Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ຄິດແນວໃດ...Miss Laos 2012 ກາຍມາເປັນ Miss Beerlao 2014 ?
Anonymous

Date:
ຄິດແນວໃດ...Miss Laos 2012 ກາຍມາເປັນ Miss Beerlao 2014 ?


ເປັນນາງສາວລາວປີ 2012 ວາລະຍັງບໍ່ທັນໜົດຊໍ້າ ແທນທີ່ ຕ້ອງມີໜ້າທີ່ໃນການໂປຣໂມດ ປະຊາສໍາພັນ ຮີດຄອງປະເພນີ ອັນດີງາມຂອງຊາດ 

ອັນນີ້ແມ່ນຫຍັງ ແລ່ນມາປະກວດ ນາງສາວປະຕິທິນເບຍລາວ ແລ້ວ ກໍ່ໄດ້ທີ່ໜຶ່ງອີກ

ຂ້າພະເຈົ້າຄິດວ່າ ຄວນຫ້າມບໍ່ໃຫ້ເອົາ Miss Lao ຊຶ່ງແມ່ນຕໍາແໜ່ງອັນຊົງກຽດທີ່ສຸດ ຂອງແມ່ຫຍິງລາວທົ່ວປະເທດ ມາເປັນແມ່ຫຍິງຂາຍເບຍ ຫຼື ໂຄສະນາເບຍ ຈະດີກ່ວາບໍ່

ພວກທ່ານຄິດແນວໃດ 



__________________
Anonymous

Date:

ມັນກໍ່ຍ້ອນ ເງີນ ເງີນ ເງີນ ນີ້ແລ້ວ

ບໍ່ມີຫຍັງແປກປະລາດດອກ

 



__________________
Anonymous

Date:

ເປັນນາງສາວລາວ ເງິນມັນໜ້ອຍ ບໍ່ພໍກິນ ເປັນສາວເບຍລາວ ຫາເງິນໄດ້ຫຼາຍທາງ ນອກຈາກຈະໄດ້ຕິບແລ້ວ ຍັງມີໂອກາດໄດ້ໄປນຳແຂກອີກ

ຂ້ອຍຍັງເຄີຍເອົາສາວເບຍລາວມາຟັກແລ້ວbiggrinbiggrin



__________________
Anonymous

Date:

ทางใดดีกะไปนั้นละอย่าไปขาพวกขี้อิดสา



__________________
Anonymous

Date:

ຂ້າພະເຈົ້າຄິດວ່າມັນບໍ່ເຫມາະສົມປານໃດທີ່ ນາງສາວລາວ ຈະລົງມາປະກວດ ສາວປະຕິທີນເບຍລາວ ເຊີງເປັນຕຳແຫນ່ງທີ່ນ້ອຍກວ່າ ຖ້າທຽບໃສ່ຕຳແຫນ່ງນາງສາວລາວ.

ຂ້າພະເຈົ້າຄິດວ່າ ທາງຜູ້ໃຫ່ຍອາດຄິດຜິດແລ້ວທີ່ອະນຸຍາດໃຫ້ລາວລົງໄປປະກວດ ເຊີ່ງແນ່ນອນມັນຕ້ອງໃດ້ຢູ່ແລ້ວເພາະມີຕຳແຫນ່ງນາງສາວລາວເປັນປະກັນຢູ່ແລ້ວ...ເວົ້າອີກແບບຫນື່ງມັນອາດເປັນການເອົາປຽບຜູ້ເຂົ້າປະກວດອື່ນໆທີ່ບໍ່ໃດ້ຜ່ານເວທີລະດັບປະເທດມາຄືນາງສາວລາວ.

ຂ້າພະເຈົ້າບໍ່ຮູ້ວ່າທາງເບຍລາວມີກົດລະບຽບແນວໃນການຮັບສະມັກນາງແບບປະຕິທີນ....ທີ່ເວົ້າມານີ້ບໍ່ໃດ້ວ່າຕຳແຫນ່ງສາວປະຕິທີນເບຍລາວບໍ່ມີຄຸນຄ່າເດີ້...ແຕ່ມັນເຫມາະສົມບໍ່ທີ່ລະດັບນາງ ສາວລາວຕ້ອງລົງໄປປະກວດ. ຂ້າພະເຈົ້າຄິດວ່າຕຳແຫນ່ງນາງສາວລາວເປັນຕຳແຫນ່ງອັນສົງກຽດທີ່ສຸດທີ່ຍິງລາວເຮົາຕ່າງກໍໄຝຝັນຢາກໃດ້ຄອບຄອງ.

ຖ້າວ່າ ລາວຫາກມີຕຳແຫນ່ງນາງງາມອື່ນໆ ທີ່ບໍ່ແມ່ນ ນາງສາວລາວລະ ຈະບໍ່ມີບັນຫາຫຍັງ. ຖ້າເປັນຕຳແຫນ່ງຮອງນາງສາວ ກະຍັງພໍອະນຸໂລມກັນໃດ້ຢູ່.

ຕ້ອງລອງຕິດຕາມຫາງສຽງເບີ່ງວ່າເລື້ອງນີ້ມັນຈະຄືກັບເລື້ອງ M16 ບໍ່

ຂອບໃຈ



__________________
Anonymous

Date:

ຢ່າໄປວ່າອິດສາຫຍັງເລີຍພຽງແຕ່ເວົ້າເຖີງຄວາມເຫມາະສົມໃນການລົງປະກວດຊື່ໆ...ຊິໄປອິດສາຫາສະແຕກຫຍັງເງີນກູກະມີຈ່າຍ...



__________________


Guru

Status: Offline
Posts: 1010
Date:

ຄືຊິໄດ້ເງິນປະມານ 15-25 ລ້ານ.

ຖ່າຍຮູບມື້ດຽວໄດ້ເງິນ ໃຜຊິບໍ່ເອົາ

ຖ້າວ່າສົມຄວນບໍ່ມັນກະບໍ່ສົມຄວນດອກ



__________________
Anonymous

Date:

ມັນເປັນຄວາມຜິດພາດຂອງກອງປະກວດເອງທີ່ບໍ່ມີກົດຂໍ້ຫ້າມ.

ຖ້າໄປລົງເປັນນາງງາມກິດຕິມາສັກກະວ່າອີກແບບຫນື່ງ...ຫນ້າຈະໃຫ້ຄົນອື່ນໆມີໂອກາດແດ່.

ຄັນຈະເວົ້າແລ້ວ ນາງ ສາວລາວຄົນນີ້ກະບໍ່ໃດ້ງາມປານໃດດອກໃນຄວາມເຫັນຂ້າພະເຈົ້າ..

ຂ້າພະເຈົ້າຄິດວ່າ ນາງສາວລາວ ຕ້ອງງາມແບບລາວໆ ບໍ່ແມ່ນຈະເອົາແບບລູກຊອດ



__________________
Anonymous

Date:

ນາງສາວລາວຄືຕຳແຫນ່ງສູງສຸດແລ້ວ ເປັນຫັຍງຄືມາທຳໂຕຕົກຕ່ຳແທ້ ປີຫນ້າຊີ່ບໍ່ໄປປະກວດນາງສັງຂານອີກຫວາ ປີຕໍ່ໄປກໍ່ໄປປະກວດພຣິດຕີ້ ແລະສຸດທ້າຍກໍ່ປະກວດເປັນກິກລະຕີ ເອົາມື້ໃດຄ່າໂຕຍັງເຫຼືອ 1000 ບາດແລ້ວໂທຫາເດີ 020-49494949



__________________
Anonymous

Date:

ລາວເປັນນາງແບບຮັບເຊີນຕິເບາະ



__________________
Anonymous

Date:

ຜູ່ກ່ຽວເປັນຄົນມີນິໄສເຫັນແກ່ຕົວ ບໍ່ມີປ່ອຍໂອກາດໃຫ້ຍິງສາວທີ່

ເປັນຄົນລາວຮ້ອຍເປີເຊັນ, ທີ່ບໍ່ມີປະປົນນ້ຳເຊື້ອຄົນຜິວຂາວທີ່ຄົນ

ນິຍົມເອີ້ນວ່າລູກຊອດຝຣັ່ງ, ທີ່ງາມກ່ອນຜູ່ກ່ຽວຢ່າງຂາດລອຍໄດ້

ເຂົ້າມາປະກວດ ແລະທາງຄະນະກຳມະການຫລືຜູ້ຈັດຕັ້ງລາຍການ

ນີ້ກໍເປັນຄົນຕ່ຖົ່ວ ຕາບໍ່ມີແວວ ທີ່ມອງເຫັນແຕ່ຄົນຊອດວ່າເປັນ

ຄົນງາມ ແລະສຳຄັນທີ່ສຸດແມ່ນບໍ່ມີແມ້ແຕ່ເປີເຊັນດຽວທີ່ເໝືອນ

ກັນກັບນາໆຊາດເຈົ້າກະທຳກັນ. ທຸກຢ່າງແມ່ນພາກັນເຫີ່ຄົນທີ່ເປັນ

ລູກຊອດເພາະລາວແນ່ນອນຮ້ອຍເປີເຊັນຢູ່ແລ້ວມັກແລ່ນນຳກົ້ນ

ປະເທດໄທ ເພາະເຂົາພາກັນນິຍົມຊົມຊອບແລະຄົນປົນນ້ຳເຊື້ອຝຣັ່ງ

ຫຼືສະເປນນິສ.



__________________
Anonymous

Date:

ເອົາທູດວັດທະນະທຳມາໂຄສະນາສິ່ງມຶນເມົາ ມີສະເພາະໃນລາວເທົ່ານັ້ນno Laos onlynonono



__________________
Anonymous

Date:

ເງີນ ຖີ້ມໃສ່ຫຍ້າ ຫຍ້າຕາຍ

ເງີນ ຖີ້ມໃສ່ໄຫ ໄຫຫງາຍ

ເງີນ ຖີ້ມໃສ່ນາຍ ນາຍຍ່າງຫນີ



__________________
Anonymous

Date:

 

ເປັນນາງສາວລາວ ເງິນມັນໜ້ອຍ ບໍ່ພໍກິນ ເປັນສາວເບຍລາວ ຫາເງິນໄດ້ຫຼາຍທາງ ນອກຈາກຈະໄດ້ຕິບແລ້ວ ຍັງມີໂອກາດໄດ້ໄປນຳແຂກອີກ

ຂ້ອຍຍັງເຄີຍເອົາສາວເບຍລາວມາຟັກແລ້ວbiggrinbiggrin

.............................................................................................

 

ເວົ້າກະຮູ້ຈັກຄິດແດ່ ອ້າຍ, ຖ້າເຈົ້າເປັນຄົນລາວ, ຮັກຊາດລາວ ກະຢ່າຊິເວົ້າ ລັກຊະນະດູຖູກ ຢຽບຫຍາມ ນາງສາວລາວຫຼາຍ. ຄັນມື້ໜຶ່ງ ລາວສາວເຈົ້າໄປປະກວດ ນາງສາວລາວ, ເຈົ້າຈະບໍ່ຮູ້ສຶກເສຍໃຈບໍ່ ຖ້າມີຄົນມາເວົ້າດູຖູກ ນາງສາວລາວ ຄືເຈົ້າເວົ້າ



__________________
Anonymous

Date:

ນາງ​ສາວ​ລາວ​ທຳ​ໜ້າ​ທີ່​ໄດ້​ 2 ທາງ:

1. ​ເຜີຍ​ແຜ່ວັດ​ທະ​ນະທຳ​ຂອງ​ຊາດ

2. ຂາຍ​ເຫຼົ້າ biggrinbiggrin



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard