Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ປື້ມ se-ed


Guru

Status: Offline
Posts: 1010
Date:
ປື້ມ se-ed


ບໍ່ຮູ້ວ່າຈະສັ່ງປື້ມຈາກຮ້ານ se-ed ໃນລາວແນວໃດ



__________________
Anonymous

Date:

ເຂົ້າເວັບນີ້ເດີ!

https://www.se-ed.com/



__________________
Anonymous

Date:

 

ນັ່ງສະມາທິຂັ້ນສູງສົ່ງຊານໄປບອກເຂົາ

ຮາຮາຮາຮາ  ເວົ້າຢອກຊື່ ໆ ເດີ ຢ່າສະມາທິແຕກໃດ

ບໍ່ເວົ້າບໍ່ໄດ້ຫົວ  ບໍ່ຕົບຫົວບໍ່ໄດ້ອາບນ້ຳ

 

ເຂົ້າເຮື່ອງຕາມຖາມ

ຜູ້ຂ້າບໍ່ເຄີຍສັ່ງຊື້ໜັງສືທາງອອນໄລນ໌ດອກ  ແຕ່ຄຶດວ່າພໍມີວິທີຢູ່ດອກ

 

ກ່ອນອື່ນຢາກຮູ້ວ່າຍາທ່ານຢູ່ເມືອງໃດ  ໃນລາວ?  ນອກລາວ?

ໃນລາວເມືອງໃດ?  

ທີ່ຢາກຮູ້ວ່າທ່ານຢູ່ເມືອງໃດກໍ່ເພາະວ່າ ເປັນຫຍັງຄືບໍ້ຂວ້າມໄປຊື້ເອງຢູ່ຝັ່ງໄທຍໂລດ

ຮ້ານໜັງສື  ຊີເອັດ ມີສາຂາເກືອບທຸກເມືອງໃນຊາຍແດນລາວໄທຍຈາກເໜືອຮອດໃຕ້

ເຊັ່ນໃນພາກອີສານ  ເລີຍ ໜອງຄາຍ ອຸດອນ  ບຶງການ ນະຄອນພະນົມ  ມຸກດາຫານ  ອຸບົນ

ເມືອງເຫຼົ່ານີ້ມີຮ້ານຊີເອັດທຸກເມືອງ  ບາງເມືອງມີຕັ້ງຫຼາຍຮ້ານ

ກ່ອນໄປໂທໄປຖາມເຂົາກ່ອນເພື່ອບໍ່ໃຫ້ເສັຽເວລາວ່າມີໜັງສືນີ້ບໍ

ຖ້າເຂົາມີກະຈອງໄວ້ໂລດ  ໃຫ້ເຂົາເກັບໄວ້ໃຫ້  ແລ້ວນັດມື້ຊິໄປເອົາ

ຖ້າເຂົາບໍ່ມີໃນຮ້ານ  ກໍ່ບອກເຂົາສັ່ງມາໃຫ້  

ມື້ໃດໜັງສືມາຮອດແລ້ວໃຫ້ເຂົາຊ່ອຍແຈ້ງມາທາງອີເມລ໌(ເອົາອີເມລ໌ໃຫ້ເຂົາ)

 

ຫຼືວ່າທ່ານບໍ່ສະດວກ  ບໍ່ໄດ້ເດີນທາງໄປເມືອງໄທຍຍ້ອນວຽກການຫຼືບໍ່ໄດ້ຢູ່ເມືອງຊາຍແດນຂອງລາວ

ທ່ານກໍ່ຈຳເປັນຕ້ອງສັ່ງຊື້ເອົາທາງໄປສະນີ

ຢູ່ເມືອງລາວຄ່າສົ່ງບໍ່ໜ້າຊິແພງດອກ  ຢູ່ທະວີບອື່ນເຂົາກໍ່ສົ່ງໄປໃຫ້ໄດ້  ຖືກແພງແລ້ວແຕ່ປະເທດ

ເຂົາຈະສົ່ງໄປແບບວັດສະດຸໜັງສືຫໍ່ດ້ວຍຖົງຢາງໃສໃຫ້ເຫັນໂຕປື້ມ  

ແບບນີ້ລາຄາສົ່ງຈະຖືກ  ເພາະເປັນຂໍ້ຕົກລົງສາກົນເພື່ອໃຫ້ຄົນໄດ້ອ່ານໜັງສືຫຼາຍ ໆ

 

ວິທີຈ່າຍເງິນທ່ານກໍ່ຕ້ອງໂທຫຼືອີເມລ໌ໄປຖາມເຂົາ  ຫຼືໄປອ່ານເບິ່ງຂໍ້ມູນທີ່ເວບຂອງເຂົາເອົາ

 

ມີຫຍັງບໍ່ເຂົ້າໃຈ  ຖາມມາອີກ  ຖ້າຜູ້ຂ້າຫວາງຈະຊ່ອຍຄຶດຄົ້ນໃຫ້

 

(ຢາກໄດ້ໜັງສືຫຍັງເດ  ຫວັງວ່າບໍ່ແມ່ນໜັງສືກາມມະສູດໃດນໍ  ຮາຮາ)

 



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard