Pasalao

Members Login
Username 
 
Password 
    Remember Me  
Post Info TOPIC: ລຸ່ນແມ່ ເຫັນໃຈ M16!!!
Anonymous

Date:
ລຸ່ນແມ່ ເຫັນໃຈ M16!!!


ຂໍອະນຸຍາດເອີ້ນຕົນເອງວ່າແມ່ (ແມ່, ຍ້ອນອາຍຸສໍ່າລຸ່ນເປັນແມ່) ແຕ່ບໍ່ແມ່ນແມ່ເກີດຂອງ ນາງ ສາວ M16

ແມ່ໄດ້ອ່ານທຸກຂໍ້ຄວາມທີ່ ເອັມ 16 ອອກມາໃຫ້ເຫດຜົນການຖອນຕົວຈາກກອງປະກວດສາວລາວ ແລະ ໄດ້ອ່ານຂໍ້ຄວາມ ທີ່ບາງທ່ານຂຽນຕອບ, ແມ່ຄົນນີ້ບໍ່ມີສ່ວນກ່ຽວຂ້ອງ ບໍ່ມີໄດ້ ບໍ່ມີເສຍ ນໍາເລື່ອງນີ້ດອກ ແຕ່ແມ່ຂໍມີຄໍາເຫັນແດ່ເນີ, ຂໍມີສ່ວນປະກອບແດ່ ເພື່ອເປັນຂໍ້ມູນຊ່ວຍໃຫ້ສັງຄົມ ຫລື ທ່ານຜູ້ອ່ານພິຈາລະນາເບິ່ງວ່າ ໃຜຜິດໃຜຖືກ?

1. ລູກເອີຍ ນ້ຳເບີປະຈໍາຕົວລູກນັ້ນ ແມ່ນຈົກສະຫລາກໄດ້ບໍ? ຄໍາວ່າ "M16" ແມ່ນຊື່ອາວຸດສົງຄາມ (ແມ່ນຊື່ປືນຊະນິດໜຶ່ງຜະລິດຈາກ USA ແລະໄດ້ເອົາມານໍາໃຊ້ຫລາຍທີ່ສຸດໃນສົງຄາມອິນດູຈີນ ກ່ອນປີ 1975 (ກ່ອນປະເທດຊາດເຮົາໄດ້ຮັບການປົດປ່ອຍ) ດັ່ງນັ້ນ ເລກປະຈໍາຕົວຂອງລູກ ມັນໄດ້ບົ່ງບອກລາງບໍ່ດີຢູ່ແລ້ວ, ມີລາງອັນຕະລາຍເກີດຂຶ້ນ. ໃນສະໄໝສົງຄາມ ຖ້າໃຜບໍ່ພໍໃຈຕໍ່ຜູ້ໃດຜູ້ໜຶ່ງ ກໍ່ມັກເອົາຄໍາເວົ້ານີ້ມາຂົ່ມຂູ່ ໂດຍເວົ້າດັງໆວ່າ: "ເອີ! ລະວັງໄວ້ ຈັກໜ້ອຍ ຖືກປືນ M16 ງັບຫົວຕາຍແຫລະ" ເລື່ອງນີ້ທາງກອງປະກວດຄືຈະບໍ່ຄິດເຖິງດອກເນາະ ຕໍ່ບັນຫານໍາເອົາຕົວອັກສອນ ຝຣັງ-ອັງກິດ ມາໃສ່ນໍາໜ້າ, ຂ້າພະເຈົ້າເດົາວ່າ M ອາດໝາຍເຖິງ Miss ຊັ້ນບໍ? ໃຊ້ອັກສອນຕົວອື່ນ ກໍ່ຄືຈະຍາກເນາະ.

2. ຄໍາເຫັນຂອງລູກທີ່ເວົ້າມານັ້ນ ກ່ຽວກັບການຕື່ມອາຍຸຍ້ອນການຮຽນ.....ເລື່ອງນີ້ແມ່ເຊື່ອຢູ່ຈໍານວນໜຶ່ງ, ຜູ້ທີ່ບໍ່ເຊື່ອຈັກໜ້ອຍ ແລະ ເພີ່ມການປະນາມ ແມ່ນຜູ້ທີ່ບໍ່ຮູ້ ແລະ ບໍ່ໄດ້ຜ່ານປະສົບການຕົວຈິງ. ຈະເວົ້າວ່າ ນັນເປັນການຂ້າຕົວເອງ ຫລື ບໍ່ຂ້າຕົວເອງ ຜູ້ທີ່ມີຄໍາເຫັນ ວ່າເປັນການຂ້າຕົວເອງ... ແມ່ນຜູ້ທີ່ບໍ່ມີຄວາມຮູ້ດ້ານສັງຄົມເລີຍ. ແມ່ເວົ້າແບບນີ້ ຜູ້ອ່ານເຊື່ອບໍ ວ່າມີຄວາມຈິງໃນສັງຄົມ, ຖ້າບໍ່ເຊື່ອ ລອງໄປເຮັດການສໍາຫລວດລອງເບິ່ງເນີ, ປະຈຸບັນຢູ່ພາກສ່ວນ ລັດຖະກອນຍັງມີບັນຫາຢູ່ໃດ ບາງຄົນຢາກເຮັດການ ອາຍຸບໍ່ເຖິງ ຈຶ່ງໃສ່ອາຍຸເພີ່ມຂຶ້ນ, ຢາກໄປເປັນທະຫານ ອາຍຸບໍ່ເຖິງກໍ່ເພີ່ມຂຶ້ນ,ມາຮອດດຽວນີ້ ກະຊວງພາຍໃນກວດເຫັນ ວ່າຮອດອາຍຸບໍານານແລ້ວ ແຕ່ຜູ້ກ່ຽວບໍ່ຢາກອອກເທື່ອ ເພາະອາຍຸຕົວຈິງບໍ່ເຖິງ ເພາະວ່າຕອນສະເໜີເຂົາການໄດ້ເພີ່ມອາຍຸຂຶ້ນ 03 ປີ. ທ່ານ ຜູ້ອ່ານອາດຕັ້ງຄໍາຖາມຕື່ມວ່າ ເອົາຫຍັງມາພິສູດ? ມີຫລາຍວິທີ ພິສູດຢູ່ດອກ ສິ່ງທີ່ແນ່ນອນທີ່ສຸດ ນາງນັ້ນ / ທ້າວ ນັ້ນ ລາວເກີດຢູ່ໃສ? ບ້ານໃດ? ແລະ ຜູ້ທີ່ເກີດໄລ່ເລ່ຍກັນ ຢູ່ບ້ານດຽວກັນ ເປັນເດັກນ້ອຍເຂົ້າໂຮງຮຽນດຽວກັນ ເປັນສິ່ງພິສູດງ່າຍໆ ແລະ ເຊື່ອຖືໄດ້. ຄົນທີ່ເກີດເດືອນດຽວກັນ ຖ້າອາຍຸແຕກຕ່າງກັນເປັນ ປີ-ສອງ-ສາມປີ ມັນເປັນສິ່ງທີ່ເປັນໄປບໍ່ໄດ້ (impossible) ແມ່ນບໍເນາະ.

3. ແມ່ຂໍແນະນໍາວ່າ ລູກເປັນຄົນງາມຢູ່ແລ້ວ ຂໍໃຫ້ປະຕິບັດຕົນ ຕາມຄໍາເວົ້າທີ່ວ່າ: ເພິ່ນຊັງໂຕ ຢ່າໂງຊັງຕອບ, ເຖິງໃຜຈະວິຈານແນວບໍ່ດີປານໃດ ແລະ ເຮັດໃຫ້ລູກເສຍໃຈປານໃດກໍ່ຕາມກໍ່ຕາມ ລູກຄວນອົດກັ້ນ ແລະ ໃຊ້ຖ້ອຍຄໍາ ສຸພາບອະທິບາຍ ແລະ ມີຫລັກຖານມາອ້າງອີງໃຫ້ໄດ້, ໂດຍສະເພາະບໍ່ຄວນເວົ້າວ່າ: ມີຜູ້ອິດສາລິດສະຫຍາ....ຊອກເອົາຄວາມຜິດ...ເສັ້ນໃຫຍ່...ຄົນຢູ່ໃນສັງຄົມ ມີຮ້ອຍແປດພັນປະການ. ແຕ່ຖ້າເຂົາດ່າມາ-ເຮົາດ່າໄປ ມັນຈະເປັນການລົດຕໍ່າເຮົາເອງ (discredit yourself). ຕົວຢ່າງຄົນບໍ່ຍອມຮັບຄວາມຜິດ ເຊັ່ນ: ນັກຮຽນຜູ້ທີ່ຮຽນບໍ່ເກັ່ງ ເສັງບໍ່ໄດ້ ມັກຈະເວົ້າກັບພໍ່ແມ່ຕະຫລອດເລີຍວ່າ ບໍ່ມີເສັ້ນ ບໍ່ມີເງິນຈ້າງ ຄະແນນກໍ່ບໍ່ໄດ້, ສຳພາດບໍ່ຜ່ານ ບໍ່ໄດ້ເຮັດການ ກໍ່ຕິວ່າ ບໍ່ມີເສັ້ນ. ຄວາມຈິງແລ້ວ ການຈ້າງ ການໃຊ້ເງິນ ໃຊ້ເສັ້ນ ກໍ່ອາດຈະມີຢູ່ ແຕ່ຖ້າເຮົາໝັ້ນໃຈ ແລະ ເຮົາເກັ່ງອີຫລີ ເປັນຫຍັງຈະບໍ່ໄດ້ເຮັດການ.

4. ລູກ M16 ທີ່ຮັກແພງ! ຖ້າສິ່ງທີ່ລູກເວົ້າມາມີຄວາມຈິງ ສາມາດບອກອາຍຸຈິງ ວັນເດືອນປີເກີດ ຈິງ ແລະ ພ້ອມນໍາເອົາຫລັກຖານອັນໃດອັນໜຶ່ງ ທີ່ມີຢູ່ມາສະແດງໃຫ້ສັງຄົມເຫັນກໍ່ແລ້ວເລື່ອງ. ລູກເປັນຄົນເກີດໃໝ່ໃຫຍ່ລຸນ ຫວັງວ່າແມ່ເກີດຂອງລູກ ອາດໄປຄອດຢູ່ໂຮງໝໍ, ໜັງສືເຂົາອອກໂຮງໝໍ ບໍ່ຍັງຈັກໂຕວາ? ຫລືບໍ່ດັ່ງນັ້ນ ລູກເຮັດຂັນຫ້າ ໄປໂສມມາ ແມ່ບັງເກີດເກົ້າ ແລະ ໃຫ້ເພິ່ນຢັ້ງຢືນວ່າ ລູກເກີດເມື່ອໃດ ເພິ່ນຈົດໄວ້ຢູ່ຕີບໍ? ບຸນຄຸນພໍ່ແມ່ເກີດ-ພໍ່ແມ່ລ້ຽງ ລ້ວນແຕ່ຄຸ້ມຄອງລູກ ແລະ ຊຸກຍູ້ລູກໃຫ້ຈະເລີນຮຸ່ງເຮືອງ, ຢ້ານແຕ່ວ່າ ຜູ້ເປັນລູກບໍ່ເຄີຍຄິດເຖິງເລື່ອງນີ້ ເພິ່ນກໍ່ຊ່ວຍບໍ່ໄດ້.

ຈາກລຸ້ນແມ່ ທີ່ເຫັນອົກເຫັນໃຈ M16

 



__________________
Anonymous

Date:

ສະບາຍດີ ອີ່ແມ່

ຂອບໃຈຫຼາຍໆ ທີ່ຊ່ອຍເຕືອນນາງສາວ ປືນອາກ້າ M16 ນີ້

ຢາກໃຫ້ລາວຮູ້ວ່າ ອາຍຸ ມັນປ່ຽນໄປທຸກມື້ ຢ່າໄດ້ໄປດຶງມັນໄວ້ເລຍ

ຄວາມງາມ ຕາຍໄປກໍ່ໜົດສິ້ນ ແຕ່ສິ່ງທີ່ເຫຼືອໄວ້ ແມ່ນຄຸນງາມຄວາມດີ ທີ່ມີໃຫ້ຕໍ່ຊາວໂລກ

ການຮັບຜິດ ບໍ່ແມ່ນສິ່ງທີ່ເສຍຫາຍ... ຖ້າລາວອອກມາຮັບຜິດ ກໍ່ແລ້ວເລື້ອງ ຄົນທຸກຄົນ ພ້ອມທີ່ຈະໃຫ້ອະໄພລາວສະເໝີ

ແຕ່ຖ້າຫາກລາວຍັງດື້ດ້ານຢູ່ແບບນີ້ ເວນກໍາ ກໍ່ຈະຈອງລ້າງຈອງຜ່ານລາວ ຕະຫຼອດໄປ ຫຼາຍຊົ່ວຄົນ

 



__________________
Anonymous

Date:

ອານິຈັງ ວະຕະສັງຄະລາມ ອັນວ່າ ມຸສາ ນັ້ນມັນບໍ່ດີແລ

ເພື່ອແກ້ໄຂຂໍ້ຂ້ອງໃຈ ອັດຕະມາວ່າ ໃຫ້ໂຍມເອົາໃບຢັ້ງຢືນການເກີດຂອງໂຮງໝໍມາໃຫ້ມະຫາຊົນເບີ່ງຈະດີແລ

ແຕ່ ມຸສາ ແນວໃດກໍ່ຍັງຜິດສິນຫ້າຢູ່ແລ

 



__________________
Anonymous

Date:

Anonymous wrote:

ອານິຈັງ ວະຕະສັງຄະລາມ ອັນວ່າ ມຸສາ ນັ້ນມັນບໍ່ດີແລ

ເພື່ອແກ້ໄຂຂໍ້ຂ້ອງໃຈ ອັດຕະມາວ່າ ໃຫ້ໂຍມເອົາໃບຢັ້ງຢືນການເກີດຂອງໂຮງໝໍມາໃຫ້ມະຫາຊົນເບີ່ງຈະດີແລ

ແຕ່ ມຸສາ ແນວໃດກໍ່ຍັງຜິດສິນຫ້າຢູ່ແລ

 


 ຂ່າວຫຼ້າສຸດ ແມ່ ແລະ ແມ່ເຖົ້າລາວ ໄປປ່ຽນແປງ ແລະ ຍອມເສຍເງິນ ປ່ຽນໃບເກີດໃຫ້ລູກລາວແລ້ວ

ສະຫຼຸບ ຜິດທັງແມ່ ຜິດທັງລູກ 



__________________
Anonymous

Date:

ໂອຍ! ລູກໆເອີຍ ປືນ ອາກາ ແລະ M16 ມັນຕ່າງກັນ, ຢ່າເອົາໄປໂຮມເປັນຄໍາດຽວກັນ ສິ່ງຄືກັນແມ່ນ ອາວຸດຂ້າຄົນ, ສິ່ງທີ່ແຕກຕ່າງກັນ ແມ່ນ ອາວຸດຜະລິດຈາກຄົນລະຄ້າຍ.

ຫ້າມເວົ້າວ່າ ອາກາM16. ປືນອາກາ = AK ຜະລິດຈາກບັນດາປະເທດ ສັງຄົມນິຍົມ (ເວົ້າລວມ, ຢາກຮູ້ວ່າຜ/ລ ຈາກປະເທດໃດ ໃຫ້ຊອກຮູ້ເອົາເອງເດີ I don't like to clearly mention ) M16 ຜະລິດຈາກປະເທດທຶນນິຍົມ



__________________
Anonymous

Date:

ເບີ່ງແລ້ວ ເອັມ16 ກະບໍ່ງາມປານໃດດອກ ສູ້ເມຍຂ້າພະເຈົ້າຢູ່ບ້ານບໍ່ໃດ້...ສາວຊຳເຫນືອທັງງາມທັງເກັ່ງ



__________________
Anonymous

Date:

ສະຫຼຸບຄື ເຊື່ອຖືບໍ່ໄດ້ທັງຕະກູນ



__________________
Anonymous

Date:

ຕົວະອາຍຸກໍ່ແລ້ວ.....

ໄສຍະກຳກໍ່ແລ້ວ......

ຍັງດື້ດ້ານບໍ່ຍອມຮັບຄວາມຈິງອີກ....

ແລ້ວໃຜຈະຍອມຮັບເຈົ້າໄດ້ອີກຕໍ່ໄປ.....

nononononononono



__________________
Anonymous

Date:

ຂໍ້ກຳນົດຂອງນາງງາມລາວຄວນປຽ່ນ

ອາຍຸ 18 ຫາ 27 ຄືກັບກົດລະບຽບຂອງ MISS UNIVERSE AND MISS USA

ຢາກຮູ້ວ່າເປັນຫຍັງນາງບໍ່ເວົ່າວ່າ ນາງອາຍຸ 26

ນາງງາມລາວບໍໃຫ້ກາຍອາຍຸຈັກປີ?



__________________
Anonymous

Date:

ການເພີ່ມອາຍຸຕອນຮຽນ ກໍຜິດແລ້ວ ໂກງອາຍຸ ແລະຕອນຫຼຸດອາຍຸກໍຍັງຜິດອີກ ໂກງອີກ ສະນັ້ນການໄດ້ຄະແນນດີໆ ບໍ່ແມ່ນໄປເຮັດຕາສົ້ມຕາຫວານໃຫ້ອ້າຍຄູບໍໍລະ ອີອີອີ !!! ສົງໄສຢູ່ ....



__________________
Anonymous

Date:

ເຮົາກະບໍ່ທັນໄດ້ຮູ້ວ່າຄວາມຈິ່ງເປັນແນວໃດ ຈື່ງຍັງບໍ່ທັນເຊື່ອຝ່າຍໃດ ແຕ່ສິ່ງທີ່ສຳຄັນກໍ່ຄືຄວາມຈິງ ຄວາມຈິງນັ້ນເປັນແນວໃດ໋ ຕາມທີ່ອ່ານມານີ້ ກະແມ່ນເວົ້າເລື່ອງອາຍຸ ໃນຄວາມເປັນຈິງນັ້ນ ອາຍຸຂອງເຈົ້າເທົ່າໃດ?

 

ຖ້າຫາກມັນບໍ່ຖືກຕ້ອງແລະຜິດຕໍ່ກົດລະບຽບເພິ່ນ ເຮົາກະຕ້ອງຍອມຮັບກັບທີ່ເຮົາໄດ້ເຮັດໄປ ເພາະເຮົາໄດ້ມຸສາວາທາໄປແລ້ວ ບໍ່ມຸສາວາທາໃດ໋ເດີ ມັນບາບ ຄັນເຮົາເຮັດຜິດ ເຮົາຕ້ອງກ້າຍອມຮັບ ແລະປັບປຸງແກ້ໄຂ ຈຶ່ງຈະຖືກຕ້ອງ ແຕ່ຄັນເຮັດຜິດແລ້ວ ບໍ່ຢາກຍອມຮັບ ບໍ່ຢາກປັບປຸງ ແກ້ໄຂ ອັນນີ້ ບໍ່ຖືກຕ້ອງ

 

ແຕ່ຖ້າຫາກອາຍຸເຈົ້າຖືກຕ້ອງ ຕ້ອງຫາເອກະສານມາຢືນຢັນ ໃຫ້ສັງຄົມເຂົ້າໃຈຖືກຕ້ອງ ບໍ່ໃຫ້ສັງຄົມເຂົ້າໃຈເຮົາຜິດ ບໍ່ຄວນປ່ອຍປະລະເລີຍໃດ໋ເດີເລື່ອງນີ້ ເຮົາຕ້ອງຮູ້ຈັກໃຊ້ປັນຍາຂອງເຮົາແກ້ໄຂບັນຫາ ການທີ່ເຮົາປ່ອຍໃຫ້ສັງຄົມເຫັນຜິດຕໍ່ເຮົານັ້ນ ບໍ່ດີຕໍ່ເຮົາ ມີຜົນເສຍຕໍ່ເຮົາໃດ໋ ຄັນເຮົາຖືກຕ້ອງ ເລື່ອງທີ່ເຂົາອິດສາເຮົານັ້ນ ບໍ່ຕ້ອງໄປສົນ ບໍ່ກ່ຽວກັນ ກ່ຽວຢູ່ທີ່ວ່າ ຄວາມຈິງຄືຄວາມຈິງ



__________________
Anonymous

Date:

ສະຫລຸບແລ້ວນາງນີ້ຕັ້ງຮຽນຕົວະມາແຕ່ນ້ອຍເນາະ

ບໍ່ຈະ ບໍ່ແຈ້ງ ມາແຕ່ນ້ອຍ

ນີ້ແມ່ນຕາມຂໍ້ຄວາມທີ່ຜູ້ກ່ຽວເລົ່າມາເອງເດີ່ ບໍ່ແມ່ນຫາໃສ່ເດີ່



__________________
Anonymous

Date:

2. ຄໍາເຫັນຂອງລູກທີ່ເວົ້າມານັ້ນ ກ່ຽວກັບການຕື່ມອາຍຸຍ້ອນການຮຽນ.....ເລື່ອງນີ້ແມ່ເຊື່ອຢູ່ຈໍານວນໜຶ່ງ, ຜູ້ທີ່ບໍ່ເຊື່ອຈັກໜ້ອຍ ແລະ ເພີ່ມການປະນາມ ແມ່ນຜູ້ທີ່ບໍ່ຮູ້ ແລະ ບໍ່ໄດ້ຜ່ານປະສົບການຕົວຈິງ. ຈະເວົ້າວ່າ ນັນເປັນການຂ້າຕົວເອງ ຫລື ບໍ່ຂ້າຕົວເອງ ຜູ້ທີ່ມີຄໍາເຫັນ ວ່າເປັນການຂ້າຕົວເອງ... ແມ່ນຜູ້ທີ່ບໍ່ມີຄວາມຮູ້ດ້ານສັງຄົມເລີຍ. ແມ່ເວົ້າແບບນີ້ ຜູ້ອ່ານເຊື່ອບໍ ວ່າມີຄວາມຈິງໃນສັງຄົມ, ຖ້າບໍ່ເຊື່ອ ລອງໄປເຮັດການສໍາຫລວດລອງເບິ່ງເນີ, ປະຈຸບັນຢູ່ພາກສ່ວນ ລັດຖະກອນຍັງມີບັນຫາຢູ່ໃດ ບາງຄົນຢາກເຮັດການ ອາຍຸບໍ່ເຖິງ ຈຶ່ງໃສ່ອາຍຸເພີ່ມຂຶ້ນ, ຢາກໄປເປັນທະຫານ ອາຍຸບໍ່ເຖິງກໍ່ເພີ່ມຂຶ້ນ,ມາຮອດດຽວນີ້ ກະຊວງພາຍໃນກວດເຫັນ ວ່າຮອດອາຍຸບໍານານແລ້ວ ແຕ່ຜູ້ກ່ຽວບໍ່ຢາກອອກເທື່ອ ເພາະອາຍຸຕົວຈິງບໍ່ເຖິງ ເພາະວ່າຕອນສະເໜີເຂົາການໄດ້ເພີ່ມອາຍຸຂຶ້ນ 03 ປີ.

ເມື່ອມາອ່ານເບິ່ງຄະເຫັນຂອງຜູ່ທີ່ອ້າງຕົນເອງວ່າມີອາຍຸຄ່າວແມ່ຂອງນາງສາວຄົນນີ້ ແຕ່ສະໝອງແລະຄວາມຮັບຮູ້ຂອງທ່ານນັ້ນ

ບໍ່ໄດ້ສູງຄຽງຄູ່ໄປກັບອາຍຸຂອງທ່ານແມ້ແຕ່ໜ້ອຍເລີຍ ເມື່ອມາເຫັນທ່ານຂຽນວ່າ:  ຜູ້ທີ່ບໍ່ເຊື່ອຈັກໜ້ອຍ ແລະເປີ້ມການປະນາມ

ແລະ ບໍ່ໄດ້ຜ່ານປະສົບການຕົວຈິງ ຈະເວົ້າວ່າ ນັ້ນເປັນການຂ້າຕົວເອງ ຫລື  ບໍ່ຂ້າຕົວເອງ ຜູ່ທີ່ມີຄຳເຫັນວ່າເປັນການຂ້າຕົວເອງ

...ແມ່ນຜູ້ທີ່ບໍ່ມີຄວາມຮູ້ ດ້ານສັງຄົມເລີຍ.  ແລ້ວຮູ້ສຶກວ່າຄຳເຫັນຂອງທ່ານຂ້ອນຂ້າງຈະເດົາໆອອກມາເທົ່ານັ້ນ. 

ຄົນທີ່ຮຽນເກ່ງຮຽນຂ້າມຫ້ອງ ຫລື ຜູ່ທີ່ຮຽນບໍ່ເກ່ງແລ້ວຄ້າງຫ້ອງ ບໍ່ວ່າຈັກປີແມ່ນບໍ່ມີສິດທີ່ຈະເຜີ້ມ ຫລື ຕັດອາຍຸຂອງຕົນເອງ,

ເພາະມັນຜິດກົດໝາຍກ່ຽວກັບການລະເມີດປ່ຽນແປງໃບສຳເນົາຢັ້ງຢືນການເກີດ. ຖ້າເວົ້າເຖິງທາງດ້ານການສຶກສາແລ້ວ ຜູ່ທີ່

ຮຽນເກ່ງຮຽນຂ້າມຫ້ອງນັ້ນ (ບໍ່ກ່ຽວວ່າຂ້າມຫ້ອງຈັກປີ ) ຈະບໍ່ມີກົດໝາຍບີບບັງຄັບໃຫ້ເຜີ້ມອາຍຸຂຶ້ນ ບໍ່ວ່າປະເທດໃດໃນໂລກນີ້

ກໍບໍ່ມີກົດໝາຍແບບນີ້ດອກ. ເຈົ້າອາຍຸນ້ອຍແຕ່ຮຽນເກ່ງ ແຮງເປັນທີ່ສົນໃຈຂອງສັງຄົມຄົນໃນໂລກ ດັ່ງເດັກຊາຍຄົນປາກິດສະ

ຖານທີ່ຮຽນຈົບມະຫາວິທະຍາໄລພຽງອາຍຸລາວ 13 ປີ ດັ່ງຂ່າວລືກ້ອງໂລກ, ຄືບໍ່ເຫັນຜູ້ກ່ຽວໄປເຜີ້ມອາຍຸຂຶ້ນໃຫ້ເຖິງອາຍຸປົກກະຕິ

ຂອງຄົນຈົບມະຫາວິທະຍາໄລ?

ຈະເຜີ້ມ ຫລື ຈະຕັດ ອາຍຸໂຕຈິງຂອງເຈົ້າອອກບໍ່ວ່າໃນກໍລະນີໃດໆມັນກໍເປັນສິ່ງທີ່ກະທຳຄວາມຜິດຢູ່ແລ້ວ, ຢ່າພະຍາຍາມບ່າຍບ່ຽງ

ໂຍນຄວາມຜິດໃສ່ສັງຄົມຫລືຄົນອ້ອມຂ້າງຂອງຕົນເອງ ແລະຢ່າກ່າວຫາວ່າສັງຄົມແລະຄົນອ້ອມຂ້າງເປັນຜູ້ອິດສາຣິດສະຫຍາ ແຕ່

ວັນໆບໍ່ມີວຽກເຮັດງານທຳ ມີແຕ່ມາຈອບຫາເອົາຄວາມຜິດຂອງເຈົ້ານັ້ນ ຈະເປັນການແກ້ຕົວຂອງເຈົ້າທີ່ຜິດທີ່ສຸດ.



__________________
Anonymous

Date:

ບໍ່ຕອ້ງຖອນຕົວກໍໄດ້ 

ໃນເມືອສັງຄົມຮັບຮູ້ວ່າ m16 ເປັນແນວນັ້ນແລວ

ຄະນະກຳມະການ ຄົງຕາບໍ່ບອດດອກ

ທ່ານເອີຍ



__________________
Anonymous

Date:

ຖ້າມະຫາວິທະຍາໄລຢູ່ຈີນຮູ້ວ່າລາວຕົວະອາຍຸ ເຂົາອາດຈະຖອນໃບປະກາດຄືນ



__________________
Anonymous

Date:

 

ທຶນທີ່ລາວໄປເຂົ້າຮ່ວມໂຄງການເດີນທະເລ ອາຊຽນຢີ່ປຸ່ນ ຕອນປີ 2003 ຂ້ອຍກໍ່ຈະບອກລັດຖະບານຢີ່ປຸ່ນ ໃຫ້ລາວໃຊ້ຄືນເຊັ່ນກັນ

ເພາະຖ້າແມ່ນຄວາມຈິງ ຕອນນັ້ນ ລາວຈະມີອາຍຸແຕ່ 13 ປີ ຊຶ່ງເບິ່ງໜ້າຕາແລ້ວ ກໍ່ເປັນໄປບໍ່ໄດ້



__________________
Anonymous

Date:

Anonymous wrote:

ຂໍອະນຸຍາດເອີ້ນຕົນເອງວ່າແມ່ (ແມ່, ຍ້ອນອາຍຸສໍ່າລຸ່ນເປັນແມ່) ແຕ່ບໍ່ແມ່ນແມ່ເກີດຂອງ ນາງ ສາວ M16

ແມ່ໄດ້ອ່ານທຸກຂໍ້ຄວາມທີ່ ເອັມ 16 ອອກມາໃຫ້ເຫດຜົນການຖອນຕົວຈາກກອງປະກວດສາວລາວ ແລະ ໄດ້ອ່ານຂໍ້ຄວາມ ທີ່ບາງທ່ານຂຽນຕອບ, ແມ່ຄົນນີ້ບໍ່ມີສ່ວນກ່ຽວຂ້ອງ ບໍ່ມີໄດ້ ບໍ່ມີເສຍ ນໍາເລື່ອງນີ້ດອກ ແຕ່ແມ່ຂໍມີຄໍາເຫັນແດ່ເນີ, ຂໍມີສ່ວນປະກອບແດ່ ເພື່ອເປັນຂໍ້ມູນຊ່ວຍໃຫ້ສັງຄົມ ຫລື ທ່ານຜູ້ອ່ານພິຈາລະນາເບິ່ງວ່າ ໃຜຜິດໃຜຖືກ?

1. ລູກເອີຍ ນ້ຳເບີປະຈໍາຕົວລູກນັ້ນ ແມ່ນຈົກສະຫລາກໄດ້ບໍ? ຄໍາວ່າ "M16" ແມ່ນຊື່ອາວຸດສົງຄາມ (ແມ່ນຊື່ປືນຊະນິດໜຶ່ງຜະລິດຈາກ USA ແລະໄດ້ເອົາມານໍາໃຊ້ຫລາຍທີ່ສຸດໃນສົງຄາມອິນດູຈີນ ກ່ອນປີ 1975 (ກ່ອນປະເທດຊາດເຮົາໄດ້ຮັບການປົດປ່ອຍ) ດັ່ງນັ້ນ ເລກປະຈໍາຕົວຂອງລູກ ມັນໄດ້ບົ່ງບອກລາງບໍ່ດີຢູ່ແລ້ວ, ມີລາງອັນຕະລາຍເກີດຂຶ້ນ. ໃນສະໄໝສົງຄາມ ຖ້າໃຜບໍ່ພໍໃຈຕໍ່ຜູ້ໃດຜູ້ໜຶ່ງ ກໍ່ມັກເອົາຄໍາເວົ້ານີ້ມາຂົ່ມຂູ່ ໂດຍເວົ້າດັງໆວ່າ: "ເອີ! ລະວັງໄວ້ ຈັກໜ້ອຍ ຖືກປືນ M16 ງັບຫົວຕາຍແຫລະ" ເລື່ອງນີ້ທາງກອງປະກວດຄືຈະບໍ່ຄິດເຖິງດອກເນາະ ຕໍ່ບັນຫານໍາເອົາຕົວອັກສອນ ຝຣັງ-ອັງກິດ ມາໃສ່ນໍາໜ້າ, ຂ້າພະເຈົ້າເດົາວ່າ M ອາດໝາຍເຖິງ Miss ຊັ້ນບໍ? ໃຊ້ອັກສອນຕົວອື່ນ ກໍ່ຄືຈະຍາກເນາະ.

2. ຄໍາເຫັນຂອງລູກທີ່ເວົ້າມານັ້ນ ກ່ຽວກັບການຕື່ມອາຍຸຍ້ອນການຮຽນ.....ເລື່ອງນີ້ແມ່ເຊື່ອຢູ່ຈໍານວນໜຶ່ງ, ຜູ້ທີ່ບໍ່ເຊື່ອຈັກໜ້ອຍ ແລະ ເພີ່ມການປະນາມ ແມ່ນຜູ້ທີ່ບໍ່ຮູ້ ແລະ ບໍ່ໄດ້ຜ່ານປະສົບການຕົວຈິງ. ຈະເວົ້າວ່າ ນັນເປັນການຂ້າຕົວເອງ ຫລື ບໍ່ຂ້າຕົວເອງ ຜູ້ທີ່ມີຄໍາເຫັນ ວ່າເປັນການຂ້າຕົວເອງ... ແມ່ນຜູ້ທີ່ບໍ່ມີຄວາມຮູ້ດ້ານສັງຄົມເລີຍ. ແມ່ເວົ້າແບບນີ້ ຜູ້ອ່ານເຊື່ອບໍ ວ່າມີຄວາມຈິງໃນສັງຄົມ, ຖ້າບໍ່ເຊື່ອ ລອງໄປເຮັດການສໍາຫລວດລອງເບິ່ງເນີ, ປະຈຸບັນຢູ່ພາກສ່ວນ ລັດຖະກອນຍັງມີບັນຫາຢູ່ໃດ ບາງຄົນຢາກເຮັດການ ອາຍຸບໍ່ເຖິງ ຈຶ່ງໃສ່ອາຍຸເພີ່ມຂຶ້ນ, ຢາກໄປເປັນທະຫານ ອາຍຸບໍ່ເຖິງກໍ່ເພີ່ມຂຶ້ນ,ມາຮອດດຽວນີ້ ກະຊວງພາຍໃນກວດເຫັນ ວ່າຮອດອາຍຸບໍານານແລ້ວ ແຕ່ຜູ້ກ່ຽວບໍ່ຢາກອອກເທື່ອ ເພາະອາຍຸຕົວຈິງບໍ່ເຖິງ ເພາະວ່າຕອນສະເໜີເຂົາການໄດ້ເພີ່ມອາຍຸຂຶ້ນ 03 ປີ. ທ່ານ ຜູ້ອ່ານອາດຕັ້ງຄໍາຖາມຕື່ມວ່າ ເອົາຫຍັງມາພິສູດ? ມີຫລາຍວິທີ ພິສູດຢູ່ດອກ ສິ່ງທີ່ແນ່ນອນທີ່ສຸດ ນາງນັ້ນ / ທ້າວ ນັ້ນ ລາວເກີດຢູ່ໃສ? ບ້ານໃດ? ແລະ ຜູ້ທີ່ເກີດໄລ່ເລ່ຍກັນ ຢູ່ບ້ານດຽວກັນ ເປັນເດັກນ້ອຍເຂົ້າໂຮງຮຽນດຽວກັນ ເປັນສິ່ງພິສູດງ່າຍໆ ແລະ ເຊື່ອຖືໄດ້. ຄົນທີ່ເກີດເດືອນດຽວກັນ ຖ້າອາຍຸແຕກຕ່າງກັນເປັນ ປີ-ສອງ-ສາມປີ ມັນເປັນສິ່ງທີ່ເປັນໄປບໍ່ໄດ້ (impossible) ແມ່ນບໍເນາະ.

3. ແມ່ຂໍແນະນໍາວ່າ ລູກເປັນຄົນງາມຢູ່ແລ້ວ ຂໍໃຫ້ປະຕິບັດຕົນ ຕາມຄໍາເວົ້າທີ່ວ່າ: ເພິ່ນຊັງໂຕ ຢ່າໂງຊັງຕອບ, ເຖິງໃຜຈະວິຈານແນວບໍ່ດີປານໃດ ແລະ ເຮັດໃຫ້ລູກເສຍໃຈປານໃດກໍ່ຕາມກໍ່ຕາມ ລູກຄວນອົດກັ້ນ ແລະ ໃຊ້ຖ້ອຍຄໍາ ສຸພາບອະທິບາຍ ແລະ ມີຫລັກຖານມາອ້າງອີງໃຫ້ໄດ້, ໂດຍສະເພາະບໍ່ຄວນເວົ້າວ່າ: ມີຜູ້ອິດສາລິດສະຫຍາ....ຊອກເອົາຄວາມຜິດ...ເສັ້ນໃຫຍ່...ຄົນຢູ່ໃນສັງຄົມ ມີຮ້ອຍແປດພັນປະການ. ແຕ່ຖ້າເຂົາດ່າມາ-ເຮົາດ່າໄປ ມັນຈະເປັນການລົດຕໍ່າເຮົາເອງ (discredit yourself). ຕົວຢ່າງຄົນບໍ່ຍອມຮັບຄວາມຜິດ ເຊັ່ນ: ນັກຮຽນຜູ້ທີ່ຮຽນບໍ່ເກັ່ງ ເສັງບໍ່ໄດ້ ມັກຈະເວົ້າກັບພໍ່ແມ່ຕະຫລອດເລີຍວ່າ ບໍ່ມີເສັ້ນ ບໍ່ມີເງິນຈ້າງ ຄະແນນກໍ່ບໍ່ໄດ້, ສຳພາດບໍ່ຜ່ານ ບໍ່ໄດ້ເຮັດການ ກໍ່ຕິວ່າ ບໍ່ມີເສັ້ນ. ຄວາມຈິງແລ້ວ ການຈ້າງ ການໃຊ້ເງິນ ໃຊ້ເສັ້ນ ກໍ່ອາດຈະມີຢູ່ ແຕ່ຖ້າເຮົາໝັ້ນໃຈ ແລະ ເຮົາເກັ່ງອີຫລີ ເປັນຫຍັງຈະບໍ່ໄດ້ເຮັດການ.

4. ລູກ M16 ທີ່ຮັກແພງ! ຖ້າສິ່ງທີ່ລູກເວົ້າມາມີຄວາມຈິງ ສາມາດບອກອາຍຸຈິງ ວັນເດືອນປີເກີດ ຈິງ ແລະ ພ້ອມນໍາເອົາຫລັກຖານອັນໃດອັນໜຶ່ງ ທີ່ມີຢູ່ມາສະແດງໃຫ້ສັງຄົມເຫັນກໍ່ແລ້ວເລື່ອງ. ລູກເປັນຄົນເກີດໃໝ່ໃຫຍ່ລຸນ ຫວັງວ່າແມ່ເກີດຂອງລູກ ອາດໄປຄອດຢູ່ໂຮງໝໍ, ໜັງສືເຂົາອອກໂຮງໝໍ ບໍ່ຍັງຈັກໂຕວາ? ຫລືບໍ່ດັ່ງນັ້ນ ລູກເຮັດຂັນຫ້າ ໄປໂສມມາ ແມ່ບັງເກີດເກົ້າ ແລະ ໃຫ້ເພິ່ນຢັ້ງຢືນວ່າ ລູກເກີດເມື່ອໃດ ເພິ່ນຈົດໄວ້ຢູ່ຕີບໍ? ບຸນຄຸນພໍ່ແມ່ເກີດ-ພໍ່ແມ່ລ້ຽງ ລ້ວນແຕ່ຄຸ້ມຄອງລູກ ແລະ ຊຸກຍູ້ລູກໃຫ້ຈະເລີນຮຸ່ງເຮືອງ, ຢ້ານແຕ່ວ່າ ຜູ້ເປັນລູກບໍ່ເຄີຍຄິດເຖິງເລື່ອງນີ້ ເພິ່ນກໍ່ຊ່ວຍບໍ່ໄດ້.

ຈາກລຸ້ນແມ່ ທີ່ເຫັນອົກເຫັນໃຈ M16

 


 Ee baaaaa



__________________
Page 1 of 1  sorted by
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard