາຕັ້ງຟາມງົວ ແຕ່ຄວາມຝັນຈະເປັນຈິງຫຼືບໍ່ແມ່ນຂຶ້ນ

ກັບນະໂຍບາຍເກື້ອກູນຂອງລັດຖະບານລາວ.

__________________
Anonymous

Date:

Anonymous wrote:

ຊີ້ນງົງ ຊີ້ນແບ້ ແພງກວ່າ ຊີ້ນຫມູ ເຖິງ 2 ເທົ່າ

ເປັນຫຍັງ ປະເທດເຮົາບໍ່ສົ່ງເສີມກັນລຽ້ງຫລາຍໆ ທັງເປັນສິນຄ້າ ບໍລິໂພກຢູ່ພາຍໃນ ແລະສົ່ງອອກຂາຍນຳອີກ

ເນື້ອທີ່ລຽ້ງສັດຍັງມີຫລວງຫລາຍ ແລະກໍເຫມາະສົມສຳຫລັບລຽ້ງສັດປະເພດນີ້ອີກ ເປັນຕົ້ນແມ່ນ ພູພຽງຊຽງຂວາງ

 ລັດຖະບານມັນຊິຮູ້ຈັກຫຍັງ ຖ້າຂໍນໍາຕ່າງຊາດຢ່າງດຽວ

__________________
Anonymous

Date:

 ລັດຖະບານມັນຊິຮູ້ຈັກຫຍັງ ຖ້າຂໍນໍາຕ່າງຊາດຢ່າງດຽວ

 ແຂວງຊຽງຂວາງ, ແຂວງຫຼວງພະບາງ ແລະ ແຂວງຫົວພັນ ແມ່ນ 3 ແຂວງພາກເໜືອ

ທີ່ມີການຊຸກຍູ້ສົ່ງເສີມລ້ຽງສັດ, ນັບແຕ່ປີ 2009 ມານີ້ ລັດຖະບານໄດ້ຊ່ອຍເຫຼືອຊາວກະ

ສິກອນໃນ 3 ແຂວງນີ້ ເປັນຈໍານວນເງິນຫຼາຍກວ່າ 222 ລ້ານກີບ ແລະຈະສືບຕໍ່ຊ່ອຍເຫຼືອ

ທາງດ້ານເຕັກນິກ ແລະ ການຕະລາດໃຫ້ເຂົາເຈົ້າຕາມແຜນນະໂຍບາຍ.

__________________
Anonymous

Date:

Anonymous wrote:

ຜີບ້າ ແນວນີ້ກະເອົາ ມາລົງ disbelief

laughing dog emoticon

 ເພິ່ນຜູ້ນີ້ ບໍ່ກິນຊີ້ນບໍ?

ຖ້າບໍ່ສົ່ງເສີມ ແລະບໍ່ເລີ້ມຕົ້ນ ແຕ່ດຽວນີ້ ຈັກນອ່ຍ ສີມີຕ່າງຊາດມາຍາດລຽ້ງແບບລຽ້ງປາກະຊັງ

ດຽວນີ້ ຈີນມາເຮັດປາກະຊັງ ພອ້ມທັງເຮັດອາຫານເອງ ແຕ່ລະຄົນມີຫລາຍກວ່າ 100 ກະຊັງ

ຄົນລາວ ກະສິກອນລາວ ຢືນເບິ່ງ

ລັດບໍ່ມີນະໂຍບາຍປົກປອ້ງ ແລະສົ່ງເສີມ ທັງໆ ປຊຊ ລາວກໍເຮັດໄດ້ ແຕ່ຂາດທຶນຮອນ

__________________
Anonymous

Date:

Anonymous wrote:
Anonymous wrote:

ຊີ້ນງົງ ຊີ້ນແບ້ ແພງກວ່າ ຊີ້ນຫມູ ເຖິງ 2 ເທົ່າ

ເປັນຫຍັງ ປະເທດເຮົາບໍ່ສົ່ງເສີມກັນລຽ້ງຫລາຍໆ ທັງເປັນສິນຄ້າ ບໍລິໂພກຢູ່ພາຍໃນ ແລະສົ່ງອອກຂາຍນຳອີກ

ເນື້ອທີ່ລຽ້ງສັດຍັງມີຫລວງຫລາຍ ແລະກໍເຫມາະສົມສຳຫລັບລຽ້ງສັດປະເພດນີ້ອີກ ເປັນຕົ້ນແມ່ນ ພູພຽງຊຽງຂວາງ

 ລັດຖະບານມັນຊິຮູ້ຈັກຫຍັງ ຖ້າຂໍນໍາຕ່າງຊາດຢ່າງດຽວ

 ມັນຮູ້ແຕ່ແຂ່ງຂັນຊື້ລົດແພງມາຂີ່,ປຸກເຮືອນ,ສໍ້ໂກງເທົ່ານັ້ນລະ.ຮູ້ແຕ່ສ້າງຄວາມກະຕືລືລົ້ນໃນທາງ

ບໍ່ດີເພື່ອປູກຝັງນິໃສປະຊາຊົນ.ທັງນີ້ກະຍ້ອນເພິ່ນຮຽນສູງໂພດມີແຕ່ຜູ້ໄດ້ປຣິນຍາ ສ ີ່ ຈ ານ ດລ

__________________
Anonymous

Date:

Anonymous wrote:

ຜີບ້າ ແນວນີ້ກະເອົາ ມາລົງ disbelief

laughing dog emoticon

 ເຈົ້າຫັນຕິຜີບ້າ ......ກກກ

ເຂົາເອົາມາລົງ ມັນດີແລ້ວ !!!!!!!!

ນີ້ແມ່ນການສົ່ງເສີມ ແລະ ເພື່ອຖອດຖອນບົດຮຽນ ຈາກຫລາຍ ໆ ຄົນ 

ໃນການສ້າງຊີວິດປະຈຳວັນ ແກ່ ປະຊາຊົນລາວ

ອັນນີ້ຈຶ່ງຄວນເອົາມາລົງ ເພື່ອຫານຊ່ອງທາງ ແກ້ໄຂຂໍ້ຜິດພາດ ໃນການລ້ຽງ

ຫລືລ້ຽງໃຫ້ຖືກວິທີ. ແລະ ເປັນການບົ່ງບອກວ່າ ງົວ ຄວາຍ ແບ້ ມັນແພງຫລາຍ

ເຮົາຄວນພາກັນລ້ຽງ ໃຫ້ຫລາຍ ເພື່ອໃຫ້ລາຄາມັນຕ່ຳລົງ(ຖ້າມີຄູ່ແຂ່ງ)

ກະທູ້ໃດທີ່ ສົ່ງເສີມ ພັກດັນ ສ້າງສັນ ຄວນຈະເອົາມາລົງ 

ເພື່ອຖອດຖອນບົດຮຽນ ແລກປ່ຽນນຳກັນ

ກະທູ້ໃດ ເຮັດໃຫ້ແຕກແຍກ ບໍ່ຄວນເອົາມາລົງ 

ຝາກເຖິງ ແອັດມິນ ດ້ວຍຄວາມກະລູນາຢ່າງສູງ

__________________
Anonymous

Date:

​ດີ​ແລ້​ວ​ເອົາ​ກະ​ທຸ​ນີ້​ມາ​ລົງ ແຕ່​ວ່າ​ບາງ​ຄົນ​ກະ​ບໍ່​ເ​ຂົ້າ​ໃຈ​ຫາ​ວ່າ​ບ້າ ແຕ່​ຕາ​ມ​ຄວາມ​ຄິດ​ຂ້ອຍ​ແລ້ວ​ແມ່​ດີ​ຫຼາຍ

ເພາະ​ການ​ລ້ຽງ​ສັດ​ປູກ​​ຝັ​ງ​ມັນ​ເປັນ​ວິ​ທີ​ສ້າງ​ລາຍ​ຮັ​ບ​ໃຫ້​ກັບ​ຄອ​ບ​ຄົວ​ອືກ​ແບບ​ໜື່ງ.

__________________
ຈານສົມ

Date:

ເປັນຄວາມຄິດທີ່ດີເລີດເດີທ່ານ. ປັດຈຸບັນອັດຕາການເພີ່ມຂື້ນຂອງປະຊາກອນ ຄວາມຕ້ອງການທາດຊີ້ນຍີ່ງທະວີເໝືອນເງົາຕາມໂຕ, ແຕ່ກ່ອນຈະເຮັດໃດ້ ມັນກໍ່ຮຽກຮ້ອງເຖີງ ງົບປະມານ, ແຮງງານແລະ ທີ່ດິນທີ່ເໝາະສົມ ສຳລັບລ້ຽງສັດ ສຳລັບຂ້າພະເຈົ້າແລ້ວ ມີຄວາມຝັນຢາກຈະມີທີ່ດິນ ເພື່ອລ້ຽງສັດ ແລະປູກຝັງຕັ້ງແຕ່ເກີດແລ້ວ ແຕ່ ກໍ່ເປັນໄດ້ພຽງຄວາມຝັນ.

ນັບຖືຄວາມຄິດ ອັນສ້າງສັນຂອງທ່ານ

__________________
Anonymous

Date:

Anonymous wrote:

ຜີບ້າ ແນວນີ້ກະເອົາ ມາລົງ disbelief

laughing dog emoticon

 ໝໍນີ້ ຄືຊິແມ່ນບໍ່ເຄີຍເຮັດວຽກນໍ

ແຕ່ລະມື້ ແບມືຂໍ ເມຽ ຫລືແມ່ ໄປ ວັນ ວັນ

ແຖມຍັງລົບລູ່ຄວາມຄິດຂອງຄົນອື່ນ ແບບ ຄົນໄຮ້ການສຶກສາ

__________________
Anonymous

Date:

ລ້ຽງງົວກັບແບ້ ບໍ່ຍາກໃດເຮີຍ 

ງົວອອກລູກ ປີລະເທື່ອ

ບາດແບ້ແຮງອອກເທື່ອລະຫລາຍ 

ເອົາເລີຍ ລ້ຽງຫລາຍໄດ້ຫລາຍ

ຂາຍບໍ່ອັ້ນ

ໄດ້ເງິນສົ່ງໃຫ້ລູກຮຽນປຣິນຍາຕີ

__________________
Anonymous

Date:

Anonymous wrote:

ຊີ້ນງົງ ຊີ້ນແບ້ ແພງກວ່າ ຊີ້ນຫມູ ເຖິງ 2 ເທົ່າ

ເປັນຫຍັງ ປະເທດເຮົາບໍ່ສົ່ງເສີມກັນລຽ້ງຫລາຍໆ ທັງເປັນສິນຄ້າ ບໍລິໂພກຢູ່ພາຍໃນ ແລະສົ່ງອອກຂາຍນຳອີກ

ເນື້ອທີ່ລຽ້ງສັດຍັງມີຫລວງຫລາຍ ແລະກໍເຫມາະສົມສຳຫລັບລຽ້ງສັດປະເພດນີ້ອີກ ເປັນຕົ້ນແມ່ນ ພູພຽງຊຽງຂວາງ

 ເຈົ້າເວົ້າວ່າເປັນຫັຍງປະເທດເຮົາບໍ່ສົ່ງເສີມກັນລ້ຽງແບ້,ຂ້ອຍຄິດວ່າເຈົ້າຈະບໍ່ຮູ້ແນວທາງນະໂຍບາຍ

ຂອງລັດຖະບານແຫ່ງສປປລາວປານໃດ?,ທຸກມື້ນີ້ລັດຖະບານແມ່ນສຸກຍູ້ໝົດທຸກກິດຈະກຳທີ່ສາມາດ

ຜະລິດເປັນສິ້ນຄ້ານຳລາຍໄດ້ມາໃຫ້ແກຄອບຄົວແລະປະເທດຊາດ,ການບໍ່ລ້ຽງນັ້ນມັນມີລາຍສາຍເຫດເຊັນ:

ທືນ,ສະພາບຄວາມອຳນວຍພື້ນທີ່ຈະລ້ຽງແລະຄວາມດຸໝັ່ນຂອງແຕ່ລະຄົນແລະຄອບຄົວ.

__________________
Anonymous

Date:

ກ່ອນອື່ນຂ້າພະເຈົ້າກໍ່ເຫັນດີນຳຄວາມເຫັນຂອງທ່ານໝົດທຸກຄົນແຕ່ຂໍປະກອບໜ້ອຍໜື່ງເນາະ,ເລື່ອງການສົ່ງເສີມຫັ້ນໃນຮູບ

ເອກະສານນັ້ນແມ່ນເພີ່ນເວົ້າແທ້ແຕ່ຂັ້ນຕອນຊິເຮັດແທ້ຯເພິ່ນພັດເສີຍມັ່ງຢູ່,ຊາວກະສິກອນກະບໍ່ຮູ້ຊິເຮັດຈັ່ງໃດ,ຊິໄປກູ້ເງິນນຳ

ທະນາຄານກໍ່ວ່າເອົາອັນນັ້ນອັນນີ້ມາຢັ້ງຢືນ,ຂ້າພະເຈົ້າກໍເຂົ້າໃຈຢູ່ວ່າການປ່ອຍກູ້ຕ້ອງໃຫ້ໄດ້ກຳໄລຈື່ງເປັນຕາເຮັດ,ຫຼຸດທືນດ້າມ

ເລັກດ້າມໜ້ອຍຊິເປັນຫັຍງ,ໂຄງການແນວນີ້ປະຊາຊົນໄດ້ຮັບຜົນປະໂຫຍດແທ້້ຯແຄນກ່ວາລົງທືນສ້າງທາງເບຕົງທີ່ມູນຄ່າເກີນ

ກ່ວາຈິງລັດເປັນຜູ້ເສຍຫາຍ,ຖ້ານຳເອົາເງິນຈຳນວນສ່ວນເກີນຂອງແຕ່ລະໂຄງການທາງສັ້ນລະ10 -20 ລ້ານໂດລາມາຍາຍໃຫ້

ປະຊາຊົນຢູ່ເຂດຊົນນະບົດລ້ຽງສັດເປັນສີນຄ້າລອງເບີ່ງດູຜ່ານມາຈັກສາມປີປານນີ້ຊີ້ນຄືຊິລາຄາພຽງກິໂລລະ20ພັນກີບເທົ່ານັ້ນແລະ,

ອີກຢ່າງກໍລະນີມີສັດລ້ຽງຕາຍຍ້ອນພະຍາດທາງອຳນາດການປົກຄອງບ້ານສະເໜີໄປຫາເມືອງແຕ່ການຊ່ວຍເຫຼືອຊັກຊ້າບາງບ້ານ

ຈົນຊິຕາຍໝົດແລ້ວຈັ່ງມາຮອດຄິດໄປກໍສົງສານພີ່ນ້ອງເຮົາເດ

ຂໍໂທດຖ້າຄວາມຄິດເຫັນຂອງຂ້າພະເຈົ້າຫາກແຕະຕ້ອງຈິດໃຈບາງຄົນ

ຈາກລູກຊາຍຊາວກະສິກອນ

__________________

Guru

Status: Offline
Posts: 1010
Date:

ຄ້າຂາຍຊີວິດ ລະວັງບາບເດີ້

__________________
Anonymous

Date:

ຈະບອກໃຜ, ຢາກໄດ້ເງິນກໍ່ລ້ຽງເອງໂລດ ຫລື ທ່ານ ຮັ່ງແລ້ວ ກໍ່ລົງທຶນໃຫ້ພີ່ ໃຫ້ນ້ອງຂອງຕົນຜູ້ທຸກນັ້ນລ້ຽງ ຊັ້ນຕົວ

__________________
Anonymous

Date:

Anonymous wrote:

ຜີບ້າ ແນວນີ້ກະເອົາ ມາລົງ disbelief

laughing dog emoticon

 ເຈົ້າຫາເວົ້າຕຳໄບຕຳບາ ລະ ຄົງຕົດ.ເບິ່ງນີ້ ພັກ-ລັດ ກຳລັງສົ່ງເສີມໃຫ້ເອົາພັນມາຈາກປະເທດ

ຫວຽດນາມກົ້ນຮວ່າ :

ລາວຈະສັ່ງຊື້ແນວພັນສັດ 200 ກວ່າໂຕ ຈາກຫວຽດນາມ

http://www.vientianemai.net/teen/khao/1/11062

ຖ້າເລົາບໍ່ຍົກບັນຫານີ້ຂື້ນມາ ພັກ-ລັດ ເພິ່ນກະຍັງຊິນອນຫຼັບຖັບສິດ

ກອດເມຍສາວເສີຍປະຫຳຕົ່ງເຫຼ່ງຢູ່ອີກຈັກປີກະບໍ່ຮູ້.

ຂອບໃຈຜູ້ຕັ້ງກະທູ້ ກຳເອີນຢາ ຕົດຫຼຳຢ່ຽວໆໆໆ ເພາະ ອົງຊິໄດ້ເງິນແດວທີ່ນີ້

__________________
Anonymous

Date:

ຢາກຮູ້ວີທີລ້ຽງແບ້ໃນຄອກ ທ່ານໃດຮູ້ຊ່ວຍແບ່ງປັນຄວາມຮູ້ແດ່

-ຢາກລ້ຽງແບບບໍ່ປ່ອຍ ດອົາຫຍ້າມາໃຫ້ມັນກິນເອງ

-ມື້ໜຶ່ງໂຕໜື່ງກີນປະມານຈັກກິໂລ ຫຍ້າ

-ພະຍາດແບ້ ມັກເປັນຫຍັງ

ຂໍຂອບໃຈລ່ວງໜ້ານຳທ່ານຜູ້ຮູ້ທັງຫລາຍ

 ກ່ອນທ່ານຊິລ້ຽງແບ້ ທ່ານຕ້ອງຮູ້ຈັກນິໃສຂອງແບ້ກ່ອນ 

ແບ້ມີນິໃສ ແບບມັກສ່ຽງ ມັກພິສະດານ ມັກບໍ່ຢູ່ກັບທີ່ ມັກແບບກັນດານ

ມັກຢູ່ສະອາດ ມັກເອົາແຕ່ໃຈໂຕເອງ ມັກກິນຂອງສູງ ຂອງສະອາດ ນອນສະອາດ

ຖ້າໄດ້ພວກນີ້ແບ້ຈະບໍ່ມັກເປັນພະຍາດ. ແບ້ບໍ່ມັກກິນຫຍ້າປານໃດ ແຕ່ມັກກິນໃບໄມ້

ຖ້າເຈົ້າຢູ່ວຽງຈັນ ເຈົ້າລອງໄປທີ່ສູນ ສົ່ງເສີມກະສິກຳຂອງອັອສເຕຣເລັຽ ທີ່ຊ່ອຍເຫລືອລາວ

ລອງເບິ່ງ ເຂົາມີໃບໄມ້ ໃບຫຍ້າ ຊະນິດໜຶ່ງ ທ່ານປູກແລ້ວ ສາມາດລ້ຽງແບ້ ຫລືງົວໄດ້ສະບາຍ

ມັນກໍ່ມັກກິນ ແລະ ໃຫຍ່ໄວອີກ ພຶດຊະນິດນີ້ປູກງ່າຍ ແຜ່ໄວ

ສ່ວນວ່າແບ້ກິນຈັກກິໂລ ຕໍ່ມື້ ອັນນີ້ຂ້ອຍບໍ່ຮູ້ ແຕ່ຄິດວ່າ ຄົງຊິບໍ່ເກີນ 3 ຫາ 8 ກິໂລ ດອກ

ຂຶ້ນຢູ່ກັບວ່າແບ້ນ້ອຍ ຫລື ແບ້ໃຫຍ່ປານກາງ ຫລື ໃຫຍ່ສຸດ  (ແບ້ບໍ່ມັກຝົນ ແລະເປື້ອນ)

__________________
Anonymous

Date:

ລຽ້ງ ງົວ ແບ້ ດີບໍ ?  ຕາມສະພາບພູມມີປະເທດຂອງລາວແລ້ວ ແມ່ນອີງໃສ່ການສິກຳເປັນພືນຖານໃນການສ້າງເສດຖະກິດ

ສະນັ້ນການລ້ຽງສັດເປັນຕົ້ນແມ່ນການລ້ຽງ ງົວ ແລະ ແບ້ ແມ່ນເປັນທາງອອກໜື່ງທີ່ຈະສາມາດຊ່ວຍແກ້ ໄຂຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂື້ນ

ແຕ່ຕ້ອງໄດ້ສືກສາເລື່ອງ ພື້ນທີ່, ອາຫານ,  ຄວາມຕ້ອງຂອງຕະຫຼາດໃນທ້ອງຖີ່ນ ບົດຮຽນໃນການລ້ຽງສັດ ແລະວິທີການປ້ອງກັນພະຍາດ ແລະອື່ນໆyawn

__________________
Anonymous

Date:

ແຕ່ກ່ອນຄົນລາວບໍ່ນິຍົມກິນແບ້

ລາຄາຖືກ ໂຕໜື່ງມີແຕ່ 2 ຫາ 3 ແສນກີບເທົ່ານັ້ນ

ຫາກໍ່ມານິຍົມກິນຫວ່າງ ປີ 2 ພັນມານີ້

ປະຈຸບັນແບ້ໃຫຍ່ໂຕໜຶ່ງ ມີລາຄາເກືອບລ້ານ

ຮ້ານປີ້ງແບ້ ດອນກອຍຈົນໄດ້ແຕ່ງເປັນເພງ

ຂາຍດັບຂາຍດີ ຮັ່ງມີດີໄດ້

__________________
Anonymous

Date:

ຢາກຮູ້ວີທີລ້ຽງແບ້ໃນຄອກ ທ່ານໃດຮູ້ຊ່ວຍແບ່ງປັນຄວາມຮູ້ແດ່

-ຢາກລ້ຽງແບບບໍ່ປ່ອຍ ດອົາຫຍ້າມາໃຫ້ມັນກິນເອງ

-ມື້ໜຶ່ງໂຕໜື່ງກີນປະມານຈັກກິໂລ ຫຍ້າ

-ພະຍາດແບ້ ມັກເປັນຫຍັງ

ຂໍຂອບໃຈລ່ວງໜ້ານຳທ່ານຜູ້ຮູ້ທັງຫລາຍ

 ກ່ອນທ່ານຊິລ້ຽງແບ້ ທ່ານຕ້ອງຮູ້ຈັກນິໃສຂອງແບ້ກ່ອນ 

ແບ້ມີນິໃສ ແບບມັກສ່ຽງ ມັກພິສະດານ ມັກບໍ່ຢູ່ກັບທີ່ ມັກແບບກັນດານ

ມັກຢູ່ສະອາດ ມັກເອົາແຕ່ໃຈໂຕເອງ ມັກກິນຂອງສູງ ຂອງສະອາດ ນອນສະອາດ

ຖ້າໄດ້ພວກນີ້ແບ້ຈະບໍ່ມັກເປັນພະຍາດ. ແບ້ບໍ່ມັກກິນຫຍ້າປານໃດ ແຕ່ມັກກິນໃບໄມ້

ຖ້າເຈົ້າຢູ່ວຽງຈັນ ເຈົ້າລອງໄປທີ່ສູນ ສົ່ງເສີມກະສິກຳຂອງອັອສເຕຣເລັຽ ທີ່ຊ່ອຍເຫລືອລາວ

ລອງເບິ່ງ ເຂົາມີໃບໄມ້ ໃບຫຍ້າ ຊະນິດໜຶ່ງ ທ່ານປູກແລ້ວ ສາມາດລ້ຽງແບ້ ຫລືງົວໄດ້ສະບາຍ

ມັນກໍ່ມັກກິນ ແລະ ໃຫຍ່ໄວອີກ ພຶດຊະນິດນີ້ປູກງ່າຍ ແຜ່ໄວ

ສ່ວນວ່າແບ້ກິນຈັກກິໂລ ຕໍ່ມື້ ອັນນີ້ຂ້ອຍບໍ່ຮູ້ ແຕ່ຄິດວ່າ ຄົງຊິບໍ່ເກີນ 3 ຫາ 8 ກິໂລ ດອກ

ຂຶ້ນຢູ່ກັບວ່າແບ້ນ້ອຍ ຫລື ແບ້ໃຫຍ່ປານກາງ ຫລື ໃຫຍ່ສຸດ  (ແບ້ບໍ່ມັກຝົນ ແລະເປື້ອນ)

__________________________________________

ຂອບໃຈທ່ານຫລາຍໆທີ່ແນະນຳ ທ່ນພໍບອກໄດ້ບໍວ່າສູນກະສິກຳທີ່ຊ່ວຍເຫລືອຈາກອົດສະຕາລີນັ້ນຢູ່ໃສນໍຢາກ

ຮູ້ແລະຢາກໄປສຶກສາແນວພັນຫຍ້ານັ້ນປູກແບບໃດ ຖ້າທ່ານຮູ້ຊ່ວຍກະຮຸນາໃຫ້ຂໍ້ມູນອີກແດ່ ຂໍຂອບໃຈ

__________________
Anonymous

Date:

ຜີບ້າ ແນວນີ້ກະເອົາ ມາລົງ disbelief

laughing dog emoticon

ບໍ່ມີຄຳເຫັນຍັງຈະດີກວ່າ...

ຂ້ອຍລໍຖ້າເພື່ອນຜູ້ອ່ານທີ່ມີຄຳເຫັນກ່ຽວກັບເລື່ອງນີ້ຫລາຍ...

__________________
Anonymous

Date:

Anonymous wrote:

ຜີບ້າ ແນວນີ້ກະເອົາ ມາລົງ disbelief

laughing dog emoticon

ບໍ່ມີຄຳເຫັນຍັງຈະດີກວ່າ...

ຂ້ອຍລໍຖ້າເພື່ອນຜູ້ອ່ານທີ່ມີຄຳເຫັນກ່ຽວກັບເລື່ອງນີ້ຫລາຍ...

 ພໍ່ມັນຕາຍຕີໝໍນີ້....

__________________
Anonymous

Date:

Anonymous wrote:

ຊີ້ນງົງ ຊີ້ນແບ້ ແພງກວ່າ ຊີ້ນຫມູ ເຖິງ 2 ເທົ່າ

ເປັນຫຍັງ ປະເທດເຮົາບໍ່ສົ່ງເສີມກັນລຽ້ງຫລາຍໆ ທັງເປັນສິນຄ້າ ບໍລິໂພກຢູ່ພາຍໃນ ແລະສົ່ງອອກຂາຍນຳອີກ

ເນື້ອທີ່ລຽ້ງສັດຍັງມີຫລວງຫລາຍ ແລະກໍເຫມາະສົມສຳຫລັບລຽ້ງສັດປະເພດນີ້ອີກ ເປັນຕົ້ນແມ່ນ ພູພຽງຊຽງຂວາງ

 Both is good for you, But its depending on the Market need. 

Do some research Please, In our country LAOS, Which one that lao prefer to eat  ? Goat meat or Meat/Beef ? Either way, you got my support on your Idea...

__________________
Anonymous

Date:

Anonymous wrote:

ຜີບ້າ ແນວນີ້ກະເອົາ ມາລົງ disbelief

laughing dog emoticon

 I really think you the one ''Phi Bha,''. you no nothing about Business or Karn Khar Khai...

__________________
ພອນໄຊ

Date:

ຂ້ອຍເປັນຜູ້ນື່ງທີ່ມີຄວາມສົນໃຈຍາກລ້ຽງແບ້. ຂໍລາຍລະອຽດຕື່ມແດ່ວ່າສູນ "ສູນ ສົ່ງເສີມກະສິກຳຂອງອັອສເຕຣເລັຽ ທີ່ຊ່ອຍເຫລືອລາວ" ຍູ່ໃສ ມີຊ່ອງທາງຕິດຕໍ່ບໍ? ຂອບໃຈລ່ວງຫນ້າ

__________________
ພອນໄຊ

Date:

ຢູ່ລາວມີຜູ້ລ້ຽງແບ້ພັນຕ່ງປະເທດບໍ? ໃຜຮູ້ບອກແດ່. ຂ້ອຍຢາກໄດ້ແບ້ພັນ boer ແລະ anglo nubian

__________________
Anonymous

Date:

ຢາກລ້ຽງແບ້

__________________
Anonymous

Date:

Anonymous wrote:
Anonymous wrote:

ຜີບ້າ ແນວນີ້ກະເອົາ ມາລົງ disbelief

laughing dog emoticon   ຂໍຖາມ???

ເຈົ້າຄຶດຖືກແລ້ວບໍ່ຈຶ່ງໄປຕິເຈົ້າຂອງກະທູ້ວ່າຜີບ້າ?

ບັນຫາທີ່ມັນມີຜົນປະໂຫຍດໃຫ້ແກ່ຊາດເປັນຫຍັງເຈົ້າບໍ່ສົນໃຈ? ຢ່າງໜ້ອຍຄົນປັນຍາຊົນຄືເຈົ້າກໍ່ຄວນຊອກຫາເອົາວິທີ

ທີ່ມັນຈະພາໃຫ້ຄົນພາຍໃນຊາດມີຫົວຄິດຕ່າງໆນາໆມາພັດທະນາຕົນເອງແລະຢືນດ້ວຍຂາ

ຂອງຕົນເອງຈະດີກ່ວາບໍ່? ຂ້ອຍວ່າກະທູ້ນີ້ມັນດີກ່ວາຈະໄປເອົາເລື່ອງຂອງໄທຍ໌ມາໂສກັນຢູ່ນີ້!

ຄຶດວ່າມັນໄຮ້ປະໂຫຍດແທ້ໆທີ່ພວກເຮົາຈະໄປເອົາບັນຫາຂອງເຂົາມາຮົກເຮື້ອຢູ່ສະມາຄົມລາວນີ້! ເຫັນບາງຄົນໄປຖົກຖຽງກັບເຂົາແລະດູໝິ່ນດູແຄນກັນໄປໆມາໆຢ່າງບໍ່ມີການສິ້ນສຸດ! ຖ້າເຈົ້າເຫັນຫຍັງ

ແດ່ທີ່ມັນມີປະໂຫຍດໃຫ້ແກ່ຊາດດຽວກັນແມ່ນກະລຸນາໃຫ້ເຈົ້າເອົາມາຖອດຖອນບົດຮຽນຢູ່ນີ້ໄດ້

ເພາະມັນຈະເປັນປະໂຫຍດໃຫ້ແກ່ທຸກໆຄົນທີ່ເຂົ້າມາພົບເຫັນ!

ຂໍຂອບໃຈ

 ເຈົ້າຫັນຕິຜີບ້າ ......ກກກ

ເຂົາເອົາມາລົງ ມັນດີແລ້ວ !!!!!!!!

ນີ້ແມ່ນການສົ່ງເສີມ ແລະ ເພື່ອຖອດຖອນບົດຮຽນ ຈາກຫລາຍ ໆ ຄົນ 

ໃນການສ້າງຊີວິດປະຈຳວັນ ແກ່ ປະຊາຊົນລາວ

ອັນນີ້ຈຶ່ງຄວນເອົາມາລົງ ເພື່ອຫານຊ່ອງທາງ ແກ້ໄຂຂໍ້ຜິດພາດ ໃນການລ້ຽງ

ຫລືລ້ຽງໃຫ້ຖືກວິທີ. ແລະ ເປັນການບົ່ງບອກວ່າ ງົວ ຄວາຍ ແບ້ ມັນແພງຫລາຍ

ເຮົາຄວນພາກັນລ້ຽງ ໃຫ້ຫລາຍ ເພື່ອໃຫ້ລາຄາມັນຕ່ຳລົງ(ຖ້າມີຄູ່ແຂ່ງ)

ກະທູ້ໃດທີ່ ສົ່ງເສີມ ພັກດັນ ສ້າງສັນ ຄວນຈະເອົາມາລົງ 

ເພື່ອຖອດຖອນບົດຮຽນ ແລກປ່ຽນນຳກັນ

ກະທູ້ໃດ ເຮັດໃຫ້ແຕກແຍກ ບໍ່ຄວນເອົາມາລົງ 

ຝາກເຖິງ ແອັດມິນ ດ້ວຍຄວາມກະລູນາຢ່າງສູງ

__________________
Anonymous

Date:

Anonymous wrote:

ຢາກຮູ້ວີທີລ້ຽງແບ້ໃນຄອກ ທ່ານໃດຮູ້ຊ່ວຍແບ່ງປັນຄວາມຮູ້ແດ່

-ຢາກລ້ຽງແບບບໍ່ປ່ອຍ ດອົາຫຍ້າມາໃຫ້ມັນກິນເອງ

-ມື້ໜຶ່ງໂຕໜື່ງກີນປະມານຈັກກິໂລ ຫຍ້າ

-ພະຍາດແບ້ ມັກເປັນຫຍັງ

ຂໍຂອບໃຈລ່ວງໜ້ານຳທ່ານຜູ້ຮູ້ທັງຫລາຍ

 ກ່ອນທ່ານຊິລ້ຽງແບ້ ທ່ານຕ້ອງຮູ້ຈັກນິໃສຂອງແບ້ກ່ອນ 

ແບ້ມີນິໃສ ແບບມັກສ່ຽງ ມັກພິສະດານ ມັກບໍ່ຢູ່ກັບທີ່ ມັກແບບກັນດານ

ມັກຢູ່ສະອາດ ມັກເອົາແຕ່ໃຈໂຕເອງ ມັກກິນຂອງສູງ ຂອງສະອາດ ນອນສະອາດ

ຖ້າໄດ້ພວກນີ້ແບ້ຈະບໍ່ມັກເປັນພະຍາດ. ແບ້ບໍ່ມັກກິນຫຍ້າປານໃດ ແຕ່ມັກກິນໃບໄມ້

ຖ້າເຈົ້າຢູ່ວຽງຈັນ ເຈົ້າລອງໄປທີ່ສູນ ສົ່ງເສີມກະສິກຳຂອງອັອສເຕຣເລັຽ ທີ່ຊ່ອຍເຫລືອລາວ

ລອງເບິ່ງ ເຂົາມີໃບໄມ້ ໃບຫຍ້າ ຊະນິດໜຶ່ງ ທ່ານປູກແລ້ວ ສາມາດລ້ຽງແບ້ ຫລືງົວໄດ້ສະບາຍ

ມັນກໍ່ມັກກິນ ແລະ ໃຫຍ່ໄວອີກ ພຶດຊະນິດນີ້ປູກງ່າຍ ແຜ່ໄວ

ສ່ວນວ່າແບ້ກິນຈັກກິໂລ ຕໍ່ມື້ ອັນນີ້ຂ້ອຍບໍ່ຮູ້ ແຕ່ຄິດວ່າ ຄົງຊິບໍ່ເກີນ 3 ຫາ 8 ກິໂລ ດອກ

ຂຶ້ນຢູ່ກັບວ່າແບ້ນ້ອຍ ຫລື ແບ້ໃຫຍ່ປານກາງ ຫລື ໃຫຍ່ສຸດ  (ແບ້ບໍ່ມັກຝົນ ແລະເປື້ອນ)

__________________________________________

ຂອບໃຈທ່ານຫລາຍໆທີ່ແນະນຳ ທ່ນພໍບອກໄດ້ບໍວ່າສູນກະສິກຳທີ່ຊ່ວຍເຫລືອຈາກອົດສະຕາລີນັ້ນຢູ່ໃສນໍຢາກ

ຮູ້ແລະຢາກໄປສຶກສາແນວພັນຫຍ້ານັ້ນປູກແບບໃດ ຖ້າທ່ານຮູ້ຊ່ວຍກະຮຸນາໃຫ້ຂໍ້ມູນອີກແດ່ ຂໍຂອບໃຈ

 ທ່ານລອງໄປຖາມທີ່ສະຖານທູດ ອັອສເຕຣເລັຍ ລອງເບິ່ງ ວ່າມີສູນນີ້ຢູ່ໃສ

ສະຖານທູດອັອສເຕຣເລັຍ ຢູ່ເສັ້ນທາງ ຫລັກ 3 ສາຍທ່າເດື່ອ

__________________

Guru

Status: Offline
Posts: 695
Date:

ຄັນຊິລ້ຽງແບບມາດຕະຖານຫລືນຳໃຊ້ວິທະຍາສາດເຂົ້າໃນການລ້ຽງສັດລາວຕອ້ງອາໃສການລົງທືນຈາກຕ່າງຊາດ
ຄັນຊິລຽ້ງແບບທຳມະຊາດ ຕາມມີ ຕາມເກີດຊື່ໆຄົງຊິງ່າຍຂໍພຽງມີສະຖານທີ່ອຸດົມສົມບູນ ເຊັ່ນເຂດພູພຽງບໍລະເວນກໍເປັນເຂດທີ່ເໝາະສົມຫລາຍ

__________________

 187557797.jpg

POODAM

Date:

cheerball wrote:

ຄັນຊິລ້ຽງແບບມາດຕະຖານຫລືນຳໃຊ້ວິທະຍາສາດເຂົ້າໃນການລ້ຽງສັດລາວຕອ້ງອາໃສການລົງທືນຈາກຕ່າງຊາດ
ຄັນຊິລຽ້ງແບບທຳມະຊາດ ຕາມມີ ຕາມເກີດຊື່ໆຄົງຊິງ່າຍຂໍພຽງມີສະຖານທີ່ອຸດົມສົມບູນ ເຊັ່ນເຂດພູພຽງບໍລະເວນກໍເປັນເຂດທີ່ເໝາະສົມຫລາຍ

 ທ່ານທີ່ຮັກແພງ, ເພື່ອນຊາວເນັດທັງຫຼາຍ, ອັນເລື່ອງກະສິກຳນີ້ ມັນບໍ່ແມ່ນວ່າມັນສິແມ່ນແນວງ່າຍໄດ ທ່ານເອີຍ ! ຖ້າຫາກທ່ານບໍ່ມີກຳລັງຊັບອັນມະຫາສານ ຂໍນຳ, ຢ່າສຸໄປຍ່າງກ້າວເຂົ້າໄປຫາມັນເລີຍ ຫຼື ຫາກວ່າທ່ານຈົກຕອກອີ່ຫຼີບໍ່ມີແນວຈະເຮັດ, ຕົກລະກຳລຳບາກແທ້ໆຈຶ່ງໄປຂໍສັດມາລ້ຽງປັນລູກກັນໂດຍທີ່ວ່າເຮົາມີຄັງລ້ຽງ ແຕ່ບໍ່ມີເງິນຊື້ສັດ...ເອີ !ມັນກະຈຳເປັນຕ້ອງໄດ້ເຮັດ ບໍ່ວ່າກັນ !...ບໍ່ເຮັດກະປະຄັງໄວ້ລ້າ ...ກ່ອນອື່ນໃຫ້ທ່ານຄິດວ່າ ເປັນດ້ວຍເຫດໃດຈຶ່ງບໍ່ຄ່ອຍມີຄວາມມັກລ້ຽງສັດຫຼາຍໆ ເພື່ອຫຼຸດຜ່ອນລາຄາໃນທ້ອງຕະຫຼາດ ? ມັນກະຍ້ອນຍາພໍ່ ເງິນ ຜູ້ດຽວຫັ້ນລະ ! ຄັນບໍ່ມີເພີິນແລ້ວ ຢ່າຫວັງຄອງວ່າສິມາອັນແລ້ວສັກກະຢ່າງ ! ແລ້ວໃຫ້ທ່ານມາສັງເກດ ອັນຄົນເຮັດກະສິກຳນທີ່ປະສົບຜົນສຳເລັດ ມັນມີແຕ່ມະຫາເສດຖີທັງນັ້ນ ເພາະວຽກອັນນີ້ບໍ່ມີເງິນເຫຼືອຖົງອີ່ຫຼີ ຢ່າສຸໄປແຕະກະຢ່າ ເພາະງານນີ້ແມ່ນມີໄວ້ໃຫ້ຄົນຈົນທີ່ສຸດເຮັດ ແລະກະຄົນລວຍທີ່ສຸດເຂົາເຮັດກັນ ສຳລັບຜູ້ຂ້ານີ້ ຍອມຈຳນົນ ແລ້ວກະເຂັດມາແລ້ວ... ຄັນບໍ່ເຊື່ອ ກະໃຫ້ຈີນຕະນາການເບິ່ງແບບລວກໆ : 

1. ກຳລັງຊັບ 2.ທີ່ດິນຢ່າງໜ້ອຍກໍ 1 ha ທີ່ມີແຫຼ່ງນ້ຳທັງແລ້ງແລະຝົນ 3. ສິ່ງປຸກສ້າງ ( ທີ່ຢູ່ ແລະ ຄອກສັດ, ) 4. ລ້ອມຮົ້ວທີ່ດິນແໜ້ນໜາ ໄດ້ມາດຖານຄັກແນ່ ເພາະແບ້ມັນດື້  5. ຖາງປ່າ  ແບບຕັດໄມ້ໃຫ້ເປັນຕໍໄວ້ ແລ້ວອະນາໄມທາງພື້ນ ຮັກສາບໍ່ໃຫ້ມີໜາມເດັດຂາດ ເພາະແບ້ທ່ານເປັນສັດແພ້ໜາມ...ໜາມປັກແບ້ ແມ່ນເປັນພິດຮ້າຍແຮງກັບມັນ ເຖິງກັບຕາຍໄດ້ໃນເວລາບໍ່ຮອດເດືອນ ປົວຍາກ. ແບ້ບໍ່ກິນຫຍ້າ ແຕ່ຈະເລືອກກິນແຕ່ໃບໄມ້ທີ່ປົ່ງຕາມຕໍໄມ້ທີ່ເຮົາຕັດລົງນັ້ນ ມັກແທ້ໆແມ່ນໃບກະທັນ . ແຄ່ວຽກທໍ່ນີ້ທ່ານກະວິນຫົວແລ້ວ ເພາະມາໄລ່ເປັນເງິນທ່ານລ້ຽງແບ້ສາມປີກະຍັງບໍ່ຈຸບຊັ້ນລາລ່າ ! ໂຕສຳຄັນສຸດໆ ແມ່ນທ່ານຕ້ອງຢູ່ນຳ ກິນກັບບໍ່ຂາດສາຍຕາ  ຄ່ຳມາໄປນຳເອົາເຂົ້າມາແຫຼ່ງ ຕື່ນເຊົ້າໄປປ່ອຍອອກຈາກຄອກ ທັງສັງເກດບາດແຜ ຫຼື ອາການຂອງແບ້ທ່ານ ປ່ອຍໄປແລ້ວອະນາໄມຄອກ ຮັບຮອງວ່າທ່ານບໍ່ໄດ້ມີເວລາຫຼາຍປານໃດ ອີອີ! ນັ່ງຂາກ່າຍຫ້າງສະບາຍອຸລາ ລົມພັດມາເຢັນກົ້ນ ຮາຮາ !! ມັນບໍ່ແມ່ນເດີທ່ານ !

ຂໍ້ ແນະນຳ  ຖ້າທ່ານມີເງິນແດ່ ໃຫ້ທ່ານໄປຝາກໄລຍະຍາວກິນດອກເບັ້ຍ ແລ້ວກະຄ່ອຍໃຊ້ຄ່ອຍຈ່າຍ ອັນຍາພໍ່ ເງິນຫັ້ນ ທ່ານຈະມີຄວາມສຸກທັງກາຍແລະໃຈ ບໍ່ໄປສ້າງຄວາມລຳບາກໃຫ້ລູກໃຫ້ເມັຽໄປເປັນທຸກກັບເຮົາ ໜ້າຈະດີກວ່າເຢິະ .  ດ້ວຍຄວາມປາດຖະໜາດີ !

__________________
Page 1 of 1  sorted by
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard